This is the Trace Id: b218b3c4e210aaa0e61de795fe45093f
ຂ້າມໄປເນື້ອຫາຫຼັກ ແຜງໜ້າປັດຄວາມເປັນສ່ວນຕົວ ລາຍງານຄວາມເປັນສ່ວນຕົວ ການຕັ້ງຄ່າຄວາມເປັນສ່ວນຕົວ ຖະແຫຼງການຄວາມເປັນສ່ວນຕົວ

ຄຳ​ຖະ​ແຫຼງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ Microsoft

ອັບເດດລ່າສຸດ: ເດືອນກັນຍາ 2026

ມີຫຍັງແດ່ໃໝ່ບໍ?

ຄຸກກີ້

ເວັບໄຊ Microsoft ສ່ວນໃຫຍ່ໃຊ້ຄຸກກີ້, ເຊິ່ງເປັນໄຟລ໌ຂໍ້ຄວາມຂະໜາດນ້ອຍທີ່ຈັດເກັບໄວ້ຢູ່ອຸປະກອນຂອງທ່ານເພື່ອໃຫ້ເຊີບເວີນຳໃຊ້ໃນໂດເມນທີ່ຄຸກກີ້ສາມາດໂຫຼດໃນພາຍຫຼັງໄດ້. ພວກ​ເຮົາ​ໃຊ້​ຄຸກ​ກີ້​ເພື່ອ​ເກັບ​ຮັກການກຳນົດຄ່າ ແລະ ການ​ຕັ້ງ​ຄ່າ​ຂອງທ່ານ, ຊ່ວຍ​ເລື່ອງ​ການ​ລົງ​ຊື່​ເຂົ້າ​ໃຊ້; ໃຫ້​ໂຄສະນາ​ທີ່ຈັດໃຫ້ເປັນສ່ວນຕົວ ແລະ ​ວິ​ເຄາະ​ການດຳ​ເນີນ​ງານ​ຂອງ​ເວັບ​ໄຊທ໌. ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງຫົວຂໍ້ ຄຸກກີ້ ແລະ ເທັກໂນໂລຢີທີ່ຄ້າຍຄືກັນ ຂອງຄຳຖະແຫຼງຄວາມເປັນສ່ວນຕົວນີ້.

ກອບຄວາມເປັນສ່ວນຕົວຂອງຂໍ້ມູນຂອງ EU-U.S., UK Extension ແລະ Swiss-U.S.

Microsoft ປະຕິບັດຕາມກອບການຄຸ້ມຄອງຄວາມເປັນສ່ວນຕົວຂອງຂໍ້ມູນລະຫວ່າງສະຫະພາບເອີຣົບ ແລະ ສະຫະລັດອາເມລິກາ, ສ່ວນຂະຫຍາຍຂອງສະຫະລາຊະອານາຈັກສຳລັບສະຫະພາບເອີຣົບ ແລະ ສະຫະລັດອາເມລິກາ ແລະ ລະຫວ່າງສະວິດເຊີແລນ ແລະ ສະຫະລັດອາເມລິກາ. ເພື່ອຮຽນຮູ້ເພີ່ມເຕີມ, ໃຫ້ເບິ່ງຫົວຂໍ້ ການຈັດເກັບ ແລະ ການປະມວນຜົນຂໍ້ມູນສ່ວນຕົວ  ແລະ  ເຂົ້າເບິ່ງເວັບໄຊຂອບຂ່າຍຄວາມເປັນສ່ວນຕົວຂອງຂໍ້ມູນ ຂອງ ກະຊວງການຄ້າແຫ່ງສະຫະລັດອາເມຣິກາ.

ຕິດຕໍ່ພວກເຮົາ

ຖ້າທ່ານມີຂໍ້ກັງວົນໃຈ, ຄຳຮ້ອງຮຽນ ຫຼື ຄຳຖາມກ່ຽວກັບຄວາມເປັນສ່ວນຕົວສຳລັບທີມຄວາມເປັນສ່ວນຕົວຂອງ Microsoft ຫຼື ພະນັກງານປົກປ້ອງຂໍ້ມູນ, ກະລຸນາເຂົ້າເບິ່ງໜ້າ ການຊ່ວຍເຫຼືອ ແລະ ຄຳຂໍຄວາມເປັນສ່ວນຕົວ ຂອງພວກເຮົາ ແລະ ຄລິກເມນູ “ຕິດຕໍ່ທີມຄວາມເປັນສ່ວນຕົວຂອງ Microsoft ຫຼື ພະນັກງານປົກປ້ອງຂໍ້ມູນຂອງ Microsoft”. ຂໍ້ມູນເພີ່ມເຕີມກ່ຽວກັບການຕິດຕໍ່ Microsoft, ລວມເຖິງ Microsoft Ireland Operations Limited, ໃຫ້ເບິ່ງຂໍ້  ວິທີຕິດຕໍ່ພວກເຮົາ  ຂອງ​ຄຳຖະແຫຼງຄວາມເປັນສ່ວນຕົວນີ້.

ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ​ແມ່ນ​ສິ່ງສຳຄັນ​ຕໍ່ Microsoft. ຄຳຖະແຫຼງຄວາມເປັນສ່ວນຕົວນີ້ອະທິບາຍຂໍ້ມູນສ່ວນຕົວທີ່ພວກເຮົາປະມວນຜົນ, ວິທີທີ່ Microsoft ປະມວນຜົນຂໍ້ມູນ ແລະ ເພື່ອຈຸດປະສົງຫຍັງ.

Microsoft ນຳສະເໜີຜະລິດຕະພັນທີ່ຫຼາກຫຼາຍ ລວມທັງຜະລິດຕະພັນເຊີບເວີທີ່ໃຊ້ເພື່ອຊ່ວຍໃນການດຳເນີນງານຂອງອົງກອນທົ່ວໂລກ, ອຸປະກອນທີ່ລູກຄ້າໃຊ້ພາຍໃນບ້ານ, ຊອບແວທີ່ນັກຮຽນນຳໃຊ້ໃນໂຮງຮຽນ ແລະ ບໍລິການທີ່ນັກພັດທະນານຳໃຊ້ເພື່ອສ້າງ ແລະ ໂຮສຜະລິດຕະພັນໃໝ່. ການອ້າງອີງເຖິງຜະລິດຕະພັນຂອງ Microsoft ໃນຄຳຖະແຫຼງນີ້ລວມມີການບໍລິການ Microsoft, ເວັບໄຊທ໌, ແອັບ, ຊອບແວ, ເຊີບເວີ, ແລະອຸປະກອນຕ່າງໆ.

ກະລຸນາອ່ານລາຍ​ລະອຽດ​ສະ​ເພາະ​ຜະລິດຕະພັນໃນຄຳຖະແຫຼງຄວາມເປັນສ່ວນຕົວນີ້​​ ເຊິ່ງສະໜອງຂໍ້ມູນກ່ຽວຂ້ອງເພີ່ມເຕີມ​. ຄຳ​ຖະ​ແຫຼ​ງນີ້​ນຳ​ໃຊ້​ກັບ​ການພົວພັນ Microsoft ທີ່​ພົວພັນກັບເຈົ້າ ແລະ​ບັນ​ດາຜະລິດຕະພັນຂອງ Microsoft ລຸ່ມນີ້ກໍຄືຜະລິດຕະພັນ Microsoft ອື່ນໆທີ່ສະແດງໃນຄຳຖະແຫຼງນີ້.

ທ່ານສາມາດພົບລາຍລະອຽດກ່ຽວກັບຂໍ້ມູນສ່ວນບຸກຄົນທີ່ເກັບກຳຈາກເດັກ ໄດ້ໃນຫົວຂໍ້ ການເກັບກຳຂໍ້ມູນຈາກເດັກ. ຄົນໜຸ່ມອາດຊອກຫາປະໂຫຍດໄດ້ຈາກການເລີ່ມຕົ້ນດ້ວຍໜ້າ ຄວາມເປັນສ່ວນຕົວສຳລັບຄົນໜຸ່ມ.

ສຳລັບບຸກຄົນທີ່ຢູ່ໃນສະຫະລັດອາເມລິກາ, ກະລຸນາອ້າງອີງເຖິງ ແຈ້ງການຄວາມເປັນສ່ວນຕົວຂອງຂໍ້ມູນຂັ້ນລັດຂອງສະຫະລັດ  (ລວມທັງແຈ້ງການກ່ຽວກັບລາຍລະອຽດການເກັບກຳ) ແລະ  ນະໂຍບາຍຄວາມເປັນສ່ວນຕົວຂອງຂໍ້ມູນສຸຂະພາບຂອງຜູ້ບໍລິໂພກ ຂອງພວກເຮົາ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສິດຂອງທ່ານ ແລະ ການປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານ.

ກະລຸນາເບິ່ງຫົວຂໍ້ ຜະລິດຕະພັນສຳລັບວິສາຫະກິດ ແລະ ນັກພັດທະນາ ໃນຖະແຫຼງການຄວາມເປັນສ່ວນຕົວນີ້ ສຳລັບຂໍ້ມູນເພີ່ມເຕີມ ກ່ຽວກັບວິທີທີ່ພວກເຮົາປະມວນຜົນຂໍ້ມູນຈາກອົງການຈັດຕັ້ງທີ່ນຳໃຊ້ຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ ເຊັ່ນ: ທຸລະກິດ ແລະ ໂຮງຮຽນ. ຖ້າທ່ານນຳໃຊ້ຜະລິດຕະພັນຂອງ Microsoft ຫຼື ບັນຊີ Microsoft ທີ່ອົງກອນຂອງທ່ານຈັດຫາໃຫ້, ກະລຸນາເບິ່ງຫົວຂໍ້ ຜະລິດຕະພັນທີ່ສະໜອງໃຫ້ໂດຍອົງການຈັດຕັ້ງຂອງທ່ານ ແລະ ບັນຊີ Microsoft ສຳລັບຂໍ້ມູນເພີ່ມເຕີມ.

ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ເກັບ​ເອົາ

Microsoft ເກັບກຳຂໍ້ມູນຈາກຜູ້ໃຊ້, ຜ່ານການໂຕ້ຕອບຂອງທ່ານກັບພວກເຮົາ ແລະ ການທີ່ທ່ານນໍາໃຊ້ຜະລິດຕະພັນຂອງພວກເຮົາ. ທ່ານຈະສະໜອງຂໍ້ມູນບາງສ່ວນໃຫ້ໂດຍກົງ ແລະ ພວກເຮົາຈະໄດ້ຂໍ້ມູນອື່ນໆໂດຍການເກັບກຳຂໍ້ມູນກ່ຽວກັບການໂຕ້ຕອບ, ການນຳໃຊ້ ແລະ ປະສົບການຂອງທ່ານກັບຜະລິດຕະພັນຂອງພວກເຮົາ. ຂໍ້ມູນທີ່ພວກເຮົາເກັບກຳແມ່ນອີງຕາມບໍລິບົດຂອງການພົວພັນຂອງເຈົ້າກັບ Microsoft ແລະຕົວເລືອກທີ່ເຈົ້າໄດ້ເລືືອກ, ລວມທັງການຕັ້ງຄ່າຄວາມເປັນສ່ວນຕົວ ແລະຜະລິດຕະພັນ ແລະຄຸນສົມບັດເຈົ້າໃຊ້. ນອກຈາກນັ້ນ, ພວກເຮົາຍັງໄດ້ຮັບຂໍ້ມູນກ່ຽວກັບຜູ້ໃຊ້ຈາກບໍລິສັດໃນເຄືອ, ບໍລິສັດສາຂາ ແລະ ພາກສ່ວນທີສາມຂອງ Microsoft.

ທ່ານມີຕົວເລືອກ ເມື່ອເວົ້າເຖິງຂໍ້ມູນທີ່ທ່ານແບ່ງປັນ. ເມື່ອ​ພວກເຮົາ​ຮ້ອງ​ຂໍ​ເຈົ້າ​ສະໜອງ​ຂໍ້​ມູນ​ສ່ວນ​ຕົວ, ເຈົ້າ​ສາມາດຈະ​ປະຕິ​ເສດ​ກໍ່​ໄດ້. ທ່ານຍັງສາມາດໃຊ້ການຄວບຄຸມພາຍໃນຜະລິດຕະພັນ ເຊັ່ນ: ໃນບຣາວເຊີ ຫຼື ລະບົບປະຕິບັດການ ເພື່ອຈຳກັດ ຫຼື ປ້ອງກັນການເກັບກຳຂໍ້ມູນບາງປະເພດ. ຫຼາຍໆຜະລິດຕະພັນຂອງພວກເຮົາຮຽກຮ້ອງບາງຂໍ້ມູນສ່ວນຕົວໃນການໃຫ້ການບໍລິການແກ່ເຈົ້າ. ຖ້າທ່ານເລືອກບໍ່ສະໜອງ ຫຼື ບໍ່ອະນຸຍາດໃຫ້ເກັບກຳຂໍ້ມູນທີ່ຈຳເປັນ, ທ່ານຈະບໍ່ສາມາດໃຊ້ຜະລິດຕະພັນ ຫຼື ຄຸນສົມບັດທີ່ກ່ຽວຂ້ອງໄດ້. ເຊັ່ນດຽວກັນ, ໃນກໍລະນີທີ່ພວກເຮົາຈຳເປັນຕ້ອງເກັບກຳຂໍ້ມູນສ່ວນບຸກຄົນຕາມທີ່ກົດໝາຍກຳນົດ ຫຼື ເພື່ອເຂົ້າເຮັດສັນຍາ ຫຼື ດຳເນີນການຕາມສັນຍາກັບທ່ານ ແລະ ທ່ານບໍ່ໄດ້ໃຫ້ຂໍ້ມູນດັ່ງກ່າວ, ພວກເຮົາຈະບໍ່ສາມາດເຂົ້າເຮັດສັນຍາ ຫຼື ດຳເນີນການຕາມສັນຍານັ້ນໄດ້. ໃນກໍລະນີທີ່ການໃຫ້ຂໍ້ມູນເປັນທາງເລືອກ ແລະ ທ່ານເລືອກບໍ່ແບ່ງປັນມັນ, ຄຸນສົມບັດຕ່າງໆ ເຊັ່ນ: ການເຮັດໃຫ້ເປັນສ່ວນຕົວທີ່ນໍາໃຊ້ຂໍ້ມູນດັ່ງກ່າວ ຈະໃຊ້ບໍ່ໄດ້ສຳລັບທ່ານ.

ພວກ​ເຮົາ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ແນວ​ໃດ

Microsoft ໃຊ້ຂໍ້ມູນທີ່ພວກເຮົາເກັບເອົາໃນການສະໜອງປະສົບການທີ່ສົມບູນ ແລະມີລັກສະນະທີ່ໂຕ້ຕອບແກ່ເຈົ້າ. ໂດຍສະເພາະແລ້ວ ພວກເຮົາໃຊ້ຂໍ້ມູນເພື່ອ:

  • ສະໜອງຜະລິດຕະພັນຂອງພວກເຮົາ ເຊິ່ງລວມທັງການອັບເດດ, ການປົກປ້ອງຄວາມປອດໄພ, ການແກ້ໄຂບັນຫາ, ການໃຫ້ການຊ່ວຍເຫຼືອ ແລະ ການແນະນຳ.
  • ປັບປຸງແລະພັດທະນາຜະລິດຕະພັນຂອງພວກເຮົາ. ໂດຍເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງພວກເຮົາ ໃນການປັບປຸງ ແລະ ພັດທະນາຜະລິດຕະພັນຂອງພວກເຮົາ, ພວກເຮົາອາດໃຊ້ຂໍ້ມູນຂອງທ່ານ ເພື່ອພັດທະນາ ແລະ ຝຶກຝົນແບບຈຳລອງ AI ຂອງພວກເຮົາ. ຮຽນຮູ້ເພີ່ມເຕີມ ທີ່ນີ້.
  • ສະແດງໂຄສະນາ ແລະ ການຕະຫຼາດໃຫ້ກັບທ່ານ ເຊິ່ງລວມທັງການສົ່ງຂໍ້ຄວາມໂຄສະນາ, ການໂຄສະນາສະເພາະບຸກຄົນ ແລະ ການນຳສະເໜີຂໍ້ສະເໜີທີ່ເໝາະສົມ.

ພວກເຮົາຍັງໃຊ້ຂໍ້ມູນເພື່ອດໍາເນີນທຸລະກິດຂອງພວກເຮົາ ເຊິ່ງລວມເຖິງການວິເຄາະປະສິດທິພາບຂອງພວກເຮົາ, ການບັນລຸພັນທະທາງກົດໝາຍຂອງພວກເຮົາ, ພັດທະນາແຮງງານຂອງເຮົາ ແລະດຳເນີນການຄົ້ນຄວ້າວິໄຈ.

ເຫດຜົນທີ່ພວກເຮົາ ເປີດເຜີຍຂໍ້ມູນສ່ວນຕົວ

Microsoft  ຈະເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານ ເມື່ອໄດ້ຮັບຄວາມຍິນຍອມຈາກທ່ານ, ເມື່ອຈຳເປັນເພື່ອດຳເນີນທຸລະກຳໃດໆໃຫ້ສຳເລັດ ຫຼື ເພື່ອສະໜອງຜະລິດຕະພັນ ຫຼື ບໍລິການໃດໆ ທີ່ທ່ານໄດ້ຮ້ອງຂໍ ຫຼື ອະນຸຍາດໄວ້ ຫຼື ເມື່ອຈຳເປັນເພື່ອດຳເນີນຈຸດປະສົງອື່ນໆ ທີ່ໄດ້ອະທິບາຍໄວ້ໃນຫົວຂໍ້ ວິທີການທີ່ພວກເຮົານໍາໃຊ້ຂໍ້ມູນສ່ວນຕົວ. ພວກເຮົາຍັງອາດເປີດເຜີຍຂໍ້ມູນສ່ວນບຸກຄົນ ເມື່ອກົດໝາຍກຳນົດ ຫຼື ເພື່ອຕອບສະໜອງຕໍ່ຂະບວນການທາງກົດໝາຍ ແລະ ເພື່ອປົກປ້ອງລູກຄ້າ, ຄວາມປອດໄພ, ຄວາມໝັ້ນຄົງ ລວມທັງສິດ ແລະ ຊັບສິນຂອງ Microsoft ແລະ ລູກຄ້າຂອງ Microsoft. ພວກເຮົາສົ່ງມອບຂໍ້ມູນໃຫ້ບໍລິສັດລູກຫຼືສາຂາທີ່ Microsoft ຄວບຄຸມ ແລະ ໃຫ້ຜູ້ຂາຍຫຼື ຜູ້ໃຫ້ບໍລິການທີ່ເຮັດວຽກແທນພວກເຮົາ.

ວິທີເຂົ້າເຖິງ ແລະ ຄວບຄຸມຂໍ້ມູນສ່ວນຕົວຂອງເຈົ້າ

ທ່ານສາມາດເລືອກໄດ້ກ່ຽວກັບການເກັບກຳ ແລະ ການນຳໃຊ້ຂໍ້ມູນຂອງທ່ານໂດຍ Microsoft. ທ່ານສາມາດຄວບຄຸມຂໍ້ມູນສ່ວນບຸກຄົນຂອງທ່ານທີ່ Microsoft ໄດ້ເກັບຮວບຮວມໄວ້ ແລະ ໃຊ້ສິດຄຸ້ມຄອງຂໍ້ມູນຂອງທ່ານ ໂດຍການຕິດຕໍ່ Microsoft ຫຼື ນຳໃຊ້ເຄື່ອງມືຕ່າງໆ ທີ່ພວກເຮົາຈັດໃຫ້ ເຊັ່ນ: ແຜງໜ້າປັດຄວາມເປັນສ່ວນຕົວຂອງ Microsoft.

ບໍ່ແມ່ນຂໍ້ມູນສ່ວນບຸກຄົນທັງໝົດທີ່ Microsoft ປະມວນຜົນຈະສາມາດເຂົ້າເຖິງ ຫຼື ຄວບຄຸມໄດ້ຜ່ານເຄື່ອງມືທີ່ອະທິບາຍໃນສ່ວນນີ້. ຖ້າທ່ານຕ້ອງການໃຊ້ສິດດ້ານການຄຸ້ມຄອງຂໍ້ມູນຂອງທ່ານສຳລັບຂໍ້ມູນສ່ວນບຸກຄົນທີ່ Microsoft ປະມວນຜົນ ແຕ່ບໍ່ສາມາດເຂົ້າເຖິງ ຫຼື ຈັດການໄດ້ຜ່ານເຄື່ອງມື ທີ່ພວກເຮົາຈັດໃຫ້ ຫຼື ຜ່ານຜະລິດຕະພັນ Microsoft ທີ່ທ່ານໃຊ້ໂດຍກົງ, ທ່ານສາມາດຕິດຕໍ່ Microsoft ໄດ້ຕະຫຼອດເວລາ  ຕາມທີ່ອະທິບາຍໄວ້ໃນພາກ  ວິທີການຕິດຕໍ່ຫາພວກເຮົາ  ຫຼື ໂດຍເຂົ້າໄປຢ້ຽມຊົມໜ້າ ການຊ່ວຍເຫຼືອ ແລະ ຄຳຮ້ອງຂໍຄວາມເປັນສ່ວນຕົວ ຂອງພວກເຮົາ.

ພວກເຮົາໃຫ້ການວັດແທກລວມກ່ຽວກັບຄຳຂໍຂອງຜູ້ໃຊ້ເພື່ອໃຊ້ສິດການປົກປ້ອງຂໍ້ມູນຂອງພວກເຂົາຜ່ານ  ລາຍງານຄວາມເປັນສ່ວນຕົວຂອງ Microsoft.

ຄຸກ​ກີ້ ແລະ ​ບັນດາເທັກໂນ​ໂລ​ຊີ​ຄ້າຍຄື​ກັນ

ພວກເຮົານຳໃຊ້ຄຸກກີ້ ແລະ ເທັກໂນໂລຢີທີ່ຄ້າຍຄືກັນ ເຊັ່ນ: ເວັບບີຄອນ ແລະ ພິກເຊວ ເພື່ອຈັດເກັບ ແລະ ຮັກສາການຕັ້ງຄ່າ ແລະ ຄວາມມັກຂອງທ່ານ, ຊ່ວຍໃຫ້ທ່ານລົງຊື່ເຂົ້າໃຊ້, ສະໜອງໂຄສະນາ ແບບປັບໃຫ້ເໝາະກັບບຸກຄົນ , ຕໍ່ຕ້ານການສໍ້ໂກງ, ວິເຄາະຜົນການເຮັດວຽກຂອງຜະລິດຕະພັນຂອງພວກເຮົາ ແລະ ເພື່ອບັນລຸຈຸດປະສົງອັນຊອບດ້ວຍກົດໝາຍອື່ນໆ.

ເວັບໄຊທ໌ຂອງພວກເຮົາອາດຮວມເຖິງເວັບບີຄອນ, ຄຸກກີ້ ຫຼື ເທັກໂນໂລຊີທີ່ຄ້າຍຄືກັນຈາກບໍລິສັດໃນເຄືອ ແລະ ຮຸ້ນສ່ວນຂອງ Microsoft ຕະຫຼອດຈົນເຖິງພາກສ່ວນທີສາມ, ເຊັ່ນ: ຜູ້ໃຫ້ບໍລິການທີ່ດຳເນີນການໃນນາມຂອງພວກເຮົາ.

ຄຸກກີ້ຂອງບຸກຄົນທີສາມອາດຖືກນຳໃຊ້ເພື່ອຈຸດປະສົງທີ່ຈຳເປັນໃນການໃຫ້ບໍລິການເວັບໄຊ ຫຼື ບໍລິການ, ເພື່ອສະແດງໂຄສະນາ ແລະ ເນື້ອຫາທີ່ອີງໃສ່ໂປຣໄຟລ໌ ແລະ ກິດຈະກຳຂອງທ່ານໃນສື່ສັງຄົມ ແລະ ບົນເວັບໄຊຂອງພວກເຮົາ, ເພື່ອຊ່ວຍໃຫ້ເຂົ້າໃຈດີຂຶ້ນວ່າທ່ານ ແລະ ຜູ້ໃຊ້ອື່ນໆ ໃຊ້ເວັບໄຊຂອງພວກເຮົາແນວໃດ ເພື່ອທີ່ພວກເຮົາຈະສາມາດປັບປຸງມັນໃຫ້ດີຂຶ້ນ ແລະ ເພື່ອໃຫ້ບຸກຄົນທີສາມສາມາດປັບປຸງຜະລິດຕະພັນ ແລະ ບໍລິການຂອງຕົນໄດ້, ລວມທັງເພື່ອສະແດງໂຄສະນາທີ່ກ່ຽວຂ້ອງ ແລະ ເໝາະສົມກັບທ່ານ.

ທ່ານສາມາດຄວບຄຸມຂໍ້ມູນທີ່ເກັບກຳໂດຍຄຸກກີ້, ເວັບບີຄອນ ແລະ ເຕັກໂນໂລຊີທີ່ຄ້າຍຄືກັນ. ຕົວຢ່າງ: ທ່ານສາມາດໃຊ້ການຄວບຄຸມໃນບຣາວເຊີອິນເຕີເນັດຂອງທ່ານ ເພື່ອຈຳກັດວ່າເວັບໄຊທີ່ທ່ານເຂົ້າເບິ່ງຈະສາມາດນຳໃຊ້ຄຸກກີ້ແນວໃດ ຫຼື ເພື່ອລຶບ ຫຼື ບລັອກຄຸກກີ້ໄດ້. ໃນກໍລະນີທີ່ກົດໝາຍກຳນົດ, ພວກເຮົາຈະຂໍຄວາມຍິນຍອມຈາກທ່ານກ່ອນການວາງ ຫຼື ການນຳໃຊ້ຄຸກກີ້ທາງເລືອກ ທີ່ບໍ່ແມ່ນ (i) ຈຳເປັນຢ່າງເຄັ່ງຄັດສຳລັບການໃຫ້ບໍລິການເວັບໄຊ ຫຼື ບໍລິການນັ້ນ; ຫຼື (ii) ມີຈຸດປະສົງເພື່ອອຳນວຍຄວາມສະດວກໃນການສື່ສານ. ໃນກໍລະນີທີ່ຈຳເປັນຕ້ອງມີຄວາມຍິນຍອມ, ທ່ານສາມາດຖອນຄວາມຍິນຍອມສຳລັບຄຸກກີ້ທາງເລືອກ ໂດຍການກົດ “ຈັດການຄຸກກີ້” ຢູ່ທ້າຍໜ້າຂອງເວັບໄຊ.

ບັນຊີ Microsoft

ບັນຊີ Microsoft ອະນຸຍາດໃຫ້ທ່ານລົງຊື່ເຂົ້າໃຊ້ຜະລິດຕະພັນ Microsoft ແລະ ຜະລິດຕະພັນຄູ່ຮ່ວມງານບາງຢ່າງຂອງ Microsoft. ຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງກັບບັນຊີ Microsoft ຂອງທ່ານ ລວມມີ ຂໍ້ມູນປະຈຳຕົວ, ຂໍ້ມູນການຕິດຕໍ່ ແລະ ການຊຳລະເງິນ, ຂໍ້ມູນອຸປະກອນ ແລະ ການນຳໃຊ້ ແລະ ຂໍ້ມູນກິດຈະກຳທີ່ກ່ຽວຂ້ອງ. ການລົງຊື່ເຂົ້າໃຊ້ບັນຊີ Microsoft ຂອງທ່ານ ຊ່ວຍໃຫ້ສາມາດປັບແຕ່ງໃຫ້ເຈາະຈົງບຸກຄົນ ແລະ ມອບປະສົບການທີ່ສອດຄ່ອງກັນລະຫວ່າງຜະລິດຕະພັນ ແລະ ອຸປະກອນຕ່າງໆ,  ພ້ອມທັງເຮັດໃຫ້ສາມາດນຳໃຊ້ບໍລິການຈັດເກັບຂໍ້ມູນເທິງຄລາວ, ຊຳລະເງິນຜ່ານວິທີການຊຳລະເງິນທີ່ບັນທຶກໄວ້ ແລະ ຄຸນສົມບັດອື່ນໆ.

ຖ້າທ່ານລົງຊື່ເຂົ້າໃຊ້ບໍລິການທີ່ສະໜອງໂດຍພາກສ່ວນທີສາມ ໂດຍໃຊ້ບັນຊີ Microsoft ຂອງທ່ານ,  Microsoft ຈະແບ່ງປັນຂໍ້ມູນບັນຊີບາງສ່ວນໃຫ້ແກ່ບຸກຄົນທີສາມນັ້ນ ຕາມທີ່ກຳນົດໄວ້ໃນນະໂຍບາຍຄວາມເປັນສ່ວນຕົວຂອງບຸກຄົນທີສາມນັ້ນ.

ການ​ເກັບ​ເອົາ​ຂໍ້​ມູນ​ຈາກ​ເດັກນ້ອຍ

Microsoft ນຳສະເໜີຜະລິດຕະພັນ ແລະ ບໍລິການຫຼາຍປະເພດທີ່ເດັກນ້ອຍ ແລະ ໄວລຸ້ນສາມາດນຳໃຊ້ໄດ້, ແຕ່ຜູ້ໃຊ້ທີ່ເປັນເດັກ ຫຼື ໄວລຸ້ນ ຈະບໍ່ສາມາດເຂົ້າເຖິງຄຸນສົມບັດ ແລະ ບໍລິການທັງໝົດໄດ້ສະເໝີໄປ ເຊັ່ນດຽວກັບຜູ້ໃຊ້ຜູ້ໃຫຍ່. ຄຸນສົມບັດບາງຢ່າງເຫຼົ່ານີ້ຈະປິດໄວ້ໂດຍຄ່າເລີ່ມຕົ້ນ ຫຼື ບໍ່ມີໃຫ້ແກ່ຜູ້ໃຊ້ໜຸ່ມນ້ອຍ. ເມື່ອເດັກອາຍຸຕໍ່າກວ່າ 13 ປີ—ຫຼື ອາຍຸທີ່ສູງກວ່ານັ້ນຖ້າກົດໝາຍໃນພື້ນທີ່ຂອງຕົນກຳນົດ—ເດັກຈະຕ້ອງໄດ້ຮັບຄວາມຍິນຍອມຈາກພໍ່ແມ່ ຫຼື ຜູ້ປົກຄອງ ເພື່ອສ້າງບັນຊີ Microsoft. ພໍ່ແມ່ສາມາດປ່ຽນ ຫຼື ຍົກເລີກການຍິນຍອມໄດ້ຕະຫຼອດເວລາ.

Microsoft ສະໜອງເຄື່ອງມື Family Safety ທີ່ຊ່ວຍໃຫ້ພໍ່ແມ່ສາມາດເຊື່ອມຕໍ່ບັນຊີຂອງລູກກັບກຸ່ມຄອບຄົວໄດ້. ບັນຊີ Microsoft ທີ່ສ້າງໂດຍໃຊ້ການຍິນຍອມຂອງພໍ່ແມ່ ແມ່ນຈະຖືກເພີ່ມເຂົ້າໃນກຸ່ມຄອບຄຸມຂອງພໍ່ແມ່ໂດຍອັດຕະໂນມັດ. ໃນຖານະຜູ້ຈັດກຸ່ມຄອບຄົວ Microsoft, ພໍ່ແມ່ ຫຼື ຜູ້ປົກຄອງສາມາດຈັດການຂໍ້ມູນ ແລະ ການຕັ້ງຄ່າຂອງລູກຕົນໄດ້ໃນໜ້າ  ຄວາມປອດໄພຂອງຄອບຄົວ ຂອງພວກເຂົາ ແລະ ເບິ່ງ ແລະ ລຶບຂໍ້ມູນຂອງເດັກໃນ  ແຜງໜ້າປັດຄວາມເປັນສ່ວນຕົວຂອງເຂົາເຈົ້າ. ພໍ່ແມ່ຂອງຜູ້ໃຊ້ XBOX ມີການຄວບຄຸມເພີ່ມເຕີມ ຜ່ານແອັບ XBOX Family Settings.

ການຈັດເກັບ ແລະ ການປະມວນຜົນຂໍ້ມູນສ່ວນຕົວ

Microsoft ອາດຈັດເກັບ ແລະ ປະມວນຜົນຂໍ້ມູນສ່ວນບຸກຄົນຂອງທ່ານໃນພາກພື້ນຂອງທ່ານ, ສະຫະລັດອາເມລິກາ ແລະ ເຂດອຳນາດການປົກຄອງອື່ນໆ ທີ່ Microsoft ຫຼື ບໍລິສັດໃນເຄືອ, ບໍລິສັດຍ່ອຍ ຫຼື ຜູ້ໃຫ້ບໍລິການຂອງ Microsoft ດຳເນີນງານສະຖານທີ່ອຳນວຍຄວາມສະດວກ. ເມື່ອພວກເຮົາໂອນຂໍ້ມູນສ່ວນບຸກຄົນໄປຕ່າງປະເທດ, ພວກເຮົາຈະນຳໃຊ້ມາດຕະການຄຸ້ມຄອງທາງກົດໝາຍທີ່ເໝາະສົມ ເພື່ອຊ່ວຍປົກປ້ອງສິດຂອງທ່ານ ແລະ ເຮັດໃຫ້ແນ່ໃຈວ່າຂໍ້ມູນຂອງທ່ານຍັງຄົງໄດ້ຮັບການປົກປ້ອງ.

ການ​ໂຄສະນາ

ການໂຄສະນາຊ່ວຍໃຫ້ພວກເຮົາສະໜອງ, ຊ່ວຍເຫຼືອ ແລະ ປັບປຸງຜະລິດຕະພັນບາງຢ່າງຂອງພວກເຮົາ. ໂຄສະນາອາດຖືກສະແດງຕາມການໂຕ້ຕອບຂອງທ່ານກັບພວກເຮົາໃນຂະນະນັ້ນ ແລະ ອາດຖືກປັບແຕ່ງໃຫ້ເຈາະຈົງສ່ວນບຸກຄົນໂດຍໃຊ້ຂໍ້ມູນກ່ຽວກັບທ່ານທີ່ເກັບມາໃນໄລຍະເວລາ. ທ່ານສາມາດເລືອກບໍ່ຮັບໂຄສະນາເຈາະຈົງບຸກຄົນໄດ້ຜ່ານໜ້າ ໂຄສະນາ ແລະ ຂໍ້ສະເໜີເຈາະຈົງບຸກຄົນ ຂອງພວກເຮົາ ແລະ ຍັງສາມາດເລືອກບໍ່ແບ່ງປັນຂໍ້ມູນກັບບຸກຄົນທີສາມເພື່ອຈຸດປະສົງຂອງໂຄສະນາແບບປັບໃຫ້ເໝາະສ່ວນບຸກຄົນ ໂດຍເຂົ້າໄປທີ່ໜ້າ ການຕັ້ງຄ່າໂຄສະນາຂອງພາກສ່ວນທີສາມ. Microsoft ໄດ້ຮັບ ແລະ ຕອບກັບສັນຍານການເລືອກບໍ່ຮັບບຣາວເຊີ ການຄວບຄຸມຄວາມເປັນສ່ວນຕົວສາກົນ (GPC).

ຂໍ້ມູນຄວາມເປັນສ່ວນຕົວທີ່ສຳຄັນອື່ນໆ

ຂ້າງລຸ່ມນີ້ທ່ານຈະພົບຂໍ້ມູນຄວາມເປັນສ່ວນຕົວເພີ່ມເຕີມ ເຊັ່ນ: ວິທີທີ່ພວກເຮົານຳໃຊ້ຂໍ້ມູນການວິນິໄສ, ວິທີ ແລະ ເວລາທີ່ພວກເຮົາອັບເດດຖະແຫຼງການຄວາມເປັນສ່ວນຕົວ ແລະ ວິທີຕິດຕໍ່ພວກເຮົາ. ເຈົ້າ​​ສາມາດ​ຊອກຫາຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ ​Microsoft ແລະຄວາມມຸ້ງໝັ້ນຂອງພວກເຮົາ​ໃນ​ການ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ເຈົ້າ​ທີ່ ຄວາມເປັນສ່ວນຕົວຂອງ Microsoft.

ປັນຍາປະດິດ ແລະ ຄວາມສາມາດຂອງ Copilot

Microsoft ນຳໃຊ້ປັນຍາປະດິດ (AI) ໃນຫຼາຍຜະລິດຕະພັນ ແລະ ບໍລິການຂອງພວກເຮົາ ລວມທັງການນຳເອົາຄຸນສົມບັດ AI ແບບສ້າງເນື້ອຫາ ເຂົ້າມາໃຊ້ງານ. Copilot ແມ່ນກຸ່ມຂອງບໍລິການ, ຜະລິດຕະພັນ ແລະ ວິທີແກ້ໄຂບັນຫາທີ່ນຳໃຊ້ເຕັກໂນໂລຊີ AI ແບບສ້າງເນື້ອຫາ ເພື່ອສ້າງຜົນຮັບ.

ການນຳໃຊ້ AI ຂອງພວກເຮົາ ຢູ່ພາຍໃຕ້ ຫຼັກການ AI ຂອງ Microsoft ແລະ ມາດຕະຖານ AI ທີ່ມີຄວາມຮັບຜິດຊອບ ຂອງ Microsoft. ນອກຈາກນັ້ນ ການເກັບກຳ ແລະ ນຳໃຊ້ຂໍ້ມູນສ່ວນຕົວໃນການພັດທະນາ ແລະ ນຳ AI ໄປໃຊ້ງານກໍ່ສອດຄ່ອງກັບຄຳມຸ່ງໝັ້ນ ແລະ ຄຳສັນຍາທີ່ພວກເຮົາໄດ້ລະບຸໄວ້ຕະຫຼອດຄຳຊີ້ແຈງຄວາມເປັນສ່ວນຕົວນີ້. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບເຄື່ອງມື, ວິທີປະຕິບັດ ແລະ ນະໂຍບາຍທີ່ Microsoft ໄດ້ສ້າງຂຶ້ນເພື່ອຍຶດຖືຫຼັກການ AI ທີ່ມີຄວາມຮັບຜິດຊອບໄດ້ ຢູ່ບ່ອນນີ້.

ຜະລິດຕະພັນສຳລັບວິສາຫະກິດ ແລະ ນັກພັດທະນາ ແລະ ຜະລິດຕະພັນທີ່ສະໜອງໃຫ້ໂດຍອົງການຈັດຕັ້ງຂອງທ່ານ

ຜະລິດຕະພັນສຳລັບວິສາຫະກິດແມ່ນບັນດາຜະລິດຕະພັນຂອງ Microsoft ແລະ ຊອບແວກ່ຽວຂ້ອງທີ່ສະເໜີໃຫ້ແລະອອກແບບມາສຳລັບການໃຊ້ໂດຍອົງການ ແລະ ຜູ້ພັດທະນາເປັນຫລັກ. ສິ່ງເຫຼົ່ານີ້ລວມມີ ບໍລິການອອນລາຍສຳລັບອົງກອນຂອງພວກເຮົາ; ບໍລິການອື່ນໆສຳລັບອົງກອນ ແລະ ນັກພັດທະນາທີ່ໃຫ້ບໍລິການຜ່ານຄລາວ; ຊອບແວອື່ນໆສຳລັບອົງກອນ ແລະ ນັກພັດທະນາ; ແອັບພລິເຄຊັນ ແລະ ຮາດແວທີ່ນຳໃຊ້ສຳລັບໂຄງສ້າງພື້ນຖານການຈັດເກັບຂໍ້ມູນ; ແລະ ບໍລິການວິຊາຊີບທີ່ມີໃຫ້ພ້ອມກັບບໍລິການອອນລາຍຂອງພວກເຮົາ.

ໃນກໍລະນີທີ່ມີຄວາມຂັດແຍ້ງລະຫວ່າງຖະແຫຼງການຄວາມເປັນສ່ວນຕົວຂອງພວກເຮົາ ແລະ ຂໍ້ກຳນົດໃນສັນຍາໃດໆ ລະຫວ່າງລູກຄ້າກັບ Microsoft ສຳລັບ ຜະລິດຕະພັນສຳລັບວິສາຫະກິດ ແລະ ນັກພັດທະນາ, ຂໍ້ກຳນົດໃນສັນຍາເຫຼົ່ານັ້ນຈະເປັນຂໍ້ກຳນົດທີ່ໃຊ້ບັງຄັບ.

ນອກຈາກນັ້ນ, ເຈົ້າຍັງສາມາດສຶກສາເພີ່ມເຕີມກ່ຽວກັບຄຸນສົມບັດ ຫຼື ຟີດເຈີ ແລະການຕັ້ງຄ່າ ຜະລິດຕະພັນຂອງຜູ້ພັດທະນາ ແລະວິສາຫະກິດ ລວມທັງຕົວເລືອກທີ່ກະທົບຕໍ່ຄວາມເປັນສ່ວນຕົວຂອງເຈົ້າ ຫລື ຄວາມເປັນສ່ວນຕົວຂອງຜູ້ໃຊ້ທົ່ວໄປ ໃນເອກະສານຂອງຜະລິດຕະພັນ.

ຜະລິດຕະພັນດ້ານການສື່ສານ ແລະປະ​ສິດ​ທິ​ພາບ​ວຽກ

ຜະລິດຕະພັນສຳລັບປະສິດທິພາບວຽກ ແລະ ການສື່ສານ ແມ່ນແອັບພລິເຄຊັນ, ຊອບແວ ແລະ ບໍລິການຕ່າງໆ ເຊັ່ນ: Microsoft 365, Microsoft Teams, OneDrive ແລະ ອື່ນໆ ທີ່ທ່ານສາມາດນຳໃຊ້ເພື່ອສ້າງ, ຈັດເກັບ ແລະ ແບ່ງປັນເອກະສານ ພ້ອມທັງສື່ສານກັບຜູ້ອື່ນ. ການບໍລິການເຫຼົ່ານີ້ຈະນຳໃຊ້ຂໍ້ມູນຂອງທ່ານຕາມຄຸນສົມບັດຂອງບໍລິການ ແລະ ຕາມວິທີທີ່ທ່ານນຳໃຊ້ມັນ. ຕົວຢ່າງ: ເມື່ອທ່ານນຳໃຊ້ Microsoft Teams, ພວກເຮົາຈະເກັບກຳທັງຂໍ້ມູນການນຳໃຊ້ ແລະ ຂໍ້ມູນກ່ຽວກັບການສື່ສານຂອງທ່ານ ລວມທັງເວລາ, ວັນທີ ແລະ ຜູ້ໃຊ້ທີ່ເຂົ້າຮ່ວມໃນການສື່ສານນັ້ນ. ກະລຸນາເບິ່ງຂ້າງລຸ່ມສຳລັບລາຍລະອຽດເພີ່ມເຕີມ ກ່ຽວກັບການບໍລິການເຫຼົ່ານີ້, ຄຸນສົມບັດຂອງພວກເຂົາ ແລະ ວິທີການທີ່ພວກເຂົານໍາໃຊ້ຂໍ້ມູນ.

ຊອກຫາ ແລະ ທ່ອງເບິ່ງ

ຊອກຫາ ແລະ ທ່ອງເບິ່ງຜະລິດຕະພັນຈະເຊື່ອມຕໍ່ທ່ານກັບຂ້ມູນ ແລະ ຄວາມເຂົ້າໃຈຢ່າງອັດສະລິຍະ, ປະມວນຜົນ ແລະ ດຳເນີນການກ່ຽວກັບການຮຽນຮູ້—ຂໍ້ມູນ ແລະ ການປັບຕົວເມື່ອເວລາຜ່ານໄປ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ຄວາມສາມາດຂອງປັນຍາປະດິດ ແລະ Microsoft Copilot ໃນຜະລິດຕະພັນດ້ານການຄົ້ນຫາ ແລະ ການທ່ອງເວັບຂອງ Microsoft, ກະລຸນາເບິ່ງຫົວຂໍ້ ຄວາມສາມາດຂອງປັນຍາປະດິດ ແລະ Microsoft Copilot ຂ້າງເທິງ.

Windows

Windows ແມ່ນສະພາບແວດລ້ອມຄອມພິວເຕີແບບປັບແຕ່ງສ່ວນບຸກຄົນ ທີ່ຊ່ວຍໃຫ້ທ່ານສາມາດເຂົ້າເຖິງບໍລິການ, ຄ່າການຕັ້ງຄ່າ ແລະ ເນື້ອຫາຂອງທ່ານໄດ້ຢ່າງລື່ນໄຫຼຂ້າມອຸປະກອນ. ເພື່ອສະໜອງປະສົບການຄອມພິວຕິງແບບຄລາວ ແລະ ເພື່ອຮັກສາຄວາມປອດໄພ ແລະ ອັບເດດຢູ່ສະເໝີ, ພວກເຮົາເກັບກຳຂໍ້ມູນກ່ຽວກັບທ່ານ, ອຸປະກອນຂອງທ່ານ ແລະ ວິທີການທີ່ທ່ານນຳໃຊ້ Windows. ນອກຈາກນັ້ນ, ພວກເຮົາຍັງໃຫ້ຄຸນສົມບັດທາງເລືອກແກ່ທ່ານ ເຊັ່ນ: ເຄັດລັບແບບເຈາະຈົງບຸກຄົນ, ໂຄສະນາ ແລະ ຄຳແນະນໍາ. Windows ໃຫ້ຕົວເລືອກແກ່ທ່ານກ່ຽວກັບຂໍ້ມູນສ່ວນຕົວທີ່ພວກເຮົາເກັບກຳ ແລະ ວິທີການທີ່ພວກເຮົານໍາໃຊ້ຂໍ້ມູນ.  ຖ້າອຸປະກອນຂອງທ່ານຖືກຄຸ້ມຄອງໂດຍອົງກອນ (ເຊັ່ນ: ນາຍຈ້າງ ຫຼື ສະຖາບັນການສຶກສາຂອງທ່ານ), ອົງກອນຂອງທ່ານອາດນຳໃຊ້ເຄື່ອງມືການຄຸ້ມຄອງແບບສູນກາງເພື່ອເຂົ້າເຖິງ ແລະ ປະມວນຜົນຂໍ້ມູນຂອງທ່ານ, ພ້ອມທັງຄວບຄຸມການຕັ້ງຄ່າຂອງອຸປະກອນ, ຕົວອຸປະກອນເອງ, ການອັບເດດຊອບແວ ແລະ ການເກັບກຳຂໍ້ມູນ.

ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຄຸນສົມບັດຂອງ Windows ແລະ ວິທີທີ່ Windows ນຳໃຊ້ຂໍ້ມູນ — ລວມທັງການຄວບຄຸມຄວາມເປັນສ່ວນຕົວ, Windows Search, ການຈົດຈໍາສຽງ, ບໍລິການຕຳແໜ່ງທີ່ຕັ້ງ, ການຊິງຄ໌ ແລະ ການສຳຮອງຂໍ້ມູນ, ຄວາມປອດໄພ, ແອັບຂອງ Windows, AI ແລະ ອື່ນໆ — ກະລຸນາເບິ່ງຫົວຂໍ້ ສຶກສາເພີ່ມເຕີມ ຢູ່ຂ້າງລຸ່ມ. ຖະແຫຼງການນີ້ກ່ຽວຂ້ອງກັບ Windows 10 ແລະ Windows 11; ສຳລັບ Windows ເວີຊັນເກົ່າກວ່ານັ້ນ ຈະຢູ່ພາຍໃຕ້ຖະແຫຼງການຄວາມເປັນສ່ວນຕົວຂອງຕົນເອງ.

ຄວາມບັນເທີງ ແລະ ບໍລິການທີ່ກ່ຽວຂ້ອງ

ການບໍລິການດ້ານຄວາມບັນເທີງ ແລະ ບໍລິການທີ່ກ່ຽວຂ້ອງ ເຊັ່ນ XBOX, Microsoft Store ແລະ MSN ຊ່ວຍໃຫ້ປະສົບການໃຊ້ງານມີຄວາມຫຼາກຫຼາຍ ແລະ ຊ່ວຍໃຫ້ທ່ານເຂົ້າເຖິງເນື້ອຫາ, ແອັບພລິເຄຊັນ ແລະ ເກມຫຼາຍຮູບແບບ. ພວກເຮົາເກັບກຳ ແລະ ນຳໃຊ້ຂໍ້ມູນຂອງທ່ານຕາມວິທີທີ່ທ່ານໃຊ້ບໍລິການເຫຼົ່ານີ້ ເພື່ອຊ່ວຍຍົກລະດັບປະສົບການການໃຊ້ງານຂອງທ່ານ—ຕົວຢ່າງ: ພວກເຮົາເກັບກຳຕົວລະບຸທີ່ເປັນເອກະລັກຂອງທ່ານ, ຂໍ້ມູນກ່ຽວກັບວິທີທີ່ທ່ານໂຕ້ຕອບກັບບໍລິການເຫຼົ່ານີ້, ບຸກຄົນທີ່ທ່ານສົນທະນາດ້ວຍ, ເນື້ອຫາທີ່ທ່ານອັບໂຫຼດ ແລະ ຜະລິດຕະພັນທີ່ທ່ານຄົ້ນຫາ ຫຼື ຊື້.  ເບິ່ງຂ້າງລຸ່ມສຳລັບລາຍລະອຽດເພີ່ມເຕີມກ່ຽວກັບການບໍລິການເຫຼົ່ານີ້, ຄຸນສົມບັດຂອງພວກມັນ ແລະ ວິທີການທີ່ພວກເຂົານໍາໃຊ້ຂໍ້ມູນ.

ໄອຄອນການເລືອກບໍ່ໃຊ້ຄວາມເປັນສ່ວນຕົວຂອງທ່ານ ຕົວເລືອກຄວາມເປັນສ່ວນຕົວຂອງທ່ານ
ຄວາມເປັນສ່ວນຕົວດ້ານສຸຂະພາບຂອງຜູ້ບໍລິໂພກ Contact Microsoft Privacy & Cookies Manage cookies Terms of Use Trademarks About our ads