Click Here to Install Silverlight*
ປະເທດລາວປ່ຽນ|ທຸກບ່ອນຂອງ Microsoft
Microsoft
Download Center 
ຄົ້ນຫາ
ຊອກຫາແບບກ້າວໜ້າ

ສູນດາວໂຫຼດ Microsoft ຕົວຊ່ວຍ

On This Page
ສິ່ງທີ່ເຈົ້າຄວນຮູ້ກ່ຽວກັບການອັບເດດຊອບແວສິ່ງທີ່ເຈົ້າຄວນຮູ້ກ່ຽວກັບການອັບເດດຊອບແວ
ວິທີຊອກຫາດາວໂຫຼດວິທີຊອກຫາດາວໂຫຼດ
ບໍ່ສາມາດຊອກເຫັນສິ່ງທີ່ເຈົ້າຄົ້ນຫາ?ບໍ່ສາມາດຊອກເຫັນສິ່ງທີ່ເຈົ້າຄົ້ນຫາ?
ສິ່ງທີ່ເຈົ້າຈະເຫັນຢູ່ໜ້າດາວໂຫຼດສິ່ງທີ່ເຈົ້າຈະເຫັນຢູ່ໜ້າດາວໂຫຼດ
ກ່ຽວກັບການດາວໂຫຼດຄວາມໄດ້ປຽບຂອງ Windows ຂອງແທ້ກ່ຽວກັບການດາວໂຫຼດຄວາມໄດ້ປຽບຂອງ Windows ຂອງແທ້
ການຕິດຕັ້ງດາວໂຫຼດ ການຕິດຕັ້ງດາວໂຫຼດ
ກ່ຽວກັບການດາວໂຫຼດທົ່ວໂລກກ່ຽວກັບການດາວໂຫຼດທົ່ວໂລກ
ການແກ້ໄຂບັນຫາເລື່ອງຂັ້ນຕອນການດາວໂຫຼດການແກ້ໄຂບັນຫາເລື່ອງຂັ້ນຕອນການດາວໂຫຼດ
ກ່ຽວກັບຄຳແນະນຳການດາວໂຫຼດກ່ຽວກັບຄຳແນະນຳການດາວໂຫຼດ

ສິ່ງທີ່ເຈົ້າຄວນຮູ້ກ່ຽວກັບການອັບເດດຊອບແວ

Microsoft ໃຫ້ຄຳໝັ້ນທີ່ຈະສະໜອງຊອບແວທີ່ໄດ້ທົດລອງເລື່ອງຄວາມຮັບປະກັນ ແລະ ຄວາມປອດໄພແລ້ວໃຫ້ກັບລູກຄ້າຂອງຕົນ. ເຖິງແມ່ນວ່າ ບໍ່ມີລະບົບໃດທີ່ຈະຮັບປະກັນໄດ້ສົມບູນ, ພວກເຮົາໃຊ້ຂະບວນການຂອງມະນຸດ, ເຕັກໂນໂລຍີ ແລະ ທີມງານທີ່ໄດ້ເນັ້ນໜັກສະເພາະຫຼາຍທີມເພື່ອສືບສວນຫາ, ແກ້ໄຂ, ແລະ ຮຽນຮູ້ຈາກບັນຫາເລື່ອງຄວາມປອດໄພເພື່ອໃຫ້ພວກເຮົາບັນລຸເປົ້າໝາຍນີ້ ພ້ອມກັບໃຫ້ທິດທາງແນະນຳຕໍ່ກັບລູກຄ້າເລື່ອງວິທີການປ້ອງກັນດ້ວຍຕົວເຂົາເຈົ້າເອງ. ດັ່ງທີ່ເປັນສ່ວນນຶ່ງຂອງຂະບວນການນຳຊອບແວ Microsoft’s ອອກຈ່ຳໜ່າຍ, ຊອບແວທັງໝົດທີ່ໄດ້ນຳອອກໄປສູ່ສູນດາວໂຫຼດແມ່ນໄດ້ຖືກສະແກນຫາ malware ກ່ອນທີ່ຈະໄດ້ນຳອອກໃຫ້ສັງຄົມດາວໂຫຼດ. ນອກຈາກນັ້ນ, ຫຼັງຈາກໄດ້ນຳອອກແຈກຈ່າຍແລ້ວ, ຊອບແວທີ່ມີຢູ່ໃນສູນດາວໂຫຼດກໍ່ຍັງໄດ້ຖືກສະແກນຫາ malware ຢູ່ເປັນປະຈຳ. Microsoft ຮັບຮູ້ວ່າສະພາບການຄຸກຄາມແມ່ນໄດ້ມີການປ່ຽນແປງຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ວິວັດທະນາການຢູ່ຕະຫຼອດເວລາ, ແລະ ພວກເຮົາໃຫ້ສັນຍາຈະເຮັດການປັບປຸງທີ່ຈະຊ່ວຍປົກປ້ອງລູກຄ້າຂອງພວກເຮົາຈາກໄພຂົ່ມຂູ່ຂອງ malware .

ສູນດາວໂຫຼດເປັນຊັບພະຍາກອນທີ່ມີຄ່າສຳລັບການກ່ຳນົດທີ່ຕັ້ງບ່ອນດາວໂຫຼດສະເພາະ ຫຼື ເປັນທີ່ນິຍົມ, ລວມທັງການອັບເດດຊອບແວ. ແນວໃດກໍ່ຕາມ, ທາງທີ່ດີທີ່ສຸດໃນການຮັກສາກະແສຄອມພິວເຕີຂອງທ່ານດ້ວຍການອັບເດດຊອບແວທີ່ເປັນອັນດັບທັນສະໄໝສູງສຸດນັ້ນແມ່ນໂດຍການນຳໃຊ້ຊັບພະຍາກອນອັບເດດເຫຼົ່ານີ້:

Microsoft ອັບເດດ
ເວັບໄຊທ໌ Microsoft ອັບເດດ ສະແກນຄອມພິວເຕີຂອງທ່ານ ແລະ ແນະນຳຕົວອັບເດດທີ່ເຈົ້າອາດຈະຕ້ອງການສຳລັບ Microsoft Windows, Microsoft Office, ແລະ ໂປຣແກມອື່ນໆ.

Windows ອັບເດດອັດຕະໂນມັດ
ບັນດາລາຍການອັບເດດອັດຕະໂນມັດສາມາດເຮັດການຈັດລຽງເພື່ອດາວໂຫຼດ ແລະ ຕິດຕັ້ງຕົວອັບເດດທີ່ຈຳເປັນສູງໂດຍອັດຕະໂນມັດທັນທີທີ່ພວກມັນມີ. ຮຽນຮູ້ເພີ່ມເຕີມກ່ຽວກັບເວັບໄຊທ໌ທີ່ ຮຽນຮູ້ເພີ່ມເຕີມກ່ຽວກັບເວັບໄຊທ໌ທີ່.

ວິທີຊອກຫາດາວໂຫຼດ

ຖ້າເຈົ້າຢາກໃຫ້ Microsoft ສະແກນຄອມພິວເຕີຂອງເຈົ້າ ແລະ ແນະນຳການອັບເດດ, ກະລຸນາເບິ່ງໃນພາກກ່ອນໜ້ານີ້. ຖ້າເຈົ້າຕ້ອງການຊອກຫາການດາວໂຫຼດສະເພາະ, ໃຊ້ນຶ່ງໃນສອງວິທີເຫຼົ່ານີ້.

1.

ເລືອກຈາກຕົວດາວໂຫຼດທີ່ນິຍົມທີ່ສຸດ
ຕົວດາວໂຫຼດທີ່ນິຍົມທີ່ສຸດສຳລັບແຕ່ລະປະເພດຂອງສູນດາວໂຫຼດແມ່ນໄດ້ເຮັດເປັນບັນຊີລາຍການໄວ້ໃນໜ້າໂຮມເພຈສຳລັບປະເພດເຫຼົ່ານັ້ນ (ຕົວຢ່າງ ປະເພດ: ເກມ, DirectX ແລະ ອິນເຕີເນັດ). ຄລິກບ່ອນ ”ເບິ່ງຕົວດາວໂຫຼດທີ່ນິຍົມເພີ່ມເຕີມ” ເຊື່ອມຕໍ່ຢູ່ໃຕ້ບັນຊີລາຍການ ”ຕົວດາວໂຫຼດທີ່ນິຍົມທີ່ສຸດ” ແຕ່ລະອັນເພື່ອໃຫ້ໄດ້ບັນຊີລາຍການດາວໂຫຼດທີ່ມີຄົບເພີ່ມຕາມທີ່ໄດ້ຈັດອັນດັບໄວ້ໂດຍຄວາມນິຍົມສູງສຸດ.

2.

ເຮັດການຄົ້ນຫາ
ເຄື່ອງມືຄົ້ນຫາເຮັດໃຫ້ເຈົ້າສາມາດຄົ້ນຫາດ້ວຍຄຳທີ່ສຳຄັນ ຫຼື ຜະລິດຕະພັນ/ປະເພດ, ແລະ ບັນຊີລາຍການຜົນໄດ້ຮັບຕາມລຳດັບຂອງຄວາມນິຍົມໃນການດາໂຫຼດ.

ເພື່ອຄົ້ນຫາໂດຍຄຳສຳຄັນ, ພິມບັນດາຄຳນັ້ນໃສ່ໃນບອັກທີ່ເອົາຕົວໜັງສືເຂົ້າ.

ເພື່ອຈຳກັດຂອງເຂດຂອງການຄົ້ນຫາຄຳສຳຄັນ, ເລືອກເອົາຜະລິດຕະພັນ ຫຼື ປະເພດຈາກບັນຊີລາຍການ, ແລະ ເອົາຄຳສຳຄັນໃສ່ເຂົ້າໄປ.

ເພື່ອເອົາໝົດທຸກບັນຊີການດາວໂຫຼດໃນທຸກປະເພດ, ຢ່າເລືອກເອົາຜະລິດຕະພັນ/ປະເພດ ແລະ ຢ່າໃສ່ຄຳສຳຄັນໃດໆເຂົ້າໄປ.

ຖ້າການຄົ້ນຫາດ້ວຍຄຳສຳຄັນໃຫ້ຜົນອອກມາໜ້ອຍອັນ, ກວດຄືນເລື່ອງການສະກົດຄຳຂອງເຈົ້າ, ລອງໃຊ້ຄຳສຳຄັນຕົວໃໝ່, ຫຼື ຂະຫຍາຍຂອບເຂດການຄົ້ນຫາຂອງເຈົ້າໄປຫາສູນດາວໂຫຼດທັງໝົດ.

ບໍ່ສາມາດຊອກເຫັນສິ່ງທີ່ເຈົ້າຄົ້ນຫາ?

ຖ້າເຈົ້າບໍ່ສາມາດຊອກເຫັນການດາວໂຫຼດອັນສະເພາະ, ມັນອາດຈະເປັນຂອງບໍລິສັດອື່ນທີ່ບໍ່ແມ່ນຂອງ Microsoft. ບັນດາຕົວຢ່າງທີ່ນິຍົມທົ່ວໄປປະກອບມີຊອບແວ Adobe Reader, Macromedia Shockwave ແລະ Flash players, ແລະ Java. ສໍາລັບການເຊື່ອມຕໍ່ໃນປະຈຸບັນກັບການດາວໂຫຼດເຫຼົ່ານີ້ໃນເວັບໄຊທ໌ແຕ່ລະອັນຂອງເຂົາເຈົ້າ, ໃຫ້ໃຊ້ ຄົ້ນຫາMicrosoft.com. ຖ້າເຈົ້າແນ່ໃຈວ່າການດາວໂຫຼດສະເພາະແມ່ນມາຈາກ Microsoft ແລະ ເຈົ້າບໍ່ສາມາດຊອກເຫັນການດາວໂຫຼດໃນສູນດາວໂຫຼດ ຫຼື ຜ່ານການບໍລິການອັບເດດອັດຕະໂນມັດ, ຕິດຕໍ່ກັບພວກເຮົາ.

ສິ່ງທີ່ເຈົ້າຈະເຫັນຢູ່ໜ້າດາວໂຫຼດ

ເມື່ອເຈົ້າຄລິກຫົວຂໍ້ການດາວໂຫຼດໃນສູດດາວໂຫຼດ, ເຈົ້າຈະຖືກນຳພາໄປສູ່ໜ້າລາຍລະອຽດຂອງການດາວໂຫຼດສຳລັບການດາວໂຫຼດນັ້ນ. ເກືອບທັງໝົດທຸກໜ້າເຫຼົ່ານີ້ປະຕິບັດຕາມຟໍແມັທມາດຕະຖານ ແລະ ປະກອບມີເກືອບທັງໝົດທຸກຂໍ້ເຫຼົ່ານີ້ (ຖ້າບໍ່ມີທັງໝົດ):

1.

ຂໍ້ມູນດ່ວນ
ກ່ອງ“ຂໍ້ມູນດ່ວນ”ປະກອບມີຂໍ້ມູນທີ່ມີປະໂຫຍດທີ່ໄດ້ສະຫຼຸບໄວ້, ລວມມີທັງຊື່ ແລະ ຂະໜາດຂອງໄຟລ໌ທີ່ຈະດາວໂຫຼດ ແລະ ວັນທີ່ນຳອອກມາໃຊ້.

2.

ປຸ່ມຫຼືຕົວເຊື່ອມຕໍ່ການດາວໂຫຼດ
ເຈົ້າຈະເຫັນປຸ່ມ ຫຼື ຕົວເຊື່ອມຕໍ່ ດາວໂຫຼດ ຢູ່ໃນສ່ວນຂວາມືດ້ານເທິງຂອງກ່ອງ “ຂໍ້ມູນດ່ວນ”. ຄລິກທີ່ປຸ່ມ ຫຼື ຕົວເຊື່ອມຕໍ່ນີ້ເພື່ອເລີ່ມດາວໂຫຼດ. ສຳລັບການດາວໂຫຼດທີ່ມີຫຼາຍໄຟລ໌, ເຈົ້າຈະພົບເຫັນຕົວເຊື່ອມຕໍ່ໄປຫາບັນຊີລາຍການຂອງໄຟລ໌ທີ່ມີຢູ່.

3.

ປ່ຽນພາສາ
ເກືອບທັງໝົດທຸກກໍລະນີ, ກົງໄປຫາກ່ອງ “ຂໍ້ມູນດ່ວນ” ເຈົ້າຈະພົບເຫັນບັນຊີລາຍການເປັນລຳດັບລົງຈາກອັນທີ່ເຈົ້າສາມາດເລືອກພາສາອື່ນໄດ້ ນອກຈາກພາສາອັງກິດ. ສັງເກດວ່າການດາວໂຫຼດບາງອັນແມ່ນຈະບໍ່ມີຢູ່ໃນທຸກພາສາ. ນອກຈາກນັ້ນ, ການດາວໂຫຼດທີ່ບໍ່ແມ່ນພາສາອັງກິດທັງໝົດແມ່ນໄດ້ຖືກເຮັດໄປຮ່ວມກັບໜ້າລາຍລະອຽດທີ່ເປັນໄດ້ຈຳກັດ. ດັ່ງນັ້ນ, ເຈົ້າອາດຈະເຫັນຄຳບັນຍາຍ ແລະ ຄຳແນະນຳເປັນພາສາອັງກິດຢູ່ໃນໜ້າການດາວໂຫຼດທີ່ບໍ່ແມ່ນພາສາອັງກິດ.

4.

ຂໍ້ສະຫຼຸບ
ພາກ “ຂໍ້ສະຫຼຸບ” ລວມມີການອະທິບາຍຫຍໍ້ບັນດາເລື່ອງທີ່ໄດ້ກ່າວມາໂດຍການດາວໂຫຼດ ແລະ ຜົນປະໂຫຍດທີ່ມັນສະໜອງໃຫ້.

5.

ຄວາມຕ້ອງການຂອງລະບົບ
ຕ້ອງກວດເຊັກພາກ “ຄວາມຕ້ອງການຂອງລະບົບ” ຢູ່ສະເໝີເພື່ອໃຫ້ໝັ້ນໃຈວ່າຄອມພິວເຕີຂອງເຈົ້າເຂົ້າກັນໄດ້ກັບ ແລະ ມີຊ່ອງວ່າງຕາມທີ່ຕ້ອງການເພື່ອຕິດຕັ້ງ ແລະ ແລ່ນການດາວໂຫຼດ. ພາກນີ້ອາດຈະຕ້ອງມີການເຮັດບັນຊີລາຍການຊອບແວທີ່ນຳໃຊ້ຕາມທີ່ໄດ້ຕ້ອງການ ຫຼື ແນະນຳ.

6.

ຄຳແນະນຳ
ທວນຄືນເບິ່ງພາກ “ຄຳແນະນຳ” ກ່ອນທີ່ຈະຄລິກປຸ່ມ ດາວໂຫຼດ ເພື່ອວ່າເຈົ້າຈະໄດ້ກະກຽມຂັ້ນຕອນໃດນຶ່ງທີ່ເຈົ້າອາດຈະຕ້ອງປະຕິບັດຕາມ.

7.

ດາວໂຫຼດຫຼາຍສ່ວນ
ຖ້າເຈົ້າເຫັນຕາຕະລາງທີ່ມີບັນຊີລາຍການໄຟລ໌ສຳລັບການດາວໂຫຼດຫຼາຍສ່ວນ, ການດາວໂຫຼດແມ່ນໃຫຍ່ພໍທີ່ມັນຈະຕ້ອງແຕກອອກເປັນໄຟລ໌ດາວໂຫຼດຫຼາຍອັນທີ່ຈະຕ້ອງແຍກດາວໂຫຼດ ຕ່າງຫາກ.

8.

ກ່ຳລັງມີການດາວໂຫຼດອັນໃດອີກ
ບາງຄັ້ງມັນສາມາດເປັນປະໂຫຍດທີ່ຈະເຫັນສິ່ງທີ່ຄົນອື່ນດາວໂຫຼດທີ່ອາດຈະກ່ຽວຂ້ອງກັບການດາວໂຫຼດປະຈຸບັນ. ດັ່ງນັ້ນ, ເຈົ້າສາມາດເຫັນສິ່ງທີ່ຄົນອື່ນໄດ້ດາວໂຫຼດເຊິ່ງເປັນຜູ້ທີ່ໄດ້ດາວໂຫຼດໄຟລ໌ຢູ່ໜ້າປະຈຸບັນ.

9.

ຂໍ້ມູນເພີ່ມເຕີມ
ພວເຮົາສະໜອງຂໍ້ມູນເພີ່ມເຕີມທີ່ຈະກ່ຽວຂ້ອງໂດຍກົງກັບການດາວໂຫຼດໃນປະຈຸບັນ ຫຼື ຕາມທີ່ຢູ່ໃນຕົວຢ່າງຂອງຂໍ້ມູນການອັບເດດເລື່ອງຄວາມປອດໄພ, ໝາຍຄວາມວ່າຈະຊ່ວຍເຮັດໃຫ້ລະບົບຂອງເຈົ້າແລ່ນໄດ້ຢ່າງປອດໄພ.

10.

ບັນດາອັນທີ່ກ່ຽວຂ້ອງ
ບັນດາຕົວການເຊື່ອມຕໍ່ເຫຼົ່ານີ້ເອົາເຈົ້າໄປສູ່ຂໍ້ມູນ, ກຸ່ມຂ່າວ, ການສະເໜີໃຫ້ພິເສດ, ແລະ ລາຍການອື່ນໆກ່ຽວກັບການດາວໂຫຼດທີ່ເຈົ້າໄດ້ເລືອກ.

ກ່ຽວກັບການດາວໂຫຼດຄວາມໄດ້ປຽບຂອງ Windows ຂອງແທ້

ເຈົ້າອາດຈະສັງເກດເຫັນວ່າການດາວໂຫຼດບາງອັນມີໄອຄອນຢູ່ຕໍ່ໜ້າຊື່ຂອງພວກມັນຢູ່ໃນສູນດາວໂຫຼດ. ການດາວໂຫຼດເຫຼົ່ານີ້ຍັງໄດ້ມີພາກທີ່ໄດ້ໝາຍໄວ້ກ່ຽວກັບການຮັບຮອງ Windows ທີ່ຖືກຕ້ອງທີ່ຢູ່ດ້ານລຸ່ມຂອງກ່ອງ “ຂໍ້ມູນດ່ວນ” ຢູ່ເທິງໜ້າລາຍລະອຽດການດາວໂຫຼດ. ການດາວໂຫຼດເຫຼົ່ານີ້ເປັນສ່ວນນຶ່ງຂອງ ໂປຣແກມ Windows ທີ່ໄດ້ປຽບທີ່ເປັນຂອງແທ້ເພື່ອແທ້ ເຊິ່ງໄດ້ສ້າງຂຶ້ນເພື່ອຮັບປະກັນໃຫ້ຜູ້ໃຊ້ Windows ໄດ້ຮັບຜົນປະໂຫຍດທັງໝົດຈາກການໃຊ້ຂອງແທ້, ໄດ້ຮັບ Windows ສະບັບທີ່ມີການລົງທະບຽນສົມບູນ. ເພື່ອເຂົ້າຫາການດາວໂຫຼດຄວາມໄດ້ປຽບຂອງ Windows ຂອງແທ້, ປະຕິບັດຕາມຂັ້ນຕອນທີ່ເໝາະສົມ:

ຖ້າເຈົ້າເຫັນປຸ່ມ ຫຼື ຕົວເຊື່ອມຕໍ່ດາວໂຫຼດ
ຄລິກປຸ່ມ ຫຼື ຕົວເຊື່ອມຕໍ່ເພື່ອດາວໂຫຼດໄຟລ໌.

ຖ້າເຈົ້າເຫັນປຸ່ມ ຫຼື ຕົວເຊື່ອມຕໍ່ໃຫ້ເຮັດຕໍ່ໄປ
ຄລິກປຸ່ມ ຫຼື ຕົວເຊື່ອມຕໍ່ ແລະ ປະຕິບັດຕາມຄຳແນະນຳທີ່ໄດ້ໃຫ້ໄວ້. ຫຼັງຈາກຂັ້ນຕອນການຢືນຢັນໃຫ້ຖືກຕ້ອງໄດ້ເຮັດສົມບູນແລ້ວ, ເຈົ້າຈະກັບຄືນມາສູ່ໜ້າລາຍລະອຽດການດາວໂຫຼດດ້ວຍປຸ່ມ ດາວໂຫຼດ ທີ່ໄດ້ສະແດງອອກມາ. ຖ້າ Windows ບໍ່ສາມາດດາວໂຫຼດໄດ້, ເຈົ້າຈະໄດ້ຮັບຄຳແນະນຳເພີ່ມເຕີມ.

ການຕິດຕັ້ງດາວໂຫຼດ

ກ່ອນທີ່ເຈົ້າຈະສາມາດໃຊ້ຊອບແວໃດນຶ່ງທີ່ເຈົ້າດາວໂຫຼດໄດ້, ເຈົ້າຕ້ອງຕິດຕັ້ງມັນ. ກ່ອນທີ່ເຈົ້າຈະສາມາດໃຊ້ຊອບແວໃດນຶ່ງທີ່ເຈົ້າດາວໂຫຼດໄດ້, ເຈົ້າຕ້ອງຕິດຕັ້ງມັນ. ຕົວຢ່າງ ຖ້າເຈົ້າດາວໂຫຼດຕົວອັບເດດເລື່ອງຄວາມປອດໄພ, ແຕ່ບໍ່ໄດ້ຕິດຕັ້ງມັນ, ການອັບເດດຈະບໍ່ເຮັດການປ້ອງກັນໃດໆກັບຄອມພິວເຕີຂອງເຈົ້າ.

1.

ເຊັບ ແລະ ຕິດຕັ້ງ
ປະຕິບັດຕາມຂັ້ນຕອນເຫຼົ່ານີ້ເພື່ອເຊັບ ແລະ ຕິດຕັ້ງການດາວໂຫຼດ:

1.

ຄລິກປຸ່ມ ດາວໂຫຼດ ຢູ່ໃນໜ້າລາຍລະອຽດຂອງການດາວໂຫຼດ.

2.

ກ່ກ່ອງວິນໂດຈະເປີດ. ຄລິກປຸ່ມເຊັບ .

3.

ເຈົ້າຈະຖືກເຕືອນໃຫ້ເລືອກບ່ອນທີ່ເຈົ້າຈະເຊັບດາວໂຫຼດໃສ່ໃນຄອມພິວເຕີຂອງເຈົ້າ. ເລືອກບ່ອນທີ່ເໝາະສົມ ແລະ ຄລິກປຸ່ມ ເຊັບ. ເລືອກບ່ອນທີ່ເໝາະສົມ ແລະ ຄລິກປຸ່ມ ເຊັບ .

4.

ເມື່ອສຳເລັດການດາວໂຫຼດໄຟລ໌, ເຈົ້າຈະເຫັນກ່ອງວິນໂດອັນທີ່ສອງ. ຖ້າເຈົ້າຕ້ອງການຕິດຕັ້ງໄຟລ໌ໃນທັນທີ, ຄລິກປຸ່ມ ເປີດ . ນີ້ເປັນການເລີ່ມການຕິດຕັ້ງ wizard

5.

ຖ້າເຈົ້າບໍ່ຕ້ອງການຕິດຕັ້ງໄຟລ໌ໃນທັນທີ, ຄລິກປຸ່ມ ປິດ . ເມື່ອເຈົ້າພ້ອມທີ່ຈະຕິດຕັ້ງໄຟລ໌ທີ່ໄດ້ດາວໂຫຼດ, ຄລິກໄຟລ໌ສອງເທື່ອເພື່ອເລີ່ມການຕິດຕັ້ງ wizard.

ໝາຍເຫດ ເມື່ອເຈົ້າເຊັບໄຟລ໌ທີ່ໄດ້ດາວໂຫຼດນັ້ນ, ຕ້ອງໜັ້ນໃຈວ່າເຈົ້າຈະຈື່ບ່ອນເກັບມ້ຽນໄຟລ໌ນັ້ນໄດ້ໃນທີຫຼັງເມື່ອເຈົ້າຕ້ອງການທີ່ຈະຕິດຕັ້ງໄຟລ໌ທີ່ໄດ້ດາວໂຫຼດ. ເຮົາແນະນຳໃຫ້ສ້າງໂຟລເດີພິເສດໄວ້ຢູ່ໃນໜ້າຈໍສຳລັບໄຟລ໌ທີ່ເຈົ້າເຊັບດາວໂຫຼດປົກກະຕິ.ປະຕິບັດຕາມຂັ້ນຕອນຕໍ່ໄປນີ້ເພື່ອສ້າງໂຟລເດີດາວໂຫຼດ:

1.

ຄລິກເມົ້າສ໌ເບື້ອງຂວາໃສ່ບ່ອນໜ້າຈໍຂອງເຈົ້າທີ່ບໍ່ໄດ້ໃຊ້.

2.

ຊີ້ໃສ່ ໃໝ່ ແລະ ຈາກນັ້ນຄລິກ ໂຟລເດີ.

3.

ສ່ຊື່ໂຟລເດີເຊັ່ນ “ຕົວດາວໂຫຼດຂອງຂ້ອຍ”

ກ່ຽວກັບການດາວໂຫຼດທົ່ວໂລກ

Microsoft ນຳສົ່ງຕົວດາວໂຫຼດໄປໃນຫຼາຍກວ່າ 30 ພາສາທົ່ວໂລກ. ຄຳແນະນຳໃນພາກນີ້ຈະຊ່ວຍໃຫ້ເຈົ້າຊອກເຫັນການດາວໂຫຼດໃນທົ່ວໂລກ.

ວິທີການຊອກຫາການດາວໂຫຼດທົ່ວໂລກ
ເຈົ້າມີສອງວິທີຕົ້ນຕໍເພື່ອຊອກຫາການດາວໂຫຼດທົ່ວໂລກ.

1.

ເຂົ້າໄປຢ້ຽມຊົມສູນການດາວໂຫຼດທົ່ວໂລກ

1.

ຄລິກ ດາວໂຫຼດທົ່ວໂລກ ຢູ່ໃນລາຍການດ້ານຊ້າຍມືຂອງສູນດາວໂຫຼດ.

2.

ຄລິກໄປທີ່ພາສາສະແດງຢູ່ໃນບັນຊີລາຍການ. ຄລິກໄປທີ່ພາສາສະແດງຢູ່ໃນບັນຊີລາຍການ. ເຈົ້າຈະເຂົ້າໄປຫາໂຮມເພຈຂອງສູນດາວໂຫຼດທົ່ວໂລກ, ບ່ອນທີ່ເຈົ້າສາມາດກວດຫາ ແລະ ຄົ້ນຫາການດາວໂຫຼດທີ່ມີຢູ່ໃນພາສາທີ່ໄດ້ເລືອກໄວ້.

ໝາຍເຫດ ໜ້າລາຍລະອຽດຂອງການດາວໂຫຼດຢູ່ໃນບ່ອນສູນດາວໂຫຼດທົ່ວໂລກແມ່ນໄດ້ສະແດງໄວ້ໃນພາສາທີ່ເໝາະສົມໃນບ່ອນທີ່ເປັນໄປໄດ້. ແນວໃດກໍ່ຕາມ, ລາຍລະອຽດສະເພາະທີ່ບໍ່ເປັນພາສາອັງກິດແມ່ນບໍ່ມີ, ລາຍລະອຽດເຫຼົ່ານັ້ນແມ່ນຈະສະແດງໃຫ້ເຫັນເປັນພາສາອັງກິດ. ຖ້າການດາວໂຫຼດຂອງຕົວມັນເອງບໍ່ມີເປັນພາສາສະເພາະ, ມັນຈະບໍ່ປະກົດຢູ່ໃນບ່ອນມີທົ່ວໂລກທີ່ເຈົ້າໄດ້ເລືອກ.

2.

ເລືອກການດາວໂຫຼດທົ່ວໂລກຈາກບ່ອນພາສາອັງກິດ

1.

ເບິ່ງໂດຍກົງໄປທີ່ກ່ອງ “ຂໍ້ມູນດ່ວນ” ລຸ່ມນີ້ ກ່ຽວກັບໜ້າລາຍລະອຽດການດາວໂຫຼດສຳລັບບັນຊີລາຍການທີ່ເລື່ອນລົງລຸ່ມທີ່ໄດ້ໝາຍວ່າ “ປ່ຽນພາສາ”.

2.

ເລືອກພາສາທີ່ເຈົ້າມັກ ແລະ ຈາກນັ້ນຄລິກປຸ່ມ ປ່ຽນ.

ໝາຍເຫດ ລາຍການເລື່ອນລົງ “ປ່ຽນພາສາ” ປະກົດຂຶ້ນພຽງແຕ່ເມື່ອມີສະບັບການດາວໂຫຼດທົ່ວໂລກເທົ່ານັ້ນ. ຖ້າບັນຊີລາຍການນີ້ບໍ່ປະກົດຂຶ້ນມາ, ການດາວໂຫຼດແມ່ນຍັງບໍ່ທັນມີເປັນພາສາອື່ນ ນອກຈາກພາສາອັງກິດເທົ່ານັ້ນ. ຖ້າເຈົ້າເຫັນບັນຊີລາຍການເລື່ອນລົງ, ແຕ່ບໍ່ເຫັນພາສາສະເພາະໃດນຶ່ງຢູ່ໃນບັນຊີລາຍການ ສະແດງວ່າຍັງບໍ່ທັນມີການດາວໂຫຼດເປັນພາສານັ້ນ.

ດຽວນີ້ມີສະບັບພາສາອັງກິດອັນນຶ່ງທີ່ເຂົ້າກັນໄດ້
ປະຈຸບັນນີ້ສູນດາວໂຫຼດປະສົມປະສານການດາວໂຫຼດເປັນພາສາອັງກິດທັງໝົດເຂົ້າສູ່ສູນດາວໂຫຼດ “ພາສາອັງກິດ”. ອີກບໍ່ດົນພວກເຮົາຈະສະເໜີໃຫ້ມີການດາວໂຫຼດແຍກຕ່າງຫາກສຳລັບພາສາອັງກິດ-ອະເມຣິກາ, ພາສາອັງກິດ-ອັງກິດ, ພາສາອັງກິດ-ອົສຕາຣີ, ພາສາອັງກິດ-ການາດາ

ການແກ້ໄຂບັນຫາເລື່ອງຂັ້ນຕອນການດາວໂຫຼດ

ເຈົ້າອາດຈະພົບບັນຫາທີ່ຢູ່ໃນສູນດາວໂຫຼດ. ພະຍາຍາມປະຕິບັດຕາມຄຳແນະນຳເຫຼົ່ານີ້ເພື່ອເຮັດວຽກກັບບັນຫາທີ່ພົບ.

ລົບບ່ອນທີ່ເກັບເຊື່ອງໄວ້
ຖ້າເຈົ້າບໍ່ສາມາດດາວໂຫຼດໄດ້ສຳເລັດ, ເຈົ້າອາດຈະຈຳເປັນຕ້ອງໄດ້ລົບບ່ອນທີ່ເກັບເຊື່ອງໄວ້ຢູ່ໃນ Microsoft ຕົວກວດຫາອິນເຕີເນັດ, ໂດຍທີ່ເຈົ້າສາມາດເຮັດໄດ້ໂດຍຂັ້ນຕອນດັ່ງຕໍ່ໄປນີ້:

1.

ຢູ່ເທິງລາຍການໃນຕົວກວດຫາອິນເຕີເນັດເຄື່ອງມື ຄລິກທາງເລືອກອິນເຕີເນັດ ແລະ ຈາກນັ້ນຄລິກແຖບ ທົ່ວໄປ .

2.

ຢູ່ໃນພາກໄຟລ໌ອິນເຕີເນັດຊົ່ວຄາວ ຄລິກປຸ່ມ ລົບໄຟລ໌ ແລະ ຈາກນັ້ນຄລິກ ຕົກລົງ ຖ້າເຈົ້າຢາກຈະລົບບ່ອນຊ່ອນໄຟລ໌ອິນເຕີເນັດຊົ່ວຄາວທັງໝົດ.

3.

ຢູ່ໃນພາກ ໄຟລ໌ອິນເຕີເນັດຊົ່ວຄາວ ຄລິກ ການຕັ້ງ. ໃນກ່ອງວິນໂດການຕັ້ງເລືອກ ທຸກໆຄັ້ງທີ່ເຂົ້າມາໃນໜ້ານີ້. ຈາກນັ້ນຕັ້ງຂະໜາດຂອງໂຟລເດີ ໄຟລ໌ອິນເຕີເນັດຊົ່ວຄາວ ໄປເປັນຂະໜາດທີ່ໃຫຍ່ກວ່າການດາວໂຫຼດທີ່ຕັ້ງໃຈໄວ້ຂອງເຈົ້າ. ຕໍ່ໄປຄລິກປຸ່ມ ເບິ່ງໄຟລ໌.

4.

ຢູ່ວິນໂດທີ່ເປີດ ໄຟລ໌ອິນເຕີເນັດຊົ່ວຄາວ ເປີດລາຍການ ແກ້ໄຂ ແລະ ຄລິກ ເລືອກທັງໝົດ. ກົດ ລົບ. ຖ້າເຈົ້າຖືກຖາມມາວ່າເຈົ້າຢາກຈະລົບຄຸກກີ່ທັງໝົດທີ່ເຈົ້າເລືອກໄວ້ນັ້ນບໍ, ຄລິກ ແມ່ນ. ຄລິກປຸ່ມ ຕົກລົງ ?ຈົນກວ່າເຈົ້າກັບຄືນໄປສູ່ແຖບ ທົ່ວໄປ.

5.

ຢູ່ໃນພາກ ປະຫວັດ ຂອງແຖບ ທົ່ວໄປ ຄລິກ ລົບປະຫວັດ ແລະ ຈາກນັ້ນຄລິກ ແມ່ນ. ຖ້າເຈົ້າຖືກຖາມມາວ່າເຈົ້າຢາກຈະລົບປະຫວັດຂອງເວັບໄຊທ໌ທີ່ເຈົ້າໄດ້ເຂົ້າໄປນັ້ນບໍ, ຄລິກ ຕົກລົງ.

ການຕັດການເຊື່ອມຕໍ່
ເຫດຜົນທີ່ເປັນໄປໄດ້ອີກອັນນຶ່ງສຳລັບລະບົບຂອງເຈົ້າທີ່ບໍ່ສາມາດເຮັດການດາວໂຫຼດໄດ້ສຳເລັດກໍ່ເນື່ອງຈາກວ່າຜູ້ໃຫ້ການບໍລິການອິນເຕີເນັດຂອງເຈົ້າ (ISP) ອາດຈະຕັດການເຊື່ອມຕໍ່ອິນເຕີເນັດຂອງເຈົ້າໂດຍອັດຕະໂນມັດ ຖ້າ ISP ກວດເຫັນວ່າຄອມພິວເຕີຂອງເຈົ້າໄດ້ເປີດປະໄວ້ໂດຍບໍ່ໃຊ້ຫຍັງເປັນເວລາຢ່າງນ້ອຍຫຼາຍນາທີ. ກະລຸນາຕິດຕໍ່ກັບ ISP ຂອງເຈົ້າເພື່ອປິດປຸ່ມຕັດການເຊື່ອມຕໍ່ຂອງເຈົ້າໂດຍອັດຕະໂນມັດເມື່ອເຮັດການດາວໂຫຼດໄຟລ໌. ກະລຸນາຕິດຕໍ່ກັບ ISP ຂອງເຈົ້າເພື່ອປິດປຸ່ມຕັດການເຊື່ອມຕໍ່ຂອງເຈົ້າໂດຍອັດຕະໂນມັດເມື່ອເຮັດການດາວໂຫຼດໄຟລ໌.

ກ່ຽວກັບຄຳແນະນຳການດາວໂຫຼດ

ພວກເຮົາແນະນຳເລື່ອງການເກັບທ້ອນການດາວໂຫຼດທີ່ເຈົ້າອາດຈະສົນໃຈດ້ວຍການອີງໃສ່ສິ່ງທີ່ເຈົ້າໄດ້ເຂົ້າໄປເບິ່ງໃນສູນດາວໂຫຼດ.

ຕົວຢ່າງ ຖ້າເຈົ້າໄດ້ເຂົ້າໄປເບິ່ງ:

ວິດີໂອ Xbox High-Definition

ຕົວສົ່ງຂໍ້ຄວາມ MSN 7.0 ສຳລັບ

MSN Screen Saver (Beta)

ຍຸກຂອງເທບນິຍາຍ: ຍັກໃຫຍ່ສະບັບທົດລອງການຂະຫຍາຍອອກໄປ

ພວກເຮົາອາດຈະແນະນຳ:

Xbox

ບໍລິການຕົວສົ່ງຂໍ້ຄວາມ MSN

ຊອບແວອິນເຕີເນັດ MSN Premium

ຍຸກຂອງເທບນິຍາຍ