ຄວາມເປັນສ່ວນຕົວຂອງທ່ານ
1. ຄວາມເປັນສ່ວນຕົວຂອງທ່ານ. ຄວາມເປັນສ່ວນຕົວຂອງທ່ານມີຄວາມສຳຄັນຕໍ່ພວກເຮົາ. ກະລຸນາອ່ານ ຄໍາຖະແຫຼງຄວາມເປັນສ່ວນຕົວຂອງ Microsoft (https://go.microsoft.com/fwlink/?LinkId=521839) ("ຄໍາຖະແຫຼງຄວາມເປັນສ່ວນຕົວ") ເພາະມັນອະທິບາຍເຖິງປະເພດຂອງຂໍ້ມູນທີ່ພວກເຮົາເກັບກຳຈາກທ່ານ ແລະ ອຸປະກອນຂອງທ່ານ ("ຂໍ້ມູນ"), ວິທີພວກເຮົາໃຊ້ຂໍ້ມູນຂອງທ່ານ, ແລະ ພື້ນຖານທາງດ້ານກົດໝາຍທີ່ພວກເຮົາມີເພື່ອປະມວນຜົນຂໍ້ມູນຂອງທ່ານ. ຄໍາຖະແຫຼງຄວາມເປັນສ່ວນຕົວ ຍັງອະທິບາຍວິທີທີ່ Microsoft ໃຊ້ເນື້ອຫາຂອງທ່ານ, ເຊິ່ງເປັນການສື່ສານຂອງທ່ານກັບຜູ້ອື່ນ; ປະກາດທີ່ສົ່ງໂດຍທ່ານໄປຫາ Microsoft ຜ່ານການບໍລິການ; ແລະ ໄຟລ໌, ຮູບພາບ, ເອກະສານ, ສຽງ, ວຽກງານດິຈິຕອນ, ການຖ່າຍທອດສົດ ແລະ ວິດີໂອທີ່ທ່ານອັບໂຫຼດ, ເກັບຮັກສາ, ອອກອາກາດ, ສ້າງ, ຫຼື ແບ່ງປັນຜ່ານການບໍລິການ, ຫຼື ການປ້ອນເຂົາທີ່ທ່ານສົ່ງເພື່ອສ້າງເນື້ອຫາ ("ເນື້ອຫາຂອງທ່ານ"). ບ່ອນທີ່ການປະມວນຜົນແມ່ນອີງໃສ່ການຍິນຍອມເຫັນດີ ແລະ ໃນຂອບເຂດທີ່ກົດໝາຍອະນຸຍາດ, ໂດຍການຕົກລົງເຫັນດີກັບເງື່ອນໄຂເຫຼົ່ານີ້, ທ່ານຍິນຍອມໃຫ້ Microsoft ເກັບກຳ, ໃຊ້ ແລະ ເປີດເຜີຍເນື້ອໃນ ແລະ ຂໍ້ມູນຂອງທ່ານຕາມທີ່ອະທິບາຍໄວ້ໃນ ຄຳຖະແຫຼງຄວາມເປັນສ່ວນຕົວ. ໃນບາງກໍລະນີ, ພວກເຮົາຈະໃຫ້ແຈ້ງການແຍກຕ່າງຫາກ ແລະ ຮ້ອງຂໍການຍິນຍອມເຫັນດີຂອງທ່ານ ຕາມທີ່ອ້າງອີງໃນ ຄຳຖະແຫຼງຄວາມເປັນສ່ວນຕົວ.
ເນື້ອໃນຂອງທ່ານ
2. ເນື້ອໃນຂອງທ່ານ. ການບໍລິການຂອງພວກເຮົາຫຼາຍອັນອະນຸຍາດໃຫ້ທ່ານສ້າງ, ເກັບຮັກສາ ຫຼື ແບ່ງປັນເນື້ອໃນຂອງທ່ານ ຫຼື ຮັບເອົາເນື້ອໃນຈາກຜູ້ອື່ນ. ພວກເຮົາບໍ່ຮຽກຮ້ອງເອົາຄວາມເປັນເຈົ້າຂອງເນື້ອໃນຂອງທ່ານ. ເນື້ອໃນຂອງທ່ານຍັງຄົງເປັນເນື້ອໃນຂອງທ່ານ ແລະ ທ່ານຮັບຜິດຊອບຕໍ່ມັນເອົາເອງ.
- ກ. ເມື່ອທ່ານແຊຣ໌ເນື້ອຫາຂອງທ່ານກັບຄົນອື່ນ, ທ່ານເຂົ້າໃຈວ່າພວກເຂົາສາມາດໃຊ້, ບັນທຶກ, ອັດບັນທຶກ, ສ້າງຄືນໃໝ່, ອອກອາກາດ, ສົ່ງຜ່ານ, ແບ່ງປັນ ແລະ ສະແດງຜົນເນື້ອຫາຂອງທ່ານໄປທົ່ວໂລກ ສຳລັບຈຸດປະສົງທີ່ວ່າ ທ່ານໄດ້ເຮັດໃຫ້ເນື້ອຫາຂອງທ່ານມີຢູ່ໃນ ການບໍລິການ, ປາສະຈາກການຊົດໃຊ້ທ່ານ. ຖ້າທ່ານບໍ່ຕ້ອງການໃຫ້ຜູ້ອື່ນມີຄວາມສາມາດນັ້ນ, ຢ່າໃຊ້ການບໍລິການເພື່ອແບ່ງປັນເນື້ອໃນຂອງທ່ານ. ທ່ານຢັ້ງຢືນ ແລະ ຮັບປະກັນວ່າ ສຳລັບໄລຍະເວລາຂອງຂໍ້ກຳນົດເຫຼົ່ານີ້ ທ່ານມີ (ແລະ ຈະມີ) ສິດທັງໝົດທີ່ຈຳເປັນສຳລັບເນື້ອໃນຂອງທ່ານທີ່ຖືກອັບໂຫຼດ, ເກັບຮັກສາ ຫຼື ແຊຣ໌ຢູ່ໃນ ຫຼື ຜ່ານການບໍລິການ ແລະ ດັ່ງນັ້ນ ການເກັບເອົາ, ການໃຊ້, ແລະ ການຮັກສາເນື້ອໃນຂອງທ່ານຈະບໍ່ລະເມີດກົດໝາຍ ຫຼື ສິດຂອງຜູ້ອື່ນໃດໜຶ່ງ. Microsoft ບໍ່ເປັນເຈົ້າຂອງ, ຄວບຄຸມ, ຢືນຢັນ, ຈ່າຍໃຫ້, ຮັບຮອງ ຫຼື ຮັບຜິດຊອບໃດໆຕໍ່ເນື້ອໃນຂອງທ່ານ ແລະ ບໍ່ສາມາດມີຄວາມຮັບຜິດຊອບຕໍ່ເນື້ອໃນຂອງທ່ານ ຫຼື ເນື້ອໃນທີ່ຜູ້ອື່ນອັບໂຫຼດ, ເກັບຮັກສາໄວ້ ຫຼື ແບ່ງປັນດ້ວຍການໃຊ້ການບໍລິການ.
- ຂ. ໃນລະດັບທີ່ຈໍາເປັນເພື່ອໃຫ້ການບໍລິການແກ່ທ່ານ ແລະ ຜູ້ອື່ນ, ເພື່ອປົກປ້ອງທ່ານ ແລະ ການບໍລິການຕ່າງໆ ແລະ ເພື່ອປັບປຸງຜະລິດຕະພັນ ແລະ ການບໍລິການ Microsoft, ທ່ານໃຫ້ສິດທົ່ວໂລກກັບ Microsoft ແລະ ການອະນຸຍາດຊັບສິນທາງປັນຍາໂດຍບໍ່ມີຄ່າໃດໆ ເພື່ອໃຊ້ເນື້ອໃນຂອງທ່ານ, ຕົວຢ່າງ ເພື່ອອັດສໍາເນົາຂອງ, ຮັກສາໄວ້, ສົ່ງ, ຈັດຮູບແບບໃໝ່, ສະແດງ ແລະ ແຈກຢາຍຜ່ານເຄື່ອງມືການສື່ສານເນື້ອໃນຂອງທ່ານຢູ່ໃນການບໍລິການ. ຖ້າທ່ານເຜີຍແຜ່ເນື້ອໃນຂອງທ່ານຢູ່ໃນພື້ນທີ່ຂອງການບໍລິການ ບ່ອນທີ່ມັນມີພ້ອມໃຫ້ກ້ວາງໆຢູ່ທາງອອນລາຍນ໌ໂດຍບໍ່ມີຂໍ້ຈໍາກັດໃດ, ເນື້ອໃນຂອງທ່ານອາດຈະປາກົດຂຶ້ນຢູ່ໃນການສາທິດ ຫຼື ເນື້ອໃນທີ່ສົ່ງເສີມການບໍລິການ. ບາງການບໍລິການແມ່ນການໂຄສະນາຮອງຮັບ. ຄວບຄຸມວ່າ Microsoft ເຮັດການໂຄສະນາເປັນສ່ວນຕົວແນວໃດນັ້ນແມ່ນມີໃຫ້ຢູ່ທີ່ https://choice.live.com. ພວກເຮົາບໍ່ໃຊ້ສິ່ງທີ່ທ່ານເວົ້າຢູ່ໃນອີເມວ, ການແຊັດ, ການໂທວິດີໂອ ຫຼື ການໂທສຽງ, ຫຼື ເອກະສານ, ຮູບ ຫຼື ໄຟລ໌ສ່ວນຕົວອື່ນ ເພື່ອເຮັດເປົ້າໝາຍການໂຄສະນາຫາທ່ານ. ນະໂຍບາຍການໂຄສະນາຂອງພວກເຮົາແມ່ນໄດ້ຮັບການຄຸ້ມຄອງລະອຽດຢູ່ໃນຄຳຖະແຫຼງຄວາມເປັນສ່ວນຕົວ.
- ຄ. Microsoft ໃຫ້ທ່ານມີຄວາມສາມາດໃນການເຂົ້າເຖິງຂໍ້ມູນການສົ່ງອອກຂອງທ່ານໂດຍຜ່ານ ເດັສບອດຄວາມເປັນສ່ວນຕົວຂອງ Microsoft (https://account.microsoft.com/privacy) ຫຼື ໜ້າໂຕ້ຕອບຜູ້ໃຊ້ຂອງຜະລິດຕະພັນ, ເມື່ອຖືກຢືນຢັນດ້ວຍບັນຊີ Microsoft ຂອງທ່ານ. ຂໍ້ມູນທີ່ສົ່ງອອກໄດ້ນີ້ ສາມາດຖືກນໍາໃຊ້ ເພື່ອສະຫຼັບກັບການບໍລິການຜູ້ໃຫ້ບໍລິພາກສ່ວນທີສາມ. Microsoft ສະຫງວນສິດທີ່ຈະຈໍາກັດການສົ່ງອອກຂໍ້ມູນ ທີ່ອາດຈະເຮັດໃຫ້ອັນຕະລາຍຕໍ່ຄວາມປອດໄພຂອງການບໍລິການ ຫຼື ຊັບສິນທາງປັນຍາຂອງ Microsoft. ຖ້າຫາກວ່າທ່ານບໍ່ສາມາດທີ່ຈະສົ່ງອອກຂໍ້ມູນຂອງທ່ານໂດຍຜ່ານກົນໄກເຫຼົ່ານີ້, ໃຫ້ຕິດຕໍ່ Microsoft ຢູ່ທີ່ຢູ່ໃນ ພາກວິທີການຕິດຕໍ່ ພວກເຮົາ (https://privacy.microsoft.com/privacystatement#mainhowtocontactusmodule) ຫຼື ໂດຍການນຳໃຊ້ ຮູບແບບຟອມຂອງພວກເຮົາ (https://go.microsoft.com/fwlink/?linkid=2126612).
ຫຼັກການການປະພຶດປະຕິບັດ
3. ຫຼັກການການປະພຶດປະຕິບັດ. ທ່ານຮັບຜິດຊອບຕໍ່ການປະພຶດ ແລະ ເນື້ອໃນຂອງທ່ານໃນເວລາໃຊ້ການບໍລິການ.
- ກ. ໂດຍການຕົກລົງເຫັນດີກັບເງື່ອນໄຂເຫຼົ່ານີ້, ທ່ານຕົກລົງເຫັນດີວ່າ, ເມື່ອໃຊ້ການບໍລິການ ລວມທັງ ການບໍລິການ AI ທີ່ເຮັດການຕັດສິນໃຈ ຫຼື ດໍາເນີນການ, ອັດຕະໂນມັດ ຫຼື ໃນລະດັບທີ່ແຕກຕ່າງກັນຂອງການແຊກແຊງຂອງມະນຸດ, ທ່ານຈະປະຕິບັດຕາມກົດລະບຽບເຫຼົ່ານີ້:
- i. ຢ່າເຮັດສິ່ງຜິດກົດໝາຍ ຫຼື ພະຍາຍາມສ້າງ ຫຼື ແບ່ງປັນເນື້ອໃນທີ່ຜິດກົດໝາຍ.
- ii. ຢ່າເຂົ້າຮ່ວມໃນກິດຈະກໍາໃດທີ່ສວຍໃຊ້, ສ້າງອັນຕະລາຍ, ຫຼື ຂົ່ມຂູ່ເພື່ອສ້າງອັນຕະລາຍແກ່ເດັກນ້ອຍ.
- iii. ຢ່າສົ່ງສະແປມ ຫຼື ມີສ່ວນຮ່ວມໃນການລໍ້ເອົາຂໍ້ມູນ, ຫຼື ພະຍາຍາມສ້າງ ຫຼື ແຈກຢາຍໂປຣແກຣມກໍ່ຄວາມເສຍຫາຍ. ສະແປມແມ່ນບໍ່ຕ້ອງການ ຫຼື ອີເມລຂະໜາດໃຫ່ຍທີ່ບໍ່ຮຽກຮ້ອງ, ການໂພສ, ຮ້ອງຂໍລາຍຊື່ຕິດຕໍ່, SMS (ຂໍ້ຄວາມຕົວອັກສອນ), ຂໍ້ຄວາມດ່ວນ, ຫຼື ການສື່ສານທາງອີເລັກໂຕຼນີກທີ່ຄ້າຍຄືກັນ. ການລໍ້ເອົາຂໍ້ມູນ ແມ່ນການສົ່ງອີເມວ ຫຼື ການສື່ສານທາງອີເລັກໂຕຼນິກອື່ນເພື່ອຫລອກລວງ ຫຼື ຊັກຈູງຜູ້ຮັບຢ່າງຜິດກົດໝາຍເພື່ອເປີດເຜີຍຂໍ້ມູນສ່ວນຕົວ ຫລື ຂໍ້ມູນສຳຄັນ, ເຊັ່ນວ່າ ລະຫັດຜ່ານ, ວັນເດືອນປີເກີດ, ເລກປະກັນສັງຄົມ, ເລກໜັງສືເດີນທາງ, ຂໍ້ມູນບັດເຄຣດິດ, ຂໍ້ມູນການເງິນ ຫຼື ຂໍ້ມູນສຳຄັນອື່ນໆ ຫຼື ເພື່ອຮັບການເຂົ້າເຖິງບັນຊີ ຫລື ບັນທຶກຕ່າງໆ, ການລັກລອບເອກະສານ ຫຼື ຂໍ້ມູນສຳຄັນ, ການຊຳລະ ແລະ/ຫຼື ຜົນປະໂຫຍດທາງການເງິນ. ໂປຣແກຣມກໍ່ຄວາມເສຍຫາຍ ລວມເຖິງ ກິດຈະກໍາຕ່າງໆທີ່ອອກແບບມາເພື່ອເຮັດໃຫ້ເກີດຄວາມເສຍຫາຍທາງເທັກນິກ ເຊັ່ນ: ການຈັດສົ່ງການກະທຳທີ່ເປັນອັນຕະລາຍ, ການຈັດຕັ້ງການປະຕິເສດການໂຈມຕີການບໍລິການ ຫຼື ການຈັດການຄຳສັ່ງ ແລະ ເຊີບເວີຄວບຄຸມ.
- iv. ຫ້າມສະແດງຜົນ ຫຼື ໃຊ້ ການບໍລິການເປັນແບບສາທາລະນະເພື່ອສ້າງ ຫຼື ແຊຣ໌ເນື້ອຫາ ຫຼື ສິ່ງທີ່ບໍ່ເໝາະສົມ (ການເຂົ້າຂ້ອງກ່ຽວ, ຕົວຢ່າງ: ການໂປ້ເປືອຍ, ການມີສຳພັນທາງເພດກັບສັດ, ໜັງ ຫຼື ພາບລາມົກ, ພາສາທີ່ບໍ່ສຸພາບ, ພາບທີ່ມີຄວາມຮຸນແຮງ, ທໍາຮ້າຍຕົນເອງ ຫຼື ກິດຈະກຳທີ່ກະທຳຜິດກົດໝາຍ) ຫຼື ເນື້ອຫາ ແລະ ຂໍ້ມູນຂອງທ່ານທີ່ບໍ່ປະຕິບັດຕາມກົດລະບຽບ ຫຼື ກົດໝາຍທ້ອງຖິ່ນ.
- v. ຢ່າເຮັດກິດຈະກຳທີ່ເປັນການສໍ້ໂກງ, ປອມແປງ ຫຼື ເຮັດໃຫ້ເຂົ້າໃຈຜິດ (ເຊັ່ນ: ຂໍເງິນພາຍໃຕ້ການຫຼອກລວງ, ປອມຕົວເປັນຜູ້ອື່ນ, ສ້າງບັນຊີປອມ, ເຮັດກິດຈະກຳທີ່ບໍ່ຖືກຕ້ອງອັດຕະໂນມັດ, ສ້າງ ຫຼື ແບ່ງປັນເນື້ອຫາທີ່ມີເຈດຕະນາຫຼອກລວງ, ໝູນໃຊ້ການບໍລິການເພື່ອເພີ່ມການນັບຫຼິ້ນ, ຫຼື ຜົນກະທົບຕໍ່ການຈັດອັນດັບ, ການຈັດອັນດັບ, ຫຼື ຄໍາຄິດເຫັນ) ຫຼື ໃສ່ຮ້າຍ ຫຼື ໝິ່ນປະໝາດ.
- vi. ຢ່າຫຼີກລ່ຽງຂໍ້ຈໍາກັດໃດໆກ່ຽວກັບການເຂົ້າເຖິງ, ການນໍາໃຊ້, ຫຼື ການມີໃຫ້ໃນການບໍລິການ (ເຊັ່ນ: ການພະຍາຍາມ "jailbreak" ລະບົບ AI ຫຼື ການຂູດທີ່ບໍ່ສາມາດອະນຸຍາດໄດ້).
- vii. ຢ່າເຂົ້າຮ່ວມກິດຈະກໍາທີ່ເປັນອັນຕະລາຍຕໍ່ທ່ານ, ບໍລິການ, ຫຼື ອື່ນໆ (ເຊັ່ນ: ການຖ່າຍທອດໄວຣັສ, ຕິດຕາມ, ພະຍາຍາມສ້າງ ຫຼື ແບ່ງປັນເນື້ອຫາທີ່ຂົ່ມຂູ່, ຂົ່ມເຫັງ ຫຼື ຂົ່ມຂູ່ຜູ້ອື່ນ, ໂພສເນື້ອຫາກໍ່ການຮ້າຍ ຫຼື ຫົວຮຸນແຮງ, ສື່ສານຄວາມກຽດຊັງ, ຫຼື ສະໜັບສະໜູນຄວາມຮຸນແຮງຕໍ່ຜູ້ອື່ນ).
- viii. ຢ່າລະເມີດ ຫຼື ລະເມີດສິດຂອງຜູ້ອື່ນ (ເຊັ່ນ: ການແບ່ງປັນເພງທີ່ມີລິຂະສິດ ຫຼື ເນື້ອຫາທີ່ມີລິຂະສິດອື່ນໆ, ການຂາຍຄືນ ຫຼື ການແຈກຢາຍອື່ນໆຂອງແຜນທີ່ Bing, ຫຼື ຖ່າຍຮູບ ຫຼື ບັນທຶກວິດີໂອ/ສຽງຂອງຄົນອື່ນ ໂດຍບໍ່ມີການຍິນຍອມຈາກເຂົາເຈົ້າ ເພື່ອປະມວນຜົນຕົວລະບຸທາງຊີວະມິຕິ/ຂໍ້ມູນຂອງບຸກຄົນໃດໜຶ່ງ ຫຼື ຈຸດປະສົງອື່ນໆໂດຍໃຊ້ການບໍລິການໃດໆ).
- ix. ຢ່າເຂົ້າຮ່ວມໃນກິດຈະກໍາໃດທີ່ລະເມີດສິດສ່ວນຕົວ ແລະ ການປົກປ້ອງຂໍ້ມູນຂອງຜູ້ອື່ນ.
- x. ຢ່າຊ່ວຍໃຫ້ຜູ້ອື່ນລະເມີດກົດເຫຼົ່ານີ້.
- ຂໍ້ມູນເພີ່ມເຕີມກ່ຽວກັບນະໂຍບາຍຂອງພວກເຮົາ, ການກັ່ນຕອງ ແລະ ຂະບວນການການບັງຄັບໃຊ້ ແລະ ຂໍ້ກໍານົດການບໍລິການສະເພາະແມ່ນມີຢູ່ທີ່ aka.ms/trustandsafety.
ການນຳໃຊ້ການບໍລິການ ແລະ ການຊ່ວຍເຫຼືອ
4. ການນຳໃຊ້ການບໍລິການ ແລະ ການຊ່ວຍເຫຼືອ.
- ກ. ບັນຊີ Microsoft. ເພື່ອເຂົ້າຫາການບໍລິການຫຼາຍຢ່າງ ທ່ານຕ້ອງມີບັນຊີ Microsoft. ບັນຊີ Microsoft ຂອງທ່ານໃຫ້ທ່ານເຂົ້າສູ່ລະບົບຫາຜະລິດຕະພັນ, ເວັບໄຊທ໌ ແລະ ການບໍລິການຕ່າງໆ ທີ່ Microsoft ແລະ ບາງຫຸ້ນສ່ວນຂອງ Microsoft ຈັດໃຫ້.
- i. ການສ້າງບັນຊີ. ທ່ານສາມາດສ້າງບັນຊີ Microsoft ໄດ້ໂດຍການລົງທະບຽນທາງອອນລາຍ. ທ່ານເຫັນດີທີ່ຈະບໍ່ໃຊ້ຂໍ້ມູນປອມ, ບໍ່ຖືກຕ້ອງ ຫຼື ນຳໄປສູ່ຄວາມເຂົ້າໃຈຜິດ ເມື່ອທຳການລົງທະບຽນບັນຊີ Microsoft ຂອງທ່ານ. ໃນບາງກໍລະນີ, ບຸກຄົນທີສາມເຊັ່ນ ຜູ້ໃຫ້ບໍລິການອິນເຕີເນັດຂອງທ່ານ ອາດຈະກໍານົດບັນຊີ Microsoft ໃຫ້ທ່ານ. ຖ້າທ່ານໄດ້ຮັບບັນຊີ Microsoft ຂອງທ່ານຈາກບຸກຄົນທີສາມ, ບຸກຄົນທີສາມອາດຈະມີສິດເພີ່ມເຕີມຕໍ່ບັນຊີຂອງທ່ານ, ເຊັ່ນ ຄວາມສາມາດເຂົ້າຫາ ຫຼື ລຶບບັນຊີ Microsoft ຂອງທ່ານ. ກະລຸນາກວດຄືນເບິ່ງຂໍ້ກໍານົດເພີ່ມເຕີມທີ່ບຸກຄົນທີສາມ ຈັດໃຫ້ກັບທ່ານ, ເນື່ອງຈາກ Microsoft ບໍ່ມີຄວາມຮັບຜິດຊອບກ່ຽວກັບຂໍ້ກໍານົດເພີ່ມເຕີມເຫຼົ່ານີ້. ຖ້າທ່ານສ້າງບັນຊີ Microsoft ໃນນາມຂອງຫົວໜ່ວຍໜຶ່ງເຊັ່ນ ທຸລະກິດ ຫຼື ນາຍຈ້າງຂອງທ່ານ, ທ່ານນໍາສະເໜີວ່າ ທ່ານມີໜ້າທີ່ຕາມກົດໝາຍ ເພື່ອຜູກພັນຫົວໜ່ວຍນັ້ນກັບຂໍ້ກໍານົດເຫຼົ່ານີ້. ທ່ານບໍ່ສາມາດໂອນຍ້າຍຂໍ້ມູນປະຈຳຕົວ ບັນຊີ Microsoft ຂອງທ່ານໃຫ້ ຜູ້ໃຊ້ ຫລື ນິຕິບຸກຄົນອື່ນ. ເພື່ອປົກປ້ອງບັນຊີຂອງທ່ານ, ເກັບລາຍລະອຽດບັນຊີ ແລະ ລະຫັດຜ່ານຂອງທ່ານໄວ້ເປັນຄວາມລັບ. ທ່ານຮັບຜິດຊອບຕໍ່ການດຳເນີນການທັງໝົດທີ່ເກີດຂຶ້ນພາຍໃຕ້ບັນຊີ Microsoft ຂອງທ່ານ.
- ii. ການໃຊ້ບັນຊີ. ທ່ານຕ້ອງໃຊ້ບັນຊີ Microsoft ເພື່ອໃຫ້ມັນເຄື່ອນໄຫວຢູ່. ນີ້ໝາຍວ່າ ທ່ານຕ້ອງ ລົງຊື່ເຂົ້າໃຊ້ ບັນຊີ Microsoft ຂອງທ່ານຢ່າງຕ່ຳສອງປີໜຶ່ງຄັ້ງເພື່ອຮັກສາ ບັນຊີ Microsoft ຂອງທ່ານ ແລະ ການບໍລິການທີ່ເຊື່ອມໂຍງ (ເວັ້ນເສຍແຕ່ລະບຸເປັນຢ່າງອື່ນ), ການເຄື່ອນໄຫວ, ເວັ້ນແຕ່ສະໜອງເວລາດົນກວ່າໃນ ນະໂຍບາຍກິດຈະກຳຂອງບັນຊີ Microsoft ທີ່ https://go.microsoft.com/fwlink/p/?linkid=2086738 ຫຼື ໃນຂໍ້ສະເໜີ ສຳລັບ ສ່ວນການບໍລິການທີ່ເສຍເງິນ. ຖ້າທ່ານບໍ່ເຂົ້າສູ່ລະບົບໃນລະຫວ່າງເວລານີ້, ພວກເຮົາຈະຖືວ່າ ບັນຊີ Microsoft ຂອງທ່ານບໍ່ເຄື່ອນໄຫວ ແລະ ຈະປິດມັນໃຫ້ກັບທ່ານ. ກະລຸນາເບິ່ງຂໍ້ 4.a.iv.2 ສຳລັບຜົນທີ່ຕາມມາຂອງ ບັນຊີ Microsoft ທີ່ປິດລົງ. ທ່ານຕ້ອງເຂົ້າສູ່ລະບົບຫາກ່ອງເຂົ້າ Outlook.com ແລະ OneDrive ຂອງທ່ານ (ແຍກຕ່າງຫາກ) ຢ່າງໜ້ອຍຄັ້ງໜຶ່ງໃນໄລຍະໜຶ່ງປີ, ຖ້າບໍ່ດັ່ງນັ້ນ ພວກເຮົາຈະປິດກ່ອງເຂົ້າ Outlook.com ຂອງທ່ານ ແລະ OneDrive ຂອງທ່ານໃຫ້ທ່ານ. ຖ້າພວກເຮົາສົງໄສຢ່າງມີເຫດຜົນວ່າ ບັນຊີ Microsoft ຂອງທ່ານກໍາລັງມີຄວາມສ່ຽງໃນການຖືກບຸກຄົນທີສາມໃຊ້ດ້ວຍການສໍ້ໂກງ (ຕົວຢ່າງ, ທີ່ເກີດມາເປັນຜົນຂອງການເຮັດໃຫ້ບັນຊີເສຍຫາຍ), Microsoft ອາດຈະໂຈະບັນຊີຂອງທ່ານໄວ້ຈົນກ່ວາທ່ານອ້າງຄວາມເປັນເຈົ້າຂອງຄືນ. ອີງຕາມລັກສະນະຂອງຄວາມເສຍຫາຍ, ພວກເຮົາອາດຈະຕ້ອງໄດ້ປິດໃຊ້ງານການເຂົ້າຫາເນື້ອໃນຂອງທ່ານບາງອັນ ຫຼື ທັງໝົດ. ຖ້າທ່ານມີບັນຫາການເຂົ້າຫາບັນຊີ Microsoft ຂອງທ່ານ, ກະລຸນາເຂົ້າເບິ່ງເວັບໄຊທ໌ນີ້: https://go.microsoft.com/fwlink/?LinkId=238656.
- iii. ເດັກນ້ອຍ ແລະ ບັນຊີ. ໂດຍການສ້າງບັນຊີ Microsoft ຫຼື ໃຊ້ການບໍລິການ, ທ່ານຍອມຮັບ ແລະ ເຫັນດີໃນການຖືກຜູກມັດໂດຍຂໍ້ກຳນົດເຫຼົ່ານີ້ ແລະ ສະແດງວ່າ ທ່ານໄດ້ຮອດອາຍຸ "ຜູ້ໃຫ່ຍ" ແລ້ວ ຫຼື "ຄວາມຮັບຜິດຊອບທາງກົດໝາຍ" ໃນບ່ອນທີ່ທ່ານອາໄສຢູ່ ຫຼື ພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍຂອງເຈົ້າເຫັນດີໃນການຖືກຜູກມັດໂດຍຂໍ້ກຳນົດເຫຼົ່ານີ້ແທນທ່ານ. ຖ້າທ່ານບໍ່ຮູ້ວ່າທ່ານຮອດອາຍຸ "ຜູ້ໃຫ່ຍ" ຫຼື "ຄວາມຮັບຜິດຊອບທາງກົດໝາຍ" ບ່ອນທີ່ທ່ານອາໄສຢູ່, ຫຼື ບໍ່ເຂົ້າໃຈຂໍ້ນີ້, ກະລຸນາຖາມ ພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ. ຖ້າທ່ານເປັນພໍ່ແມ່ ຫລື ຜູ້ປົກຄອງຂອງຜູ້ເຍົາ, ທ່ານ ແລະ ຜູ້ເຍົາ ຍອມຮັບ ແລະ ເຫັນດີໃນການຖືກຜູກມັດໂດຍຂໍ້ກຳນົດພວກນີ້ ແລະ ຮັບຜິດຊອບສຳລັບການໃຊ້ ບັນຊີ Microsoft ແລະ ການບໍລິການທັງໝົດ, ລວມທັງ ການຊື້, ບໍ່ວ່າບັນຊີຜູ້ເຍົາເປີດດຽວນີ້ ຫລື ສ້າງພາຍຫລັງກໍຕາມ.
- iv. ການປິດບັນຊີຂອງທ່ານ.
- 1. ທ່ານສາມາດຍົກເລີກການບໍລິການສະເພາະ ຫຼື ປິດບັນຊີ Microsoft ຂອງທ່ານໄດ້ທຸກເວລາ ແລະ ດ້ວຍເຫດຜົນໃດກໍ່ໄດ້. ເພື່ອປິດບັນຊີ Microsoft ຂອງທ່ານ, ກະລຸນາເບິ່ງ https://go.microsoft.com/fwlink/p/?linkid=618278. ເມື່ອທ່ານຂໍໃຫ້ພວກເຮົາປິດບັນຊີ Microsoft ຂອງທ່ານ, ທ່ານສາມາດເລືອກເອົາມັນໄວ້ໃນສະພາບໂຈະໄວ້ເປັນເວລາ 30 ຫຼື 60 ວັນເພື່ອວ່າໃນກໍລະນີທີ່ທ່ານປ່ຽນໃຈ. ຫຼັງຈາກໄລຍະ 30 ຫຼື 60 ວັນແລ້ວ, ບັນຊີ Microsoft ຂອງທ່ານຈະຖືກປິດໄປ. ກະລຸນາເບິ່ງຂໍ້ 4.a.iv.2 ຂ້າງລຸ່ມສຳລັບການອະທິບາຍກ່ຽວກັບເກີດຫຍັງຂຶ້ນເມື່ອບັນຊີ Microsoft ຂອງເຈົ້າຖືກປິດລົງ. ການເຂົ້າສູ່ລະບົບກັບຄືນໃນລະຫວ່າງໄລະຍະການໂຈະນີ້ຈະເປີດນໍາໃຊ້ບັນຊີ Microsoft ຂອງທ່ານ.
- 2. ຖ້າ ບັນຊີ Microsoft ຂອງທ່ານປິດ (ໂດຍທ່ານ ຫລື ພວກເຮົາ), ບາງສິ່ງເກີດຂຶ້ນ. ກ່ອນອື່ນໝົດ, ສິດຂອງທ່ານໃນການໃຊ້ ບັນຊີ Microsoft ເພື່ອເຂົ້າຫາ ການບໍລິການຈະຢຸດທັນທີ. ທີສອງ, ພວກເຮົາຈະລຶບຂໍ້ມູນ ຫລື ການຍິນຍອມທີ່ສຳພັນກັບ ບັນຊີ Microsoft ຂອງທ່ານ ຫລື ຢຸດການສຳພັນມັນຈາກທ່ານ ຫລື ບັນຊີ Microsoft ຂອງທ່ານ (ເວັ້ນແຕ່ ພວກເຮົາຖືກຮຽກຮ້ອງໂດຍ ກົດໝາຍເພື່ອຮັກສາມັນ, ໂອນຍ້າຍມັນ ໃຫ້ທ່ານ ຫລື ພາກສ່ວນທີສາມທີ່ລະບຸໂດຍທ່ານ). ທ່ານຄວນຈະມີແຜນສໍາຮອງປົກກະຕິ ເນື່ອງຈາກ Microsoft ຈະບໍ່ສາມາດກູ້ຄືນເນື້ອໃນ ຫຼືຂໍ້ມູນຂອງທ່ານໄດ້ ເມື່ອບັນຊີຂອງທ່ານຖືກປິດໄປ. ທີສາມ, ທ່ານອາດສູນເສຍການເຂົ້າຫາ ຜະລິດຕະພັນທ່ານຊື້ມາ.
- ຂ. ການກັ່ນກອງ ແລະ ການບັງຄັບໃຊ້. ຫຼາຍໆການບໍລິການຂອງພວກເຮົາທີ່ອະນຸຍາດໃຫ້ທ່ານສາມາດໂຕ້ຕອບກັບ, ສ້າງ, ແລະ ແບ່ງປັນເນື້ອຫາກັບຜູ້ອື່ນນຳໃຊ້ລະບົບຄວາມປອດໄພ ເພື່ອປົກປ້ອງການບໍລິການຂອງພວກເຮົາ ແລະ ຜູ້ໃຊ້ອື່ນໆ.
- i. ນະໂຍບາຍຕ່າງໆ. ຫຼັກການປະພຶດປະຕິບັດ ຂອງພວກເຮົາ ລະບຸສິ່ງທີ່ຖືກຫ້າມໃນເວລາໃຊ້ການບໍລິການຂອງພວກເຮົາ. ເນື້ອຫາ ແລະ ນະໂຍບາຍການປະພຶດຂອງພວກເຮົາສາມາດພົບເຫັນໄດ້ ທີ່ນີ້ (https://www.microsoft.com/DigitalSafety/policies). ການບໍລິການສະເພາະ ມີນະໂຍບາຍເພີ່ມເຕີມ ແລະ ມາດຕະຖານຊຸມຊົນ ທີ່ໃຊ້ໄດ້ກັບຜູ້ໃຊ້ຂອງເຂົາເຈົ້າ, ເຊິ່ງມີຢູ່ ທີ່ນີ້ (https://aka.ms/trustandsafety).
- ii. ການລາຍງານຄວາມກັງວົນ. ທ່ານສາມາດລາຍງານກ່ຽວກັບເນື້ອຫາ ຫຼື ການປະພຶດທີ່ອາດລະເມີດຫຼັກການປະພຶດປະຕິບັດຂອງພວກເຮົາ ທີ່ນີ້ (https://aka.ms/reportconcerns).
- iii. ການທົບທວນຄືນ. ຖ້າເປັນໄປໄດ້, ພວກເຮົາອາດຈະໃຊ້ລະບົບອັດຕະໂນມັດ ແລະ ມະນຸດ ເພື່ອກວດສອບເນື້ອຫາເພື່ອລະບຸວ່າ ສົງໃສວ່າເປັນສະແປມ, ໄວຣັສ, ການສໍ້ໂກງ, ການລໍ້ເອົາຂໍ້ມູນ, ໂປຣແກຣມກໍ່ຄວາມເສຍຫາຍ, jailbreaking, ຫຼື ເນື້ອຫາ ຫຼື ການປະພຶດທີ່ຜິດກົດໝາຍ ຫຼື ເປັນອັນຕະລາຍອື່ນໆ.
- iv. ການບັງຄັບໃຊ້. ພວກເຮົາສະຫງວນສິດທີ່ຈະປະຕິເສດເນື້ອຫາ ຖ້າມັນເກີນຂອບເຂດຈໍາກັດກ່ຽວກັບການເກັບຮັກສາ ຫຼື ຂະໜາດໄຟລ໌ທີ່ອະນຸຍາດໂດຍການບໍລິການ. ພວກເຮົາອາດຈະປິດກັ້ນ, ເອົາອອກ ຫຼື ປະຕິເສດທີ່ຈະສະແດງເນື້ອຫາ ຖ້າມັນປາກົດວ່າລະເມີດຫຼັກການປະພຶດປະຕິບັດຂອງພວກເຮົາ ຫຼື ນະໂຍບາຍການບໍລິການອື່ນ ຫຼື ຕາມທີ່ກົດໝາຍຕ້ອງການ. ຖ້າຫາກທ່ານລະເມີດຂໍ້ກຳນົດເຫຼົ່ານີ້ ຫຼື ນະໂຍບາຍ (https://aka.ms/trustandsafety), ພວກເຮົາອາດຈະດໍາເນີນການຕໍ່ກັບບັນຊີຂອງທ່ານ. ສິ່ງນີ້ອາດຈະລວມເຖິງການຈຳກັດການເຂົ້າເຖິງຄຸນສົມບັດ ຫຼື ການບໍລິການບາງຢ່າງ, ການຢຸດໃຫ້ບໍລິການ, ປິດບັນຊີ Microsoft ຂອງທ່ານທັນທີ ຫຼື ຂັດຂວາງການຈັດສົ່ງການສື່ສານ (ເຊັ່ນ: ອີເມວ, ການແບ່ງປັນໄຟລ໌ ຫຼື ຂໍ້ຄວາມທັນທີ) ຫາ ຫຼືຈາກການບໍລິການ. ການປິດການເຂົ້າເຖິງການບໍລິການ ຫຼື ບັນຊີຂອງທ່ານອາດສົ່ງຜົນໃຫ້ມີການເສຍໃບອະນຸຍາດເນື້ອຫາ, ເນື້ອຫາທີ່ກ່ຽວຂ້ອງ, ການເປັນສະມາຊິກ ແລະ ຍອດຄົງເຫຼືອບັນຊີ Microsoft ທີ່ກ່ຽວຂ້ອງກັບບັນຊີ. ເມື່ອທົບທວນຄືນການລະເມີດຂໍ້ກໍານົດເຫຼົ່ານີທີ່ໄດ້ມີການກ່າວຫາ, Microsoft ສະຫງວນສິດທີ່ຈະກວດຄືນເນື້ອໃນຂອງທ່ານ ເພື່ອແກ້ໄຂບັນຫາ ແລະ ທ່ານເຫັນດີໃຫ້ສິດການກວດຄືນດັ່ງກ່າວ. ເຖິງແນວໃດກໍ່ຕາມ, ພວກເຮົາບໍ່ສາມາດຕິດຕາມການບໍລິການທັງໝົດໄດ້ ແລະ ບໍ່ພະຍາຍາມເຮັດແນວນັ້ນ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ຂະບວນການຄວບຄຸມ ແລະ ການບັງຄັບໃຊ້. (https://www.microsoft.com/DigitalSafety/moderation-and-enforcement), ຂໍ້ກຳນົດສະເພາະຂອງການບໍລິການ, ນະໂຍບາຍ ແລະ ຄູ່ມືເພີ່ມເຕີມ (https://www.microsoft.com/DigitalSafety/policies/additional-guidelines), ແລະ ການອຸທອນ (https://www.microsoft.com/DigitalSafety/moderation-and-enforcement/appeals), ແລະ https://aka.ms/trustandsafety. ຂໍ້ມູນກ່ຽວກັບນະໂຍບາຍຂອງພວກເຮົາທີ່ກ່ຽວກັບ ຂໍ້ຮຽກຮ້ອງການລະເມີດຊັບສິນທາງປັນຍາ ສາມາດພົບເຫັນຢູ່ທີ່ NOTICES.
- ຄ. ບັນຊີບ່ອນເຮັດວຽກ ຫຼື ໂຮງຮຽນ. ທ່ານສາມາດເຂົ້າສູ່ລະບົບຫາການບໍລິການສະເພາະຂອງ Microsoft ໄດ້ດ້ວຍທີ່ຢູ່ອີເມວບ່ອນເຮັດວຽກ ຫຼື ໂຮງຮຽນ. ຖ້າທ່ານເຮັດແນວນັ້ນ, ທ່ານເຫັນດີວ່າເຈົ້າຂອງໂດເມນທີ່ໂຍງກັບທີ່ຢູ່ອີເມວຂອງທ່ານອາດຈະໄດ້ຮັບການແຈ້ງເຕືອນກ່ຽວກັບ ການມີຢູ່ຂອງ ບັນຊີ Microsoft ຂອງທ່ານ ແລະ ການສະໝັກທີ່ເຊື່ອມໂຍງຂອງມັນ, ຄວບຄຸມ ແລະຈັດການບັນຊີຂອງທ່ານ, ແລະ ເຂົ້າເຖິງ ແລະ ປະມວນຜົນຂໍ້ມູນຂອງທ່ານ, ລວມເຖິງ ເນື້ອໃນຂອງການສື່ສານ ແລະ ໄຟລ໌ ແລະ ເຫັນດີວ່າ Microsoft ອາດແຈ້ງເຈົ້າຂອງໂດເມນຖ້າ ບັນຊີ ຫຼື ຂໍ້ມູນຂອງທ່ານຕົກຢູ່ໃນອັນຕະລາຍ. ທ່ານຍັງເຫັນດີຕື່ມອີກວ່າ ການໃຊ້ບໍລິການ Microsoft ຂອງທ່ານອາດຈະຂຶ້ນຢູ່ກັບຂໍ້ຕົກລົງທີ່ Microsoft ມີກັບທ່ານ ຫຼື ອົງການຂອງທ່ານ ແລະ ບໍ່ນຳໃຊ້ຂໍ້ກຳນົດເຫຼົ່ານີ້. ຖ້າທ່ານມີບັນຊີ Microsoft ແລ້ວ ແລະ ທ່ານໃຊ້ທີ່ຢູ່ອີເມວບ່ອນເຮັດວຽກ ຫຼື ໂຮງຮຽນຕ່າງຫາກ ເພື່ອເຂົ້າເຖິງການບໍລິການທີ່ຂໍ້ກຳນົດເຫຼົ່ານີ້ຄຸ້ມຄອງ, ທ່ານອາດຈະໄດ້ຮັບການເຕືອນໃຫ້ອັບເດດທີ່ຢູ່ອີເມວເຊື່ອມໂຍງກັບບັນຊີ Microsoft ຂອງທ່ານ ເພື່ອສືບຕໍ່ເຂົ້າເຖິງການບໍລິການດັ່ງກ່າວ.
- ງ. ແຜນອຸປະກອນ/ຂໍ້ມູນເພີ່ມເຕີມ. ເພື່ອໃຊ້ການບໍລິການເຫຼົ່ານີ້ຫຼາຍຢ່າງ, ທ່ານຈະຕ້ອງມີການເຊື່ອມຕໍ່ອິນເຕີເນັດ ແລະ/ຫຼື ແຜນຂໍ້ມູນ/ມືຖື. ທ່ານຍັງອາດຈະຕ້ອງໄດ້ມີຂໍ້ມູນເພີ່ມເຕີມເຊັ່ນ ຊຸດຟັງຫູ, ກ້ອງຖ່າຍຮູບ ຫຼື ໄມໂຄໂຟນ. ທ່ານຮັບຜິດຊອບຕໍ່ການໃຫ້ການເຊື່ອມຕໍ່, ແຜນ ແລະ ອຸປະກອນທັງໝົດທີ່ຕ້ອງການ ເພື່ອໃຊ້ການບໍລິການ ແລະ ສຳລັບການຈ່າຍຄ່າທຳນຽມທີ່ຜູ້ໃຫ້ບໍລິການເຊື່ອມຕໍ່, ແຜນ ແລະ ອຸປະກອນຂອງທ່ານເກັບເອົາ. ຄ່າທຳນຽມເຫຼົ່ານັ້ນແມ່ນຢູ່ໃນການເພີ່ມເຕີມໃສ່ຄ່າທຳນຽມທີ່ທ່ານຈ່າຍສໍາລັບການບໍລິການ ແລະ ພວກເຮົາຈະບໍ່ເບີກເງິນຄ່າທຳນຽມດັ່ງກ່າວຄືນໃຫ້ແກ່ທ່ານ. ກວດເບິ່ງກັບຜູ້ໃຫ້ບໍລິການຂອງທ່ານ ເພື່ອກໍານົດວ່າ ມີຄ່າທຳນຽມດັ່ງກ່າວໃດໜຶ່ງທີ່ອາດຈະເກັບນໍາທ່ານບໍ່.
- ຈ. ການແຈ້ງການບໍລິການ. ເມື່ອມີສິ່ງທີ່ພວກເຮົາຈຳເປັນຕ້ອງບອກທ່ານກ່ຽວກັບການບໍລິການທີ່ທ່ານໃຊ້, ພວກເຮົາຈະສົ່ງການແຈ້ງເຕືອນການບໍລິການໄປໃຫ້ທ່ານ. ຖ້າທ່ານໄດ້ເອົາເບີໂທລະສັບ ຫຼື ທີ່ຢູ່ອີເມວຂອງທ່ານໃຫ້ພວກເຮົາໃນການເຊື່ອມໂຍງກັບບັນຊີ Microsoft ຫຼື ບັນຊີຂອງທ່ານ, ພວກເຮົາອາດຈະສົ່ງການແຈ້ງການບໍລິການໃຫ້ກັບທ່ານຜ່ານທາງ SMS (ຂໍ້ຄວາມ), ລວມທັງກວດສອບຂໍ້ມູນປະຈຳຕົວຂອງທ່ານ ກ່ອນລົງທະບຽນເບີໂທລະສັບມືຖືຂອງທ່ານ ແລະ ຢືນຢັນການຊື້ຂອງທ່ານ. ພວກເຮົາຍັງອາດຈະສົ່ງການແຈ້ງເຕືອນການບໍລິການໄປໃຫ້ທ່ານດ້ວຍວິທີອື່ນນຳອີກ (ຕົວຢ່າງ ໂດຍທາງຂໍ້ຄວາມຢູ່ໃນຜະລິດຕະພັນ). ອາດຈະມີການເກັບຄ່າຂໍ້ມູນ ຫຼື ການສົ່ງຂໍ້ຄວາມໄດ້ ເມື່ອຮັບການແຈ້ງເຕືອນຜ່ານທາງ SMS.
- ສ. ການຊ່ວຍເຫຼືອ. ສະໜັບສະໜູນສຳລັບບາງການບໍລິການແມ່ນມີໃຫ້ທີ່ https://support.microsoft.com ແລະ ຖືກຄວບຄຸມໂດຍຂໍ້ກໍານົດເຫຼົ່ານີ້ ແລະ ບາງບໍລິການອາດຈະສະເໜີການຊ່ວຍເຫຼືອລູກຄ້າແຍກຕ່າງຫາກ ຫຼື ເພີ່ມເຕີມ, ຂຶ້ນກັບຂໍ້ກຳນົດ ເພີ່ມເຕີມ. ການຊ່ວຍເຫຼືອອາດບໍ່ມີໃຫ້ສຳລັບ ຄຸນສົມບັດ ຫລື ການບໍລິການເວີຊັນເບຕາ ຫລື ຕົວຢ່າງ. ຄວາມພ້ອມຂອງການຊ່ວຍເຫຼືອ ອາດຈະແຕກຕ່າງກັນໄປຕາມຂັ້ນຕອນຂອງວົງຈອນຊີວິດຂອງຜະລິດຕະພັນ ແລະ ທ່ານຕ້ອງມີການບໍລິການທີ່ມີສິດໄດ້ຮັບ ແລະ ມີໃບອະນຸຍາດທີ່ຖືກຕ້ອງ ຕາມຄວາມຕ້ອງການຂັ້ນຕ່ຳທີ່ນຳໃຊ້ໄດ້ສຳລັບຄວາມສາມາດໃນການຮອງຮັບທີ່ໄດ້ອະທິບາຍໄວ້ໃນ Microsoft Lifecyle (https://learn.microsoft.com/lifecycle). ການບໍລິການອາດຈະບໍ່ເຂົ້າກັນໄດ້ກັບຊອບແວ ຫຼື ການບໍລິການທີ່ບຸກຄົນທີສາມຈັດໃຫ້ ແລະ ທ່ານຮັບຜິດຊອບຕໍ່ການທຳຄວາມລຶ້ງເຄີຍເອົາເອງກັບເງື່ອນໄຂກໍານົດການເຂົ້າກັນໄດ້.
- ຊ. ການສິ້ນສຸດການບໍລິການຂອງທ່ານ. ຖ້າການບໍລິການຂອງທ່ານຖືກຍົກເລີກ (ໂດຍທ່ານຫລືພວກເຮົາ), ກ່ອນອື່ນໝົດ, ສິດໃນການເຂົ້າຫາ ການບໍລິການຈະຢຸດທັນທີ ແລະ ການອະນຸຍາດຂອງທ່ານສຳລັບຊອບແວທີ່ກ່ຽວຂ້ອງກັບການບໍລິການຈະສິ້ນສຸດ. ທີສອງ, ພວກເຮົາຈະລຶບຂໍ້ມູນ ຫລື ການຍິນຍອມທີ່ສຳພັນກັບ ການບໍລິການ ຂອງທ່ານ ຫລື ຢຸດການສຳພັນມັນຈາກທ່ານ ຫລື ບັນຊີ Microsoft ຂອງທ່ານ (ເວັ້ນແຕ່ ພວກເຮົາຖືກຮຽກຮ້ອງໂດຍ ກົດໝາຍເພື່ອຮັກສາມັນ, ໂອນຍ້າຍມັນ ໃຫ້ທ່ານ ຫລື ພາກສ່ວນທີສາມທີ່ລະບຸໂດຍທ່ານ). ສະນັ້ນ, ທ່ານອາດບໍ່ສາມາດເຂົ້າຫາ ການບໍລິການໃດໜຶ່ງອີກຕໍ່ໄປ (ຫລື ເນື້ອຫາຂອງທ່ານທີ່ເກັບໄວ້ໃນການບໍລິການເຫຼົ່ານັ້ນ). ທ່ານຄວນມີແຜນການສຳຮອງຂໍ້ມູນເປັນປະຈຳ. ທີສາມ, ທ່ານອາດສູນເສຍການເຂົ້າຫາ ຜະລິດຕະພັນທ່ານຊື້ມາ. ຖ້າທ່ານ ຍົກເລີກ ບັນຊີ Microsoft ຂອງທ່ານ ແລະ ບໍ່ມີບັນຊີອື່ນສາມາດ ເຂົ້າຫາ ການບໍລິການ, ການບໍລິການຂອງທ່ານອາດຖຶກຍົກເລີກທັນທີ.
ການໃຊ້ແອັບ ແລະ ການບໍລິການຂອງພາກສ່ວນທີສາມ
5. ການໃຊ້ແອັບ ແລະ ການບໍລິການຂອງພາກສ່ວນທີສາມ. ການບໍລິການອາດ ອະນຸຍາດທ່ານ ເຂົ້າຫາ ຫລື ຮັບ ຜະລິດຕະພັນ, ການບໍລິການ, ເວັບໄຊທ໌, ລິ້ງ, ເນື້ອໃນ, ວັດສະດຸ, ເກມ, ທັກສະ, ການລວມ, bots ຫລື ແອັບພລິເຄຊັ່ນຈາກ ພາກສ່ວນທີສາມອິດສະຫລະ (ບໍລິສັດ ຫລື ຜູ້ຄົນທີ່ບໍ່ແມ່ນ Microsoft) ("ແອັບ ແລະ ການບໍລິການພາກສ່ວນທີສາມ"). ຫຼາຍໆການບໍລິການຂອງພວກເຮົາຍັງຊ່ວຍທ່ານຊອກຫາ, ເຮັດການຮ້ອງຂໍ ຫຼື ພົວພັນກັບ ແອັບ ແລະ ການບໍລິການພາກສ່ວນທີສາມ ແລະ ອາດອະນຸຍາດ ຫຼື ຕ້ອງການໃຫ້ທ່ານແຊຣ໌ ເນື້ອໃນ ແລະ ຂໍ້ມູນຂອງທ່ານກັບ ແອັບ ແລະ ການບໍລິການພາກສ່ວນທີສາມ ແລະ ທ່ານເຂົ້າໃຈວ່າ ໂດຍການໃຊ້ ການບໍລິການຂອງພວກເຮົາ ທ່ານກຳລັງນຳພາພວກມັນໄປຍັງ ແອັບ ແລະ ການບໍລິການພາກສ່ວນທີສາມທີ່ມີໃຫ້ທ່ານ. ແອັບ ແລະ ການບໍລິການພາກສ່ວນທີສາມຍັງອາດຈະອະນຸຍາດໃຫ້ທ່ານເກັບຮັກສາເນື້ອໃນ ຫຼື ຂໍ້ມູນຂອງທ່ານໄວ້ກັບຜູ້ຕີພິມເຜີຍແຜ່, ຜູ້ໃຫ້ບໍລິການ ຫຼື ຜູ້ດຳເນີນການແອັບ ແລະ ການບໍລິການພາກສ່ວນທີສາມນຳອີກ. ແອັບ ແລະ ການບໍລິການບຸກຄົນທີສາມອາດຈະນໍາສະເໜີນະໂຍບາຍວ່າດ້ວຍການຮັກສາຄວາມລັບໃຫ້ກັບທ່ານ ຫຼືຕ້ອງການໃຫ້ທ່ານຍອມຮັບຂໍ້ກໍານົດຂອງພວກເຂົາ ກ່ອນທີ່ທ່ານຈະສາມາດຕິດຕັ້ງ ຫຼື ໃຊ້ແອັບ ແລະ ການບໍລິການບຸກຄົນທີສາມໄດ້. ເບິ່ງຂໍ້ 13.b ສຳລັບຂໍ້ກຳນົດເພີ່ມເຕີມສຳລັບແອັບພລິເຄຊັນທີ່ຮັບເຂົ້າມາຜ່ານຮ້ານຄ້າໜຶ່ງໆທີ່ເປັນເຈົ້າຂອງ ຫລື ດຳເນີນການໂດຍ Microsoft ຫລື ເຄືອຂ່າຍຂອງມັນ (ລວມເຖິງ, ແຕ່ບໍ່ຈຳກັດໃນ ຮ້ານ Office, Microsoft Store ໃນ Xbox ແລະ Microsoft Store ໃນ Windows. ທ່ານຄວນກວດຄືນ ຂໍ້ກຳນົດ ແລະ ນະໂຍບາຍຄວາມເປັນສ່ວນຕົວພາກສ່ວນທີສາມກ່ອນຮັບເຂົ້າ, ໃຊ້, ຮ້ອງຂໍ ຫຼື ເຊື່ອມບັນຊີ Microsoft ຂອງທ່ານກັບທຸກໆ ແອັບ ແລະ ການບໍລິການພາກສ່ວນທີສາມ. ທຸກໆຂໍ້ກໍານົດພາກສ່ວນທີສາມຈະບໍ່ດັດແປງຂໍ້ກໍານົດເຫຼົ່ານີ້. Microsoft ບໍ່ໃຫ້ອອກໃບອະນຸຍາດຊັບສິນທາງປັນຍາໃດໃຫ້ກັບທ່ານເປັນສ່ວນຂອງແອັບ ແລະ ການບໍລິການບຸກຄົນທີສາມໃດໜຶ່ງ. ທ່ານເຫັນດີທີ່ຈະຮັບຜິດຊອບຄວາມສ່ຽງ ແລະ ຄວາມຮັບຜິດຊອບທັງໝົດທີ່ເກີດຂຶ້ນມາຈາກການໃຊ້ແອັບ ແລະ ການບໍລິການບຸກຄົນທີສາມເຫຼົ່ານີ້ ແລະດັ່ງນັ້ນ Microsoft ບໍ່ຮັບຜິດຊອບຕໍ່ບັນຫາໃດໜຶ່ງທີ່ເກີດຂຶ້ນມາຈາກການທີ່ທ່ານໃຊ້ພວກມັນນັ້ນ. Microsoft ບໍ່ຮັບຜິດຊອບ ຫຼື ມີໜ້າທີ່ຕໍ່ທ່ານ ຫຼື ຜູ້ອື່ນໆສຳລັບຂໍ້ມູນ ຫຼື ການບໍລິການທີ່ແອັບ ຫຼື ການບໍລິການພາກສ່ວນທີສາມຈັດໃຫ້.
ການບໍລິການທີ່ມີໃຫ້
6. ການບໍລິການທີ່ມີໃຫ້.
- ກ. ການບໍລິການເຫຼົ່ານີ້, ແອັບ ແລະ ການບໍລິການບຸກຄົນທີສາມ, ຫຼືເນື້ອໃນ ຫຼືຜະລິດຕະພັນທີ່ໄດ້ຮັບການສະເໜີໃຫ້ຜ່ານການບໍລິການອາດຈະບໍ່ມີໃຫ້ໃນຫຼາຍໆຄັ້ງ, ອາດຈະຖືກສະເໜີໃຫ້ໃນພື້ນຖານຈໍາກັດ, ຫຼືອາດຈະແຕກຕ່າງກັນໄປ ຂຶ້ນກັບພາກພື້ນ ຫຼືອຸປະກອນຂອງທ່ານ. ຖ້າທ່ານປ່ຽນແປງທີ່ຕັ້ງທີ່ມີສ່ວນພົວພັນກັບບັນຊີ Microsoft ຂອງທ່ານ, ທ່ານອາດຈະຕ້ອງໄດ້ເອົາເນື້ອໃນ ຫຼືແອັບພລິເຄຊັນທີ່ມີໃຫ້ຄືນມາໃໝ່ ແລະ ຈ່າຍຄ່າສໍາລັບພາກພື້ນຜ່ານມາຂອງທ່ານ. ທ່ານເຫັນດີທີ່ຈະບໍ່ເຂົ້າຫາ ຫຼືໃຊ້ເນື້ອໃນ ຫຼືການບໍລິການທີ່ຜິດກົດໝາຍ ຫຼືບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ຢູ່ໃນປະເທດຈາກທີ່ທ່ານເຂົ້າຫາ ຫຼືໃຊ້ເນື້ອໃນ ຫຼືການບໍລິການດັ່ງກ່າວ, ຫຼືເພື່ອປົກປິດ ຫຼືສະເໜີທີ່ຕັ້ງ ຫຼືການລະບຸຕົວຂອງທ່ານຜິດ ເພື່ອເຂົ້າຫາ ຫຼືໃຊ້ເນື້ອໃນ ຫຼືການບໍລິການດັ່ງກ່າວ.
- ຂ. ພວກເຮົາພະຍາຍາມຮັກສາການບໍລິການໃຫ້ມີຢູ່ ແລະ ສືບຕໍ່ໃຫ້ບໍລິການຢູ່; ເຖິງແນວໃດກໍ່ຕາມ, ທຸກການບໍລິການອອນລາຍນ໌ປະສົບກັບການທຳລາຍ ແລະ ການຖືກດັບເປັນບາງໄລຍະ, ແລະ Microsoft ບໍ່ຮັບຜິດຊອບຕໍ່ການທຳລາຍ ຫຼືຄວາມເສຍຫາຍໃດໆ ທີ່ທ່ານອາດຈະໄດ້ຮັບຈາກຜົນດັ່ງກ່າວ. ໃນກໍລະນີທີ່ເກີດການດັບ, ທ່ານອາດຈະບໍ່ສາມາດກູ້ຄືນເນື້ອໃນ ຫຼືຂໍ້ມູນຂອງທ່ານທີ່ທ່ານເກັບຮັກສາໄວ້ໄດ້. ພວກເຮົາແນະນຳວ່າທ່ານ ສຳຮອງ (ແບັກອັບ) ເນື້ອຫາ ແລະ ຂໍ້ມູນຂອງທ່ານເປັນປະຈຳ ທີ່ທ່ານເກັບໄວ້ໃນ ການບໍລິການ ຫລື ການເກັບໄວ້ໂດຍໃຊ້ ແອັບ ແລະ ການບໍລິການພາກສ່ວນທີສາມ.
ການອັບເດດໄປຍັງ ການບໍລິການ ຫລື ຊອບແວ ແລະ ການປ່ຽນແປງໄປຍັງຂໍ້ກຳນົດເຫລົ່ານີ້
7. ການອັບເດດໃສ່ການບໍລິການ ຫຼື ຊອບແວ ແລະ ການປ່ຽນແປງໃສ່ຂໍ້ກໍານົດເຫຼົ່ານີ້.
- ກ. ພວກເຮົາອາດຈະປ່ຽນແປງຂໍ້ກໍານົດເຫຼົ່ານີ້ໃນເວລາໃດກໍ່ໄດ້ ແລະ ພວກເຮົາຈະບອກໃຫ້ທ່ານຮູ້ ເມື່ອພວກເຮົາປ່ຽນແປງ. ການໃຊ້ການບໍລິການຫຼັງຈາກການປ່ຽນແປງມີຜົນບັງຄັບໃຊ້ໝາຍຄວາມວ່າ ທ່ານເຫັນດີນໍາຂໍ້ກໍານົດໃໝ່. ຖ້າທ່ານບໍ່ເຫັນດີກັບຂໍ້ກຳນົດໃໝ່, ທ່ານຕ້ອງຢຸດໃຊ້ການບໍລິການ, ປິດບັນຊີ Microsoft ຂອງທ່ານ, ຖ້າທ່ານເປັນພໍ່ແມ່ ຫຼື ຜູ້ປົກຄອງ, ໃຫ້ຊ່ວຍລູກຂອງທ່ານປິດບັນຊີ Microsoft ຂອງລາວ ຫຼື ຂອງນາງ.
- ຂ. ບາງຄັ້ງທ່ານຈະຕ້ອງມີການອັບເດດຊອບແວ ເພື່ອສືບຕໍ່ໃຊ້ການບໍລິການ. ພວກເຮົາອາດຈະກວດເບິ່ງຊອບແວເວີຊັນຂອງທ່ານ ແລະ ດາວໂຫຼດການອັບເດດຊອບແວ ຫຼື ການປ່ຽນແປງການກຳນົດຄ່າຕ່າງໆໄດ້. ທ່ານຍັງອາດຈະຕ້ອງໄດ້ອັບເດດຊອບແວນໍາອີກ ເພື່ອສືບຕໍ່ໃຊ້ການບໍລິການ. ການອັບເດດດັ່ງກ່າວແມ່ນຂຶ້ນກັບຂໍ້ກໍານົດເຫຼົ່ານີ້ ນອກຈາກວ່າມີຂໍ້ກໍານົດອື່ນມາພ້ອມການອັບເດດ, ເຊິ່ງໃນກໍລະນີນັ້ນ ຈະມີການນໍາໃຊ້ຂໍ້ກໍານົດອື່ນເຫຼົ່ານັ້ນ. Microsoft ບໍ່ມີພັນທະໜ້າທີ່ຈະເຮັດໃຫ້ມີການອັບເດດໃດໜຶ່ງ ແລະ ບໍ່ຮັບປະກັນວ່າ ພວກເຮົາຈະຮອງຮັບເວີຊັນຂອງລະບົບທີ່ທ່ານຊື້ ຫຼື ໄດ້ຮັບອະນຸຍາດຊອບແວ, ແອັບ, ເນື້ອໃນ ຫຼື ຜະລິດຕະພັນອື່ນ. ການອັບເດດດັ່ງກ່າວອາດຈະບໍ່ເຂົ້າກັນໄດ້ກັບຊອບແວ ຫຼື ການບໍລິການທີ່ບຸກຄົນທີສາມຈັດໃຫ້. ທ່ານອາດຈະຖອນຄໍາຍິນຍອມຕໍ່ການອັບເດດຊອບແວຂອງທ່ານໃນອະນາຄົດໄດ້ທຸກເວລາ ໂດຍການຖອນຕິດຕັ້ງຊອບແວ.
- ຄ. ນອກຈາກນັ້ນ, ອາດຈະມີຫຼາຍຄັ້ງທີ່ພວກເຮົາຈໍາເປັນຕ້ອງໄດ້ເອົາອອກ ຫຼື ປ່ຽນແປງຟີເຈີ ຫຼື ການເຮັດໜ້າທີ່ຂອງການບໍລິການ ຫຼື ຢຸດໃຫ້ການບໍລິການ ຫຼື ການເຂົ້າຫາແອັບ ແລະ ການບໍລິການບຸກຄົນທີສາມພ້ອມກັນ. ຍົກເວັ້ນຂອບເຂດທີ່ກຳນົດໂດຍກົດໝາຍທີ່ກ່ຽວຂ້ອງ, ພວກເຮົາບໍ່ມີພັນທະໃນການສະໜອງ ການດາວໂຫລດຄືນ ຫລື ການປ່ຽນຖ່າຍ ເນື້ອຫາໃດໜຶ່ງ, ສິນຄ້າດິຈິຕອນ (ທີ່ກຳນົດໃນຂໍ້ 13.i), ຫລື ແອັບພລິເຄຊັນທີ່ຊື້ຜ່ານມາ. ພວກເຮົາອາດຈະອອກການບໍລິການ ຫຼື ຄຸນສົມບັດຂອງພວກມັນໃຫ້ຢູ່ໃນເວີຊັນເບິ່ງເປັນຕົວຢ່າງ ຫຼື ບີຕາ, ເຊິ່ງອາດຈະບໍ່ໃຊ້ງານໄດ້ຢ່າງຖືກຕ້ອງ ຫຼື ຢູ່ໃນຮູບແບບທີ່ເວີຊັນສຸດທ້າຍອາດຈະໃຊ້ງານ.
- ງ. ເພື່ອໃຫ້ທ່ານສາມາດໃຊ້ເນື້ອຫາທີ່ມີການຄຸ້ມຄອງສິດທາງດິຈິຕອລ (DRM) ປ້ອງກັນໄວ້ເຊັ່ນ: ບາງເພງ, ເກມ, ຮູບເງົາ, ປຶ້ມ ແລະ ອື່ນໆ, ຊອບແວ DRM ອາດຈະຕິດຕໍ່ເຊີບເວີວ່າດ້ວຍສິດທາງອອນລາຍ ແລະ ດາວໂຫຼດ ແລະ ຕິດຕັ້ງການອັບເດດ DRM ໂດຍອັດຕະໂນມັດ.
ໃບອະນຸຍາດຊອບແວ
8. ໃບອະນຸຍາດຊອບແວ. ເວັ້ນແຕ່ມາພ້ອມກັບຂໍ້ຕົກລົງການອະນຸຍາດ Microsoft ຕ່າງຫາກ (ຕົວຢ່າງ: ຖ້າທ່ານກຳລັງໃຊ້ແອັບພລິເຄຊັ່ນ Microsoft ທີ່ລວມຢູ່ນຳ ແລະ ເປັນສ່ວນໜຶ່ງຂອງ Windows ແລະ ຂໍ້ກຳນົດການອະນຸຍາດຊອບແວ Microsoft ສຳລັບ ລະບົບປະຕິບັດງານ Windows ຄວບຄຸມຊອບແວດັ່ງກ່າວ), ຊອບແວໃດໜຶ່ງທີ່ພວກເຮົາໃຫ້ທ່ານທີ່ເປັນສ່ວນໜຶ່ງຂອງການບໍລິການແມ່ນຂຶ້ນກັບ ຂໍ້ກຳນົດເຫຼົ່ານີ້. ແອັບພລິເຄຊັນທີ່ຮັບເຂົ້າມາຜ່ານ Stores ໜຶ່ງໆທີ່ເປັນເຈົ້າຂອງ ແລະ ດຳເນີນການໂດຍ Microsoft ຫລື ເຄືອຂ່າຍຂອງມັນ (ລວມທັງ, ແຕ່ບໍ່ຈຳກັດໃນ Office Store, Microsoft Store ໃນ Windows ແລະ Microsoft Store ໃນ Xbox) ແມ່ນຂຶ້ນກັບຂໍ້ 13.b.i ດ້ານລຸ່ມ.
- ກ. ຖ້າທ່ານປະຕິບັດຕາມຂໍ້ກໍານົດເຫຼົ່ານີ້, ພວກເຮົາໃຫ້ສິດກັບທ່ານ ເພື່ອຕິດຕັ້ງ ແລະ ໃຊ້ຊອບແວໜຶ່ງສະບັບຂອງຊອບແວຕໍ່ອຸປະກອນຕາມພື້ນຖານທົ່ວໂລກສໍາລັບໃຫ້ຄົນໜຶ່ງໃຊ້ໃນຄັ້ງໜຶ່ງທີ່ເປັນສ່ວນໜຶ່ງຂອງການໃຊ້ການບໍລິການຂອງທ່ານ. ສຳລັບອຸປະກອນສະເພາະ, ຊອບແວດັ່ງກ່າວອາດຈະຕິດຕັ້ງມາກ່ອນແລ້ວ ເພື່ອໃຫ້ທ່ານນຳໃຊ້ການບໍລິການເປັນສ່ວນຕົວ, ບໍ່ແມ່ນທາງການຄ້າ. ຊອບແວ ຫຼືເວັບໄຊທ໌ທີ່ເປັນສ່ວນຂອງການບໍລິການອາດຈະມີລະຫັດບຸກຄົນທີສາມເຂົ້າຢູ່ນໍາ. ບົດຂຽນ ຫຼືລະຫັດບຸກຄົນທີສາມໃດໜຶ່ງ, ລິ້ງໃສ່ ຫຼືອ້າງອີງຈາກຊອບແວ ຫຼືເວັບໄຊທ໌ແມ່ນໄດ້ຮັບອະນຸຍາດໃຫ້ທ່ານ ໂດຍການບຸກຄົນທີສາມທີ່ເປັນເຈົ້າຂອງລະຫັດດັ່ງກ່າວ, ບໍ່ແມ່ນ Microsoft. ຖ້າຫາກມີ, ແຈ້ງການສໍາລັບລະຫັດຂອງບຸກຄົນທີສາມແມ່ນໄດ້ເອົາລວມໄວ້ນໍາເພື່ອເປັນຂໍ້ມູນໃຫ້ທ່ານເທົ່ານັ້ນ.
- ຊອບແວອະນຸຍາດໃຫ້, ບໍ່ຂາຍ, ແລະ Microsoft ສະຫງວນສິດຕໍ່ກັບຊອບແວທີ່ບໍ່ແມ່ນ Microsoft ໃຫ້ຢ່າງຈະແຈ້ງ, ບໍ່ວ່າດ້ວຍການບົ່ງບອກ, ດ້ວຍກົດໝາຍ, ຫຼືເປັນຢ່າງອື່ນ. ໃບອະນຸຍາດນີ້ບໍ່ໃຫ້ສິດໃດກັບທ່ານເພື່ອ, ແລະ ທ່ານອາດຈະບໍ່:
- i. ກີດກັນ ຫຼືເປັນທາງຜ່ານໃຫ້ກັບມາດຕະການປົກປ້ອງເຕັກໂນໂລຊີອື່ນໃດໜຶ່ງໃນ ຫຼືກ່ຽວຂ້ອງກັບຊອບແວ ຫຼືການບໍລິການ;
- ii. ຖອດແຍກ, ມ້າງ, ຖອດລະຫັດ, ແຮັກ, ລອກແບບ, ສວຍໃຊ້, ຫຼືປີ້ນດ້ານວິສາວະກໍາຂອງຊອບແວໃດໜຶ່ງ ຫຼືດ້ານອື່ນຂອງການບໍລິການທີ່ລວມໄວ້ຢູ່ໃນ ຫຼືສາມາດເຂົ້າຫາໄດ້ຜ່ານການບໍລິການ, ຍົກເວັ້ນ ແລະ ພຽງແຕ່ໃນລະດັບທີ່ກົດໝາຍລິຂະສິດອະນຸຍາດໃຫ້ດຳເນີນການແນວນັ້ນຢ່າງຈະແຈ້ງ;
- iii. ແຍກອົງປະກອບຂອງຊອບແວ ຫຼືການບໍລິການສໍາລັບໃຊ້ຢູ່ໃນອຸປະກອນຕ່າງໆ;
- iv. ເຜີຍແຜ່, ອັດສໍາເນົາ, ໃຫ້ເຊົ່າ, ຂາຍ, ສົ່ງອອກ, ນໍາເຂົ້າ, ແຈກຢຍາຍ, ໃຫ້ຢືມຊອບແວ ຫຼືການບໍລິການ, ນອກຈາກວ່າ Microsoft ໃຫ້ສິດດຳເນີນການແນວນັ້ນໄວ້ຢ່າງຈະແຈ້ງ;
- v. ໂອນຊອບແວ, ການອະນຸຍາດຊອບແວໃດໜຶ່ງ, ຫຼືສິດໃດໜຶ່ງ ເພື່ອເຂົ້າຫາ ຫຼືໃຊ້ຊອບແວ;
- vi. ໃຊ້ການບໍລິການຢູ່ໃນວິທີທີ່ບໍ່ໄດ້ຮັບອະນຸຍາດໃດໜຶ່ງທີ່ສາມາດລົບກວນການໃຊ້ພວກມັນຂອງຜູ້ອື່ນ ຫຼືເຂົ້າຫາການບໍລິການ, ຂໍ້ມູນບັນຊີ, ຫຼືເຄືອຂ່າຍໃດໜຶ່ງ;
- vii. ເຮັດໃຫ້ສາມາດເຂົ້າເຖິງ ການບໍລິການ ຫລື ແກ້ໄຂ ອຸປະກອນທີ່ອະນຸຍາດໂດຍ Microsoft (ຕົວຢ່າງ., Xbox ຄອນໂຊນ, Microsoft Surface, ແລະ ອື່ນໆ.) ໂດຍແອັບພລິເຄຊັນພາກສ່ວນທີສາມທີ່ບໍ່ໄດ້ຮັບອະນຸຍາດ.
ຂໍ້ກຳນົດການຊຳລະ
9. ຂໍ້ກຳນົດການຊຳລະ. ຖ້າທ່ານຊື້ການບໍລິການ, ຈະມີການນໍາໃຊ້ຂໍ້ກໍານົດການຊຳລະເຫຼົ່ານີ້ ກັບການຊື້ຂອງທ່ານ ແລະ ທ່ານເຫັນດີກັບພວກມັນ.
- ກ. ການເກັບຄ່າ. ຖ້າມີການເກັບຄ່າກ່ຽວຂ້ອງກັບສ່ວນໜຶ່ງຂອງການບໍລິການນີ້, ທ່ານເຫັນດີຈ່າຍຄ່າທີ່ເກັບນັ້ນເປັນສະກຸນເງິນທີ່ລະບຸໄວ້. ລາຄາທີ່ກ່າວໄວ້ສໍາລັບການບໍລິການບໍ່ລວມທຸກພາສີທີ່ນໍາໃຊ້ ແລະ ການຊຳລະການແລກປ່ຽນເງິນຕາ, ນອກຈາກວ່າໄດ້ກ່າວໄວ້ເປັນຢ່າງອື່ນ. ທຸກລາຄາສໍາລັບຜະລິດຕະພັນທີ່ຈ່າຍໃຫ້ Skype ແມ່ນລວມເອົາທຸກພາສີທີ່ນໍາໃຊ້, ນອກຈາກວ່າໄດ້ກ່າວເປັນຢ່າງອື່ນໄວ້. ທ່ານຮັບຜິດຊອບຕໍ່ການຈ່າຍຄ່າພາສີດັ່ງກ່າວ ຫຼື ຄ່າອື່ນໆທີ່ເກັບເອົາເອງທັງໝົດ. Skype ຄິດໄລ່ຄ່າພາສີຕາມທີ່ຢູ່ຕົວຈິງກ່ຽວຂ້ອງກັບຂໍ້ມູນໃບບິນຂອງທ່ານ. ທ່ານຮັບຜິດຊອບຮັບປະກັນວ່າ ທີ່ຢູ່ນີ້ແມ່ນທີ່ຢູ່ປະຈຸບັນ ແລະ ຖືກຕ້ອງ. ຍົກເວັ້ນຜະລິດຕະພັນ Skype, ພາສີແມ່ນໄດ້ໄລ່ຕາມສະຖານທີ່ຂອງທ່ານໃນເວລາທີ່ລົງທະບຽນບັນຊີ Microsoft ຂອງທ່ານ ນອກຈາກວ່າ ກົດໝາຍກຳນົດໃຫ້ເອົາພື້ນຖານອື່ນມາຄິດໄລ່. ພວກເຮົາອາດຈະໂຈະ ຫຼືຍົກເລີກການບໍລິການ ຖ້າພວກເຮົາບໍ່ໄດ້ຮັບການຊຳລະເຕັມຈາກທ່ານທັນເວລາກໍານົດ. ການໂຈະ ຫຼື ການຍົກເລີກການບໍລິການສໍາລັບການບໍ່ຊຳລະສາມາດສົ່ງຜົນໃຫ້ເກີດການສູນເສຍການເຂົ້າຫາ ແລະ ການໃຊ້ບັນຊີຂອງທ່ານ ແລະ ເນື້ອໃນຂອງມັນ. ການເຊື່ອມຕໍ່ອິນເຕີເນັດຜ່ານເຄືອຂ່າຍບໍລິສັດ ຫຼື ສ່ວນຕົວອື່ນທີ່ປົກປິດສະຖານທີ່ຂອງທ່ານໄວ້ອາດຈະເຮັດໃຫ້ຄ່າທີ່ເກັບແຕກຕ່າງໄປຈາກບັນດາຄ່າທີ່ແຈ້ງບອກສຳລັບສະຖານທີ່ຕົວຈິງຂອງທ່ານ. ຂຶ້ນກັບບ່ອນທີ່ທ່ານຢູ່, ການດຳເນີນການບາງອັນອາດຈະຕ້ອງມີການປ່ຽນເປັນເງິນຕາຕ່າງປະເທດ ຫຼື ຖືກດຳເນີນການຢູ່ໃນປະເທດອື່ນ. ທະນາຄານຂອງທ່ານອາດຈະເກັບຄ່າທຳນຽມເພີ່ມເຕີມນຳທ່ານ ສຳລັບການບໍລິການເຫຼົ່ານັ້ນ ເມື່ອທ່ານໃຊ້ບັດເດບິດ ຫຼື ບັດເຄຣດິດ. ກະລຸນາຕິດຕໍ່ທະນາຄານຂອງທ່ານ ເພື່ອເບິ່ງລາຍລະອຽດ.
- ຂ. ບັນຊີການສົ່ງໃບບິນຂອງທ່ານ. ເພື່ອຈ່າຍຄ່າການບໍລິການ, ທ່ານຈະຖືກຖາມໃຫ້ບອກວິທີການຊຳລະໃນເວລາທີ່ທ່ານຂໍຕັ້ງສໍາລັບການບໍລິການນັ້ນ. ສຳລັບການບໍລິການທັງໝົດນອກຈາກ Skype, ທ່ານສາມາດເຂົ້າເຖິງ ແລະ ປ່ຽນແປງຂໍ້ມູນການສົ່ງໃບບິນ ແລະ ວິທີການຊຳລະຂອງທ່ານໄດ້ຢູ່ໃນ ເວັບໄຊທ໌ການຈັດການບັນຊີ Microsoft (https://go.microsoft.com/fwlink/p/?linkid=618281) ແລະ ສຳລັບຊອບແວ ແລະ ຜະລິດຕະພັນ Skype ໂດຍເຂົ້າສູ່ລະບົບຫາທາງເຂົ້າບັນຊີຂອງທ່ານຢູ່ທີ່ https://skype.com/go/myaccount. ນອກຈາກນັ້ນ, ທ່ານເຫັນດີອະນຸຍາດໃຫ້ Microsoft ໃຊ້ຂໍ້ມູນບັນຊີທີ່ອັບເດດແລ້ວໃດໜຶ່ງຕາມວິທີການຊຳລະຂອງທ່ານທີ່ເລືອກໄວ້ ທີ່ທະນາຄານອອກໃຫ້ ຫຼື ເຄືອຂ່າຍການຊຳລະທີ່ນໍາໃຊ້ໄດ້ຂອງທ່ານໃຫ້ມາ. ທ່ານເຫັນດີທີ່ຈະອັບເດດບັນຊີ ແລະ ຂໍ້ມູນອື່ນຂອງທ່ານທັນທີ, ລວມທັງທີ່ຢູ່ອີເມວ ແລະ ລາຍລະອຽດວິທີການຊຳລະຂອງທ່ານ, ດັ່ງນັ້ນ ພວກເຮົາສາມາດປະຕິບັດການດຳເນີນການຂອງທ່ານໄດ້ສຳເລັດ ແລະ ຕິດຕໍ່ຫາທ່ານຕາມທີ່ຈຳເປັນກ່ຽວຂ້ອງກັບການດຳເນີນການຂອງທ່ານ. ການປ່ຽນແປງທີ່ເຮັດໃສ່ບັນຊີການສົ່ງບິນຂອງທ່ານຈະບໍ່ມີຜົນກະທົບຕໍ່ການເກັບຄ່າທີ່ພວກເຮົາສົ່ງໃຫ້ກັບບັນຊີການສົ່ງບິນຂອງທ່ານ ກ່ອນທີ່ພວກເຮົາສາມາດດຳເນີນການຢ່າງສົມເຫດສົມຜົນໃນການປ່ຽນແປງຂອງທ່ານຕໍ່ບັນຊີການສົ່ງບິນຂອງທ່ານ.
- ຄ. ການສົ່ງໃບບິນ. ໂດຍການໃຫ້ວິທີການຊຳລະແກ່ Microsoft, ທ່ານ (i) ຢັ້ງຢືນວ່າ ທ່ານໄດ້ຮັບສິດໃຫ້ນຳໃຊ້ວິທີການຈ່າຍເງິນທີ່ທ່ານສະໜອງໃຫ້ ແລະ ດັ່ງນັ້ນ ຂໍ້ມູນການຈ່າຍເງິນທຸກອັນທີ່ທ່ານໃຫ້ມາເປັນຄວາມຈິງ ແລະ ຖືກຕ້ອງ; (ii) ໃຫ້ສິດ Microsoft ເກັບຄ່າບໍລິການກັບທ່ານ ຫຼື ເນື້ອໃນທີ່ມີຢູ່ດ້ວຍການນຳໃຊ້ວິທີການຊຳລະຂອງທ່ານ; ແລະ (iii) ໃຫ້ສິດ Microsoft ເກັບຄ່າກັບທ່ານສຳລັບຄຸນສົມບັດຂອງການບໍລິການໃດໜຶ່ງທີ່ຈ່າຍເງິນແລ້ວ ທີ່ທ່ານເລືອກ ເພື່ອຂໍລົງທະບຽນ ຫຼື ນຳໃຊ້ໃນຂະນະທີ່ຂໍ້ກຳນົດເຫຼົ່ານີ້ມີຜົນບັງຄັບໃຊ້ຢູ່. ພວກເຮົາອາດຈະສົ່ງບິນໃຫ້ກັບທ່ານ (ກ) ລ່ວງໜ້າ; (ຂ) ໃນເວລາຂອງການຊື້; (ຄ) ບໍ່ດົນຫຼັງຈາກການຊື້; ຫຼື (ງ) ເປັນຈຸດເລີ່ມຕົ້ນເກີດຂຶ້ນອີກສໍາລັບການບໍລິການການສະໝັກ. ນອກຈາກນັ້ນ, ພວກເຮົາອາດຈະເກັບຄ່ານໍາທ່ານຮອດຈໍານວນທີ່ທ່ານອະນຸມັດ ແລະແພວກເຮົາຈະແຈ້ງໃຫ້ທ່ານຮູ້ລ່ວງໜ້າໃນການປ່ຽນແປງໃດໜຶ່ງທາງດ້ານຈໍານວນທີ່ຈະເກັບສໍາລັບການບໍລິການສະໝັກທີ່ເກີດຂຶ້ນອີກ. ພວກເຮົາອາດຈະສົ່ງບິນໃຫ້ທ່ານໃນເວລາດຽວກັນສໍາລັບໄລຍະການສົ່ງບິນມາກ່ອນຂອງທ່ານຫຼາຍກວ່າໜຶ່ງຄັ້ງ ສໍາລັບຈໍານວນທີ່ບໍ່ໄດ້ດຳເນີນການມາກ່ອນ.
- ງ. ການຊຳລະຕໍ່ໄປອີກ. ເມື່ອທ່ານຊື້ບໍລິການຕາມການສັ່ງເປັນປະຈຳ (ເຊັ່ນ: ປະຈຳເດືອນ, ທຸກໆ 3 ເດືອນ, ຫຼື ປະຈຳປີ), ທ່ານເຫັນດີວ່າ ທ່ານກຳລັງອະນຸຍາດໃຫ້ມີການຊຳລະເປັນຊຸດ, ແລະ ການຊຳລະຈະຈ່າຍໄປໃຫ້ Microsoft ຕາມວິທີແລະຕາມໄລຍະເວລາໃຫ້ຈ່າຍທີ່ທ່ານເຫັນດີ, ຈົນກວ່າການສັ່ງບໍລິການນັ້ນຖືກທ່ານ ຫຼື Microsoft ຍົກເລີກໄປ. ທ່ານຕ້ອງຍົກເລີກການບໍລິການຂອງທ່ານກ່ອນວັນທີການເກັບບິນຄັ້ງໜ້າ ເພື່ອຢຸດບໍ່ໃຫ້ມີການເກັບເງິນເພື່ອສືບຕໍ່ ການບໍລິການຂອງທ່ານ. ພວກເຮົາຈະໃຫ້ຄໍາແນະນໍາກັບທ່ານກ່ຽວກັບວ່າທ່ານອາດຈະຍົກເລີກການບໍລິການແນວໃດ. ໂດຍການອະນຸຍາດໃຫ້ມີການຈ່າຍເປັນຊຸດ, ທ່ານກຳລັງອະນຸຍາດໃຫ້ Microsoft ດຳເນີນການຊຳລະດັ່ງກ່າວດ້ວຍການຫັກເອົາທາງອີເລັກໂທຣນິກ ຫຼື ໂດຍການໂອນເງິນ, ຫຼື ເປັນໃບເຊັກອີເລັກໂທຣນິກຈາກບັນຊີທີ່ກຳນົດຂອງທ່ານ (ສຳລັບການດຳເນີນການຊຳລະອັດຕະໂນມັດ ຫຼື ວິທີການຊຳລະຄ້າຍຄືກັນ), ຫຼື ຕາມການເກັບເອົາຈາກບັນຊີທີ່ກຳນົດຂອງທ່ານ (ສຳລັບບັດເຄຣດິດ ຫຼື ວິທີການຊຳລະຄ້າຍຄືກັນ) (ລວມກັນທັງໝົດເອີ້ນວ່າ "ການຊຳລະທາງອີເລັກໂທຣນິກ"). ໂດຍທົ່ວໄປນັ້ນ ຄ່າການສັ່ງຊື້ແມ່ນຈະຖືກເກັບລ່ວງໜ້າຂອງໄລຍະການສັ່ງຊື້ທີ່ນຳໃຊ້. ຖ້າການຊຳລະໃດໜຶ່ງຖືກສົ່ງກັບຄືນບໍ່ໄດ້ຊຳລະໃຫ້ ຫຼື ຖ້າບັດເຄຣດິດ ຫຼື ການດຳເນີນການຊຳລະໃດໜຶ່ງຄ້າຍຄືກັນຖືກປະຕິເສດ ຫຼື ບໍ່ຍອມຮັບ, Microsoft ຫຼື ຜູ້ໃຫ້ບໍລິການຂອງຕົນເອງສະຫງວນສິດທີ່ຈະເກັບເອົາຄ່າທຳນຽມລາຍການສົ່ງຄືນ, ການປະຕິເສດ ຫຼື ການສົ່ງເງິນຄືນບໍ່ພຽງພໍໃດໜຶ່ງ ແລະ ດຳເນີນການຊຳລະດັ່ງກ່າວເປັນການຊຳລະທາງອີເລັກໂທຣນິກ.
- ຈ. ໃບລາຍງານບັນຊີສໍາຮອງອອນລາຍນ໌ ແລະ ຄວາມຜິດພາດ. ສຳລັບການບໍລິການທັງໝົດນອກຈາກ Skype, Microsoft ຈະໃຫ້ໃບລາຍງານຮຽກເກັບເງິນຜ່ານອອນລາຍຢູ່ໃນ ເວັບໄຊທ໌ການຈັດການບັນຊີ Microsoft(https://go.microsoft.com/fwlink/p/?linkid=618282) ເຊິ່ງເປັນບ່ອນທີ່ທ່ານສາມາດເບິ່ງ ແລະ ພິມໃບລາຍງານຂອງທ່ານໄດ້. ສຳລັບ Skype, ທ່ານສາມາດເຂົ້າເຖິງໃບລາຍງານຜ່ານອອນລາຍ ໂດຍການລົງຊື່ເຂົ້າໃຊ້ບັນຊີຂອງທ່ານທີ່ www.skype.com (https://www.skype.com). ນີ້ແມ່ນໃບລາຍງານການສົ່ງບິນເທົ່ານັ້ນທີ່ພວກເຮົາສະໜອງໃຫ້. ຖ້າພວກເຮົາເຮັດຄວາມຜິດພາດຢູ່ໃນໃບບິນຂອງທ່ານ, ທ່ານຕ້ອງບອກພວກເຮົາພາຍໃນ 90 ວັນຫຼັງຈາກຄວາມຜິດພາດປະກົດຂຶ້ນເທື່ອທຳອິດຢູ່ໃນບິນຂອງທ່ານ. ຈາກນັ້ນພວກເຮົາຈະກວດສອບການເກັບຄ່າທັນທີ. ຖ້າທ່ານບໍ່ບອກພວກເຮົາພາຍໃນເວລານັ້ນ, ທ່ານປ່ອຍພວກເຮົາໄປຈາກທຸກຄວາມຮັບຜິດຊອບ ແລະ ຂໍ້ຮຽກຮ້ອງຂອງການສູນເສຍທີ່ເປັນຜົນມາຈາກຄວາມຜິດພາດ ແລະ ພວກເຮົາຈະບໍ່ຈຳເປັນຕ້ອງແກ້ໄຂຄວາມຜິດພາດ ຫຼື ສົ່ງເງິນຄືນ, ນອກຈາກວ່າກົດໝາຍກຳນົດໄວ້ໃຫ້ປະຕິບັດ. ຖ້າ Microsoft ໄດ້ລະບຸວ່າມີຄວາມຜິດພາດການສົ່ງບິນ, ພວກເຮົາຈະແກ້ໄຂຄວາມຜິດພາດໃຫ້ຖືກຕ້ອງພາຍໃນ 90 ວັນ. ນະໂຍບາຍນີ້ບໍ່ມີຜົນກະທົບກັບສິດຕາມກົດໝາຍໃດໜຶ່ງທີ່ອາດຈະນໍາໃຊ້.
- ສ. ນະໂຍບາຍການສົ່ງເງິນຄືນ. ນອກຈາກວ່າກົດໝາຍໄດ້ກຳນົດໄວ້ເປັນຢ່າງອື່ນ ຫຼື ຂໍ້ກຳນົດການສະເໜີໃຫ້ການບໍລິການສະເພາະ, ທຸກການຊື້ຈະເປັນອັນສຸດທ້າຍ ແລະ ບໍ່ສາມາດສົ່ງເງິນຄືນໄດ້. ຖ້າທ່ານເຊື່ອວ່າ Microsoft ເກັບຄ່າກັບທ່ານຜິດພາດ, ທ່ານຕ້ອງຕິດຕໍ່ຫາພວກເຮົາພາຍໃນ 90 ວັນຂອງການເກັບຄ່າດັ່ງກ່າວ. ຈະບໍ່ມີການສົ່ງເງິນຄືນໃຫ້ກັບການເກັບຄ່າໃດໆທີ່ເກີນກວ່າ 90 ວັນແລ້ວ, ນອກຈາກວ່າກົດໝາຍກຳນົດໄວ້ໃຫ້ປະຕິບັດ. ພວກເຮົາໄດ້ສະຫງວນສິດໃນການສົ່ງເງິນຄືນ ຫລື ເຄດຣິດຕາມການຕັດສິນໃຈຂອງພວກເຮົາໂດຍລຳພັງ ເວັ້ນແຕ່ກຳນົດໂດຍກົດໝາຍຢ່າງອື່ນ. ຖ້າພວກເຮົາອອກການສົ່ງເງິນຄືນ ຫຼື ເງິນໃນບັນຊີຄືນໃຫ້, ພວກເຮົາບໍ່ມີພັນທະທີ່ຈະອອກການສົ່ງເງິນຄືນຈໍານວນດຽວກັນ ຫຼື ຄ້າຍຄືກັນໃຫ້ໃນອະນາຄົດ. ນະໂຍບາຍການສົ່ງເງິນນີ້ບໍ່ມີຜົນກະທົບກັບສິດຕາມກົດໝາຍໃດໜຶ່ງທີ່ອາດຈະນໍາໃຊ້. ສຳລັບຂໍ້ມູນກ່ຽວກັບການສົ່ງເງິນຄືນເພີ່ມເຕີມ, ກະລຸນາເຂົ້າເບິ່ງ ຫົວຂໍ້ຊ່ວຍເຫຼືອຂອງພວກເຮົາ (https://go.microsoft.com/fwlink/p/?linkid=618283). ຖ້າທ່ານຢູ່ໄຕ້ຫວັນ ຫລື ອິສະຣາເອລ, ກະລຸນາຈື່ວ່າ ອີງຕາມກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ແລະ ກົດລະບຽບກ່ຽວຂ້ອງຂອງມັນ, ການຊື້ທັງໝົດກ່ຽວຂ້ອງກັບ ເນື້ອຫາດິຈິຕອນທີ່ໃຫ້ຜ່ານຮູບແບບທີ່ບໍ່ມີຕົວຕົນ ແລະ/ຫລື ການບໍລິການອອນໄລນ໌ ແມ່ນສຸດທ້າຍ ແລະ ບໍ່ສາມາດຄືນເງິນໄດ້ເມື່ອເນື້ອຫາດັ່ງກ່າວຖືກສະໜອງໃຫ້ ອອນລາຍນ໌. ທ່ານບໍ່ມີສິດຮຽກຮ້ອງຕໍ່ໄລຍະທີ່ເຮັດໃຫ້ມີຄວາມສະຫງົບລົງໃດໆ ຫຼື ການສົ່ງເງິນຄືນໃດໆໄດ້.
- ຊ. ການຍົກເລີກການບໍລິການ. ທ່ານອາດຈະຍົກເລີກການບໍລິການໜຶ່ງໄດ້ທຸກເວລາ, ໂດຍທີ່ມີ ຫຼື ບໍ່ມີສາເຫດກໍ່ໄດ້. ການຍົກເລີກ ການບໍລິການທີ່ເສຍເງິນຈະຢຸດ ການເກັບເງິນໃນອະນາຄົດເພື່ອສືບຕໍ່ ການບໍລິການ. ເພື່ອຍົກເລີກການບໍລິການ ແລະ ຂໍໃຫ້ສົ່ງເງິນຄືນ, ຖ້າທ່ານມີສິດໄດ້ຮັບ, ໃຫ້ເຂົ້າເບິ່ງ ເວັບໄຊທ໌ການຄຸ້ມຄອງບັນຊີ Microsoft. ສໍາລັບ Skype, ກະລຸນາປະກອບແບບຟອມການຖອນໃຫ້ຄົບຖ້ວນ ດ້ວຍການໃຊ້ຂໍ້ມູນທີ່ສະໜອງໃຫ້ ຢູ່ທີ່ນີ້ (https://go.microsoft.com/fwlink/p/?linkid=618286). ທ່ານຄວນອ້າງອີງຄືນໄປຍັງຂໍ້ສະເໜີທີ່ອະທິບາຍໃນ ການບໍລິການ ເຊັ່ນ (i) ທ່ານອາດບໍ່ໄດ້ຮັບການຄືນເງິນໃນເວລາຂອງການຍົກເລີກ; (ii) ທ່ານອາດຈະມີພັນທະໃນການຈ່າຍຄ່າການຍົກເລີກ; (iii) ທ່ານອາດຈະມີພັນທະໃນການຈ່າຍຄ່າທັງໝົດທີ່ໄດ້ຈ່າຍໄປຍັງ ບັນຊີການສົ່ງບິນຂອງທ່ານສຳລັບ ການບໍລິການກ່ອນວັນທີການຍົກເລີກ ແລະ (iv) ທ່ານອາດສູນເສຍການເຂົ້າເຖິງ ແລະ ໃຊ້ ບັນຊີຂອງທ່ານເມື່ອທ່ານຍົກເລີກ ການບໍລິການ; ຫລື ຫາກທ່ານຢູ່ ໄຕ້ຫວັນ ຫລື ອິດສະຣາເອລ, (v) ທ່ານອາດໄດ້ຮັບການຄືນເງິນໃນຈຳນວນເທົ່າກັນກັບຄ່າທຳນຽມທີ່ບໍ່ໄດ້ໃຊ້ທີ່ທ່ານຈ່າຍ ສຳລັບ ການບໍລິການ ທີ່ຄິດໄລ່ໃນເວລາ ການຍົກເລີກ. ຖ່າທ່ານຢູ່ອິດສະຣາເອລ ທ່ານອາດຍົກເລີກຕາມວິທີໃດໜຶ່ງທີ່ລະບຸໃນ https://support.microsoft.com/help/4027815. ກະລຸນາຕິດຕໍ່ຕົວແທນ Microsoft ທາງໂທລະສັບເພື່ອຮັບການຄືນເງິນຫາກທ່ານມີສິດສຳລັບມັນ. ພວກເຮົາຈະປະມວນຜົນຂໍ້ມູນຂອງທ່ານຕາມທີ່ອະທິບາຍຂ້າງເທິງໃນຂໍ້ 4. ຖ້າທ່ານຍົກເລີກ, ການເຂົ້າຫາ ການບໍລິການຈະສິ້ນສຸດໃນຕອນທ້າຍຂອງໄລຍະເວລາການບໍລິການປັດຈຸບັນຂອງທ່ານ ຫລື ຖ້າພວກເຮົາຮຽກເກັບບິນກັບ ບັນຊີຂອງທ່ານເປັນຊ່ວງໆ, ໃນຕອນທ້າຍຂອງໄລຍະເວລາທີ່ທ່ານຍົກເລີກ. ຫາກທ່ານເລີ່ມຮັບເງິນຄືນ ຫຼື ເງິນກັບຄືນໄປຍັງທະນາຄານຂອງທ່ານສຳລັບ ການຊຳລະຄ່າການບໍລິການຂອງທ່ານ, ພວກເຮົາຈະຖືວ່າທ່ານໄດ້ຍົກເລີກນັບແຕ່ວັນທີທີ່ເຮັດການຊຳລະໃນເບື້ອງຕົ້ນ ແລະ ທ່ານອະນຸຍາດພວກເຮົາຍົກເລີກການບໍລິການຂອງທ່ານໃນທັນທີ ແລະ/ຫຼື ເພີກຖອນເນື້ອຫາໃດໜຶ່ງທີ່ໄດ້ໃຫ້ທ່ານ ເພື່ອແລກປ່ຽນກັບການຊຳລະດັ່ງກ່າວ.
- ຍ. ການສະເໜີໃຫ້ໄລຍະການທົດລອງ. ຖ້າທ່ານເຂົ້າຮ່ວມການສະເໜີໃນໄລຍະການທົດລອງໃຊ້, ພວກເຮົາໄດ້ຊີ້ແຈງວ່າ ຖ້າທ່ານກຳລັງເຂົ້າຮ່ວມໃນ ການສະເໜີໃນໄລຍະທົດລອງໃຊ້, ທ່ານອາດຈະຖືກຮຽກຮ້ອງຍົກເລີກ ການບໍລິການ ການທົດລອງໃຊ້ພາຍໃນກອບເວລາທີ່ສື່ສານກັບທ່ານ ເມື່ອທ່ານໄດ້ຍອມຮັບ ການສະເໜີ ເພື່ອຫລີກລ້ຽງ ການຖືກເກັບເງິນເພື່ອ ສືບຕໍ່ ການບໍລິການໃນຕອນທ້າຍຂອງໄລຍະເວລາ ການທົດລອງໃຊ້. ສຳລັບຂໍ້ສະເໜີສະເພາະໄລຍະທົດລອງໃຊ້, ພວກເຮົາອາດຈະຕ້ອງເປີດການຕໍ່ອາຍຸອັດຕະໂນມັດ.
- ດ. ການສະເໜີໃຫ້ສົ່ງເສີມການຂາຍ. ຈາກຄັ້ງແລ້ວຄັ້ງອີກ, Microsoft ອາດຈະສະເໜີໃຫ້ການບໍລິການຟຣີໃນໄລຍະທົດລອງໃຊ້. Microsoft ສະຫງວນສິດທີ່ຈະເກັບຄ່າບໍລິການດັ່ງກ່າວກັບທ່ານ (ໃນອັດຕາປົກກະຕິ) ຖ້າ Microsoft ກຳນົດວ່າ (ຕາມຄວາມຄິດເຫັນອັນສົມຄວນຂອງຕົນເອງ) ທ່ານກຳລັງໃຊ້ຂໍ້ກຳນົດການສະເໜີໃຫ້ໄປໃນທາງທີ່ຜິດ.
- ຕ. ການປ່ຽນແປງລາຄາ. ພວກເຮົາອາດຈະປ່ຽນລາຄາບໍລິການໃນເວລາໃດກໍ່ໄດ້ ແລະ ຖ້າທ່ານມີການຊື້ເປັນຊຸດ, ພວກເຮົາຈະແຈ້ງໃຫ້ທ່ານຊາບທາງອີເມວ, ຫຼື ວິທີການອື່ນທີ່ເໝາະສົມເປັນເວລາຢ່າງໜ້ອຍ 15 ວັນກ່ອນມີການປ່ຽນແປງລາຄາ. ຖ້າທ່ານບໍ່ເຫັນດີກັບການປ່ຽນແປງລາຄາ, ທ່ານຕ້ອງຍົກເລີກ ແລະ ຢຸດໃຊ້ການບໍລິການກ່ອນການປ່ຽນແປງລາຄາຈະມີຜົນບັງຄັບໃຊ້. ຖ້າມີໄລຍະເວລາ ແລະ ລາຄາກໍານົດໄວ້ສໍາລັບການສະເໜີໃຫ້ການບໍລິການຂອງທ່ານ, ລາຄານັ້ນຈະຍັງຄົງມີຜົນບັງຄັບໃຊ້ເປັນເວລາທີ່ກໍານົດໄວ້.
- ຖ. ການຊຳລະໃຫ້ກັບທ່ານ. ຖ້າພວກເຮົາຕິດຄ້າງການຊຳລະໃຫ້ກັບທ່ານ, ຈາກນັ້ນທ່ານເຫັນດີໃຫ້ຂໍ້ມູນໃດໜຶ່ງທີ່ພວກເຮົາຕ້ອງການທັນກັບເວລາ ແລະ ຖືກຕ້ອງ ເພື່ອເອົາການຊຳລະນັ້ນໃຫ້ກັບທ່ານ. ຂຶ້ນກັບກົດໝາຍທີ່ບັງຄັບໃຊ້, ທ່ານຮັບຜິດຊອບຕໍ່ການຊຳລະຄ່າພາສີ ແລະ ການເກັບຄ່າທຳນຽມໃດໜຶ່ງທີ່ອາດຈະເກີດຂຶ້ນກັບທ່ານ ເນື່ອງຈາກຜົນຂອງການຊຳລະນີ້ໃຫ້ກັບທ່ານ. ທ່ານຍັງຕ້ອງປະຕິບັດຕາມເງື່ອນໄຂອື່ນທີ່ພວກເຮົາວາງອອກກ່ຽວກັບສິດຂອງທ່ານຕໍ່ການຊຳລະໃດໜຶ່ງ. ຖ້າທ່ານໄດ້ຮັບການຊຳລະທີ່ມີການຜິດພາດ, ພວກເຮົາອາດຈະປີ້ນຄືນ ຫຼື ຮຽກຮ້ອງໃຫ້ມີການສົ່ງການຊຳລະຄືນ. ທ່ານເຫັນດີຮ່ວມມືກັບພວກເຮົາໃນຄວາມພະຍາມຂອງພວກເຮົາທີ່ຈະດຳເນີນການນີ້. ພວກເຮົາຍັງອາດຈະຫຼຸດການຊຳລະໃຫ້ກັບທ່ານໂດຍບໍ່ມີການແຈ້ງນໍາອີກ ເພື່ອປັບປ່ຽນສໍາລັບການຊຳລະເກີນຜ່ານມາໃດໜຶ່ງ.
- ທ. ບັດຂອງຂວັນ. ການແລກ ແລະ ການໃຊ້ບັດຂອງຂວັນ (ນອກເໜືອໄປຈາກບັດຂອງຂວັນ Skype) ແມ່ນໄດ້ຮັບການຄຸ້ມຄອງໂດຍ ຂໍ້ກໍານົດ ແລະ ເງື່ອນໄຂບັດຂອງຂວັນ Microsoft (https://support.microsoft.com/help/10562/microsoft-account-gift-card-terms-and-conditions). ຂໍ້ມູນກ່ຽວກັບບັດຂອງຂວັນ Skype ແມ່ນມີໃຫ້ຢູ່ໃນ ໜ້າຊ່ວຍເຫຼືອຂອງ Skype (https://go.microsoft.com/fwlink/?LinkId=615383).
- ນ. ວິທີການຊຳລະເງິນຜ່ານບັນຊີທະນາຄານ. ທ່ານອາດຈະລົງທະບຽນບັນຊີທະນາຄານທີ່ນຳໃຊ້ໄດ້ກັບບັນຊີ Microsoft ຂອງທ່ານ ເພື່ອໃຊ້ມັນເປັນວິທີການຊຳລະໄດ້. ບັນຊີທະນາຄານທີ່ນຳໃຊ້ໄດ້ປະກອບດ້ວຍບັນຊີທີ່ມີຢູ່ສະຖາບັນການເງິນ ທີ່ສາມາດຮັບເອົາການນຳໜີ້ເຂົ້າໂດຍກົງ (ຕົວຢ່າງ ສະຖາບັນການເງິນຢູ່ໃນສະຫະລັດທີ່ຮອງຮັບການນຳເຂົ້າເປັນສູນການຊຳລະອັດຕະໂນມັດ ("ACH"), ສະຖາບັນການເງິນເອີຣົບ ທີ່ຮອງຮັບພື້ນທີ່ການຊຳລະເປັນເງິນເອີໂຣຢ່າງດຽວ ("SEPA") ຫຼື "iDEAL" ຢູ່ໃນປະເທດເນເທີແລນ). ຂໍ້ກຳນົດທີ່ທ່ານເຫັນດີ ເມື່ອເພີ່ມບັນຊີທະນາຄານຂອງທ່ານເຂົ້າເປັນວິທີການຊຳລະໜຶ່ງຢູ່ໃນບັນຊີ Microsoft ຂອງທ່ານ (ຕົວຢ່າງ, "ຄຳສັ່ງ" ໃນກໍລະນີຂອງ SEPA) ແມ່ນນຳມາໃຊ້ນຳອີກ. ທ່ານຢັ້ງຢືນ ແລະ ຮັບປະກັນວ່າ ບັນຊີທະນາຄານຂອງທ່ານທີ່ລົງທະບຽນໄວ້ແມ່ນອອກຊື່ຂອງທ່ານ ຫຼື ທ່ານໄດ້ຮັບສິດອະນຸຍາດໃຫ້ລົງທະບຽນ ແລະ ໃຊ້ບັນຊີທະນາຄານນີ້ເປັນວິທີການຊຳລະ. ໂດຍການລົງທະບຽນ ຫຼື ໂດຍການເລືອກບັນຊີທະນາຄານເປັນວິທີການຊຳລະຂອງທ່ານ, ທ່ານໃຫ້ສິດ Microsoft (ຫຼື ຕົວແທນ) ເລີ່ມຫັກເອົາເງິນຄັ້ງໜຶ່ງ ຫຼື ຫຼາຍຄັ້ງຄົບຈຳນວນເງິນທັງໝົດຕາມການຊື້ ຫຼື ການເກັບຄ່າສັ່ງຊື້ຈາກບັນຊີທະນາຄານຂອງທ່ານ (ຕາມຂໍ້ກຳນົດການບໍລິການສັ່ງຊື້ຂອງທ່ານ) (ແລະ ຈະລິເລີ່ມສົ່ງເງິນເຂົ້າບັນຊີຂອງທ່ານຄັ້ງໜຶ່ງ ຫຼື ຫຼາຍຄັ້ງ ເພື່ອແກ້ໄຂຄວາມຜິດພາດໃຫ້ຖືກຕ້ອງ, ສົ່ງເງິນຄືນໃຫ້ ຫຼື ດຳເນີນຕາມຈຸດປະສົງຄ້າຍຄືກັນ ຖ້າມີຄວາມຈຳເປັນ), ແລະ ທ່ານໃຫ້ສິດສະຖາບັນການເງິນທີ່ຖືບັນຊີທະນາຄານຂອງທ່ານຫັກເອົາໜີ້ດັ່ງກ່າວ ຫຼື ຮັບເອົາເງິນດັ່ງກ່າວ. ທ່ານເຂົ້າໃຈວ່າ ການໃຫ້ສິດນີ້ຈະຍັງຄົງມີຜົນ ແລະ ບັງຄັບໃຊ້ໄດ້ເຕັມທີ່ຈົນກວ່າທ່ານລຶບຂໍ້ມູນບັນຊີທະນາຄານຂອງທ່ານອອກໄປຈາກບັນຊີ Microsoft ຂອງທ່ານ. ຕິດຕໍ່ການຊ່ວຍເຫຼືອລູກຄ້າຕາມທີ່ກຳນົດໃນຂໍ້ 4.ຈ ຢ່າງໄວເທົ່າທີ່ເປັນໄປໄດ້ຫາກທ່ານເຊື່ອວ່າທ່ານໄດ້ຖືກຫັກເງິນຢ່າງຜິດພາດ. ກົດໝາຍທີ່ນຳໃຊ້ຢູ່ໃນປະເທດຂອງທ່ານຍັງອາດຈະຈຳກັດຄວາມຮັບຜິດຊອບຂອງທ່ານຕໍ່ກັບການດຳເນີນການທີ່ເປັນການສໍ້ໂກງ, ເຮັດໃຫ້ຜິດພາດ ຫຼື ບໍ່ໄດ້ຮັບອະນຸຍາດຈາກບັນຊີທະນາຄານຂອງທ່ານ. ໂດຍການລົງທະບຽນ ຫຼື ໂດຍການເລືອກບັນຊີທະນາຄານຂອງທ່ານເປັນວິທີການຊຳລະ, ທ່ານຮັບຮູ້ວ່າ ທ່ານໄດ້ອ່ານ, ເຂົ້າໃຈ ແລະ ເຫັນດີກັບຂໍ້ກຳນົດເຫຼົ່ານີ້ແລ້ວ.
ໜ່ວຍງານສັນຍາ, ທາງເລືອກກົດໝາຍ ແລະ ສະຖານທີ່ແກ້ໄຂຂໍ້ຂັດແຍ່ງ
10. ໜ່ວຍງານສັນຍາ, ທາງເລືອກກົດໝາຍ ແລະ ສະຖານທີ່ແກ້ໄຂຂໍ້ຂັດແຍ່ງ. ສໍາລັບການໃຊ້ການບໍລິການຍີ່ຫໍ້ Skype ຜູ້ໃຊ້ຟຣີ ແລະ ແບບເສຍເງິນ, ຖ້າທ່ານຢູ່ນອກເຂດເອີຣົບ, ຕາເວັນອອກກາງ ແລະ ອາຝຣິກກາ, ທ່ານກຳລັງມີສັນຍາກັບ ແລະ ທຸກການອ້າງອີງຕໍ່ "Microsoft" ຢູ່ໃນຄວາມໝາຍຂອງຂໍ້ກຳນົດເຫຼົ່ານີ້, Skype Communications S.à.r.l, 23 – 29 Rives de Clausen, L-2165 Luxembourg ເວັ້ນເສຍແຕ່ໄດ້ລະບຸໄວ້ເປັນຢ່າງອື່ນຂ້າງລຸ່ມນີ້. ສໍາລັບການບໍລິການຍີ່ຫໍ້ Skype ຜູ້ໃຊ້ຟຣີ ຫຼື ຈ່າຍເງິນ, ຖ້າທ່ານຢູ່ນອກເອີຣົບ, ຕາເວັນອອກກາງ ແລະ ອາຝຣິກາ, ກົດໝາຍລຸກຊຳບວກຄຸ້ມຄອງການແປຄວາມໝາຍຂອງຂໍ້ກໍານົດ ແລະ ການຮຽກຮ້ອງເຫຼົ່ານີ້ຕໍ່ການລະເມີດຂອງພວກເຂົາ ໂດຍບໍ່ຄໍານຶງເຖິງການຂັດກັນຂອງຫຼັກການກົດໝາຍ. ກົດໝາຍຂອງແຂວງ ຫຼື ປະເທດທີ່ທ່ານຢູ່ຄຸ້ມຄອງທຸກການຮຽກຮ້ອງອື່ນໆ (ລວມທັງການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນບໍ່ເປັນທຳ ແລະ ການຮຽກຮ້ອງການກະທຳຜິດ). ຖ້າທ່ານຢູ່ນອກເອີຣົບ, ຕາເວັນອອກກາງ ແລະ ອາຝຣິກກາ, ທ່ານ ແລະ ພວກເຮົາ ເຫັນດີນຳຂອບເຂດອຳນາດສານສະເພາະໂດຍບໍ່ສາມາດປ່ຽນແປງໄດ້ ແລະ ສະຖານທີ່ຂອງສານ ລຸກຊຳບວກ ສຳລັບ ການຂັດແຍ່ງທັງໝົດທີ່ເກີດຈາກ ຫຼື ພົວພັນກັບ ການບໍລິການຍີ່ຫໍ້ Skype ສຳລັບຜູ້ໃຊ້. ສໍາລັບການບໍລິການອື່ນທັງໝົດ, ໜ່ວຍງານທີ່ທ່ານກໍາລັງເຮັດສັນຍານໍາ, ກົດໝາຍຄຸ້ມຄອງ ແລະ ສະຖານທີ່ແກ້ໄຂຂໍ້ຂັດແຍ່ງແມ່ນປະກົດມີຢູ່ລຸ່ມນີ້ຄື:
- ກ. ການາດາ. ຖ້າທ່ານອາໄສຢູ່ໃນ (ຫຼື, ຖ້າທຸລະກິດ, ສະຖານທີ່ທຸລະກິດຕົ້ນຕໍຂອງທ່ານຢູ່ໃນ) ປະເທດການາດາ ແລະ ທ່ານກໍາລັງໃຊ້ການບໍລິການທີ່ມີຍີ່ຫໍ້ Skype ແບບເສຍເງິນ, ຫຼື ຖ້າທ່ານໃຊ້ບາງສ່ວນຟຣີຂອງ Microsoft Teams, ທ່ານກໍາລັງເຮັດສັນຍາກັບ Skype Communications US Corporation, 2215-B Renaissance Drive, Las Vegas, NV 89119, United States. ສໍາລັບການບໍລິການຜູ້ບໍລິໂພກຟຣີ ແລະ ເສຍເງິນອື່ນໆທັງໝົດ, ທ່ານກໍາລັງມີສັນຍາກັບບໍລິສັດ Microsoft Corporation, One Microsoft Way, Redmond, WA 98052, U.S.A. ກົດໝາຍຂອງແຂວງບ່ອນທີ່ທ່ານດຳລົງຊີວິດຢູ່ (ຫຼື ຖ້າທຸລະກິດ, ທ່ານມີສໍານັກງານໃຫຍ່ດຳເນີນທຸລະກິດຢູ່ໃນ) ຄຸ້ມຄອງການຕີຄວາມໝາຍຂອງຂໍ້ກໍານົດເຫຼົ່ານີ້, ຂໍ້ຮຽກຮ້ອງສໍາລັບການລະເມີດຂອງພວກມັນ ແລະ ທຸກຂໍ້ຮຽກຮ້ອງອື່ນ (ລວມທັງການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນທີ່ຂາດຄວາມຊອບທຳ ແລະ ຂໍ້ຮຽກຮ້ອງການລະເມີດເສຍຫາຍ), ໂດຍບໍ່ຄໍານຶງເຖິງການຂັດກັນຂອງຫຼັກການກົດໝາຍ. ທ່ານ ແລະ ພວກເຮົາໃຫ້ຄໍາຍິນຍອມບໍ່ສາມາດປ່ຽນແປງໄດ້ຕໍ່ກັບອຳນາດສານຜູກຂາດ ແລະ ສະຖານທີ່ຂອງສານອອນຕາຣິໂອສໍາລັບທຸກຂໍ້ຂັດແຍ້ງເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບຂໍ້ກໍານົດ ຫຼື ການບໍລິການເຫຼົ່ານີ້.
- ຂ. ອາເມຣິກາເໜືອ ຫຼື ໃຕ້ຢູ່ນອກສະຫະລັດ ແລະ ການາດາ. ຖ້າທ່ານດຳລົງຊີວິດຢູ່ໃນ (ຫຼື ຖ້າທຸລະກິດ, ທ່ານມີສໍານັກງານໃຫຍ່ດຳເນີນທຸລະກິດຢູ່ໃນ) ອາເມຣິກາເໜືອ ຫຼື ໃຕ້ຢູ່ນອກສະຫະລັດ ແລະ ການາດາ, ທ່ານກໍາລັງມີສັນຍາກັບບໍລິສັດ Microsoft Corporation, One Microsoft Way, Redmond, WA 98052, U.S.A. ກົດໝາຍລັດວໍຊິງຕັນຄຸ້ມຄອງການຕີຄວາມໝາຍຂອງຂໍ້ກໍານົດເຫຼົ່ານີ້ ແລະ ຮຽກຮ້ອງສໍາລັບການລະເມີດຂອງພວກມັນ, ໂດຍບໍ່ຄໍານຶງເຖິງຕົວເລືອກຂອງຫຼັກການກົດໝາຍ. ກົດໝາຍຂອງປະເທດທີ່ພວກເຮົາສັ່ງການບໍລິການຂອງທ່ານຄຸ້ມຄອງທຸກການຮຽກຮ້ອງອື່ນໆ (ລວມທັງການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນບໍ່ເປັນທຳ ແລະ ການຮຽກຮ້ອງການກະທຳຜິດ).
- ຄ. ຕາເວັນອອກກາງ, ອາຝຣິກາ ຫຼື ເອີຣົບ. ຖ້າທ່ານອາໄສຢູ່ໃນ (ຫລື ຖ້າ ທຸລະກິດ, ບ່ອນເຮັດທຸລະກິດຫລັກຕັ້ງຢູ່) ຕາເວັນອອກກາງ, ອາຝຣິກາ ຫລື ເອີຣົບ ຍົກເວັ້ນ ສະຫະພາບເອີຣົບ (EU), ໄອສແລນ, ລິກເຕນສ໌ໄຕນ໌, ນອກແວ, ສະວິດເຊີແລນ ແລະ ສະຫະລາຊະອານາຈັກ ແລະ ທ່ານກຳລັງໃຊ້ສ່ວນຟຣີຂອງການບໍລິການ (ເຊັ່ນ Bing ແລະ MSN), ທ່ານກຳລັງມີສັນຍາກັບ Microsoft Corporation, One Microsoft Way, Redmond, WA 98052, U.S.A., ຍົກເວັ້ນທ່ານໃຊ້ສ່ວນຟຣີຂອງ Skype, ທ່ານກຳລັງມີສັນຍາກັບ Microsoft Ireland Operations Limited, One Microsoft Place, South County Business Park, Leopardstown, Dublin 18, Ireland. ຖ້າທ່ານເສຍເງິນເພື່ອໃຊ້ ການບໍລິການ ທ່ານກຳລັງມີສັນຍາກັບ Microsoft Ireland Operations Limited, One Microsoft Place, South County Business Park, Leopardstown, Dublin 18, Ireland. ສໍາລັບການບໍລິການຟຣີ ແລະ ຈ່າຍເງິນ, ກົດໝາຍອຽກລັ່ງຄຸ້ມຄອງການແປຄວາມໝາຍຂອງຂໍ້ກໍານົດເຫຼົ່ານີ້ ແລະ ຮຽກຮ້ອງຕໍ່ການລະເມີດ ໂດຍບໍ່ຄໍານຶງເຖິງການຂັດກັນຂອງຫຼັກການກົດໝາຍ. ກົດໝາຍຂອງປະເທດທີ່ພວກເຮົາສັ່ງການບໍລິການຂອງທ່ານຄຸ້ມຄອງທຸກການຮຽກຮ້ອງອື່ນໆ (ລວມທັງການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນບໍ່ເປັນທຳ ແລະ ການຮຽກຮ້ອງການກະທຳຜິດ). ທ່ານ ແລະ ພວກເຮົາເຫັນດີບໍ່ສາມາດປ່ຽນແປງໄດ້ຕໍ່ກັບອຳນາດສານຜູກຂາດ ແລະ ສະຖານທີ່ຂອງສານອຽກລັ່ງສໍາລັບທຸກຂໍ້ຂັດແຍ້ງເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບຂໍ້ກໍານົດ ຫຼື ການບໍລິການເຫຼົ່ານີ້.
- ງ. ອາຊີ ຫຼື ປາຊີຟິກໃຕ້, ນອກຈາກວ່າປະເທດຂອງທ່ານຖືກກ່າວເຖິງໂດຍສະເພາະຢູ່ລຸ່ມນີ້. ຖ້າທ່ານອາໄສຢູ່ໃນ (ຫລື ຫາກທຸລະກິດ, ສະຖານທີ່ຫລັກຂອງທຸລະກິດຕັ້ງຢູ່ໃນ) ອາຊີ (ຍົກເວັ້ນຈີນ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ ຫລື ໄຕ້ຫວັນ) ຫລື ປາຊີຟິກໃຕ້ ແລະ ທ່ານກຳລັງໃຊ້ ສ່ວນຟຣີຂອງການບໍລິການ (ເຊັ່ນ Bing ແລະ MSN), ທ່ານກຳລັງມີສັນຍາກັບ Microsoft Corporation, One Microsoft Way, Redmond, WA 98052, U.S.A. ຖ້າທ່ານເສຍເງິນເພື່ອໃຊ້ສ່ວນຂອງການບໍລິການ ຫລື ກຳລັງໃຊ້ບໍລິການ Outlook.com ຟຣີ ໃນສິງກະໂປ ຫລື ຮົງກົງ, ທ່ານກຳລັງມີສັນຍາກັບ Microsoft Regional Sales Pte Ltd., ບໍລິສັດທີ່ຈັດຕັ້ງພາຍໃຕ້ກົດໝາຍແຫ່ງປະເທດສິງກະໂປທີ່ລົງທະບຽນຕາມທີ່ຢູ່ 182 Cecil Street, #13-01, Frasers Tower, Singapore 069547; ຖ້າທ່ານອາໄສຢູ່ ຫລື (ຖ້າ ທຸລະກິດ, ບ່ອນເຮັດທຸລະກິດຫລັກຕັ້ງຢູ່) ອົດສະຕາລີ, ທ່ານກຳລັງມີສັນຍັງກັບ Microsoft Pty Ltd, 1 Denison St, North Sydney, NSW 2060, Australia ແລະ ຫາກທ່ານອາໄສຢູ່ (ຫລື ຖ້າ ທຸລະກິດ, ບ່ອນເຮັດທຸລະກິດຫລັກຕັ້ງຢູ່) ນີວຊີແລນ, ທ່ານກຳລັງມີສັນຍາກັບ Microsoft New Zealand Limited, Level 5, 22 Viaduct Harbour Avenue, PO Box 8070 Symonds Street, Auckland, 1150 New Zealand. ສຳລັບການບໍລິການຟຣີ ແລະ ແບບເສຍເງິນ, ກົດໝາຍແຫ່ງລັດວໍຊີງຕັນຄຸ້ມຄອງການຕີຄວາມໝາຍຂອງ ຂໍ້ກຳນົດເຫຼົ່ານີ້ ແລະ ການຮ້ອງຮຽນສຳລັບການລະເມີດ, ໂດຍບໍ່ຄຳນຶງເຖິງຄວາມຄັດແຍ່ງຂອງຫລັກກົດໝາຍ). ກົດໝາຍຂອງປະເທດທີ່ພວກເຮົາສັ່ງການບໍລິການຂອງທ່ານຄຸ້ມຄອງທຸກການຮຽກຮ້ອງອື່ນໆ (ລວມທັງການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນບໍ່ເປັນທຳ ແລະ ການຮຽກຮ້ອງການກະທຳຜິດ). ຂໍ້ຂັດແຍ້ງໃດໜຶ່ງທີ່ເກີດຂຶ້ນມາຈາກ ຫຼື ໃນການພົວພັນກັບຂໍ້ກໍານົດ ຫຼື ການບໍລິການເຫຼົ່ານີ້ ນອກຈາກ Skype, ລວມທັງຄໍາຖາມໃດໜຶ່ງກ່ຽວກັບການມີຢູ່ຂອງພວກມັນ, ຄວາມສາມາດໃຊ້ໄດ້ ຫຼື ການສິ້ນສຸດຂອງມັນ ຈະຖືກນໍາສົ່ງໄປ ແລະ ແກ້ໄຂສຸດທ້າຍໂດຍການໄກ່ເກ່ຍຢູ່ໃນປະເທດສິງກະໂປຕາມກົດລະບຽບການໄກ່ເກ່ຍຂອງສູນໄກ່ເກ່ຍສາກົນຂອງສິງກະໂປ (SIAC), ເຊິ່ງກົດລະບຽບແມ່ນຖືວ່າໄດ້ເອົາເຂົ້ານໍາແລ້ວໂດຍການອ້າງອີງໃສ່ຂໍ້ນີ້. ສານຍຸຕິທຳຈະປະກອບດ້ວຍຜູ້ໄກ່ເກ່ຍໜຶ່ງທ່ານທີ່ຈະຖືກແຕ່ງຕັ້ງໂດຍປະທານຂອງ SIAC. ພາສາຂອງການໄກ່ເກ່ຍແມ່ນຈະໃຊ້ພາສາອັງກິດ. ຄໍາຕັດສິນຂອງຜູ້ໄກ່ເກ່ຍຈະເປັນອັນສຸດທ້າຍ, ຜູກມັດ ແລະ ບໍ່ໂຕ້ແຍ້ງໄດ້, ແລະມັນອາດຈະຖືກນໍາໃຊ້ເປັນຕົວເລີ່ມຕົ້ນສໍາລັບການພິພາກສາຢູ່ໃນປະເທດ ຫຼື ພາກພື້ນໃດໜຶ່ງ.
- ຈ. ຍີປຸ່ນ. ຖ້າທ່ານດຳລົງຊີວິດຢູ່ໃນ (ຫຼື ຖ້າທຸລະກິດ, ທ່ານມີສໍານັກງານໃຫຍ່ດຳເນີນທຸລະກິດຢູ່ໃນ) ຍີປຸ່ນ ແລະ ທ່ານກໍາລັງໃຊ້ການບໍລິການສ່ວນຟຣີ (ເຊັ່ນ Bing ແລະ MSN), ທ່ານກໍາລັງມີສັນຍາກັບບໍລິສັດ Microsoft Corporation, One Microsoft Way, Redmond, WA 98052, U.S.A. ຖ້າທ່ານໄດ້ຈ່າຍເງິນເພື່ອໃຊ້ສ່ວນໜຶ່ງຂອງການບໍລິການ, ທ່ານກໍາລັງມີສັນຍາກັບບໍລິສັດ Microsoft Japan Co., Ltd (MSKK), Shinagawa Grand Central Tower, 2-16-3 Konan Minato-ku, Tokyo 108-0075. ສໍາລັບການບໍລິການຟຣີ ແລະ ຈ່າຍເງິນ, ກົດໝາຍຍີປຸ່ນຄຸ້ມຄອງຂໍ້ກໍານົດເຫຼົ່ານີ້ ແລະ ເລື່ອງໃດໜຶ່ງທີ່ເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບພວກມັນ ຫຼື ການບໍລິການ. ທ່ານ ແລະ ພວກເຮົາເຫັນດີບໍ່ສາມາດປ່ຽນແປງໄດ້ຕໍ່ກັບອຳນາດສານເດີມຜູກຂາດ ແລະ ສະຖານທີ່ຂອງສານເຂດໂຕກຽວສໍາລັບທຸກຂໍ້ຂັດແຍ້ງເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບຂໍ້ກໍານົດ ຫຼື ການບໍລິການເຫຼົ່ານີ້.
- ສ. ສາທາລະນະລັດເກົາຫຼີ.
- i. ຖ້າທ່ານອາໄສຢູ່ໃນ (ຫລື ຖ້າ ທຸລະກິດ, ບ່ອນເຮັດທຸລະກິດຫລັກຕັ້ງຢູ່) ສາທາລະນະລັດເກົາຫຼີ, ແລະ ທ່ານກຳລັງໃຊ້ສ່ວນຟຣີຂອງການບໍລິການ (ເຊັ່ນ Bing ແລະ MSN), ທ່ານກຳລັງມີສັນຍາກັບ Microsoft Corporation, One Microsoft Way, Redmond, WA 98052, U.S.A., ຖ້າທ່ານຈ່າຍເງິນເພື່ອໃຊ້ບາງສ່ວນຂອງການບໍລິການ, ທ່ານກໍາລັງເຮັດສັນຍາກັບ Microsoft Korea, Inc., 12th Floor, Tower A, The K-Twin Tower, Jongro 1 gil 50, Jongro-gu, Seoul, Republic of Korea, 03142. ສໍາລັບການບໍລິການຟຣີ ແລະ ເສຍເງິນ, ກົດໝາຍຂອງສາທາລະນະລັດເກົາຫຼີ ຈະຄຸ້ມຄອງເງື່ອນໄຂເຫຼົ່ານີ້ ແລະ ບັນຫາໃດໆກໍຕາມທີ່ເກີດຈາກ ຫຼື ກ່ຽວຂ້ອງກັບພວກມັນ ຫຼື ການບໍລິການ. ທ່ານ ແລະ ພວກເຮົາເຫັນດີບໍ່ສາມາດປ່ຽນແປງໄດ້ຕໍ່ກັບອຳນາດສານເດີມແບບບໍ່ຜູກຂາດ ແລະ ສະຖານທີ່ຂອງສານກາງແຫ່ງນະຄອນຫຼວງເຊອຸນສໍາລັບທຸກຂໍ້ຂັດແຍ້ງເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບຂໍ້ກໍານົດ ຫຼື ການບໍລິການເຫຼົ່ານີ້.
- ii. ຖ້າທ່ານອາໄສຢູ່ໃນສາທາລະນະລັດເກົາຫຼີ, ຕາມກົດໝາຍ, ທ່ານອາດຈະມີສິດທີ່ແນ່ນອນທີ່ບໍ່ສາມາດຖືກຈໍາກັດໂດຍສັນຍາເຊັ່ນ: ເງື່ອນໄຂເຫຼົ່ານີ້. ເງື່ອນໄຂເຫຼົ່ານີ້ ບໍ່ມີຈຸດປະສົງເພື່ອຈຳກັດສິດເຫຼົ່ານັ້ນ ຫຼື ເພື່ອຈຳກັດຄວາມຮັບຜິດຊອບຂອງ Microsoft ທີ່ກຳນົດໄວ້ໃນກົດໝາຍ. ເຖິງວ່າຈະມີສິ່ງໃດກໍ່ຕາມທີ່ກົງກັນຂ້າມທີ່ມີຢູ່ໃນນີ້, ເງື່ອນໄຂເຫຼົ່ານີ້ ຈະມີຜົນບັງຄັບໃຊ້ໃນຂອບເຂດທີ່ກົດຫມາຍອະນຸຍາດ. ການປ່ຽນແປງໃດໆຂອງເງື່ອນໄຂເຫຼົ່ານີ້ (ແລະ ການປ່ຽນແປງໃດໜຶ່ງທາງດ້ານຈໍານວນທີ່ຈະເກັບສໍາລັບການບໍລິການສະໝັກທີ່ເກີດຂຶ້ນອີກ, ຖ້າມີ) ຈະຕ້ອງປະຕິບັດຕາມຂໍ້ກໍານົດຂອງກົດຫມາຍ.
- ຊ. ໄຕ້ຫວັນ. ຖ້າທ່ານດຳລົງຊີວິດຢູ່ໃນ (ຫຼື ຖ້າທຸລະກິດ, ທ່ານມີສໍານັກງານໃຫຍ່ດຳເນີນທຸລະກິດຢູ່ໃນ) ໄຕ້ຫວັນ ແລະ ທ່ານກໍາລັງໃຊ້ການບໍລິການສ່ວນຟຣີ (ເຊັ່ນ Bing ແລະ MSN), ທ່ານກໍາລັງມີສັນຍາກັບບໍລິສັດ Microsoft Corporation, One Microsoft Way, Redmond, WA 98052, U.S.A. ຖ້າທ່ານໄດ້ຈ່າຍເງິນເພື່ອໃຊ້ສ່ວນໜຶ່ງຂອງການບໍລິການ, ທ່ານກໍາລັງມີສັນຍາກັບບໍລິສັດ Microsoft Taiwan Corp., 18F, No. 68, Sec. 5, Zhongxiao E. Rd., Xinyi District, Taipei 11065, Taiwan. ສໍາລັບການບໍລິການຟຣີ ແລະ ຈ່າຍເງິນ, ກົດໝາຍໄຕ້ຫວັນຄຸ້ມຄອງຂໍ້ກໍານົດເຫຼົ່ານີ້ ແລະ ເລື່ອງໃດໜຶ່ງທີ່ເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບພວກມັນ ຫຼື ການບໍລິການ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບບໍລິສັດ Microsoft Taiwan Corp., ກະລຸນາເບິ່ງເວັບໄຊທ໌ທີ່ຈັດໃຫ້ໂດຍ ກະຊວງເສດຖະກິດ R.O.C. (https://gcis.nat.gov.tw/mainNew/). ທ່ານ ແລະ ພວກເຮົາມອບໝາຍໃຫ້ສານເຂດໄຕ້ຫວັນໂດຍບໍ່ສາມາດປ່ຽນແປງໄດ້ໃຫ້ເປັນສານຂັ້ນທຳອິດທີ່ມີອຳນາດເໜືອຂໍ້ຂັດແຍ້ງໃດໜຶ່ງທີ່ເກີດຂຶ້ນມາຈາກ ຫຼື ກ່ຽວຂ້ອງກັບຂໍ້ກໍານົດ ຫຼື ການບໍລິການເຫຼົ່ານີ້ ໃນລະດັບສູງສຸດທີ່ກົດໝາຍໄຕ້ຫວັນອະນຸຍາດ.
ກົດໝາຍຜູ້ບໍລິໂພກໃນທ້ອງຖິ່ນຂອງທ່ານອາດຈະຮຽກຮ້ອງໃຫ້ມີບາງກົດໝາຍທ້ອງຖິ່ນຄຸ້ມຄອງ ຫຼື ໃຫ້ສິດກັບທ່ານ ເພື່ອແກ້ໄຂຂໍ້ຂັດແຍ້ງຢູ່ໃນສະພາອື່ນ ເຖິງແມ່ນວ່າມີຂໍ້ກໍານົດເຫຼົ່ານີ້. ຖ້າເປັນດັ່ງນັ້ນ, ທາງເລືອກຂອງກົດໝາຍ ແລະຂໍ້ບັນຍັດຂອງສະພາຢູ່ໃນຂໍ້ທີ 10 ນໍາໃຊ້ໄດ້ຫຼາຍເທົ່າທີ່ກົດໝາຍຜູ້ບໍລິໂພກທ້ອງຖິ່ນອະນຸຍາດ.
ການຮັບປະກັນ
11. ການຮັບປະກັນ.
- ກ. MICROSOFT, ແລະ ສາຂາ, ຜູ້ຂາຍຄືນໃໝ່, ຜູ້ແຈກຢາຍ, ແລະ ຜູ້ຂາຍຂອງພວກເຮົາບໍ່ໃຫ້ການຮັບປະກັນ, ການຄ້ຳປະກັນ ຫຼືເງື່ອນໄຂຕ່າງໆກ່ຽວກັບການໃຊ້ການບໍລິການຂອງທ່ານໂດຍທີ່ບອກແຈ້ງ ຫຼືບໍ່ໄດ້ບອກແຈ້ງ. ທ່ານເຂົ້າໃຈວ່າ ການໃຊ້ການບໍລິການແມ່ນເປັນຄວາມສ່ຽງຂອງທ່ານເອງ ແລະ ດັ່ງນັ້ນ ພວກເຮົາໃຫ້ການບໍລິການຕາມສະພາບ "ຕາມທີ່ເປັນ" "ດ້ວຍຄວາມຜິດທັງໝົດ" ແລະ "ຕາມທີ່ມີໃຫ້." MICROSOFT ບໍ່ຮັບປະກັນຄວາມຖືກຕ້ອງ ຫລືກອບເວລາຂອງການບໍລິການ. ທ່ານອາດຈະມີສິດສະເພາະພາຍໃຕ້ກົດໝາຍທ້ອງຖິ່ນຂອງທ່ານ. ບໍ່ມີອັນໃດຢູ່ໃນຂໍ້ກໍານົດເຫຼົ່ານີ້ທີ່ຈະຕັ້ງໃຈໃຫ້ມີຜົນກະທົບຕໍ່ສິດເຫຼົ່ານັ້ນ, ຖ້າພວກມັນສາມາດນໍາໃຊ້ໄດ້. ທ່ານຮັບຮູ້ວ່າ ຄອມພິວເຕີ ແລະ ລະບົບການສື່ສານບໍ່ສາມາດປາສະຈາກຄວາມຜິດພາດໄດ້ ແລະ ມີໄລຍະທີ່ບໍ່ສາມາດນໍາໃຊ້ໄດ້ເກີດຂຶ້ນບາງຄັ້ງຄາວ. ພວກເຮົາບໍ່ຮັບປະກັນໄດ້ວ່າ ການບໍລິການຈະບໍ່ຖືກຂັດຈັງຫວະ, ກົງເວລາ, ປອດໄພ, ຫຼືບໍ່ມີຄວາມຜິດພາດ ຫຼືຈະບໍ່ມີການສູນເສຍເນື້ອໃນເກີດຂຶ້ນ, ຫຼືພວກເຮົາບໍ່ຮັບປະກັນການເຊື່ອມຕໍ່ໃດໜຶ່ງກັບ ຫຼືການສົ່ງຈາກເຄືອຂ່າຍຄອມພິວເຕີ.
- ຂ. ໃນລະດັບທີ່ກົດໝາຍທ້ອງຖິ່ນຂອງທ່ານອະນຸຍາດ, ພວກເຮົາບໍ່ລວມເອົາການຮັບປະກັນທີ່ບໍ່ບອກແຈ້ງໃດໜຶ່ງ, ລວມທັງສໍາລັບການຄ້າ, ຄຸນນະພາບທີ່ພໍໃຈ, ຄວາມເໝາະສົມສໍາລັບຈຸດປະສົງສະເພາະ, ຄວາມພະຍາຍາມດຳເນີນການດ້ວຍຝີມື, ແລະ ການບໍ່ລະເມີດ.
- ຄ. ສໍາລັບຜູ້ໃຊ້ທີ່ດຳລົງຊີວິດຢູ່ໃນອົດສະຕາລີ: ສິນຄ້າ ແລະ ການບໍລິການຂອງພວກເຮົາມາພ້ອມກັບການຮັບປະກັນທີ່ບໍ່ສາມາດຍົກເວັ້ນໄດ້ພາຍໃຕ້ກົດໝາຍຜູ້ຊົມໃຊ້ຂອງອົດສະຕາລີ. ສຳລັບຄວາມລົ້ມເຫຼວທີ່ສຳຄັນກັບການບໍລິການ, ທ່ານໄດ້ຮັບສິດ:
- ໃນການຍົກເລີກ ການບໍລິການຂອງທ່ານທີ່ມີສັນຍາກັບພວກເຮົາ; ແລະ
- ເພື່ອສ່ົງຄືນເງິນສ່ວນທີ່ບໍ່ໄດ້ໃຊ້, ຫຼື ເພື່ອຊົດເຊີຍ ຄ່າທີ່ຫຼຸດຂອງມັນ.
ທ່ານມີສິດເພື່ອເລືອກ ການສົ່ງເງິນຄືນ ຫຼື ການທົດແທນໃໝ່ ສຳລັບຄວາມລົ້ມເຫຼວທີ່ຮ້າຍແຮງກັບສິນຄ້າ. ຖ້າມີສິນຄ້າລົ້ມເຫຼວ ຫຼື ການບໍລິການມີການລົ້ມເຫຼວ ແຕ່ບໍ່ຮ້າຍແຮງ, ທ່ານມີສິດແກ້ໄຂ ການລົ້ມເຫຼວ ໃນເວລາທີ່ເໝາະສົມ. ຖ້າສິ່ງນີ້ບໍ່ສຳເລັດ ທ່ານມີສິດຮັບການຄືນເງິນສຳລັບສິນຄ້າ ແລະ ເພື່ອຍົກເລີກ ສັນຍາການບໍລິການ ແລະຮັບການຄືນເງິນໃນສ່ວນທີ່ບໍ່ໄດ້ໃຊ້. ນອກຈາກນັ້ນ, ທ່ານຍັງມີສິດຮັບການຊົດເຊີຍ ສຳລັບຄ່າເສຍຫາຍ ຫຼື ຄວາມເສຍຫາຍ ທີ່ມີເຫດຜົນ ແລະ ສາມາດຄາດການໄດ້ ຈາກ ຄວາມລົ້ມເຫຼວໃນສິນຄ້າ ຫຼື ການບໍລິການ.
- ງ. ສໍາລັບຜູ້ໃຊ້ທີ່ດຳລົງຊີວິດຢູ່ໃນນີວຊີແລນ, ທ່ານອາດຈະມີສິດຕາມກົດໝາຍພາຍໃຕ້ກົດໝາຍການຮັບປະກັນຜູ້ໃຊ້, ແລະ ບໍ່ມີອັນໃດຢູ່ໃນຂໍ້ກໍານົດທີ່ຕັ້ງໃຈວ່າຈະໃຫ້ມີຜົນກະທົບຕໍ່ສິດເຫຼົ່ານັ້ນ.
ການຈຳກັດຄວາມຮັບຜິດຊອບ
12. ການຈຳກັດຄວາມຮັບຜິດຊອບ.
- ກ. ຖ້າທ່ານມີພື້ນຖານອັນໃດໜຶ່ງສຳລັບການກອບກູ້ຄວາມເສຍຫາຍຄືນ (ລວມທັງການລະເມີດຂໍ້ກຳນົດເຫຼົ່ານີ້), ໃນລະດັບທີ່ກົດໝາຍອະນຸຍາດແລ້ວ, ທ່ານເຫັນດີວ່າ ການແກ້ໄຂສະເພາະຢ່າງດຽວແມ່ນເພື່ອກອບກູ້ຄວາມເສຍຫາຍໂດຍກົງຄືນຈາກ Microsoft ຫຼື ຫຸ້ນສ່ວນ, ຜູ້ຂາຍຄືນ, ຜູ້ຈຳໜ່າຍ, ຜູ້ໃຫ້ການບໍລິການ ແລະ ແອັບພາກສ່ວນທີສາມ, ແລະ ຜູ້ຂາຍແມ່ນໄດ້ເຖິງຈຳນວນເທົ່າກັບຄ່າການບໍລິການຂອງທ່ານສຳລັບເດືອນໃນລະຫວ່າງທີ່ເກີດມີການສູນເສຍ ຫຼື ການລະເມີດ (ຫຼື ໄປຈົນເຖິງ 10.00 ໂດລາສະຫະລັດ ຖ້າເປັນການບໍລິການຟຣີ).
- ຂ. ໃນຂອບເຂດທີ່ອະນຸຍາດໂດຍກົດໝາຍທີ່ກ່ຽວຂ້ອງ, ທ່ານບໍ່ສາມາດກູ້ຄືນ (i) ການສູນເສຍ ຫລື ຄວາມເສຍຫາຍທີ່ຕາມມາ; (ii) ສູນເສຍຜົນກຳໄລຕົວຈິງ ຫລື ທີ່ໄດ້ຄາດຄະເນໄວ້ (ບໍ່ວ່າທາງກົງ ຫລື ທາງອອ້ມ); (iii) ສູນເສຍລາຍຮັບຕົວຈິງ ຫລື ທີ່ໄດ້ຄາດຄະເນໄວ້ (ບໍ່ວ່າທາງກົງ ຫລື ທາງອອ້ມ); (iv) ສູນເສຍສັນຍາ ຫລື ທຸລະກິດ ຫລື ການສູນເສຍ ຫລື ຄວາມເສຍຫາຍອື່ນໆທີ່ເກີດຈາກການໃຊ້ບໍລິການຂອງທ່ານທີ່ບໍ່ແມ່ນສ່ວນບຸກຄົນ; (v) ການສູນເສຍ ຫລື ຄວາມເສຍຫາຍພິເສດ, ທາງອອ້ມ, ບັງເອີນ ຫລື ທີ່ເປັນການລົງໂທດ; ແລະ (vi) ໃນຂອບເຂດທີ່ອະນຸຍາດໂດຍກົດໝາຍ, ຄວາມເສຍຫາຍ ຫລື ການສູນເສຍທາງກົງຫລາຍກວ່າຂີດຈຳກັດທຶນທີ່ລະບຸໃນຂໍ້ 12.a ຂ້າງເທິງ. ຂໍ້ຈໍາກັດ ແລະ ການຍົກເວັ້ນເຫຼົ່ານີ້ຈະນໍາໄປໃຊ້ ຖ້າການແກ້ໄຂນີ້ບໍ່ຊົດເຊີຍການສູນເສຍໃດໜຶ່ງໃຫ້ທ່ານເຕັມ ຫຼືຄວາມບໍ່ສໍາເລັດຕາມຈຸດປະສົງທີ່ຈໍາເປັນ ຫຼືຖ້າພວກເຮົາຮູ້ ຫຼືຄວນຈະຮູ້ກ່ຽວກັບຄວາມມເປັນໄປໄດ້ຂອງຄວາມເສຍຫາຍ. ໃນລະດັບສູງສຸດທີ່ກົດໝາຍອະນຸຍາດ, ຂໍ້ຈໍາກັດ ແລະ ຂໍ້ຍົກເວັ້ນເຫຼົ່ານີ້ນໍາໃຊ້ກັບສິ່ງໃດໜຶ່ງ ຫຼືຂໍ້ຮຽກຮ້ອງໃດໜຶ່ງກ່ຽວຂ້ອງກັບຂໍ້ກໍານົດເຫຼົ່ານີ້, ການບໍລິການ, ຫຼືຊອບແວກ່ຽວຂ້ອງກັບການບໍລິການ.
- ຄ. Microsoft ບໍ່ຮັບຜິດຊອບ ຫຼືມີສ່ວນຮັບຜິດຊອບຕໍ່ຄວາມບໍ່ສໍາເລັດໃດໜຶ່ງທີ່ຈະດຳເນີນການ ຫຼືຄວາມຊັກຊ້າຢູ່ໃນການປະຕິບັດພັນທະໜ້າທີ່ຂອງມັນພາຍໃຕ້ຂໍ້ກໍານົດເຫຼົ່ານີ້ ໃນລະດັບທີ່ຄວາມບໍ່ສໍາເລັດ ຫຼືຄວາມຊັກຊ້າມີສາເຫດມາຈາກສະພາບການທີ່ເກີນກ່ວາການຄວບຄຸມອັນສົມເຫດສົມຜົນຂອງ Microsoft (ເຊັ່ນ ຂໍ້ຂັດແຍ້ງທາງດ້ານແຮງງານ, ການກະທຳຂອງພະຈົ້າ, ສົງຄາມ ຫຼືການເຄື່ອນໄຫວຂອງຜູ້ກໍ່ການຮ້າຍ, ຄວາມເສຍຫາຍຈາກການປອງຮ້າຍ, ອຸປະຕິເຫດ ຫຼືການປະຕິບັດຕາມກົດໝາຍ ຫຼືຄໍາສັ່ງຂອງລັດຖະບານທີ່ບັງຄັບໃຊ້ໃດໜຶ່ງ). Microsoft ຈະພະຍາຍາມຫຼຸດຜ່ອນຜົນກະທົບຂອງເຫດການໃດໜຶ່ງໃນຈໍານວນເຫຼົ່ານີ້ລົງໃຫ້ໜ້ອຍທີ່ສຸດ ແລະ ເພື່ອປະຕິບັດພັນທະໜ້າທີ່ອັນທີ່ບໍ່ໄດ້ຮັບຜົນກະທົບ.
ຂໍ້ກໍານົດການບໍລິການສະເພາະ
13. ຂໍ້ກໍານົດການບໍລິການສະເພາະ. ຂໍ້ກໍານົດກ່ອນ ແລະ ຫຼັງຂໍ້ທີ 13 ນັ້ນ ໂດຍທົ່ວໄປແລ້ວແມ່ນໃຊ້ກັບທຸກການບໍລິການ. ຂໍ້ນີ້ມີຂໍ້ກໍານົດການບໍລິການສະເພາະທີ່ເພີ່ມເຕີມໃສ່ຂໍ້ກໍານົດທົ່ວໄປ. ຂໍ້ກຳນົດການບໍລິການສະເພາະຈະນຳມາໃຊ້ ຖ້າມີການຂັດແຍ້ງກັນໃດໜຶ່ງກັບຂໍ້ກຳນົດທົ່ວໄປ.
Xbox
- ກ. Xbox.
- i. ການໃຊ້ສ່ວນຕົວ ບໍ່ແມ່ນເພື່ອທາງການຄ້າ. ບໍລິການອອນລາຍນ໌ Xbox, ("ເຄືອຂ່າຍ Xbox"), ເກມ Xbox Game Studios (ລວມເຖິງເກມ Mojang) (https://www.xbox.com/xbox-game-studios), ແອັບພລິເຄຊັ່ນ, ການສະໝັກ (ຕົວຢ່າງ: ການສະເໜີບໍລິການການຈອງ Xbox Game Pass), ການບໍລິການ (ຕົວຢ່າງ: Xbox Cloud Gaming), ແລະ ເນື້ອໃນທີ່ສະໜອງໂດຍ Microsoft (ໂດຍລວມແມ່ນ "ການບໍລິການ Xbox") ແມ່ນສຳລັບການໃຊ້ສ່ວນຕົວ ແລະ ການໃຊ້ບໍ່ແມ່ນທາງການຄ້າເທົ່ານັ້ນ.
- ii. ການບໍລິການ Xbox. ເມື່ອທ່ານຂໍຕັ້ງການບໍລິການ Xbox ແລະ/ຫຼື ຮັບການບໍລິການ Xbox, ຂໍ້ມູນກ່ຽວກັບການຫຼິ້ນເກມ, ກິດຈະກຳ ແລະການໃຊ້ເກມຂອງທ່ານ ແລະ ການບໍລິການ Xbox ຈະຖືກຕິດຕາມ ແລະ ແບ່ງປັນກັບພາກສ່ວນທີສາມທີ່ກ່ຽວຂ້ອງ, ລວມທັງຜູ້ພັດທະນາເກມ ແລະ ຜູ້ເຜີຍແຜ່, ເພື່ອໃຫ້ Microsoft ຈັດສົ່ງບໍລິການ Xbox ແລະ ສໍາລັບພາກສ່ວນທີສາມ ເພື່ອດໍາເນີນການເກມ ແລະ ການບໍລິການທີ່ບໍ່ແມ່ນຂອງ Microsoft. ນອກຈາກນັ້ນ, ຖ້າບໍລິການ Xbox ຖືກເຂົ້າເຖິງຜ່ານອຸປະກອນ ຫຼື ແພລັດຟອມພາກສ່ວນທີສາມ, ຂໍ້ມູນກ່ຽວກັບການຫລິ້ນເກມຂອງທ່ານ, ກິດຈະກຳ ແລະ ການນຳໃຊ້ເກມ ແລະ ບໍລິການ Xbox ອາດຈະຖືກຕິດຕາມ ແລະ ແບ່ງປັນໂດຍອຸປະກອນ ແລະ ແພລັດຟອມພາກສ່ວນທີສາມດັ່ງກ່າວ, ຂຶ້ນກັບເງື່ອນໄຂຂອງພາກສ່ວນທີສາມ ແລະ ນະໂຍບາຍຄວາມເປັນສ່ວນຕົວ. ຖ້າຫາກທ່ານລົງຊື່ເຂົ້າໃຊ້ກັບແພລັດຟອມອື່ນ ຫຼື ອຸປະກອນທີ່ມີບັນຊີ Microsoft ຂອງທ່ານ ຫຼື ເຊື່ອມຕໍ່ບັນຊີ Microsoft ຂອງທ່ານກັບແພລັດຟອມ ຫຼື ອຸປະກອນດັ່ງກ່າວເພື່ອເຂົ້າເຖິງ ບໍລິການທີ່ບໍ່ແມ່ນ Microsoft (ຕົວຢ່າງ: ຜູ້ເຜີຍແຜ່ເກມທີ່ບໍ່ແມ່ນ Microsoft ຂອງແອັບແລະການບໍລິການພາກສ່ວນທີສາມ), ທ່ານເຫັນດີວ່າ: (ກ) Microsoft ອາດຈະແບ່ງປັນຂໍ້ມູນບັນຊີຈໍາກັດ ແລະ ການນຳໃຊ້ທີ່ກ່ຽວຂ້ອງ (ລວມທັງບໍ່ຈໍາກັດແທັກຜູ້ຫຼິ້ນເກມ, ຄະແນນຜູ້ຫຼິ້ນເກມ, ຄະແນນເກມ, ປະຫວັດເກມ, ຂໍ້ມູນການນຳໃຊ້ ແລະລາຍຊື່ໝູ່) ກັບຝ່າຍທີ່ບໍ່ແມ່ນຂອງ Microsoft ນັ້ນ ຕາມທີ່ໄດ້ກ່າວໄວ້ຢູ່ໃນຄຳຖະແຫຼງຄວາມເປັນສ່ວນຕົວຂອງ Microsoft, ແລະ (ຂ) ຖ້າໄດ້ຮັບອະນຸຍາດໂດຍການຕັ້ງຄ່າຄວາມເປັນສ່ວນຕົວ Xbox, ຝ່າຍທີ່ບໍ່ແມ່ນຂອງ Microsoft ຍັງອາດຈະມີການເຂົ້າຫາຄໍາຍິນຍອມຂອງທ່ານຈາກການສື່ສານໃນເກມ ຫຼື ໂປຼແກຼມອື່ນໆທີ່ທ່ານນຳໃຊ້ ເມື່ອທ່ານເຂົ້າສູ່ລະບົບຫາບັນຊີຂອງທ່ານກັບຝ່າຍບໍ່ແມ່ນ Microsoft ນັ້ນ. ນອກຈາກນັ້ນ, ຖ້າໄດ້ຮັບອະນຸຍາດໂດຍການຕັ້ງຄ່າຄວາມເປັນສ່ວນຕົວ Xbox ຂອງທ່ານ, Microsoft ສາມາດເຜີຍແຜ່ຊື່, ແທັກຜູ້ຫຼິ້ນເກມ, ຮູບຜູ້ຫຼິ້ນເກມ, ຄຳຂວັນ, ແອັບ avatar, ຄລິບເກມຂອງທ່ານ ແລະ ເກມທີ່ທ່ານຫລິ້ນໃນການສື່ສານກັບຜູ້ຄົນທີ່ທ່ານອະນຸຍາດ. ຖ້າທ່ານໄດ້ເປີດໃຊ້ງານການຕັ້ງຄ່າຄວາມປອດໄພຂອງຄອບຄົວສະເພາະ Xbox, ການຕັ້ງຄ່າເຫຼົ່ານັ້ນນຳໃຊ້ໃນ Xbox consoles, Xbox Cloud Gaming ແລະ ແອັບ Xbox ໃນ PC ຫຼື ອຸປະກອນມືຖື, ແຕ່ອາດຈະບໍ່ນຳໃຊ້ກັບເກມ ຫຼື ບໍລິການ Xbox Game Studios ທີ່ເຂົ້າເຖິງ ຫຼື ຫຼິ້ນຢູ່ໃນອຸປະກອນ ຫຼື ແພລັດຟອມອື່ນ. ເພື່ອຮັບປະກັນປະສົບການການຫຼິ້ນເກມທີ່ປອດໄພກວ່າສຳລັບຄອບຄົວຂອງທ່ານ, ກະລຸນາກວດເບິ່ງການຕັ້ງຄ່າຂອງພໍ່ແມ່ໃນອຸປະກອນ ແລະ ແພລັດຟອມອື່ນໆເຫຼົ່ານີ້.
- iii. ເນື້ອໃນຂອງທ່ານ. ເນື່ອງຈາກເປັນສ່ວນໜຶ່ງຂອງການສ້າງກຸ່ມບໍລິການ Xbox, ທ່ານອະນຸຍາດໃຫ້ Microsoft, ບໍລິສັດສາຂາຂອງຕົນ ແລະ ຜູ້ໄດ້ຮັບການອະນຸຍາດຕໍ່ມີສິດໃຊ້, ແກ້ໄຂ, ສ້າງຂຶ້ນໃໝ່, ແຈກຢາຍ, ອອກອາກາດ, ແບ່ງປັນ ແລະ ສະແດງເນື້ອໃນຂອງທ່ານ ຫຼື ຊື່ຂອງທ່ານ, ແທັກຜູ້ຫຼິ້ນເກມ, ຄຳຂວັນ ຫຼື ຕົວຕົນຈຳລອງທີ່ທ່ານໂພສໄວ້ສຳລັບການບໍລິການ Xbox ໃດໜຶ່ງໄດ້ຢ່າງເປັນເອກລາດ ແລະ ທົ່ວໂລກ.
- iv. ຕົວຈັດການເກມ. ບາງເກມອາດຈະໃຊ້ຕົວຈັດການເກມ, ຕົວແທນ ຫຼື ແມ່ເຄືອຂ່າຍ. ບາງຕົວຈັດການເກມ ແລະ ແມ່ຂ່າຍບໍ່ແມ່ນໂຄສົກ Microsoft ທີ່ໄດ້ຮັບອະນຸຍາດ. ທັດສະນະຂອງເຂົາເຈົ້າບໍ່ສະທ້ອນໃຫ້ເຫັນສິ່ງເຫຼົ່ານັ້ນຂອງ Microsoft ໂດຍທີ່ຈໍາເປັນ.
- v. ເດັກນ້ອຍ ແລະ Xbox. ຖ້າເຈົ້າເປັນຜູ້ເຍົາກຳລັງໃຊ້ ບໍລິການ Xbox, ພໍ່ແມ່ຂອງເຈົ້າ ຫລື ຜູ້ປົກຄອງຂອງເຈົ້າອາດສາມາດຄວບຄຸມທຸກໆດ້ານຂອງອີເມວຂອງເຈົ້າ ແລະ ອາດໄດ້ຮັບລາຍງານກ່ຽວກັບ ການໃຊ້ ບໍລິການ Xbox ຂອງເຈົ້າ. ຄຸນສົມບັດເຫຼົ່ານີ້ ແມ່ນສະເພາະກັບບໍລິການ Xbox ແລະ ອາດຈະບໍ່ໂອນໄປຫາອຸປະກອນ ແລະ ແພລັດຟອມອື່ນ.
- vi. ສະກຸນເງິນຂອງເກມ ຫຼື ສິນຄ້າສະເໝືອນຈິງ. ບໍລິການ Xbox ອາດລວມເຖິງສະກຸນເງິນສະເໝືອນຈິງ, ສະກຸນເງິນເກມ (ເຊັ່ນ: ຄຳ, ຫຼຽນ ຫຼື ຄະແນນ) ເຊິ່ງອາດຖືກຊື້ຈາກ ຫຼື ຕາງໜ້າ Microsoft ໂດຍການໃຊ້ເງິນແທ້ ຫາກເຈົ້າເຖິງອາຍຸ "ຜູ້ໃຫ່ຍ" ບ່ອນທີ່ເຈົ້າອາໄສຢູ່. ບໍລິການ Xbox ອາດຍັງລວມທັງ ລາຍການ ຫຼື ສິນຄ້າດິຈິຕອນ, ລາຍການ ຫຼື ສິນຄ້າສະເໝືອນຈິງທີ່ອາດໄດ້ຊື້ຈາກ ຫຼື ຕາງໜ້າ Microsoft ໂດຍໃຊ້ເງິນແທ້ ຫຼື້ ໃຊ້ ສະກຸນເງິນເກມ. ສະກຸນເງິນເກມ ແລະ ສິນຄ້າສະເໝືອນອາດຈະບໍ່ຖືກຖອນຄືນສໍາລັບເຄື່ອງມືການເງິນຕົວຈິງ, ສິນຄ້າ ຫຼື ລາຍການອື່ນຂອງຄ່າເງິນຈາກ Microsoft ຫຼື ຝ່າຍອື່ນ. ນອກເໝືອຈາກການອະນຸຍາດສ່ວນຕົວ, ການອະນຸຍາດເພີກຖອນໄດ້, ການອະນຸຍາດບໍ່ສາມາດໂອນຖ່າຍໄດ້, ການອະນຸຍາດບໍ່ສາມາດອະນຸຍາດຕໍ່ໄດ້ເພື່ອໃຊ້ສະກຸນເງິນເກມ ແລະ ສິນຄ້າສະເໝືອນຈິງໃນ ບໍລິການ Xbox ເທົ່ານັ້ນ, ເຈົ້າບໍ່ມີສິດ ຫລື ຕຳແໜ່ງ ໃນສະກຸນເງິນເກມ ແລະ ສິນຄ້າສະເໝືອນຈິງໃດໜຶ່ງທີ່ປະກົດ ຫລື ທີ່ມີຕົ້ນສະບັບໃນ ບໍລິການ Xbox ຫລື ຄຸນລັກສະນະອື່ນໃດໜຶ່ງທີ່ໂຍງກັບ ການໃຊ້ ການບໍລິການ ຫລື ຖືກເກັບໄວ້ພາຍໃນ ບໍລິການ Xbox. Microsoft ອາດດູແລ, ຄວບຄຸມ, ແກ້ໄຂ ແລະ/ຫຼື ລຶບອອກສະກຸນເງິນເກມ ແລະ/ຫຼື ສິນຄ້າສະເໝືອນຈິງທີ່ໂຍງກັບເກມ Xbox ໜ້າຢ່າງ ຫຼື ຫຼາຍກວ່ານັ້ນ ຫຼື ແອັບ ຕາມທີ່ເຫັນວ່າມັນເໝາະສົມໃນໃນດຸນພິນິດຜູ້ດຽວຂອງຕົນ ຕາມຂອບເຂດທີ່ກົດໝາຍທ້ອງຖິ່ນຂອງທ່ານອະນຸຍາດ.
- vii. ການອັບເດດຊອບແວ. ສຳລັບອຸປະກອນໃດໜຶ່ງທີ່ສາມາດ ເຊື່ອມຕໍ່ກັບ ການບໍລິການ Xbox, ພວກເຮົາອາດກວດ ເວີຊັນຊອບແວ ຄອນໂຊນ Xbox ຂອງທ່ານໂດຍອັດຕະໂນມັດ ຫລື ຊອບແວ ແອັບ Xbox ແລະ ດາວໂຫລດ ຄອນໂຊນ Xbox ຫລື ການອັບເດດຊອບແວ ແອັບ Xbox ຫລື ການປ່ຽນແປງການກຳນົດຄ່າ, ລວມທັງພວກທີ່ກີດຂວາງທ່ານ ເຂົ້າຫາ ການບໍລິການ Xbox, ການໃຊ້ ແອັບ Xbox ຫລື ເກມ Xbox ທີ່ບໍ່ໄດ້ຮັບອະນຸຍາດ ຫລື ໃຊ້ ອຸປະກອນຕໍ່ໃສ່ຄອມພິວເຕີຮາດແວກັບ ຄອນໂຊນ Xbox ທີ່ບໍ່ໄດ້ຮັບອະນຸຍາດ.
- viii. ການສໍ້ໂກງ ແລະ ການປອມແປງຊອບແວ. ສຳລັບອຸປະກອນໃດໜຶ່ງທີ່ສາມາດເຊື່ອມຕໍ່ກັບບໍລິການ Xbox ໄດ້, ພວກເຮົາອາດຈະກວດເບິ່ງອຸປະກອນຂອງທ່ານໂດຍອັດຕະໂນມັດ ວ່າມີຊອບແວ ຫຼື ຮາດແວທີ່ບໍ່ໄດ້ຮັບອະນຸຍາດ ທີ່ເປີດໃຊ້ງານການສໍ້ໂກງ ຫຼື ການປອມແປງທີ່ເປັນການລະເມີດກົດການປະພຶດ ຫຼື ຂໍ້ກຳນົດເຫຼົ່ານີ້ບໍ ແລະ ດາວໂຫຼດການອັບເດດຊອບແວແອັບ Xbox ຫຼື ການປ່ຽນແປງການຕັ້ງຄ່າ, ລວມທັງບັນດາສິ່ງທີ່ປ້ອງກັນທ່ານບໍ່ໃຫ້ເຂົ້າເຖິງບໍລິການ Xbox ຫຼື ຈາກການໃຊ້ຮາດແວ ຫຼື ຊອບແວທີ່ບໍ່ໄດ້ຮັບອະນຸຍາດທີ່ເປີດໃຊ້ງານການສໍ້ໂກງ ຫຼື ການປອມແປງ.
- ix. ເງື່ອນໄຂການສະໝັກສະມາຊິກເພີ່ມເຕີມ. ການສະໝັກໃຊ້ບໍລິການ Xbox ແມ່ນຂຶ້ນກັບຂໍ້ກຳນົດ ແລະ ເງື່ອນໄຂເພີ່ມເຕີມທີ່ກຳນົດໄວ້ໃນ ຂໍ້ກຳນົດ ແລະ ເງື່ອນໄຂການສະໝັກ Xbox | Xbox (https://www.xbox.com/legal/subscription-terms).
- x. ການສະໝັກໃຊ້ບໍລິການ Xbox ບໍ່ເຄື່ອນໄຫວ. Microsoft ອາດຈະປິດການເອີ້ນເກັບເງິນທີ່ເກີດຂຶ້ນຊ້ຳໆຂອງທ່ານ ແລະ ຢຸດການຮຽກເກັບເງິນທີ່ເກີດຂຶ້ນຊ້ຳໆໃນບາງປະເທດ ຖ້າຫາກເຈົ້າບໍ່ໃຊ້ການສັ່ງຈອງບໍລິການ Xbox ຂອງທ່ານເປັນໄລຍະເວລາໃດໜຶ່ງ. Microsoft ຈະໃຫ້ແຈ້ງການໃຫ້ທ່ານກ່ອນທີ່ຈະປິດການອອກໃບບິນທີ່ເກີດຂຶ້ນ. ສໍາລັບຂໍ້ມູນເພີ່ມເຕີມ, ລວມທັງໄລຍະເວລາທີ່ບໍ່ມີການໃຊ້ງານທີ່ກ່ຽວຂ້ອງ, ເບິ່ງ ຄຳຖາມທີ່ຖາມເລື້ອຍໆກ່ຽວກັບການສະໝັກທີ່ບໍ່ມີການເຄື່ອນໄຫວ | Xbox Support (https://support.xbox.com/en-GB/help/subscriptions-billing/manage-subscriptions/xbox-subscription-inactivity-policy).
- xi. ຂໍ້ຕົກລົງໃບອະນຸຍາດຜູ້ໃຊ້ສຸດທ້າຍເພີ່ມເຕີມ ແລະ ຫຼັກການການປະພຶດປະຕິບັດ. ບາງບໍລິການ Xbox ອາດຈະມີຂໍ້ກໍານົດການນໍາໃຊ້ຂອງຕົນເອງ ແລະ ຫຼກການການປະພຶດປະຕິບັດ.
Store
- ຂ. Store. "Store" ໝາຍເຖິງ ການບໍລິການທີ່ ອະນຸຍາດທ່ານ ທ່ອງເບິິ່ງ, ດາວໂຫຼດ, ຊື້, ແລະ ຈັດອັນດັບ ແລະ ປະເມີນຜົນ ແອັພລິເຄຊັ່ນ (ຄຳສັບ "ແອັພລິເຄຊັ່ນ" ລວມເຖິງ ເກມຕ່າງໆ) ແລະ ເນື້ອໃນ ດິຈິຕອນອື່ນ. ຄຳສັບເຫຼົ່ານີ້ ກວມເອົາ Store ສະເພາະໜຶ່ງທີ່ເປັນເຈົ້າຂອງ ຫຼື ດຳເນີນການໂດຍ Microsoft ຫຼື ບໍລິສັດໃນເຄືອຂອງມັນ (ລວມເຖິງ ແຕ່ບໍ່ຈຳກັດຕໍ່ກັບ Office Store, Microsoft Store ໃນ Windows ແລະ Microsoft Store ໃນ Xbox). “Office Store” ໝາຍເຖິງ Store ສຳລັບຜະລິດຕະພັນ Office ແລະ ແອັບສຳລັບ Office, Microsoft 365, SharePoint, Exchange, Access ແລະ Project (ເວີຊັນ 2013 ຫລື ເວີຊັນພາຍຫລັງ), ຫລື ປະສົບການອື່ນໆໃດໜຶ່ງທີ່ເປັນຍີ່ຫໍ້ Office Store. “Microsoft Store ໃນ Windows” ໝາຍເຖິງ Store, ເປັນເຈົ້າຂອງ ແລະ ດຳເນີນງານໂດຍ Microsoft ຫຼື ບໍລິສັດໃນເຄືອຂອງມັນ, ສຳລັບ Windows ອຸປະກອນ ເຊັ່ນ: ໂທລະສັບ, PC ແລະ ແທັບເລັດ, ຫຼື ປະສົບການອື່ນໃດໜຶ່ງທີ່ເປັນຍີ່ຫໍ້ Microsoft Store ແລະ ເຂົ້າເຖິງໄດ້ໃນ Windows ອຸປະກອນ ເຊັ່ນ: ໂທລະສັບ, PC ຫຼື ແທັບເລັດ. “Microsoft Store ໃນ Xbox” ໝາຍເຖິງ Store ທີ່ເປັນເຈົ້າຂອງ ແລະ ດຳເນີນການໂດຍ Microsoft ຫລື ບໍລິສັດໃນເຄືອຂອງມັນສຳລັບ Xbox ຄອນໂຊນ, ຫລື ປະສົບການອື່ນໆໃດໜຶ່ງທີ່ເປັນຍີ່ຫໍ້ Microsoft Store ແລະ ຖືກເຮັດໃຫ້ມີຢູ່ໃນ Xbox ຄອນໂຊນ.
- i. ຂໍ້ກໍານົດການອະນຸຍາດ. ພວກເຮົາຈະລະບຸຜູ້ເຜີຍແຜ່ແອັບພລິເຄຊັນແຕ່ລະອັນທີ່ມີໃຫ້ຢູ່ໃນຮ້ານຄ້າກ່ຽວຂ້ອງ. ເວັ້ນແຕ່ວ່າຂໍ້ກຳນົດການອະນຸຍາດທີ່ຕ່າງກັນໄດ້ໃຫ້ພ້ອມກັບ ແອັບພລິເຄຊັ່ນ, ຂໍ້ກຳນົດການອະນຸຍາດແອັບພລິເຄຊັ່ນມາດຕະຖານ ("SALT") ໃນຕອນສຸດທ້າຍຂອງຂໍ້ກຳນົດເຫຼົ່ານີ້ແມ່ນຂໍ້ຕົກລົງລະຫວ່າງທ່ານ ແລະ ຜູ້ເຜີຍແຜ່ ແອັບພລິເຄຊັ່ນທີ່ອະທິບາຍຊັດເຈນກ່ຽວກັບ ເງື່ອນໄຂອະນຸຍາດນຳໃຊ້ທີ່ນຳໃຊ້ກັບ ແອັບພລິເຄຊັ່ນທ່ານດາວໂຫຼດຜ່ານທຸກໆ Store ທີ່ເປັນເຈົ້າຂອງ ຫຼື ດຳເນີນງານໂດຍ Microsoft ແລະ ບໍລິສັດໃນເຄືອຂອງມັນ (ຍົກເວັ້ນ Office Store). ສຳລັບຄວາມຊັດເຈນ, ຂໍ້ກຳນົດເຫຼົ່ານີ້ກວມເອົາການໃຊ້ ແລະ ການບໍລິການທີ່ໃຫ້ໂດຍ ການບໍລິການ Microsoft. ໃນຂໍ້ 5 ຂອງ ຂໍ້ກຳນົດເຫຼົ່ານີ້ຍັງນຳໃຊ້ກັບ ແອັບ ແລະ ການບໍລິການພາກສ່ວນທີສາມໃດໜຶ່ງທີ່ຮັບເຂົ້າມາຜ່ານ Store. ແອັບພລິເຄຊັນດາວໂຫຼດຜ່ານ Office Store ແມ່ນບໍ່ໄດ້ຮັບການຄຸ້ມຄອງໂດຍ SALT ແລະ ມີຂໍ້ກໍານົດການອະນຸຍາດທີ່ນໍາໃຊ້ແຍກຕ່າງຫາກ.
- ii. ການອັບເດດ. Microsoft ຈະກວດຫາ ແລະ ດາວໂຫຼດການອັບເດດໄປໃສ່ແອັບພລິເຄຊັນໂດຍອັດຕະໂນມັດ, ແມ້ວ່າທ່ານບໍ່ໄດ້ເຂົ້າສູ່ລະບົບຫາຮ້ານຄ້າທີ່ກ່ຽວຂ້ອງເທື່ອ. ທ່ານສາມາດປ່ຽນແປງການຕັ້ງຄ່າຮ້ານຄ້າ ຫຼືລະບົບຂອງທ່ານ ຖ້າທ່ານມັກທີ່ຈະບໍ່ຮັບການອັບເດດອັດຕະໂນມັດໄປໃສ່ແອັບພລິເຄຊັນຮ້ານຄ້າ. ເຖິງແນວໃດກໍ່ຕາມ, ແອັບພລິເຄຊັນ Office Store ສະເພາະທີ່ຖືກເປັນໂຮສທາງອອນລາຍໂດຍທັງໝົດ ຫຼື ບາງສ່ວນອາດຈະໄດ້ຮັບການອັບເດດໂດຍຜູ້ສ້າງແອັບພລິເຄຊັນໃນເວລາໃດກໍ່ໄດ້ ແລະ ອາດຈະບໍ່ຕ້ອງມີຄຳອະນຸຍາດຂອງທ່ານ ເພື່ອທີ່ຈະອັບເດດ.
- iii. ການຈັດອັນດັບ ແລະ ການທົບທວນຄືນ. ຖ້າທ່ານໃຫ້ຄະແນນ ຫຼື ທົບທວນແອັບພລິເຄຊັນ ຫຼື ສິນຄ້າດິຈິຕອລອື່ນໆຢູ່ໃນຮ້ານຄ້າ, ທ່ານອາດຈະໄດ້ຮັບອີເມວຈາກ Microsoft ທີ່ມີເນື້ອໃນຈາກຜູ້ເຜີຍແຜ່ແອັບພລິເຄຊັນ ຫຼື ສິນຄ້າດິຈິຕອລ. ອີເມວດັ່ງກ່າວແມ່ນມາຈາກ Microsoft; ພວກເຮົາບໍ່ແຊຣ໌ທີ່ຢູ່ອີເມວຂອງທ່ານກັບຜູ້ເຜີຍແຜ່ແອັບພລິເຄຊັນ ຫຼື ສິນຄ້າດິຈິຕອລອື່ນໆທີ່ທ່ານໄດ້ມາຜ່ານຮ້ານຄ້າ.
- iv. ການເຕືອນຄວາມປອດໄພ. ເພື່ອຫຼີກເວັ້ນການບາດເຈັບທີ່ອາດຈະເກີດຂຶ້ນ, ຄວາມອຶດອັດ ຫຼື ການລະຄາຍເຄືອງຕາ, ທ່ານຄວນຈະພັກເປັນໄລຍະໃນການນຳໃຊ້ເກມ ຫຼື ແອັບພລິເຄຊັນອື່ນ, ໂດຍສະເພາະແມ່ນເມື່ອທ່ານຮູ້ສຶກເຈັບປວດ ຫຼື ອິດເມື່ອຍມາຈາກການໃຊ້ດັ່ງກ່າວ. ຍົກເວັ້ນໃນລະດັບທີ່ກົດໝາຍຕ້ອງການແລ້ວ, ພວກເຮົາບໍ່ມີພັນທະທີ່ຈະໃຫ້ການດາວໂຫຼດ ຫຼື ການປ່ຽນແທນເອກະສານໃດໜຶ່ງ, ສິນຄ້າດິຈິຕອລ (Digital Goods) (ກຳນົດໄວ້ຢູ່ໃນຂໍ້ທີ 13(k)), ຫຼື ແອັບພລິເຄຊັນທີ່ຊື້ມາກ່ອນແລ້ວ. ຄວາມອຶດອັດອາດຈະມີທັງຄວາມຮູ້ສຶກປຸ້ນທ້ອງ, ເມົາກັບການເຄື່ອນທີ່, ວິນຫົວ, ສັບສົນ, ເຈັບຫົວ, ອິດເມື່ອຍ, ລະຄາຍເຄືອງຕາ, ຫຼື ຕາແຫ້ງ. ການໃຊ້ແອັບພລິເຄຊັນສາມາດລົບກວນສະມາທິທ່ານ ແລະ ຂັດຂວາງສິ່ງຮອບຂ້າງຂອງທ່ານໄດ້. ຫຼີກເວັ້ນອັນຕະລາຍໃນການເດີນທາງ, ຂັ້ນໄດ, ເພດານຕ່ຳ, ເຄື່ອງແຕກງ່າຍ ຫຼື ສິ່ງຂອງມີຄ່າທີ່ສາມາດເປ່ເພເສຍຫາຍໄດ້. ມີເປີເຊັນໜ້ອຍຂອງຄົນທີ່ອາດຈະເກີດການເປັນລົມເມື່ອເບິ່ງຮູບພາບປະຈັກຕາສະເພາະເຊັ່ນ ແສງແຝຼັຊ ຫຼືຮູບແບບຕ່າງໆທີ່ອາດຈະປະກົດຂຶ້ນຢູ່ໃນແອັບພລິເຄຊັນ. ແມ້ແຕ່ຄົນທີ່ບໍ່ມີປະຫວັດການເປັນລົມ, ອາດຈະມີອາການບໍ່ໄດ້ບົ່ງມະຕິທີ່ສາມາດເຮັດໃຫ້ເກີດການເປັນລົມເຫຼົ່ານີ້ໄດ້. ອາການອາດຈະມີຄື: ການເຈັບຫົວເລັກນ້ອຍ, ສາຍຕາປ່ຽນແປງ, ການສັ່ນ, ການກະຕຸກ, ຫຼືແຂນຂາສັ່ນ, ຄວາມມຶນງົງ, ຄວາມສັບສົນ, ເສຍສະຕິ, ຫຼືການຊັກ. ໃຫ້ຢຸດນໍາໃຊ້ ແລະ ປຶກສາແພດທັນທີ ຖ້າທ່ານມີອາການເຫຼົ່ານີ້, ຫຼືປຶກສາແພດກ່ອນໃຊ້ແອັບພລິເຄຊັນ ຖ້າທ່ານເຄີຍມີອາການເຊື່ອມໂຍງກັບການເປັນລົມຕ່າງໆ. ພໍ່ແມ່ຄວນຕິດຕາມເບິ່ງສັນຍານຂອງອາການຕ່າງໆຈາກການໃຊ້ແອັບພລິເຄຊັນຂອງເດັກ.
ຄຸນສົມບັດ Microsoft ຄອບຄົວ
- ຄ. ຄຸນສົມບັດ Microsoft ຄອບຄົວ. ພໍ່ແມ່ແລະ ເດັກນ້ອຍສາມາດໃຊ້ ຄຸນສົມບັດ Microsoft ຄອບຄົວ, ລວມທັງ Microsoft Family Safety, ເພື່ອສ້າງຄວາມເຊື່ອໝັ້ນອີງຕາມຄວາມເຂົ້າໃຈຮ່ວມກັນກ່ຽວກັບ ພຶດຕິກຳ, ເວັບໄຊຕ໌, ແອັບ, ເກມ, ສະຖານທີ່ຕົວຈິງ ແລະ ການໃຊ້ຈ່າຍແມ່ນສິດທິໃນ ຄອບຄົວຂອງພວກເຂົາ. ພໍ່ແມ່ສາມາດສ້າງ ຄອບຄົວ ໄດ້ ໂດຍການໄປທີ່ https://account.microsoft.com/family (ຫຼືໂດຍການປະຕິບັດຕາມຄຳແນະນຳກ່ຽວກັບອຸປະກອນ Windows ຫຼື Xbox console ຂອງເຂົາເຈົ້າ) ແລະ ເຊີນເດັກນ້ອຍ ຫຼື ພໍ່ແມ່ຜູ້ອື່ນເຂົ້າຮ່ວມ. ມີຄຸນສົມບັດຫຼາຍຢ່າງໃຫ້ແກ່ສະມາຊິກຄອບຄົວ, ດັ່ງນັ້ນ ກະລຸນາທົບທວນຄືນເບິ່ງຂໍ້ມູນທີ່ຈັດໃຫ້ຢ່າງລະອຽດ ເມື່ອທ່ານເຫັນດີທີ່ຈະສ້າງ ຫຼື ເຂົ້າຮ່ວມໃນຄອບຄົວ ແລະ ເມື່ອທ່ານຊື້ສິນຄ້າດິຈິຕອລເພື່ອໃຫ້ຄອບຄົວເຂົ້າເຖິງໄດ້. ໂດຍການສ້າງ ຫຼື ເຂົ້າຮ່ວມ ຄອບຄົວ, ທ່ານເຫັນດີທີ່ຈະໃຊ້ ຄອບຄົວ ຕາມຈຸດປະສົງຂອງມັນ ແລະ ຈະບໍ່ໃຊ້ມັນໄປໃນທາງທີ່ບໍ່ໄດ້ຮັບອະນຸຍາດ ເພື່ອເຂົ້າເຖິງຂໍ້ມູນຂອງບຸກຄົນອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ. ຄຸນສົມບັດຄອບຄົວຂອງ Microsoft ແມ່ນສະເພາະກັບບໍລິການ Microsoft ແລະ ອາດຈະບໍ່ໂອນໄປຫາແພລັດຟອມອື່ນ. ສຳລັບຕົວຢ່າງ: ການຕັ້ງຄ່າຄວາມປອດໄພຂອງຄອບຄົວສະເພາະ Xbox, ການຕັ້ງຄ່າເຫຼົ່ານັ້ນນຳໃຊ້ໃນ Xbox consoles, Xbox Cloud Gaming ແລະ ແອັບ Xbox ໃນ PC ຫຼື ອຸປະກອນມືຖື, ແຕ່ອາດຈະບໍ່ຂະຫຍາຍໄປຫາເກມ ຫຼື ບໍລິການ Xbox Game Studios ທີ່ເຂົ້າເຖິງ ຫຼື ຫຼິ້ນຢູ່ໃນອຸປະກອນ ຫຼື ແພລັດຟອມອື່ນ. ເພື່ອຮັບປະກັນປະສົບການການຫຼິ້ນເກມທີ່ປອດໄພກວ່າສຳລັບຄອບຄົວຂອງທ່ານ, ກະລຸນາກວດເບິ່ງການຕັ້ງຄ່າຂອງພໍ່ແມ່ໃນອຸປະກອນ ແລະ ແພລັດຟອມເຫຼົ່ານີ້.
ການສົ່ງຂໍ້ຄວາມກຸ່ມ
- ງ. ການສົ່ງຂໍ້ຄວາມກຸ່ມ. ການບໍລິການຕ່າງໆຂອງ Microsoft ໃຫ້ທ່ານສົ່ງຂໍ້ຄວາມຫຜູ້ອື່ນຜ່ານທາງ ("ຂໍ້ຄວາມ") ສຽງ ຫຼື SMS ໄດ້, ແລະ/ຫຼື ອະນຸຍາດໃຫ້ Microsoft ຫຼື ຫຸ້ນສ່ວນທີ່ Microsoft ຄວບຄຸມສົ່ງຂໍ້ຄວາມດັ່ງກ່າວໃຫ້ທ່ານ ແລະ ຜູ້ໃຊ້ຄົນອື່ນໜຶ່ງ ຫຼື ຫຼາຍຄົນໃນນາມຂອງທ່ານໄດ້. ເມື່ອທ່ານແນະນຳໃຫ້ MICROSOFT ແລະ ຫຸ້ນສ່ວນທີ່ MICROSOFT ຄວບຄຸມສົ່ງຂໍ້ມູນດັ່ງກ່າວໃຫ້ທ່ານ ຫຼື ຜູ້ອື່ນ, ເພື່ອເປັນຕົວແທນ ແລະ ຮັບປະກັນຕໍ່ພວກເຮົາ ທີ່ທ່ານ ແລະ ແຕ່ລະຄົນທີ່ທ່ານໄດ້ແນະນຳໃຫ້ພວກເຮົາສົ່ງຄຳຍິນຍອມຂໍ້ຄວາມ ເພື່ອຮັບຂໍ້ມູນດັ່ງກ່າວ ແລະ ຂໍ້ຄວາມບໍລິຫານອື່ນໆທີ່ກ່ຽວຂ້ອງຈາກ MICROSOFT ແລະ ຫຸ້ນສ່ວນທີ່ MICROSOFT ຄວບຄຸມ. “ຂໍ້ຄວາມບໍລິຫານ" ແມ່ນຂໍ້ຄວາມກ່ຽວກັບການດຳເນີນການເປັນໄລຍະຈາກການບໍລິການສະເພາະຂອງ Microsoft, ໂດຍບໍ່ໄດ້ຈຳກັດແຕ່ຕໍ່ໄປນີ້, ລວມມີທັງ "ຂໍ້ຄວາມຕ້ອນຮັບ" ຫຼື ຄຳແນະນຳກ່ຽວກັບວິທີຢຸດຮັບຂໍ້ຄວາມ. ທ່ານ ຫຼື ສະມາຊິກກຸ່ມທີ່ບໍ່ຕ້ອງການຮັບຂໍ້ຄວາມດັ່ງກ່າວອີກຕໍ່ໄປແມ່ນສາມາດເລືອກເຊົາຮັບຂໍ້ຄວາມຈາກ Microsoft ຫຼື ຫຸ້ນສ່ວນທີ່ Microsoft ຄວບຄຸມ ໄດ້ທຸກເວລາ ໂດຍການປະຕິບັດຕາມຄຳແນະນຳທີ່ໃຫ້ໄວ້. ຖ້າທ່ານບໍ່ຕ້ອງການທີ່ຈະຮັບຂໍ້ຄວາມດັ່ງກ່າວ ຫຼື ເຂົ້າຮ່ວມໃນກຸ່ມອີກ, ທ່ານເຫັນດີວ່າ ທ່ານຈະບໍ່ເລືອກຢຸດຮັບຂໍ້ຄວາມຜ່ານຄຳແນະນຳທີ່ໂປຣແກຣມ ຫຼື ການບໍລິການຈັດໃຫ້. ຖ້າທ່ານມີເຫດຜົນເຊື່ອວ່າ ສະມາຊິກກຸ່ມບໍ່ຕ້ອງການຮັບຂໍ້ຄວາມ ຫຼື ເຂົ້າຮ່ວມໃນກຸ່ມອີກຕໍ່ໄປ, ທ່ານເຫັນດີທີ່ຈະເອົາເຂົາເຈົ້າອອກໄປຈາກກຸ່ມ. ທ່ານຍັງເປັນຕົວແທນ ແລະ ຮັບປະກັນຕໍ່ພວກເຮົາວ່າ ທ່ານ ແລະ ແຕ່ລະຄົນທີ່ທ່ານແນະນຳໃຫ້ພວກເຮົາສົ່ງຂໍ້ຄວາມໃຫ້ນັ້ນເຂົ້າໃຈແລ້ວວ່າ ສະມາຊິກກຸ່ມແຕ່ລະຄົນມີຄວາມຮັບຜິດຊອບຕໍ່ຄ່າໃຊ້ຈ່າຍທີ່ເກັບຈາກຂໍ້ຄວາມໃດໜຶ່ງທີ່ເຂົ້າໃຊ້ເຄືອຂ່າຍມືຖືຂອງລາວ ຫຼື ນາງ, ລວມທັງການເກັບຄ່າຂໍ້ຄວາມໃນຕ່າງປະເທດ ທີ່ອາດຈະມີການເກັບ ເມື່ອຂໍ້ຄວາມຖືກສົ່ງອອກຈາກເບີທີ່ຢູ່ໃນສະຫະລັດ.
Skype, Microsoft Teams ແລະ GroupMe
- ຈ. Skype, Microsoft Teams ແລະ GroupMe.
- i. ການບໍລິການສຸກເສີນ. ມີຄວາມແຕກຕ່າງອັນສໍາຄັນລະຫວ່າງການບໍລິການໂທລະສັບແບບດັ້ງເດີມ ຫຼື ໂທລະສັບແບບຕັ້ງໂຕະຕິດສາຍ ແລະ Skype, Microsoft Teams ແລະ GroupMe. Microsoft ມີພັນທະຈຳກັດພາຍໃຕ້ກົດລະບຽບ, ລະບຽບການ ຫຼື ກົດໝາຍທ້ອງຖິ່ນ ຫຼື ແຫ່ງຊາດ ເພື່ອສະເໜີການເຂົ້າເຖິງການບໍລິການສຸກເສີນ ເຊັ່ນ: ການໂທສຸກເສີນ 911 ຫຼື 112 ("ການບໍລິການສຸກເສີນ") ຜ່ານ Skype, Microsoft Teams ແລະ GroupMe. ສະເພາະລຸ້ນຊອບແວທີ່ຈຳກັດຂອງຄຸນສົມບັດ Skype to Phone ຂອງ Skype ອາດຈະຮອງຮັບການໂທໄປຫາບໍລິການສຸກເສີນໃນຈຳນວນທີ່ຈຳກັດຫຼາຍຂອງປະເທດ ແລະ ຂຶ້ນກັບຖານທີ່ໃຊ້. ທ່ານສາມາດຊອກຫາລາຍລະອຽດກ່ຽວກັບການມີຢູ່ ແລະ ວິທີການກຳນົດຄ່າຄຸນສົມບັດນີ້ຢູ່ບ່ອນນີ້: https://www.skype.com/go/emergency. ຖ້າການໂທສຸກເສີນ Skype to Phone ຂອງທ່ານຖືກເຊື່ອມຕໍ່, ທ່ານຈະຕ້ອງໃຫ້ລາຍລະອຽດຂອງສະຖານທີ່ທາງດ້ານຮ່າງກາຍຂອງທ່ານ ເພື່ອໃຫ້ບໍລິການສຸກເສີນສາມາດຕອບສະໜອງທ່ານໄດ້.
- ii. APIs ຫຼືການກະຈາຍສຽງ. ຖ້າທ່ານຕ້ອງການໃຊ້ ຜະລິດຕະພັນ ແລະຊອບແວ Skype ກ່ຽວກັບການອອກອາກາດໃດໜຶ່ງ, ທ່ານຕ້ອງ ປະຕິບັດຕາມ "TOS ຂອງການອອກອາກາດ" ທີ່ https://www.skype.com/go/legal.broadcast. ຖ້າທ່ານຕ້ອງການໃຊ້ ອິນເຕີຟສ ໂປຣແກຣມ ແອັບພລິເຄຊັນ ໃດໜຶ່ງ ("API") ທີ່ເປີດເຜີຍ ຫລື ເຮັດໃຫ້ສາມາດໃຊ້ງານໄດ້ໂດຍ Skype ທ່ານຕ້ອງປະຕິບັດຕາມຂໍ້ກຳນົດການອະນຸຍາດທີ່ກ່ຽວຂ້ອງ, ເຊິ່ງມີໃຫ້ທີ່ www.skype.com/go/legal.
- iii. ນະໂຍບາຍການໃຊ້ທີ່ເປັນທຳ. ນະໂຍບາຍການໃຊ້ທີ່ຍຸຕິທຳອາດຈະນຳໃຊ້ກັບ ຜະລິດຕະພັນ ແລະ ຊອບແວຂອງ Skype. ກະລຸນາກວດຄືນເບິ່ງນະໂຍບາຍເຫຼົ່ານີ້ ເຊິ່ງໄດ້ຮັບການອອກແບບມາປົກປ້ອງການສໍ້ໂກງ ແລະການນໍາໃຊ້ຜິດ ແລະອາດຈະມີການຈໍາກັດຕໍ່ປະເພດ, ໄລຍະເວລາ ຫຼືປະລິມານການໂທ ຫຼືຂໍ້ຄວາມທີ່ທ່ານສາມາດເຮັດໄດ້. ນະໂຍບາຍເຫຼົ່ານີ້ແມ່ນໄດ້ເອົາເຂົ້າກັບຂໍ້ກໍານົດເຫຼົ່ານີ້ເປັນການອ້າງອີງ. ທ່ານສາມາດຊອກຫານະໂຍບາຍເຫຼົ່ານີ້ທີ່ https://www.skype.com/go/terms.fairusage/.
- iv. ການໃຊ້ສ່ວນຕົວ/ບໍ່ແມ່ນເພື່ອການຄ້າ. ການໃຊ້ ຜະລິດຕະພັນ ແລະ ຊອບແວຂອງ Skype ແມ່ນສຳລັບການໃຊ້ສ່ວນຕົວ ແລະ ການໃຊ້ທີ່ບໍ່ແມ່ນທາງການຄ້າ. ທ່ານໄດ້ຮັບອະນຸຍາດໃຫ້ນຳໃຊ້ Skype ຢູ່ໃນການເຮັດວຽກ ເພື່ອການສື່ສານທາງດ້ານທຸລະກິດຂອງທ່ານເອງ.
- v. ໝາຍເລກ Skype /Skype ພ້ອມໄປ. ຖ້າ Microsoft ສະໜອງ ໝາຍເລກ Skype ຫຼື ໝາຍເລກ Skype To Go ແກ່ທ່ານ, ທ່ານເຫັນດີວ່າ ທ່ານບໍ່ເປັນເຈົ້າຂອງໝາຍເລກ ຫຼື ມີສິດໃນການເກັບຮັກສາ ໝາຍເລກນັ້ນຕະຫຼອດໄປ. ໃນບາງປະເທດ, ໝາຍເລກອາດຈະມີໃຫ້ທ່ານໂດຍ ຄູ່ຮ່ວມມື Microsoft ແທນທີ່ຈະແມ່ນ Microsoft ແລະ ທ່ານອາດຕ້ອງເຮັດຂໍ້ຕົກລົງຕ່າງຫາກກັບ ຄູ່ຮ່ວມມືດັ່ງກ່າວ. ສຳລັບລາຍລະອຽດເພີ່ມເຕີມສຳລັບໝາຍເລກ Skype ໃຫ້ເບິ່ງ https://go.skype.com/home.skype-number.
- vi. Skype Manager. "ບັນຊີບໍລິຫານ Skype Manager" ແມ່ນທ່ານສ້າງຂຶ້ນມາ ແລະ ຈັດການໂດຍທ່ານ, ເຮັດໜ້າທີ່ເປັນຕົວບໍລິຫານບຸກຄົນຂອງກຸ່ມ Skype Manager ແລະ ບໍ່ແມ່ນເປັນຫົວໜ່ວຍທຸລະກິດ. ທ່ານອາດຈະລິ້ງບັນຊີ Microsoft ບຸກຄົນຂອງທ່ານກັບກຸ່ມ Skype Manager ໄດ້ ("ບັນຊີລິ້ງແລ້ວ"). ທ່ານອາດຈະແຕ່ງຕັ້ງຜູ້ຈັດການເພີ່ມເຕີມໃສ່ກຸ່ມ Skype Manager ຂອງທ່ານ ຕາມການຍອມຮັບຂໍ້ກຳນົດເຫຼົ່ານີ້. ຖ້າທ່ານຈັດແບ່ງ Skype Numbers ໃຫ້ກັບບັນຊີລິ້ງແລ້ວ, ທ່ານຈະຕ້ອງຮັບຜິດຊອບຕໍ່ການປະຕິບັດຕາມເງື່ອນໄຂຕ້ອງການໃດໜຶ່ງກ່ຽວຂ້ອງກັບທີ່ຢູ່ ຫຼື ທີ່ຕັ້ງຂອງຜູ້ໃຊ້ບັນຊີລິ້ງແລ້ວຂອງທ່ານ. ຖ້າທ່ານເລືອກທີ່ຈະຖອນລິ້ງບັນຊີລິ້ງແລ້ວຈາກກຸ່ມ Skype Manager, ການສັ່ງຊື້ທີ່ໄດ້ອະນຸຍາດໃຫ້ແລ້ວໃດໜຶ່ງ, Skype Credit ຫຼື Skype Numbers ແມ່ນຈະບໍ່ສາມາດກູ້ຄືນມາໄດ້ ແລະ ເນື້ອໃນ ຫຼື ເນື້ອຫາປະຈຸບັນຂອງທ່ານທີ່ກ່ຽວຂ້ອງກັບບັນຊີຖອນລິ້ງແລ້ວແມ່ນທ່ານຈະບໍ່ສາມາດເຂົ້າເຖິງໄດ້ອີກ. ທ່ານເຫັນດີທີ່ຈຳດຳເນີນຂໍ້ມູນສ່ວນຕົວໃດໜຶ່ງຂອງຜູ້ໃຊ້ບັນຊີລິ້ງແລ້ວຂອງທ່ານຕາມກົດໝາຍປົກປ້ອງຂໍ້ມູນທຸກຢ່າງ. Skype Manager ຂອງທ່ານ ອາດຈະຖືກລະງັບ ຖ້າສະມາຊິກກຸ່ມບໍ່ປະຕິບັດຕາມຫຼັກຈັນຍາບັນທີ່ມີຢູ່ໃນ MSA ນີ້.
- vii. ການເກັບຄ່າ Skype. ທຸກລາຄາສໍາລັບຜະລິດຕະພັນທີ່ຈ່າຍໃຫ້ Skype ແມ່ນລວມເອົາທຸກພາສີທີ່ນໍາໃຊ້, ນອກຈາກວ່າໄດ້ກ່າວເປັນຢ່າງອື່ນໄວ້. ຄ່າທີ່ຕ້ອງຈ່າຍສໍາລັບການໂທຫາໂທລະສັບຢູ່ນອກການສະໝັກປະກອບດ້ວຍຄ່າການເຊື່ອມຕໍ່ (ເກັບຄັ້ງໜຶ່ງຕໍ່ການໂທ) ແລະເກັບຕໍ່ນາທີຕາມທີ່ໄດ້ກໍານົດຢູ່ໃນ www.skype.com/go/allrates. ຄ່າໂທແມ່ນຈະຖືກຫັກຈາກຍອດເຫຼືອເງິນໃນບັນຊີ Skype ຂອງທ່ານ. Microsoft ອາດປ່ຽນແປງອັດຕາການໂທຂອງມັນໄດ້ທຸກເວລາໂດຍການໂພສ ການປ່ຽນແປງດັ່ງກ່າວທີ່ www.skype.com/go/allrates. ອັດຕາໃໝ່ຈະນໍາໃຊ້ກັບການໂທຄັ້ງຕໍ່ໄປ ຫຼັງຈາກການເຜີຍແຜ່ອັດຕາໃໝ່. ກະລຸນາກວດເບິ່ງອັດຕາຫຼ້າສຸດກ່ອນທີ່ທ່ານຈະໂທອອກ. ນາທີທີ່ໂທບໍ່ເຕັມ ແລະຄ່າໂທບໍ່ເຕັມຈະຖືກປັດຂຶ້ນເປັນຄ່າໂທເຕັມໃນຫົວໜ່ວຍຕໍ່ໄປ. ໃນບາງປະເທດ, ຜະລິດຕະພັນທີ່ເສຍເງິນຂອງ Skype ຖືກສະໜອງໂດຍ ຄູ່ຮ່ວມມືທ້ອງຖິ່ນຂອງ Microsoft ແລະ ຂໍ້ກຳນົດການນຳໃຊ້ຂອງຄູ່ຮ່ວມມືຈະນຳໃຊ້ໄປຍັງ ການດຳເນີນການດັ່ງກ່າວ. ເຖິງວ່າຈະກ່າວມາກ່ອນໜ້ານີ້ກໍຕາມ, ພາຍໃຕ້ກົດໝາຍທີ່ບັງຄັບໃຊ້ ທ່ານອາດມີສິດຂໍເງິນຄືນເງິນຍອດເຫລືອການສະໝັກແບບເຕີມເງິນລ່ວງໜ້າຕາມຄຳຮ້ອງຂໍ ໃນກໍລະນີທ່ານສັບປ່ຽນໝາຍເລກ Skype ຂອງທ່ານໄປຍັງຜູ້ໃຫ້ບໍລິການອື່ນ.
- viii. ເຄຣດິດ Skype. Microsoft ບໍ່ຮັບປະກັນວ່າ ທ່ານຈະສາມາດໃຊ້ ຍອດເງິນ Skype Credit ຂອງທ່ານເພື່ອຊື້ ຜະລິດຕະພັນທີ່ເສຍເງິນຂອງ Skype ທັງໝົດ, ເນື່ອງຈາກຜະລິດຕະພັນທີ່ຈ່າຍເງິນ ອາດມີການປ່ຽນແປງເປັນແຕ່ລະໄລຍະ. ຖ້າທ່ານບໍ່ໃຊ້ ເຄຣດິດ Skype ເປັນໄລຍະເວລາ 180 ວັນ, Microsoft ຈະຕັ້ງເຄຣດິດ Skype Credit ຂອງທ່ານໃນ ສະຖານະ ບໍ່ໃຊ້ການ. ທ່ານສາມາດເປີດໃຊ້ງານເງິນໃນບັນຊີ Skype ຄືນໃໝ່ໄດ້ ໂດຍການປະຕິບັດຕາມລິ້ງການເປີດໃຊ້ງານຄືນໃໝ່ຢູ່ທີ່ https://www.skype.com/go/store.reactivate.credit. ຖ້າທ່ານຢູ່ໃນປະເທດຍີປຸ່ນ ແລະ ທ່ານຊື້ Skype Credit ຈາກເວັບໄຊ Skype, ສອງປະໂຫຍກທີ່ກ່າວມາກ່ອນແມ່ນບໍ່ນຳໃຊ້ກັບທ່ານ ແລະ Skype Credit ຂອງທ່ານຈະໝົດອາຍຸໃນ 180 ວັນຫຼັງຈາກວັນທີຊື້ນັ້ນໄປ. ເມື່ອເງິນຂອງທ່ານໝົດອາຍຸໄປ, ທ່ານຈະບໍ່ສາມາດເປີດນຳໃຊ້ມັນ ຫຼື ໃຊ້ມັນໄດ້ອີກ. ຖ້າບັນຊີ Microsoft ຂອງທ່ານຖືກປິດ, ດ້ວຍເຫດຜົນໃດໜຶ່ງ, Skype Credit ທີ່ບໍ່ໄດ້ນຳໃຊ້ທີ່ກ່ຽວຂ້ອງກັບບັນຊີ Microsoft ຂອງທ່ານຈະສູນເສຍ ແລະ ບໍ່ສາມາດກູ້ຄືນໄດ້. Skype Credits ອາດຈະບໍ່ຖືກໂອນໃຫ້ຜູ້ອື່ນ.
- ix. ແປ້ນກົດຂອງ Skype. ທ່ານສາມາດນໍາໃຊ້ແປ້ນກົດຂອງ Skype ດ້ວຍການສະໝັກສະມາຊິກທີ່ໃຊ້ງານ ຫຼື Skype Credits ຫຼັງຈາກການຢຸດໃຫ້ບໍລິການຂອງ Skype ເດສທັອບ ແລະ ແອັບພລິເຄຊັນມືຖື. ແປ້ນກົດຂອງ Skype ແມ່ນຜະລິດຕະພັນ Skype ທີ່ທ່ານສາມາດເຂົ້າເຖິງໄດ້ຈາກພາຍໃນ Microsoft Teams ຫຼື ໃນເວັບ.
- x. ຄ່າຂໍ້ຄວາມລະຫວ່າງປະເທດ. ປະຈຸບັນນີ້ GroupMe ໃຊ້ເບີທີ່ຢູ່ໃນສະຫະລັດສຳລັບແຕ່ລະກຸ່ມທີ່ສ້າງຂຶ້ນ. ທຸກໆຂໍ້ຄວາມທີ່ສົ່ງຫາ ຫຼື ໄດ້ຮັບຈາກເບີ GroupMe ຈະນັບເປັນຂໍ້ຄວາມຕ່າງປະເທດທີ່ສົ່ງຫາ ຫຼື ຮັບຈາກສະຫະລັດ. ອີງຕາມສະຖານທີ່ຂອງທ່ານ, Microsoft Teams ອາດຈະໃຊ້ເບີໂທລະສັບທີ່ສາມາດນັບເປັນຂໍ້ຄວາມສາກົນໄດ້. ກະລຸນາກວດເບິ່ງກັບຜູ້ໃຫ້ບໍລິການຂອງທ່ານສຳລັບອັດຕາເກັບຄ່າຕ່າງປະເທດທີ່ກ່ຽວຂ້ອງ.
- xi. Microsoft Teams SMS. Microsoft Teams ອາດຈະໃຊ້ຕົວເລກທີ່ອີງໃສ່ອົດສະຕາລີ ທີ່ສະໜອງໃຫ້ໂດຍ Belgacom International Carrier Services SA. ກັບສະຖານທີ່ທຸລະກິດຫຼັກຂອງພວກເຂົາຢູ່ທີ່ Boulevard du Roi Albert II, 27 1030, Bruxelles Belgium ("BICS"), ສໍາລັບຂໍ້ຄວາມທີ່ຖືກສົ່ງໄປຫາຜູ້ຮັບດ້ວຍໝາຍເລກອົດສະຕາລີ. Microsoft ແລະ ບໍລິສັດຍ່ອຍຂອງຕົນບໍ່ໄດ້ຂຶ້ນກັບ BICS.
Bing ແລະ MSN
- ສ. Bing ແລະ MSN.
- i. ເນື້ອໃນ Bing ແລະ MSN. ບົດຄວາມ, ຂໍ້ຄວາມ, ຮູບຖ່າຍ, ແຜນທີ່, ວິດີໂອ, ເຄື່ອງຫຼິ້ນ ວິດີໂອ ແລະ ວັດສະດຸພາກສ່ວນທີສາມໃນ Bing ແລະ MSN, ລວມເຖິງຜ່ານ Microsoft bots, ແອັບພລິເຄຊັນ ແລະ ໂປຣແກຣມແມ່ນສຳລັບການໃຊ້ສ່ວນຕົວ, ການໃຊ້ບໍ່ແມ່ນເພື່ອການຄ້າເທົ່ານັ້ນ. ການໃຊ້ອື່ນໆ ລວມທັງການດາວໂຫຼດ, ການກັອບປີ້ ຫຼື ການແຈກຢາຍເນື້ອຫາເຫຼົ່ານີ້ຄືນໃໝ່, ຫຼື ການໃຊ້ເນື້ອຫາ ຫຼື ຜະລິດຕະພັນເຫຼົ່ານີ້ ເພື່ອສ້າງຜະລິດຕະພັນຂອງທ່ານເອງແມ່ນໄດ້ຮັບອະນຸຍາດພຽງແຕ່ໃນລະດັບທີ່ Microsoft ຫຼື ຜູ້ຖືສິດອື່ນໆອະນຸຍາດໃຫ້ສະເພາະ, ຫຼື ຕາມທີ່ໄດ້ຮັບອະນຸຍາດຈາກກົດໝາຍລິຂະສິດເທົ່ານັ້ນ. Microsoft ຫຼືຜູ້ຖືສິດອື່ນໆສະຫງວນສິດຕໍ່ກັບເນື້ອໃນທີ່ບໍ່ແມ່ນ Microsoft ໃຫ້ຢ່າງຈະແຈ້ງພາຍໃຕ້ຂໍ້ກໍານົດການອະນຸຍາດນີ້, ບໍ່ວ່າດ້ວຍການບົ່ງບອກ, ດ້ວຍກົດໝາຍ, ຫຼືເປັນຢ່າງອື່ນ.
- ii. Bing ແຜນທີ່. ທ່ານຕ້ອງບໍ່ໃຊ້ພາບຖ່າຍຕານົກຂອງສະຫະລັດ, ການາດາ, ເມັກຊິກໂກ, ນີວຊີແລນ, ອົດສະຕາລີ ຫຼື ຍີປຸ່ນ ສໍາລັບການໃຊ້ໃນວຽກລັດຖະບານ ໂດຍບໍ່ໄດ້ຮັບການອະນຸມັດເປັນລາຍລັກອັກສອນຂອງພວກເຮົາແຍກຕ່າງຫາກ.
- iii. Bing ສະຖານທີ່. ໃນເວລາທ່ານໃຫ້ ຂໍ້ມູນຂອງທ່ານ ຫຼື ເນື້ອຫາຂອງທ່ານແກ່ສູນ Bing ສະຖານທີ່ ຫຼື Bing ຜູ້ຜະລິດ, ທ່ານຍອມໃຫ້ Microsoft ສຳລັບການອະນຸຍາດຊັບສິນທາງປັນຍາທີ່ປອດຄ່າລິຂະສິດໃນທົ່ວໂລກເພື່ອໃຊ້, ຜະລິດຄືນໃໝ່, ບັນທຶກ, ແກ້ໄຂ, ລວມກັນ, ສົ່ງເສີມ, ສົ່ງຜ່ານ, ສະແດງຜົນ ແລະ ແຈກຈ່າຍຂໍ້ມູນຂອງທ່ານ ແລະ ເນື້ອໃນຂອງທ່ານ (ລວມທັງສິດທິຊັບສິນທາງປັນຍາໃນຂໍ້ມູນ ແລະ ເນື້ອໃນຂອງທ່ານ), ແລະ ໃບອະນຸຍາດຍ່ອຍ ຫຼື ທັງໝົດຂອງສິດທີ່ກ່າວມາກ່ອນແກ່ ພາກສ່ວນທີສາມ.
Cortana
- ຍ. Cortana.
- i. ການໃຊ້ສ່ວນຕົວ ບໍ່ແມ່ນເພື່ອທາງການຄ້າ. Cortana ແມ່ນການບໍລິການຕົວຊ່ວຍສ່ວນຕົວຂອງ Microsoft. ຄຸນສົມບັດ, ການບໍລິການ ແລະ ເນື້ອໃນທີ່ຈັດຫາໂດຍ Cortana (ໂດຍລວມກັນຮຽກວ່າ "ການບໍລິການ Cortana") ແມ່ນສຳລັບການໃຊ້ສ່ວນຕົວ ແລະ ການໃຊ້ທີ່ບໍ່ແມ່ນທາງການຄ້າເທົ່ານັ້ນ.
- ii. ການເຮັດໜ້າທີ່ ແລະ ເນື້ອໃນ. Cortana ມີຄຸນສົມບັດໃຫ້ຫຼາຍລະດັບ, ບາງຄຸນສົມບັດແມ່ນເປັນສ່ວນຕົວ. ການບໍລິການ Cortana ອະນຸຍາດທ່ານ ເຂົ້າເຖິງ ການບໍລິການ, ຂໍ້ມູນ ຫຼື ຟັງຄ໌ຊັນທີ່ສະໜອງໂດຍ ການບໍລິການ Microsoft ອື່ນ ຫຼື ການບໍລິການ ແລະ ແອັບພາກສ່ວນທີສາມ. ຂໍ້ກຳນົດສະເພາະການບໍລິການຂອງພາກ 13 ຍັງນຳໃຊ້ກັບການໃຊ້ ການບໍລິການ Microsoft ທີ່ກ່ຽວຂ້ອງຂອງທ່ານທີ່ເຂົ້າເຖິງຜ່ານ ການບໍລິການ Cortana. Cortana ໃຫ້ຂໍ້ມູນນີ້ ເພື່ອຈຸດປະສົງການວາງແຜນຂອງທ່ານເທົ່ານັ້ນ ແລະ ທ່ານຄວນຈະໃຊ້ການຕັດສິນທີ່ເປັນເອກະລາດຂອງທ່ານເອງ ເມື່ອທວນຄືນເບິ່ງ ແລະ ອາໄສຂໍ້ມູນນີ້. Microsoft ບໍ່ຮັບປະກັນຄວາມເຊື່ອຖື, ການມີຢູ່ ຫລື ທາມລາຍຂອງບັນດາປະສົບການທີ່ເຮັດເປັນແບບສ່ວນຕົວທີ່ໄດ້ສະໜອງໂດຍ Cortana. Microsoft ບໍ່ຮັບຜິດຊອບຖ້າ ຄຸນສົມບັດຂອງ Cortana ຊັກຊ້າ ຫຼື ກີດກັ້ນທ່ານຈາກການຮັບ, ການກວດສອບ ຫຼື ສົ່ງ ການສື່ສານ ຫຼື ການແຈ້ງເຕືອນ, ຫຼື ການຮັບເອົນ ການບໍລິການໜຶ່ງ.
- iii. ແອັບ ແລະ ການບໍລິການຂອງພາກສ່ວນທີສາມ. ເນື່ອງຈາກເປັນສ່ວນໜຶ່ງຂອງການນຳສົ່ງ ການບໍລິການ Cortana, Cortana ອາດແນະນຳ ແລະ ຊ່ວຍທ່ານພົວພັນກັບແອັບ ແລະ ການບໍລິການພາກສ່ວນທີສາມ (ທັກສະພາກສ່ວນທີສາມ ຫຼື ການບໍລິການທີ່ເຊື່ອມຕໍ່). ຖ້າທ່ານເລືອກ, Cortana ອາດແລກປ່ຽນຂໍ້ມູນກັບ ແອັບ ແລະ ການບໍລິການພາກສ່ວນທີສາມ ເຊັ່ນ: ລະຫັດໄປສະນີຂອງທ່ານ ແລະ ຄຳຖາມ ແລະ ຄຳຕອບທີ່ສົ່ງກັບຄືນໂດຍ ແອັບ ແລະ ການບໍລິການພາກສ່ວນທີສາມ ເພື່ອຊ່ວຍທ່ານຮັບການບໍລິການທີ່ໄດ້ຮ້ອງຂໍ. Cortana ເຮັດໃຫ້ທ່ານສາມາດເຮັດການຊື້ຜ່ານ ແອັບ ແລະ ການບໍລິການພາກສ່ວນທີສາມ ໂດຍໃຊ້ ຄວາມມັກພິເສດ ແລະ ການຕັ້ງຄ່າ ບັນຊີ ທີ່ທ່ານໄດ້ສ້າງຂຶ້ນໂດຍກົງກັບ ແອັບ ແລະ ການບໍລິການພາກສ່ວນທີສາມ. ທ່ານສາມາດຕັດການເຊື່ອມຕໍ່ການບໍລິການ Cortana ຂອງທ່ານຈາກ ແອັບ ແລະ ການບໍລິການພາກສ່ວນທີສາມໄດ້ທຸກເວລາ. ການໃຊ້ການບໍລິການ Cortana ຂອງທ່ານເຊື່ອມຕໍ່ກັບ ແອັບ ແລະ ການບໍລິການພາກສ່ວນທີສາມແມ່ນຢູ່ພາຍໃຕ້ເງື່ອນໄຂຂອງພາກ 5 ຂອງຂໍ້ກຳນົດເຫຼົ່ານີ້. ບັນດາຜູ້ເຜີຍແຜ່ ແອັບ ແລະ ການບໍລິການພາກສ່ວນທີສາມອາດ ປ່ຽນແປງ ຫລື ຢຸດສືບຕໍ່ ຟັງຄ໌ຊັນ ຫລື ຄຸນສົມບັດຂອງ ແອັບແລະ ການບໍລິການພາກສ່ວນທີສາມ ຫລື ການລວມກັບ ການບໍລິການ Cortana. Microsoft ບໍ່ຮັບຜິດຊອບ ຫລື ເຊື່ອຖື ຜູ້ຜະລິດທີ່ສະໜອງຊອບແວ ຫລື ເຟີຣມແວ.
- iv. ອຸປະກອນທີ່ມີ Cortana ເປີດໃຊ້ງານຢູ່. ອຸປະກອນທີ່ເປີດໃຊ້ງານ Cortana ແມ່ນຜະລິດຕະພັນ ຫລື ອຸປະກອນທີ່ເປີດໃຊ້ງານເພື່ອເຂົ້າຫາ ການບໍລິການ Cortana ຫລື ຜະລິດຕະພັນ ຫລື ອຸປະກອນທີ່ ເຂົ້າກັນໄດ້ກັບ ການບໍລິການ Cortana. ອຸປະກອນທີ່ມີ Cortana ເປີດໃຊ້ງານຢູ່ລວມມີອຸປະກອນ ຫຼື ຜະລິດຕະພັນຂອງພາກສ່ວນທີສາມ ທີ່ Microsoft ບໍ່ເປັນເຈົ້າຂອງ, ຜູ້ຜະລິດ, ຫຼື ພັດທະນາ. Microsoft ບໍ່ຮັບຜິດຊອບ ຫຼື ມີສ່ວນໃດໆຕໍ່ອຸປະກອນ ຫຼື ຜະລິດຕະພັນເຫຼົ່ານີ້ຂອງພາກສ່ວນທີສາມ.
- v. ການອັບເດດຊອບແວ. ພວກເຮົາອາດກວດກາເວີຊັນຊອບແວ ການບໍລິການ Cortana ແລະ ດາວໂຫຼດການອັບເດດຊອບແວ ຫຼື ປ່ຽນແປງການກຳນົດຄ່າ ໂດຍອັດຕະໂນມັດ ຫຼື ຮຽກຮ້ອງຜູ້ຜະລິດອຸປະກອນທີ່ເປີດໃຊ້ງານ Cortana ເພື່ອຮັກສາ ຊອບແວ ການບໍລິການ Cortana ໃຫ້ທັນສະໄໝຢ່າງຕໍ່ເນື່ອງ.
ການບໍລິການ ແລະ ແອັບ Microsoft 365
- ດ. ການບໍລິການ ແລະ ແອັບ Microsoft 365.
- i. ຂໍ້ກໍານົດການນຳໃຊ້. Microsoft 365 Family, Microsoft 365 Personal, Microsoft 365 Basic, Sway, OneNote.com ແລະ ການສະໝັກແອັບ Microsoft 365 ຫຼື ການບໍລິການ ຫຼື ການບໍລິການທີ່ເປັນຍີ່ຫໍ້ Office ແມ່ນສຳລັບການໃຊ້ສ່ວນຕົວ, ບໍ່ແມ່ນການໃຊ້ໃນທາງການຄ້າ, ເວັ້ນແຕ່ທ່ານມີສິດນຳໃຊ້ທາງການຄ້າພາຍໃຕ້ຂໍ້ຕົກລົງຕ່າງຫາກກັບ Microsoft. ການໃຊ້ແອັບເຊັ່ນ: Word, Excel, PowerPoint, Outlook, OneDrive, Access, ແລະ Publisher ໃນ ຄອບຄົວ Microsoft 365, Microsoft 365 Personal, ແລະ ແອັບ Microsoft 365 ໃດໜຶ່ງ ຫຼື ບໍລິການການສະໝັກທີ່ຄຸ້ມຄອງໂດຍຂໍ້ກຳນົດການອະນຸຍາດເພີ່ມເຕີມ ທີ່ມີ ຢູ່ https://aka.ms/useterms ພ້ອມກັບຂໍ້ກຳນົດເຫຼົ່ານີ້.
- ii. ຂໍ້ກຳນົດ Outlook ເພີ່ມເຕີມ. Outlook ລວມທັງການໃຊ້ແຜນທີ່ Bing. ທຸກໆເນື້ອຫາທີ່ໃຫ້ຜ່ານແຜນທີ່ Bing, ລວມເຖິງລະຫັດທາງພູມສາດ, ສາມາດໃຊ້ພາຍໃນຜະລິດຕະພັນຜ່ານໂຕທີ່ຮັບເນື້ອຫາເທົ່ານັ້ນ. ການໃຊ້ແຜນທີ່ Bing ຂອງທ່ານແມ່ນໄດ້ຮັບການຄຸ້ມຄອງໂດຍຂໍ້ກຳນົດການໃຊ້ຂອງຜູ້ໃຊ້ສຸດທ້າຍແຜນທີ່ Bing ທີ່ມີໃນ go.microsoft.com/?linkid=9710837 ແລະ ຄຳຖະແຫຼງຄວາມເປັນສ່ວນຕົວຂອງ Microsoft ທີ່ມີໃນ go.microsoft.com/fwlink/?LinkID=248686.
ສິນຄ້າດິຈິຕອນ
- ຕ. ສິນຄ້າດິຈີຕອລ (Digital Goods). ຜ່ານທາງ Microsoft Groove, Microsoft Movies & TV, Store, ບໍລິການ Xbox ແລະການບໍລິການທີ່ກ່ຽວຂ້ອງ ແລະ ການບໍລິການໃນອະນາຄົດໃດໜຶ່ງ, Microsoft ອາດເຮັດໃຫ້ທ່ານສາມາດຮັບ, ຟັງ, ເບິ່ງ, ຫລິ້ນ ຫລື ອ່ານ (ຕາມກໍລະນີ) ເພງ, ພາບ, ວິດີໂອ, ຂໍ້ຄວາມ, ປື້ມ, ເກມ ຫລື ເນື້ອຫາອື່ນໆ ("ສິນຄ້າດິຈິຕອນ") ເຊິ່ງທ່ານອາດໄດ້ຮັບໃນຮູບແບບດິຈິຕອນ. ສິນຄ້າດິຈິຕອລແມ່ນສຳລັບການໃຊ້ເພື່ອການບັນເທີງສ່ວນຕົວເທົ່ານັ້ນ, ບໍ່ແມ່ນເພື່ອໃຊ້ທາງການຄ້າ. ທ່ານເຫັນດີວ່າ ຈະບໍ່ເຜີຍແຜ່ຄືນໃໝ່, ສົ່ງສັນຍານ, ດຳເນີນການຢ່າງເປີດເຜີຍ ຫຼື ສະແດງຢູ່ສາທາລະນະ ຫຼື ໂອນສິນຄ້າດິຈິຕອລສະບັບໃດໜຶ່ງອອກໄປ. ສິນຄ້າດິຈິຕອລອາດຈະແມ່ນ Microsoft ຫຼື ບຸກຄົນທີສາມເປັນເຈົ້າຂອງ. ໃນສະພາບແວດລ້ອມທັງໝົດ, ທ່ານເຂົ້າໃຈແລະຮັບຮູ້ວ່າສິດທິຂອງທ່ານກ່ຽວກັບ ສິນຄ້າດິຈິຕອນແມ່ນຈຳກັດໂດຍຂໍ້ກຳນົດເຫລົ່ານີ້, ກົດໝາຍລິຂະສິດ ແລະ ກົດລະບຽບການນຳໃຊ້ທີ່ມີຢູ່ທີ່ https://go.microsoft.com/fwlink/p/?LinkId=723143. ທ່ານເຫັນດີວ່າ ທ່ານຈະບໍ່ພະຍາຍາມດັດແປງສິນຄ້າດິຈີຕອລໃດໆທີ່ໄດ້ຮັບມາຜ່ານທາງການບໍລິການໃດໜຶ່ງໄປເພື່ອຈຸດປະສົງໃດໃດໆ, ລວມທັງເພື່ອຈຸດປະສົງການປອມແປງ ຫຼື ການປ່ຽນເຈົ້າຂອງ ຫຼື ແຫຼ່ງທີ່ມາຂອງສິນຄ້າດິຈີຕອລ. Microsoft ຫຼື ເຈົ້າຂອງສິນຄ້າດິຈີຕອລອາດຈະເອົາສິນຄ້າດິຈີຕອລອອກຈາກການບໍລິການໃນເວລາໃດກໍ່ໄດ້ ໂດຍບໍ່ຕ້ອງມີການແຈ້ງບອກ.
ບ່ອນເກັບຂໍ້ມູນ Microsoft
- ຖ. ບ່ອນເກັບຂໍ້ມູນ Microsoft.
- i. ການຈັດສັນບ່ອນເກັບຂໍ້ມູນ OneDrive. ຖ້າທ່ານມີເນື້ອໃນເກັບໄວ້ຢູ່ໃນບັນຊີ OneDrive ຂອງທ່ານຫຼາຍກວ່າທີ່ຈັດໃຫ້ກັບທ່ານພາຍໃຕ້ຂໍ້ກຳນົດຕ່າງໆຂອງການບໍລິການຂໍນຳໃຊ້ຟຣີ ຫຼື ຈ່າຍເງິນສຳລັບ ບ່ອນເກັບຂໍ້ມູນ Microsoft ແລະ ທ່ານບໍ່ຕອບຄືນຕໍ່ແຈ້ງການຈາກ Microsoft ເພື່ອແກ້ໄຂບັນຫາຂອງທ່ານໂດຍການເອົາເນື້ອໃນສ່ວນເກີນອອກ ຫຼື ໂດຍການຍ້າຍແຜນການສະໝັກຂໍໃໝ່ດ້ວຍບ່ອນເກັບຂໍ້ມູນເພີ່ມເຕີມ, ພວກເຮົາສະຫງວນສິດທີ່ຈະປິດບັນຊີຂອງທ່ານ ແລະ ລຶບ ຫຼື ປິດໃຊ້ງການການເຂົ້າຫາເນື້ອໃນຂອງທ່ານຢູ່ໃນ OneDrive ໄດ້. ອ່ານເພີ່ມເຕີມກ່ຽວກັບ ໂຄຕ້າບ່ອນເກັບຂໍ້ມູນ Microsoft ທີ່ນີ້ (https://prod.support.services.microsoft.com/office/how-does-microsoft-storage-work-2a261b34-421c-4a47-9901-74ef5bd0c426).
- ii. ປະສິດທິພາບການບໍລິການ OneDrive. ຂຶ້ນຢູ່ກັບອຸປະກອນຂອງທ່ານ, ການເຊື່ອມຕໍ່ອິນເຕີເນັດ ແລະ ຄວາມພະຍາຍາມຂອງ Microsoft ທີ່ຈະຮັກສາປະສິດທິພາບ ແລະ ຄວາມສົມບູນຂອງການບໍລິການຂອງທ່ານ, ການອັບໂຫຼດ ຫຼື ການຊິງຄ໌ເນື້ອໃນຢູ່ໃນ OneDrive ຂອງທ່ານອາດຈະມີການຊັກຊ້າໃນບາງຄັ້ງຄາວ.
- iii. ການຈັດສັນບ່ອນເກັບຂໍ້ມູນ Outlook.com. ຖ້າທ່ານເກີນໂຄຕ້າບ່ອນເກັບຂໍ້ມູນກ່ອງຈົດໝາຍ Outlook.com ຫຼື ໂຄຕ້າບ່ອນຮັກສາຂໍ້ມູນ Microsoft ຂອງທ່ານ ທີ່ສະໜອງໃຫ້ທ່ານພາຍໃຕ້ການສະໝັກໃຊ້ຟຣີ ຫຼື ເສຍເງິນ, ທ່ານຈະບໍ່ສາມາດສົ່ງ ຫຼື ຮັບຂໍ້ຄວາມໄດ້ຈົນກວ່າທ່ານຈະລຶບເນື້ອຫາສ່ວນເກີນອອກ ຫຼື ຍ້າຍໄປເປັນສະມາຊິກໃໝ່ທີ່ມີພື້ນທີ່ຈັດເກັບພຽງພໍ. ຖ້າຫາກທ່ານບໍ່ເອົາເນື້ອໃນສ່ວນເກີນ ຫຼື ໄດ້ຮັບບ່ອນເກັບຂໍ້ມູນເພີ່ມເຕີມທີ່ພຽງພໍ ຫຼັງຈາກໄດ້ຮັບແຈ້ງການຈາກ Microsoft, ພວກເຮົາສະຫງວນສິດໃນການລຶບ ຫຼື ປິດການເຂົ້າເຖິງເນື້ອໃນຂອງທ່ານ. ອ່ານເພີ່ມເຕີມກ່ຽວກັບ ໂຄຕ້າບ່ອນເກັບຂໍ້ມູນ Microsoft ທີ່ນີ້ (https://prod.support.services.microsoft.com/office/how-does-microsoft-storage-work-2a261b34-421c-4a47-9901-74ef5bd0c426).
Microsoft ເງິນຄືນ
- ທ. Microsoft ເງິນຄືນ. ໂຄງການ Microsoft ເງິນຄືນ (“ເງິນຄືນ”) ອະນຸຍາດໃຫ້ລູກຄ້າ Microsoft ສາມາດໄດ້ຮັບລາງວັນເງິນຄືນເມື່ອຊື້ເຄື່ອງກັບຮ້ານຂາຍຍ່ອຍທີ່ເຂົ້າຮ່ວມໂດຍນໍາໃຊ້ຜະລິດຕະພັນ ແລະ ການບໍລິການບາງຢ່າງຂອງ Microsoft ເຊັ່ນ: Bing.com ແລະ Microsoft Edge. ໂດຍການລົງທະບຽນໃນ ເງິນຄືນ ຫຼື ເປີດໃຊ້ການສະເໜີເງິນຄືນ, ທ່ານຍອມຮັບ ແລະ ຕົກລົງເຫັນດີກັບ ຂໍ້ກຳນົດ ແລະ ເງື່ອນໄຂເງິນຄືນ (https://www.microsoft.com/bing/rebates-terms). ເງື່ອນໄຂການມີສິດໄດ້ຮັບສະເພາະໃດໜຶ່ງ, ຂໍ້ຈໍາກັດ ແລະ ຂໍ້ຈໍາກັດອື່ນໆນໍາໃຊ້ກັບການມີສ່ວນຮ່ວມຂອງທ່ານໃນ ເງິນຄືນ; ສໍາລັບຂໍ້ມູນເພີ່ມເຕີມ, ເບິ່ງໄດ້ ເງິນຄືນ FAQ (https://www.bing.com/rebates/faq).
Microsoft Rewards
- ນ. Microsoft Rewards.
- i. ຂໍ້ມູນທົ່ວໄປ. Microsoft Rewards ("ໂຄງການລາງວັນ") ແມ່ນບໍ່ເສຍຄ່າໃນການເຂົ້າຮ່ວມ, ແລະ ມັນຊ່ວຍໃຫ້ທ່ານສາມາດໄດ້ຮັບຄະແນນ ("ຄະແນນ") ສໍາລັບກິດຈະກໍາສະເພາະໃດໜຶ່ງ ແລະ ສໍາລັບການນໍາໃຊ້ສ່ວນບຸກຄົນຂອງຜະລິດຕະພັນ ແລະ ການບໍລິການ Microsoft. ຖ້າທ່ານມີບັນຊີ Microsoft ແລະ ຕັ້ງຢູ່ໃນພາກພື້ນທີ່ເຂົ້າຮ່ວມ (ກໍານົດຂ້າງລຸ່ມນີ້), ທ່ານໄດ້ຖືກລົງທະບຽນໂດຍອັດຕະໂນມັດໃນໂຄງການລາງວັນ ແລະ ສາມາດເລີ່ມຕົ້ນໄດ້ຮັບຄະແນນທັນທີ. ທ່ານສາມາດຍົກເລີກການມີສ່ວນຮ່ວມຂອງທ່ານ ໃນ ໂຄງການລາງວັນ ໄດ້ທຸກເວລາໂດຍການປະຕິບັດຕາມຄໍາແນະນໍາຂ້າງລຸ່ມນີ້.
- ii. ທ່ານສາມາດແລກເອົາຄະແນນຂອງທ່ານໄດ້ໃນຫຼາຍວິທີ ("ທາງເລືອກການແລກເອົາ"), ລວມທັງຜະລິດຕະພັນ ແລະ ການບໍລິການສະເພາະທີ່ລະບຸໄວ້ໃນ ໜ້າການແລກເອົາ ທີ່ https://aka.ms/redeemrewards ("ລາງວັນ"). ເພື່ອມີສິດແລກເອົາຄະແນນຂອງທ່ານ ສໍາລັບທາງເລືອກການແລກເອົາໃດໆ, ທ່ານຕ້ອງເປີດໃຊ້ບັນຊີ ໂຄງການລາງວັນ ຂອງທ່ານກ່ອນ. ("ບັນຊີລາງວັນ") ໃນ ກະດານລາງວັນ ທີ່ https://rewards.microsoft.com/ ຫຼື ໃນເວັບໄຊທ໌ ແລະ ໜ້າ Microsoft ອື່ນໆທີ່ແນ່ນອນ. ບໍ່ມີຄ່າໃຊ້ຈ່າຍໃນການເປີດໃຊ້ ບັນຊີລາງວັນ ຂອງທ່ານ.
- iii. ຂໍ້ຈຳກັດ ແລະ ການຈຳກັດບາງຢ່າງນຳໃຊ້ກັບການມີລາຍໄດ້, ການແລກເອົາ ແລະ ການນຳໃຊ້ຄະແນນອື່ນໆໃນ ໂຄງການລາງວັນ. ສຳລັບຂໍ້ມູນເພີ່ມຕື່ມ ເຊີນເບິ່ງພາກ Rewards ທີ່ https://support.microsoft.com ("FAQ").
- iv. ຄວາມຕ້ອງການຕ່າງໆ. ທ່ານຕ້ອງການບັນຊີ Microsoft ທີ່ຖືກຕ້ອງ ແລະ ທ່ານຕ້ອງອາໄສຢູ່ໃນເຂດພື້ນທີ່ໃດໜຶ່ງທີ່ລະບຸໄວ້ໃນ ຄຳຖາມທີ່ມັກຖາມເລື້ອຍໆ ("ພາກພື້ນ") ເພື່ອເປີດໃຊ້ ບັນຊີລາງວັນ ຂອງທ່ານ ແລະ ເພື່ອຫາລາຍໄດ້, ແລກເອົາ, ຫຼື ໃຊ້ຄະແນນອື່ນໆ. ທ່ານອາດຈະເປີດ ແລະ ໃຊ້ ບັນຊີລາງວັນ ອັນດຽວ, ເຖິງແມ່ນວ່າທ່ານມີທີ່ຢູ່ອີເມວຫຼາຍອັນກໍຕາມ. ແຕ່ລະຄົວເຮືອນຖືກຈໍາກັດໃຫ້ ຫົກ ບັນຊີລາງວັນ. ໂຄງການລາງວັນ ແມ່ນພຽງແຕ່ສຳລັບການໃຊ້ສ່ວນຕົວ ແລະ ການໃຊ້ບໍ່ແມ່ນເພື່ອການຄ້າຂອງທ່ານ. ການໃຊ້ເຄືອຂ່າຍສ່ວນຕົວສະເໝືອນຈິງ (VPN) ຫຼື ເທັກໂນໂລຍີ ຫຼື ການບໍລິການອື່ນໆ ທີ່ສາມາດໃຊ້ເພື່ອປິດບັງ ຫຼື ເຮັດໃຫ້ສັບສົນທີ່ຕັ້ງພູມສາດຂອງທ່ານ ອາດເຮັດໃຫ້ ບັນຊີລາງວັນ ຂອງທ່ານຖືກຍົກເລີກ ແລະ ຮິບຄະແນນທີ່ຄ້າງໄວ້ຂອງເຈົ້າ.
- v. ການຮັບຄະແນນ. ທ່ານອາດຈະໄດ້ຮັບການນໍາສະເຫນີໂອກາດທີ່ຈະໄດ້ຮັບຄະແນນ ສໍາລັບກິດຈະກໍາທີ່ມີຄຸນສົມບັດບາງຢ່າງ ("ຂໍ້ສະເໜີ"), ເຊັ່ນ: ການຊອກຫາ, ການໄດ້ມາ, ການໃຊ້ຜະລິດຕະພັນ ແລະ ການບໍລິການຂອງ Microsoft ບາງອັນ, ແລະ ໂອກາດອື່ນໆຈາກ Microsoft. ທ່ານຕ້ອງມີ ບັນຊີລາງວັນ ທີ່ມີການເຄື່ອນໄຫວເພື່ອໃຊ້ປະໂຫຍດຈາກຂໍ້ສະເໜີດັ່ງກ່າວ. ຫຼັງຈາກເຮັດສໍາເລັດຄວາມຕ້ອງການສໍາລັບຂໍ້ສະເໜີບາງຢ່າງ, ທ່ານອາດຈະຖືກຮຽກຮ້ອງໃຫ້ອ້າງເອົາຄະແນນໃນແຜງໜ້າປັດລາງວັນກ່ອນທີ່ຄະແນນຈະໄດ້ຮັບ ແລະ ເພີ່ມເຂົ້າໃນບັນຊີລາງວັນຂອງທ່ານ. ຄວາມລົ້ມເຫຼວທີ່ຈະອ້າງເອົາຄະແນນພາຍໃນເວລາທີ່ Microsoft ກໍານົດໄວ້ອາດຈະສົ່ງຜົນໃຫ້ຄະແນນຖືກຮິບໄປ. ຂໍ້ສະເໜີທີ່ມີສິດໄດ້ຮັບ ອາດຈະແຕກຕ່າງກັນໄປຕາມພາກພື້ນ ແລະ ອາດຈະສາມາດໃຊ້ໄດ້ສະເພາະເວລາໃດໜຶ່ງ ຫຼື ຂຶ້ນກັບຂໍ້ຈຳກັດອື່ນໆ. ທ່ານຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂທັງໝົດ ຂອງ ຂໍ້ສະເໜີສະເພາະໃດໜຶ່ງ ເພື່ອໃຫ້ໄດ້ຄະແນນທີ່ໄດ້ຮັບຮາງວັນຈາກຂໍ້ສະເໜີນັ້ນ. ທ່ານອາດຈະຖືກນໍາສະເໜີດ້ວຍການສະເໜີໂດຍກົງໃນ ກະດານລາງວັນ ຫຼື ເມື່ອທ່ານໃຊ້ຜະລິດຕະພັນ ແລະ ການບໍລິການບາງຢ່າງຂອງ Microsoft. ໃນບາງເວລາ, Microsoft ອາດຈະສະເໜີໃຫ້ ຫຼື ໃຫ້ຄະແນນເພີ່ມເຕີມແກ່ທ່ານໃນການຕັດສິນໃຈແຕ່ພຽງຜູ້ດຽວ ແລະ ໂດຍມີ ຫຼື ບໍ່ມີການແຈ້ງໃຫ້ຮູ້ລ່ວງໜ້າ, ລວມທັງ ສິ່ງທີ່ Microsoft ກຳນົດວ່າເປັນການຄົ້ນຫາທີ່ມີສັດທາ ແລະ ການໂຕ້ຕອບອື່ນໆກັບການບໍລິການຂອງ Microsoft.
- vi. ສຳລັບຈຸດປະສົງຂອງ ໂຄງການລາງວັນ, "ຊອກຫາ" ແມ່ນການກະທໍາຂອງຜູ້ໃຊ້ສ່ວນບຸກຄົນທີ່ປ້ອນຂໍ້ຄວາມດ້ວຍຕົນເອງ ເພື່ອຈຸດປະສົງອັນຊື່ສັດຂອງການໄດ້ຮັບຜົນການຊອກຫາ Bing ສໍາລັບຈຸດປະສົງການຄົ້ນຄວ້າຂອງຜູ້ໃຊ້ເອງ; "ຊອກຫາ" ບໍ່ລວມເອົາການສອບຖາມທີ່ບໍ່ໄດ້ຕັ້ງໃຈ ຫຼື ໃຊ້ເພື່ອຈຸດປະສົງການຄົ້ນຄວ້າສ່ວນຕົວທີ່ມີຄວາມເຊື່ອແທ້ ຫຼື ການສອບຖາມທີ່ເຂົ້າມາໂດຍ bot, macro, ຫຼື ວິທີການອັດຕະໂນມັດ ຫຼື ການສໍ້ໂກງອື່ນໆ. ສໍາລັບຈຸດປະສົງຂອງໂຄງການລາງວັນ, “ການຊື້ຊັບສິນ” ແມ່ນຂະບວນການຂອງການຊື້ສິນຄ້າ ຫຼື ການດາວໂຫຼດ ແລະ ໄດ້ຮັບໃບອະນຸຍາດສໍາລັບເນື້ອຫາດິຈິຕອນໂດຍກົງຈາກ Microsoft, ບໍ່ວ່າຈະບໍ່ເສຍຄ່າ ຫຼື ຈ່າຍ. ຄະແນນບໍ່ໄດ້ຖືກສະເໜີໃຫ້ສໍາລັບທຸກໆການໄດ້ມາຈາກ Microsoft, ແລະ ອາດມີຂໍ້ຈຳກັດບາງຢ່າງ.
- vii. ຂໍ້ຈຳກັດ ແລະ ການຈຳກັດດ້ານຄະແນນ. ຄະແນນແມ່ນມອບໃຫ້ໂດຍ Microsoft ໃຫ້ກັບ ບັນຊີລາງວັນ ສ່ວນບຸກຄົນ ແລະ ບໍ່ສາມາດໂອນໃຫ້ບຸກຄົນ ຫຼື ນິຕິບຸກຄົນອື່ນໄດ້. ເຖິງວ່າສິ່ງທີ່ກ່າວມາຂ້າງເທິງນັ້ນ, Microsoft ອາດເປັນແຕ່ລະໄລຍະໃນການຕັດສິນໃຈແຕ່ພຽງຜູ້ດຽວເພື່ອອະນຸຍາດໃຫ້ທ່ານ (i) ແບ່ງປັນຄະແນນຂອງທ່ານໃນຄົວເຮືອນຂອງທ່ານ (ອາດມີຂອບເຂດຈໍາກັດ), (ii) ເພື່ອປະກອບສ່ວນຄະແນນຂອງທ່ານ ເພື່ອສະໜັບສະໜູນອົງການບໍ່ຫວັງຜົນກໍາໄລທີ່ມີລາຍຊື່ຢູ່ໃນໜ້າການແລກເອົາ, ຫຼື (iii) ຂຶ້ນກັບພາກພື້ນຂອງທ່ານ ແລະ ຂຶ້ນກັບຂໍ້ກໍານົດ ແລະ ເງື່ອນໄຂອື່ນໆ, ເພື່ອແລກເອົາຄະແນນຂອງທ່ານທັງໝົດດ ຫຼື ບາງຈຸດໃນບາງລາງວັນ ຫຼື ໂຄງການສະສົມຄະແນນ, ລວມທັງໂຄງການທີ່ດໍາເນີນໂດຍ Microsoft ຫຼື ພາກສ່ວນທີສາມທີ່ໄດ້ຮັບອະນຸຍາດ. ຄະແນນ ແມ່ນ ແລະ ຍັງຄົງຢູ່ຕະຫຼອດເວລາເປັນຊັບສິນຂອງ Microsoft, ແລະ ບໍ່ປະກອບເປັນຊັບສິນສ່ວນຕົວຂອງທ່ານ; ມັນບໍ່ມີມູນຄ່າເປັນເງິນສົດ, ແລະ ທ່ານອາດຈະບໍ່ໄດ້ຮັບເງິນສົດ ຫຼື ເງິນໃນການແລກປ່ຽນສໍາລັບມັນ. ຄະແນນແມ່ນເປັນລາງວັນໃຫ້ທ່ານບົນພື້ນຖານການສົ່ງເສີມການຂາຍເທົ່ານັ້ນ. ທ່ານບໍ່ສາມາດຊື້ ຄະແນນ. Microsoft ອາດຈະຈຳກັດປະລິມານຂອງ ຄະແນນ ຫຼື ລາງວັນ ທີ່ສາມາດໄດ້ຮັບ ຫຼື ແລກເອົາຕໍ່ຄົນ, ຕໍ່ຄົວເຮືອນ, ຫຼື ໃນໄລຍະທີ່ກຳນົດໄວ້ (ເຊັ່ນ: ຕໍ່ມື້) ສະໜອງໃຫ້ວ່າ ທ່ານບໍ່ເສຍປຽບໃນການລະເມີດຄວາມເຊື່ອທີ່ດີ; ກະລຸນາເບິ່ງ ຄຳຖາມທີ່ມັກຖາມເລື້ອຍໆ ສໍາລັບການຈໍາກັດທີ່ນໍາໃຊ້ໃນປັດຈຸບັນ. ເວັ້ນເສຍແຕ່ວ່າການສະເໜີ ຫຼື ທາງເລືອກການແລກເອົາຈະລະບຸຢ່າງຈະແຈ້ງເປັນຢ່າງອື່ນ, ຄະແນນທີ່ໄດ້ຮັບມາໃນ ໂຄງການ ໃຊ້ບໍ່ໄດ້ໃນ ແລະ ອາດຈະບໍ່ຖືກໃຊ້ ໃນການຮວມກັບ ໂຄງການອື່ນໃດໜຶ່ງທີ່ໃຫ້ໂດຍ Microsoft ຫຼື ພາກສ່ວນທີສາມ. ຄະແນນທີ່ຍັງບໍ່ໄດ້ແລກເອົາທີ່ເຊື່ອມໂຍງກັບ ບັນຊີລາງວັນ ຂອງທ່ານໝົດອາຍຸ ຖ້າທ່ານບໍ່ໄດ້ຮັບ ຫຼື ແລກເອົາຄະແນນໃດໜຶ່ງໃນ ບັນຊີລາງວັນ ຂອງທ່ານເປັນເວລາ 12 ເດືອນຕິດຕໍ່ກັນ.
- viii. ການແລກເອົາ. ທາງເລືອກການແລກເອົາ ຈະຖືກເປີດເຜີຍໃຫ້ທ່ານເຫັນຢູ່ໃນ ໜ້າການແລກເອົາ ແລະ ໃນເວັບໄຊທ໌ ແລະ ໜ້າ Microsoft ອື່ນໆທີ່ແນ່ນອນ. ທ່ານຕ້ອງມີລາຍໄດ້ ແລະ ມີຢູ່ໃນ ບັນຊີລາງວັນ ຂອງທ່ານ ທຸກຄະແນນທີ່ຕ້ອງການສໍາລັບ ທາງເລືອກການແລກເອົາ ກ່ອນທີ່ທ່ານຈະສາມາດແລກເອົາຄະແນນຂອງທ່ານສໍາລັບທາງເລືອກການແລກເອົານັ້ນ. ຈະມີການຈຳກັດຈຳນວນຂອງ ລາງວັນ ພິເສດທີ່ມີ ແລະ ລາງວັນ ຈະຖືກສົ່ງບົນພື້ນຖານການມາກ່ອນ, ໄດ້ຮັບບໍລິການກ່ອນ. ທ່ານອາດຈະຖືກຮຽກຮ້ອງໃນການສະໜອງ ຂໍ້ມູນຕື່ມ ເຊັ່ນ: ທີ່ຢູ່ໄປສະນີ ແລະ ເບີໂທລະສັບຂອງທ່ານ (ນອກຈາກ VOIP ຫຼື ໝາຍເລກໂທຟຣີ) ແລະ ທ່ານອາດຍັງຈະຖືກຂໍໃຫ້ປ້ອນເຂົ້າລະຫັດການປ້ອງກັນສໍ້ໂກງ ຫຼື ເຊັນເອກະສານທາງກົດໝາຍເພີ່ມເຕີມ ເພື່ອແລກເອົາຄະແນນສຳລັບ ທາງເລືອກການແລກເອົາ. ເມື່ອທ່ານແລກເອົາຄະແນນຂອງທ່ານ, ທ່ານບໍ່ສາມາດຍົກເລີກມັນ ຫຼື ສົ່ງຄືນ ທາງເລືອກການແລກເອົາ ສຳລັບການຊົດໃຊ້ຄະແນນ ຍົກເວັ້ນໃນກໍລະນີ ຜະລິດຕະພັນເປ່ເພ ຫຼື ຕາມການຮຽກຮ້ອງໂດຍກົດໝາຍທີ່ກ່ຽວຂ້ອງ. ຖ້າທ່ານເລືອກ ທາງເລືອກການແລກເອົາ ທີ່ບໍ່ມີໃນສາງສິນຄ້າ ຫຼື ບໍ່ມີຍ້ອນເຫດຜົນອື່ນ, ພວກເຮົາອາດປ່ຽນແທນ ທາງເລືອກການແລກເອົາ ດ້ວຍ ຄ່າປຽບທຽບ ຫຼື ສົ່ງຄະແນນຂອງທ່ານຄືນໃນການຕັດສິນໃຈຂອງພວກເຮົາເອງ.
- ix. Microsoft ອາດອັບເດດ ຫຼື ຢຸດສືບຕໍ່ການສະເໜີສະເພາະໃດໜຶ່ງກ່ຽວກັບທາງເລືອກການແລກເອົາໄດ້ທຸກເວລາສໍາລັບເຫດຜົນໃດກໍ່ຕາມ. ຕົວເລືອກການແລກເອົາບາງອັນ ອາດມີເງື່ອນໄຂການມີສິດໄດ້ຮັບຕາມອາຍຸ ຫຼື ພາກພື້ນ, ຫຼື ຂໍ້ກຳນົດ ຫຼື ເງື່ອນໄຂອື່ນໆກ່ຽວກັບການແລກເອົາ ຫຼື ໃຊ້ຂອງເຂົາເຈົ້າ. ທຸກໆຂໍ້ກຳນົດ ຫຼື ເງື່ອນໄຂເຊັ່ນນີ້ ຈະລວມໃນຂໍ້ສະເໜີການແລກເອົາທີ່ກ່ຽວຂ້ອງ. ທ່ານຮັບຜິດຊອບສຳລັບ ອາກອນທ້ອງຖິ່ນ, ລັດ ແລະ ລັດຖະບານກາງ ແລະ ຄ່າໃຊ້ຈ່າຍອື່ນໆກ່ຽວກັບການຍອມຮັບ ແລະ ໃຊ້ ທາງເລືອກການແລກເອົາ. ລາງວັນ ຈະອີເມວໄປຍັງ ທີ່ຢູ່ອີເມວທີ່ໂຍງກັບ ບັນຊີ Microsoft ຂອງທ່ານ, ສະນັ້ນ ໃຫ້ອັບເດດທີ່ຢູ່ອີເມວຂອງທ່ານໃຫ້ທັນສະໄໝ. ລາງວັນ ທີ່ບໍ່ໄດ້ຈັດສົ່ງຈະບໍ່ຖືກອອກໃໝ່ ແລະ ສະນັ້ນກໍ່ຈະືກຮິບ. ລາງວັນອາດຈະບໍ່ຖືກຂາຍຕໍ່. ທ່ານອາດແລກບໍ່ເກີນ 550.000 ຄະແນນ ຕໍ່ປະຕິທິນແຫ່ງປີໃນ ໂຄງການລາງວັນ.
- x. ການຍົກເລີກບັນຊີລາງວັນຂອງທ່ານ. ຖ້າທ່ານບໍ່ຕ້ອງການເຂົ້າຮ່ວມ ໂຄງການລາງວັນ, ໃຫ້ປະຕິບັດຕາມຄຳແນະນຳໃນ ໜ້າເລືອກບໍ່ເຂົ້າຮ່ວມ (https://rewards.microsoft.com/optout) ເພື່ອຍົກເລີກ ບັນຊີລາງວັນ ຂອງທ່ານ. ຖ້າທ່ານຍົກເລີກ ບັນຊີລາງວັນ ຂອງທ່ານ, ທ່ານຈະສູນເສຍຄະແນນທີ່ໄດ້ຮັບທັງໝົດຂອງທ່ານໃນທັນທີ ແລະ ຈະສູນເສຍຄວາມສາມາດໃນການໄດ້ຮັບ ຄະແນນ ໃໝ່ໃນອະນາຄົດ. ເພື່ອເລີ່ມຕົ້ນການໄດ້ຮັບ ຄະແນນ ອີກຄັ້ງ, ທ່ານຕ້ອງເປີດ ບັນຊີລາງວັນ ໃໝ່ (ແຕ່ Microsoft ຈະບໍ່ນຳໃຊ້ຄະແນນທີ່ຮິບໄປກ່ອນໜ້ານີ້ຄືນໃໝ່). ບັນຊີລາງວັນ ຂອງທ່ານ ອາດຈະຖືກຍົກເລີກ (ແລະ ຄະແນນຂອງທ່ານຈະຖືກຮິບ) ຖ້າທ່ານບໍ່ເຂົ້າສູ່ລະບົບບັນຊີ Microsoft ຂອງທ່ານເປັນເວລາ 12 ເດືອນຕິດຕໍ່ກັນ.
- xi. ການປ່ຽນແປງ ຫຼື ການຢຸດເຊົາໂຄງການ. Microsoft ສະຫງວນສິດໃນການປ່ຽນແປງ, ດັດແປງ, ຢຸດ, ຫຼື ຍົກເລີກ ໂຄງການລາງວັນ ຫຼື ສ່ວນໃດສ່ວນໜຶ່ງຂອງມັນໄດ້ທຸກເວລາ, ໃນການຕັດສິນໃຈແຕ່ພຽງຜູ້ດຽວ, ແລະ ໂດຍບໍ່ມີການແຈ້ງລ່ວງໜ້າ. ແນວໃດກໍ່ຕາມ, ຖ້າ ໂຄງການລາງວັນ ຖືກຍົກເລີກ ຫຼື ຢຸດເຊົາ, ພວກເຮົາຈະພະຍາຍາມຢ່າງສົມເຫດສົມຜົນ ເພື່ອແຈ້ງໃຫ້ທ່ານຮູ້ທາງອີເມວ ແລະ ໃນກະດານລາງວັນ ແລະ ໃຫ້ເວລາຢ່າງໜ້ອຍ 90 ມື້ ເພື່ອແລກເອົາຄະແນນທີ່ຄົງຄ້າງຂອງທ່ານ, ເວັ້ນເສຍແຕ່ພວກເຮົາຈະກຳນົດວ່າ ການຍົກເລີກດັ່ງກ່າວຕ້ອງມີຜົນບັງຄັບໃຊ້ທັນທີ ສໍາລັບເຫດຜົນທາງດ້ານກົດໝາຍ ຫຼື ຄວາມປອດໄພ.
- xii. ຂໍ້ກຳນົດອື່ນໆ. Microsoft ສະຫງວນສິດທີ່ຈະຍົກເລີກ ບັນຊີຮາງວັນ ຂອງທ່ານທັນທີ, ຕັດສິດທ່ານຈາກການເຂົ້າຮ່ວມ ໂຄງການຮາງວັນ ໃນອະນາຄົດ, ຮິບເອົາຄະແນນທີ່ໄດ້ຮັບທັງໝົດຂອງທ່ານ, ແລະ ຍົກເລີກ ຫຼື ລະງັບທາງເລືອກການແລກເອົາໃດໆກໍຕາມທີ່ທ່ານໄດ້ຮັບຜ່ານ ໂຄງການລາງວັນ ຖ້າ Microsoft ເຊື່ອວ່າທ່ານໄດ້ລະເມີດ, ຖືກລ່ວງລະເມີດ, ຫຼື ສໍ້ໂກງລັກສະນະໃດໆຂອງ ໂຄງການລາງວັນ ຫຼື ລະເມີດເງື່ອນໄຂເຫຼົ່ານີ້. Microsoft ຍັງສະຫງວນສິດທີ່ຈະຍົກເລີກ ຫຼື ໂຈະ ທາງເລືອກການແລກເອົາ ໃດໆກໍຕາມທີ່ທ່ານໄດ້ຮັບ ຫຼື ພະຍາຍາມໄດ້ຮັບຜ່ານ ໂຄງການລາງວັນ ຖ້າ Microsoft ກຳນົດວ່າ ທ່ານບໍ່ມີສິດທີ່ຈະໄດ້ຮັບ ທາງເລືອກການແລກເອົາ ນັ້ນດ້ວຍເຫດຜົນທາງກົດໝາຍ (ເຊັ່ນ: ກົດໝາຍສົ່ງອອກ). ໃນຂະນະທີ່ Microsoft ເຮັດທຸກຄວາມພະຍາຍາມ ເພື່ອຮັບປະກັນຄວາມຖືກຕ້ອງ, ຄວາມຜິດພາດອາດເກີດຂຶ້ນໄດ້ບາງຄັ້ງ. ດັ່ງນັ້ນ Microsoft ສະຫງວນສິດທີ່ຈະແກ້ໄຂຂໍ້ຜິດພາດດັ່ງກ່າວໄດ້ທຸກເວລາ, ເຖິງແມ່ນວ່າ ມັນຈະສົ່ງຜົນກະທົບຕໍ່ຂໍ້ສະເໜີໃນປະຈຸບັນ ຫຼື ຍັງລໍຖ້າ, ໄດ້ຮັບ, ຫຼື ການແລກເອົາຄະແນນ ຫຼື ລາງວັນຂອງທ່ານ. ໃນກໍລະນີຂອງຄວາມບໍ່ສອດຄ່ອງ ຫຼື ຄວາມແຕກຕ່າງລະຫວ່າງຂໍ້ກໍານົດ ໂຄງການລາງວັນ ເຫຼົ່ານີ້ ຫຼື ຄໍາຖະແຫຼງອື່ນໆທີ່ມີຢູ່ໃນເອກະສານ ຫຼື ການໂຄສະນາທີ່ກ່ຽວຂ້ອງ, ຂໍ້ກໍານົດເຫຼົ່ານີ້ແມ່ນຊະນະ, ປົກຄອງ, ແລະ ຄວບຄຸມ.
Azure
- ບ. Azure. ການໃຊ້ບໍລິການ Azure ຂອງທ່ານແມ່ນຄຸ້ມຄອງໂດຍຂໍ້ກຳນົດ ແລະ ເງື່ອນໄຂຂອງຂໍ້ຕົກລົງທີ່ແຍກຕ່າງຫາກພາຍໃຕ້ ສິ່ງທີ່ທ່ານໄດ້ຮັບການບໍລິການ, ຕາມລາຍລະອຽດໃນໜ້າຂໍ້ມູນທາງກົດໝາຍຂອງ Microsoft Azure ທີ່ https://aka.ms/AA7z67v.
Microsoft Soundscape
- ປ. Microsoft Soundscape. ທ່ານຮັບຮູ້ວ່າ Microsoft Soundscape (1) ບໍ່ໄດ້ຖືກອອກແບບ, ມີຈຸດປະສົງ ຫຼື ເຮັດໃຫ້ສາມາດໃຊ້ໄດ້ເປັນອຸປະກອນທາງການແພດ, ແລະ (2) ບໍ່ໄດ້ອອກແບບ ຫຼື ມີຈຸດປະສົງເພື່ອທົດແທນຄໍາແນະນໍາທາງການແພດມືອາຊີບ, ການວິນິດໄສ, ການປິ່ນປົວ ຫຼື ການຕັດສິນ ແລະ ບໍ່ຄວນນຳໃຊ້ເພື່ອທົດແທນ ຫຼື ແທນຄໍາແນະນໍາທາງການແພດທີ່ເປັນມືອາຊີບ, ການວິນິດໄສ, ການປິ່ນປົວ ຫຼື ການຕັດສິນ.
Power Platform
- ຜ. Power Platform. ການໃຊ້ບໍລິການ Power Platform ຂອງທ່ານແມ່ນຄຸ້ມຄອງໂດຍຂໍ້ກຳນົດ ແລະ ເງື່ອນໄຂຂອງຂໍ້ຕົກລົງທີ່ແຍກຕ່າງຫາກພາຍໃຕ້ ສິ່ງທີ່ທ່ານໄດ້ຮັບການບໍລິການ, ຕາມລາຍລະອຽດໃນໜ້າຂໍ້ມູນທາງກົດໝາຍຂອງ Power Platform ທີ່ Microsoft Power Platform (https://www.microsoft.com/en-us/power-platform/business-applications/legal).
Dynamics 365
- ຝ. Dynamics 365. ການນຳໃຊ້ບໍລິການ Dynamics 365 ຂອງທ່ານ ແມ່ນຖືກຄວບຄຸມໂດຍຂໍ້ກຳນົດ ແລະ ເງື່ອນໄຂຂອງຂໍ້ຕົກລົງແຍກຕ່າງຫາກທີ່ທ່ານໄດ້ຮັບການບໍລິການ, ຕາມລາຍລະອຽດຢູ່ໃນໜ້າຂໍ້ມູນກົດໝາຍຂອງ Dynamics 365 ທີ່ Microsoft Dynamics 365 (https://www.microsoft.com/en-us/dynamics-365/business-applications/legal).
ປະສົບການ Copilot AI
- ພ. ປະສົບການ Copilot AI. ການນຳໃຊ້ ປະສົບການ Copilot AI ຂອງທ່ານ (ຍົກເວັ້ນ Copilot ທີ່ມີການປົກປ້ອງຂໍ້ມູນທາງການຄ້າ) ແມ່ນຄຸ້ມຄອງໂດຍຂໍ້ກຳນົດ ແລະ ເງື່ອນໄຂເພີ່ມເຕີມທີ່ທ່ານໄດ້ຮັບການບໍລິການເຫຼົ່ານັ້ນຕາມລາຍລະອຽດທີ່ ຂໍ້ກຳນົດການນຳໃຊ້ Copilot (bing.com) (https://www.bing.com/new/termsofuse#content-policy) ຮ່ວມກັບຂໍ້ກຳນົດເຫຼົ່ານີ້. ຖ້າທ່ານເປັນ Microsoft Copilot ທີ່ມີຜູ້ໃຊ້ປົກປ້ອງຂໍ້ມູນທາງການຄ້າ, ກະລຸນາເຂົ້າໄປທີ່ໜ້ານີ້ເພື່ອກວດເບິ່ງຂໍ້ກຳນົດການນຳໃຊ້ທີ່ນຳໃຊ້ກັບທ່ານ, ພ້ອມກັບຂໍ້ກຳນົດເຫຼົ່ານີ້: https://aka.ms/BCETermsOfUse.
ການບໍລິການ AI
- ພ. ການບໍລິການ AI. "ການບໍລິການ AI" ແມ່ນການບໍລິການ ຫຼື ຄຸນສົມບັດໃນນັ້ນທີ່ໃຊ້ເທັກໂນໂລຍີປັນຍາປະດິດ (Artificial Intelligence, AI), ລວມທັງ ການບໍລິການ AI ທີ່ສ້າງສັນ.
- i. ບໍ່ມີຄໍາແນະນໍາຈາກມືອາຊີບ. ການບໍລິການ AI ບໍ່ໄດ້ຖືກອອກແບບ, ມີຈຸດປະສົງ ຫຼື ເພື່ອໃຊ້ແທນຄໍາແນະນໍາດ້ານວິຊາຊີບ.
- ii. ວິສະວະກໍາຍ້ອນກັບ. ທ່ານອາດຈະບໍ່ໃຊ້ການບໍລິການ AI ເພື່ອຄົ້ນພົບອົງປະກອບພື້ນຖານໃດໆຂອງແບບຈໍາລອງ, ສູດການຄິດໄລ່ ແລະ ລະບົບຕ່າງໆ. ຕົວຢ່າງ: ທ່ານອາດຈະບໍ່ພະຍາຍາມກໍານົດ ແລະ ເອົານ້ໍາໜັກຂອງແບບຈໍາລອງ ຫຼື ສະກັດພາກສ່ວນໃດໆຂອງການບໍລິການ AI ອອກຈາກອຸປະກອນຂອງທ່ານ.
- iii. ການດຶງຂໍ້ມູນ. ເວັ້ນເສຍແຕ່ໄດ້ຮັບອະນຸຍາດຢ່າງຊັດເຈນ, ທ່ານບໍ່ສາມາດໃຊ້ການຂູດເວັບ, ການຂຸດຄົ້ນເວັບ, ຫຼື ວິທີການດຶງຂໍ້ມູນເວັບ ເພື່ອດຶງຂໍ້ມູນຈາກການບໍລິການ AI.
- iv. ຈໍາກັດການນໍາໃຊ້ຂໍ້ມູນຈາກການບໍລິການ AI. ທ່ານອາດຈະບໍ່ໃຊ້ການບໍລິການ AI ຫຼື ຂໍ້ມູນຈາກການບໍລິການ AI, ເພື່ອສ້າງ, ຝຶກອົບຮົມ ຫຼື ປັບປຸງ (ໂດຍກົງ ຫຼື ທາງອ້ອມ) ເຕັກໂນໂລຊີ AI.
- v. ການນໍາໃຊ້ເນື້ອໃນຂອງທ່ານ. ເປັນສ່ວນໜຶ່ງຂອງການສະໜອງການບໍລິການ AI, Microsoft ຈະປະມວນຜົນ ແລະ ເກັບຮັກສາວັດສະດຸປ້ອນຂອງທ່ານ ໃຫ້ກັບການບໍລິການເຊັ່ນດຽວກັນກັບຜົນຜະລິດຈາກການບໍລິການ, ເພື່ອຈຸດປະສົງຂອງການກວດສອບ ແລະ ປ້ອງກັນການນໍາໃຊ້ໃນທາງທີ່ຜິດ ຫຼື ເປັນອັນຕະລາຍ ຫຼື ຜົນໄດ້ຮັບຂອງການບໍລິການ.
- vi. ຄວາມເປັນເຈົ້າຂອງເນື້ອຫາ. Microsoft ບໍ່ໄດ້ອ້າງສິດຄວາມເປັນເຈົ້າຂອງເນື້ອຫາໃດໆທີ່ທ່ານສະໜອງໃຫ້, ປະກາດ, ປ້ອນຂໍ້ມູນ ຫຼື ສົ່ງໃຫ້ ຫຼື ໄດ້ຮັບຈາກການບໍລິການ AI (ລວມທັງ ຄໍາຕິຊົມ ແລະ ຄໍາແນະນໍາ). ທ່ານຈະຕ້ອງຕັດສິນໃຈດ້ວຍຕົວທ່ານເອງກ່ຽວກັບສິດທິຊັບສິນທາງປັນຍາທີ່ທ່ານມີຢູ່ໃນເນື້ອຫາຜົນຜະລິດ ແລະ ການນໍາໃຊ້ຂອງມັນ, ໂດຍຄໍານຶງເຖິງ, ໃນບັນດາສິ່ງອື່ນໆ, ສະຖານະການການນໍາໃຊ້ຂອງທ່ານ ແລະ ກົດໝາຍຂອງເຂດອຳນາດທີ່ກ່ຽວຂ້ອງ. ທ່ານຮັບປະກັນ ແລະ ເປັນຕົວແທນວ່າ ທ່ານເປັນເຈົ້າຂອງ ຫຼື ຄວບຄຸມສິດທັງໝົດໃນເນື້ອຫາຂອງທ່ານ ຕາມທີ່ອະທິບາຍໄວ້ໃນຂໍ້ກຳນົດເຫຼົ່ານີ້ ລວມທັງ, ໂດຍບໍ່ຈຳກັດ, ສິດທິທັງໝົດທີ່ຈຳເປັນສຳລັບທ່ານໃນການສະໜອງ, ປະກາດ, ອັບໂຫຼດ, ປ້ອນຂໍ້ມູນ ຫຼື ສົ່ງເນື້ອຫາ.
- vii. ເນື້ອຫາທາງຂໍ້ມູນປະຈຳຕົວ. ເມື່ອທ່ານໃຊ້ການບໍລິການ AI ເພື່ອສ້າງເນື້ອຫາ, Microsoft ອາດຈະເກັບຮັກສາຂໍ້ມູນກ່ຽວກັບເນື້ອຫາ ແລະ ເຊື່ອມໂຍງຂໍ້ມູນນີ້ ແລະ ເນື້ອໃນທີ່ມີຂໍ້ມູນປະຈໍາຕົວ. ທ່ານບໍ່ນຳໃຊ້ການບໍລິການ AI ຫຼື ສ້າງເນື້ອຫາທີ່ມີຈຸດປະສົງເພື່ອລຶບອອກ, ປ່ຽນແປງ, ບົດບັງ ຫຼື ເຊື່ອງເນືອໃນຂໍ້ມູນປະຈໍາຕົວ ຫຼື ວິທີການພິສູດ, ເຄື່ອງໝາຍ ຫຼື ສັນຍານ ຫຼື ເປັນຢ່າງອື່ນໆທີ່ນຳໃຊ້ AI ເພື່ອສ້າງເນື້ອຫາ ເພື່ອຈຸດປະສົງທີ່ຈະເຮັດໃຫ້ຄົນອື່ນເຂົ້າໃຈຜິດ ບໍ່ວ່າຈະເປັນເນື້ອຫາທີ່ຜະລິດໂດຍການນຳໃຊ້ບໍລິການ AI.
- viii. ການອ້າງສິດພາກສ່ວນທີ່ສາມ. ທ່ານຮັບຜິດຊອບພຽງຜູ້ດຽວ ສຳລັບການຕອບໂຕ້ການຮຽກຮ້ອງຂອງພາກສ່ວນທີສາມໃດໆ ກ່ຽວກັບການນຳໃຊ້ການບໍລິການ AI ຂອງທ່ານ ໂດຍປະຕິບັດຕາມກົດໝາຍທີ່ນຳໃຊ້ (ລວມທັງ, ແຕ່ບໍ່ຈຳກັດ, ການລະເມີດລິຂະສິດ ຫຼື ການຮຽກຮ້ອງອື່ນໆທີ່ກ່ຽວຂ້ອງກັບຜົນຜະລິດເນື້ອໃນ ໃນລະຫວ່າງການໃຊ້ບໍລິການ AI ຂອງທ່ານ).
- ix. ຂໍ້ຈຳກັດການນຳໃຊ້. ນອກເໜືອຈາກການປະຕິບັດຕາມ "ກົດລະບຽບການປະພຶດ" ຂ້າງເທິງ, ທ່ານຕົກລົງເຫັນດີວ່າ ທ່ານຈະບໍ່ໃຊ້ບໍລິການ AI ລວມທັງ ບັນດາທີ່ເຮັດການຕັດສິນໃຈ ຫຼື ດໍາເນີນການ, ອັດຕະໂນມັດ ຫຼື ໃນລະດັບທີ່ແຕກຕ່າງກັນຂອງການແຊກແຊງຂອງມະນຸດ:
- 1. ການຕັດສິນໃຈ ຫຼື ການດໍາເນີນການ ໂດຍບໍ່ມີການຕິດຕາມທີ່ເໝາະສົມຂອງມະນຸດ ທີ່ອາດຈະສົ່ງຜົນກະທົບທາງກົດໝາຍຂອງບຸກຄົນໃດໜຶ່ງ, ຕໍາແໜ່ງທາງດ້ານການເງິນ, ໂອກາດຊີວິດ, ໂອກາດການຈ້າງງານ ຫຼື ສິດທິມະນຸດ ຫຼື ອາດຈະເຮັດໃຫ້ເກີດຄວາມເສຍຫາຍທາງຮ່າງກາຍ ຫຼື ຈິດໃຈຕໍ່ບຸກຄົນ ຫຼື ກຸ່ມຂອງບຸກຄົນ;
- 2. ເພື່ອຫຼອກລວງ ຫຼື ເຈດຕະນາໃຫ້ຂໍ້ມູນຜິດ (ເຊັ່ນ: ການໂຄສະນາທີ່ບໍ່ຖືກຕ້ອງ) ຫຼື ນຳໃຊ້ເຕັກນິກທີ່ແຝງຢູ່ໃຕ້ຈິດສຳນຶກ (ເຊັ່ນ: ສາຍຕາ, ການຟັງ ຫຼື ສັນຍານອື່ນໆທີ່ເກີນຂອບເຂດຄວາມຮັບຮູ້ຂອງຄົນທຳມະດາ) ໂດຍມີຈຸດປະສົງເພື່ອໝູນໃຊ້ ຫຼື ບິດເບືອນພຶດຕິກຳຂອງບຸກຄົນໃນທາງທີ່ເຮັດໃຫ້ເກີດອັນຕະລາຍ;
- 3. ເພື່ອສວຍໃຊ້ຄວາມອ່ອນແອຂອງບຸກຄົນອັນເນື່ອງມາຈາກອາຍຸ, ຄວາມພິການ ຫຼື ສະຖານະການທາງສັງຄົມ ຫຼື ເສດຖະກິດສະເພາະ, ໂດຍມີຈຸດປະສົງ ຫຼື ຜົນກະທົບ, ຂອງການບິດເບືອນພຶດຕິກໍາຂອງບຸກຄົນນັ້ນ ຫຼື ບຸກຄົນທີ່ຂຶ້ນກັບກຸ່ມນັ້ນ ໃນລັກສະນະທີ່ເຮັດໃຫ້ເກີດ ຫຼື ມີເຫດຜົນອາດຈະເຮັດໃຫ້ບຸກຄົນນັ້ນ ຫຼື ຄົນອື່ນເສຍຫາຍຢ່າງຫຼວງຫຼາຍ;
- 4. ສໍາລັບການໃຫ້ຄະແນນທາງດ້ານສັງຄົມ ຫຼື ການຄາດເດົາຂໍ້ມູນທີ່ຈະນໍາໄປສູ່ການຈໍາແນກ, ບໍ່ຍຸດຕິທໍາ, ລໍາອຽງ, ຄວາມເສຍຫາຍ, ບໍ່ເອື້ອອໍານວຍ ຫຼື ເປັນອັນຕະລາຍຕໍ່ບຸກຄົນ ຫຼື ກຸ່ມຂອງບຸກຄົນ;
- 5. ສໍາລັບການປະເມີນຄວາມສ່ຽງດ້ານອາຊະຍາກໍາຂອງບຸກຄົນທົ່ວໄປ ໂດຍອີງໃສ່ພຽງແຕ່ການສ້າງໂປຣໄຟລ໌ຂອງບຸກຄົນທົ່ວໄປ ຫຼື ການປະເມີນບຸກຂະລິກ ແລະ ລັກສະນະຂອງເຂົາເຈົ້າ. ຂໍ້ຫ້າມນີ້ຈະບໍ່ນໍາໃຊ້ກັບການບໍລິການ AI ທີ່ໃຊ້ເພື່ອສະໜັບສະໜູນການປະເມີນຂອງມະນຸດກ່ຽວກັບການມີສ່ວນຮ່ວມຂອງບຸກຄົນໃນກິດຈະກໍາທາງອາຍາ, ເຊິ່ງໄດ້ໂດຍອີງໃສ່ຈຸດປະສົງ ແລະ ຂໍ້ເທັດຈິງທີ່ກວດສອບທີ່ໄດ້ເຊື່ອມຕໍ່ໂດຍກົງກັບກິດຈະກໍາທາງອາຍາ;
- 6. ອີງຕາມຂໍ້ມູນທາງຊີວະມິຕິຂອງພວກມັນ, ເພື່ອຈັດປະເພດບຸກຄົນ ຫຼື ເພື່ອອະນຸມານ ຫຼື ອະນຸມູນເຊື້ອຊາດຂອງເຂົາເຈົ້າ, ຄວາມຄິດເຫັນທາງດ້ານການເມືອງ, ສະມາຊິກສະຫະພັນການຄ້າ, ຄວາມເຊື່ອທາງສາສະໜາ ຫຼື ປັດຊະຍາ ຫຼື ຊີວິດທາງເພດ ຫຼື ທັດສະນະທາງເພດ, ຍົກເວັ້ນການຕິດສະຫຼາກ ຫຼື ການກັ່ນຕອງຊຸດຂໍ້ມູນຊີວະມິຕິທີ່ໄດ້ມາຕາມກົດໝາຍ ເຊັ່ນ: ຮູບພາບ, ອີງໃສ່ຂໍ້ມູນຊີວະມິຕິ ຫຼື ການຈັດໝວດໝູ່ຂອງຂໍ້ມູນຊີວະມິຕິໃນຂອບເຂດການບັງຄັບໃຊ້ກົດໝາຍ;
- 7. ເພື່ອສ້າງ ຫຼື ຂະຫຍາຍຖານຂໍ້ມູນການຮັບຮູ້ໃບໜ້າ ໂດຍຜ່ານການຂູດຂໍ້ມູນຮູບໃບໜ້າໂດຍບໍ່ໄດ້ກຳນົດເປົ້າໝາຍຈາກອິນເຕີເນັດ ຫຼື ກ້ອງວົງຈອນປິດ;
- 8. ສຳລັບເທັກໂນໂລຍີການຮັບຮູ້ໃບໜ້າໃນເວລາຈິງໃນກ້ອງມືຖືທີ່ໃຊ້ ໂດຍຜູ້ບັງຄັບໃຊ້ກົດໝາຍທົ່ວໂລກ ເພື່ອພະຍາຍາມລະບຸບຸກຄົນໃນສະພາບແວດລ້ອມທີ່ບໍ່ສາມາດຄວບຄຸມໄດ້, "ຢູ່ໃນປ່າ", ເຊິ່ງລວມມີ (ບໍ່ຈຳກັດ) ເຈົ້າໜ້າທີ່ຕຳຫຼວດລາດຕະເວນ ໂດຍໃຊ້ກ້ອງຖ່າຍຮູບທີ່ໃສ່ໃນຮ່າງກາຍ ຫຼື ກ້ອງຕິດໜ້າໂດຍນຳໃຊ້ເທັກໂນໂລຢີການຮັບຮູ້ໃບໜ້າ ເພື່ອພະຍາຍາມລະບຸບຸກຄົນທີ່ມີຢູ່ໃນຖານຂໍ້ມູນຂອງຜູ້ຕ້ອງສົງໄສ ຫຼື ນັກໂທດກ່ອນໜ້າ; ຫຼື
- 9. ເພື່ອພະຍາຍາມສົມມຸດສະພາບຈິດໃຈຂອງຄົນຈາກລັກສະນະທາງກາຍ, ຮ່າງກາຍ ຫຼື ພຶດຕິກຳ (ເຊັ່ນ: ການສະແດງອອກທາງໃບໜ້າ, ການເຄື່ອນໄຫວຂອງໃບໜ້າ ຫຼື ຮູບແບບການປາກເວົ້າ), ລວມທັງ ອາລົມທີ່ຄາດເດົາໄດ້ ເຊັ່ນ: ຄວາມໃຈຮ້າຍ, ຄວາມກຽດຊັງ, ຄວາມສຸກ, ຄວາມໂສກເສົ້າ, ຄວາມແປກໃຈ, ຄວາມຢ້ານກົວ ຫຼື ຄໍາສັບອື່ນໆທີ່ໃຊ້ທົ່ວໄປ ເພື່ອພັນລະນາສະພາບອາລົມຂອງບຸກຄົນ.
ການບໍລິການການສື່ສານ
- ມ. ການບໍລິການການສື່ສານ. ການບໍລິການທີ່ຊ່ວຍໃຫ້ການສື່ສານລະຫວ່າງບຸກຄົນ, ລວມທັງ ແຕ່ບໍ່ຈໍາກັດໃນ Skype, Teams, Outlook ແລະ GroupMe, ແມ່ນຄຸ້ມຄອງໂດຍຂໍ້ກໍານົດການນໍາໃຊ້ເພີ່ມເຕີມທີ່ຕັ້ງຢູ່. https://aka.ms/useterms ຮ່ວມກັບເງື່ອນໄຂເຫຼົ່ານີ້.
ສິ່ງຕ່າງໆນາໆ
14. ອື່ນໆ. ຂໍ້ນີ້ ແລະ ຂໍ້ 1, 9 (ຈຳນວນເງິນທີ່ເກີດຄ່າໃຊ້ຈ່າຍກ່ອນການສິ້ນສຸດຂອງຂໍ້ກຳນົດເຫຼົ່ານີ້), 10, 11, 12, 15, 17 ແລະ ພວກຂໍ້ທີ່ຂໍ້ກຳນົດຂອງພວກມັນນຳໃຊ້ຫລັງຈາກ ຂໍ້ກຳນົດເຫຼົ່ານີ້ສິ້ນສຸດແມ່ນຈະຫລຸດລອດການສິ້ນສຸດ ຫລື ການຍົກເລີກ ຂໍ້ກຳນົດເຫຼົ່ານີ້. ໃນລະດັບທີ່ກົດໝາຍອະນຸຍາດ, ພວກເຮົາອາດຈະໂອນຂໍ້ກຳນົດເຫຼົ່ານີ້, ໃຫ້ສັນຍາຍ່ອຍຕໍ່ພັນທະໜ້າທີ່ພາຍໃຕ້ຂໍ້ກຳນົດເຫຼົ່ານີ້, ຫຼື ໃຫ້ການອະນຸຍາດສິດຍ່ອຍຂອງພວກເຮົາພາຍໃຕ້ຂໍ້ກຳນົດເຫຼົ່ານີ້, ທັງໝົດ ຫຼື ບາງສ່ວນ, ໃນເວລາໃດກໍ່ໄດ້ ໂດຍບໍ່ຕ້ອງແຈ້ງໃຫ້ທ່ານຊາບ. ທ່ານອາດຈະບໍ່ມອບໝາຍຂໍ້ກໍານົດເຫຼົ່ານີ້ ຫຼື ໂອນສິດໃດໜຶ່ງເພື່ອໃຊ້ການບໍລິການຕ່າງໆ. ນີ້ແມ່ນທັງໝົດຂໍ້ຕົກລົງລະຫວ່າງທ່ານ ແລະ Microsoft ສໍາລັບການໃຊ້ການບໍລິການຂອງທ່ານ. ມັນລົບລ້າງຂໍ້ຕົກລົງມາກ່ອນໃດໜຶ່ງລະຫວ່າງທ່ານ ແລະ Microsoft ກ່ຽວກັບການໃຊ້ການບໍລິການຂອງທ່ານ. ໃນການເຂົ້າສູ່ຂໍ້ກໍານົດນີ້, ທ່ານບໍ່ອາໄສຂໍ້ຄວາມຄໍາເວົ້າໃດ, ການນໍາສະເໜີ, ການຮັບປະກັນ, ຄວາມເຂົ້າໃຈ, ການດຳເນີນການ, ຄໍາໝັ້ນສັນຍາ ຫຼື ຄໍາຮັບຮອງອັນໃດນອກເໜືອໄປຈາກທີ່ໄດ້ກໍານົດໄວ້ຈະແຈ້ງຢູ່ໃນຂໍ້ກໍານົດເຫຼົ່ານີ້. ທຸກສ່ວນຂອງຂໍ້ກໍານົດເຫຼົ່ານີ້ນໍາໃຊ້ໃນລະດັບສູງສຸດທີ່ກົດໝາຍກ່ຽວຂ້ອງອະນຸຍາດ. ຖ້າສານ ຫຼືຜູ້ໄກ່ເກ່ຍກັກໄວ້ວ່າ ພວກເຮົາບໍ່ສາມາດບັງຄັບໃຊ້ສ່ວນໜຶ່ງຂອງຂໍ້ກໍານົດເຫຼົ່ານີ້ຕາມທີ່ເປັນລາຍລັກອັກສອນ, ພວກເຮົາອາດຈະປ່ຽນແທນຂໍ້ກໍານົດເຫຼົ່ານັ້ນດ້ວຍຂໍ້ກໍານົດຄ້າຍຄືກັນໃນລະດັບທີ່ສາມາດບັງຄັບໃຊ້ໄດ້ພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ, ແຕ່ສ່ວນທີ່ເຫຼືອຂອງຂໍ້ກໍານົດເຫຼົ່ານີ້ຈະບໍ່ປ່ຽນແປງ. ຂໍ້ກໍານົດເຫຼົ່ານີ້ແມ່ນເພື່ອຜົນປະໂຫຍດຂອງທ່ານ ແລະ ຂອງພວກເຮົາເທົ່ານັ້ນ. ຂໍ້ກໍານົດເຫຼົ່ານີ້ບໍ່ແມ່ນເພື່ອຜົນປະໂຫຍດຂອງຄົນອື່ນໃດໜຶ່ງ, ຍົກເວັ້ນສໍາລັບຜູ້ສືບທອດ ແລະຜູ້ມອບໝາຍຂອງ Microsoft. ຫົວຂໍ້ຕ່າງໆແມ່ນເພື່ອການອ້າງອີງເທົ່ານັ້ນ ແລະ ບໍ່ມີຜົນທາງກົດໝາຍ.
15. ຂໍ້ຮຽກຮ້ອງຕ້ອງໄດ້ຍື່ນພາຍໃນໜຶ່ງປີ. ການຮຽກຮ້ອງໃດໜຶ່ງທີ່ກ່ຽວກັບ ຂໍ້ກຳນົດເຫລົ່ານີ້ ຫລື ການບໍລິການຕ້ອງຍື່ນໃນສານ (ຫລື ການຕັດສິນຫາກຂໍ້ 10.d ກ່ຽວຂ້ອງ) ພາຍໃນໜຶ່ງປີຂອງວັນທີ ທ່ານສາມາດຍື່ນ ການຮຽກຮ້ອງກ່ອນ, ເວັ້ນແຕ່ວ່າ ກົດໝາຍທ້ອງຖິ່ນຂອງທ່ານຮຽກຮ້ອງ ເວລາດົນກວ່າເພື່ອຍື່ນການຮຽກຮ້ອງ. ຖ້າບໍ່ຍື່ນໃນເວລານັ້ນແລ້ວ, ມັນຈະຖືກຫ້າມຍື່ນຖາວອນ.
16. ກົດໝາຍສົ່ງອອກ. ທ່ານຕ້ອງປະຕິບັດຕາມກົດໝາຍ ແລະ ກົດລະບຽບການສົ່ງອອກສາກົນ ແລະ ພາຍໃນປະເທດທີ່ນຳໃຊ້ກັບຊອບແວ ແລະ/ຫລື ການບໍລິການ, ຊຶ່ງລວມເຖິງການຈຳກັດໃນປາຍທາງ, ຜູ້ໃຊ້ສຸດທ້າຍ ແລະ ການໃຊ້ສຸດທ້າຍ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ຈໍາກັດທາງດ້ານພູມສາດ ແລະ ການສົ່ງອອກ, ໃຫ້ໄປທີ່ https://www.microsoft.com/exporting.
17. ການສະຫງວນສິດ ແລະ ຄຳຄິດເຫັນ. ຍົກເວັ້ນແຕ່ທີ່ໄດ້ກຳນົດໃຫ້ຈະແຈ້ງຢູ່ພາຍໃຕ້ຂໍ້ກຳນົດເຫຼົ່ານີ້, Microsoft ບໍ່ອະນຸຍາດໃຫ້ທ່ານ ຫຼື ໃຫ້ສິດປະເພດໃດໜຶ່ງກັບທ່ານພາຍໃຕ້ສິດທິບັດ, ຄວາມຮູ້, ລິຂະສິດ, ຄວາມລັບການຄ້າ, ເຄື່ອງໝາຍການຄ້າ ຫຼື ຊັບສິນທາງປັນຍາອື່ນທີ່ Microsoft ຫຼື ຫົວໜ່ວຍທີ່ກ່ຽວຂ້ອງອື່ນໆໃດໜຶ່ງເປັນເຈົ້າຂອງ ຫຼື ຄວບຄຸມ, ລວມທັງທີ່ບໍ່ຈຳກັດແຕ່ຊື່, ໜ້າປົກການຄ້າ, ໂລໂກ້ ຫຼື ສິ່ງທີ່ທຽບເທົ່າກັນ. ຖ້າທ່ານໃຫ້ Microsoft ສຳລັບໄອເດຍ, ການສະເໜີ, ການແນະນຳ ຫລື ຄຳຄິດເຫັນຕິຊົມ, ລວມທັງໂດຍປາສະຈາກການຈຳກັດໄອເດຍສຳລັບ ຜະລິດຕະພັນໃໝ່, ເທັກໂນໂລຊີ, ການໂປຼໂມຊັນ, ຊື່ຜະລິດຕະພັນ, ຄຳຄິດເຫັນຕິຊົມຜະລິດຕະພັນ ແລະ ການປັບປຸງ ຜະລິດຕະພັນ ("ຄຳຄິດເຫັນຕິຊົມ"), ທ່ານໃຫ້ Microsoft ໂດຍບໍ່ຄິດເງິນ, ບໍ່ມີຄ່າລິຂະສິດ, ຫລື ບໍ່ມີພັນທະໃດໆແກ່ທ່ານ, ໃຫ້ສິດໃນການສ້າງ, ສິດສຳລັບສິ່ງທີ່ເຮັດແລ້ວ, ສ້າງວຽກທີ່ພັດທະນາມາຈາກສິ່ງອື່ນ, ການໃຊ້ ແລະ ແຊຣ໌, ການເຮັດຜົນກຳໄລຈາກ ຄຳຄິດເຫັນຕິຊົມຂອງທ່ານໃນທຸກຮູບການ ແລະ ທຸກຈຸດປະສົງ. ທ່ານຈະບໍ່ໃຫ້ຄຳຄິດເຫັນທີ່ຂຶ້ນກັບການອະນຸຍາດ ທີ່ຕ້ອງການໃຫ້ Microsoft ໃຫ້ອະນຸຍາດຊອບແວ, ເຕັກໂນໂລຊີ ຫຼື ເອກະສານຂອງຕົນເອງແກ່ພາກສ່ວນທີສາມ ເພາະວ່າ Microsoft ເອົາຄຳຄິດເຫັນຂອງທ່ານເຂົ້າຢູ່ນຳພວກມັນ.
ແຈ້ງການ
ແຈ້ງການ ແລະ ຂັ້ນຕອນດຳເນີນການສໍາລັບການປະກອບຂໍ້ຮຽກຮ້ອງການລະເມີດຊັບສິນທາງປັນຍາ. Microsoft ເຄົາລົບຕໍ່ສິດທິຊັບສິນທາງປັນຍາຂອງບຸກຄົນທີສາມ. ຖ້າທ່ານຢາກສົ່ງແຈ້ງການເລື່ອງການລະເມີດຊັບສິນທາງປັນຍາ, ລວມທັງຂໍ້ຮຽກຮ້ອງຕໍ່ການລະເມີດລິຂະສິດ, ກະລຸນາໃຊ້ຂັ້ນຕອນດຳເນີນການຂອງພວກເຮົາເພື່ອສົ່ງ ແຈ້ງການເລື່ອງການລະເມີດ (https://www.microsoft.com/en-us/legal/intellectualproperty/infringement) ທີ່ຂັ້ນຕອນເປັນສ່ວນໜຶ່ງຂອງຂໍ້ກໍານົດເຫຼົ່ານີ້. ມີພຽງແຕ່ການສອບຖາມທີ່ກ່ຽວຂ້ອງກັບຂັ້ນຕອນດຳເນີນການນີ້ເທົ່ານັ້ນທີ່ຈະໄດ້ຮັບຄຳຕອບ.
Microsoft ນໍາໃຊ້ຂະບວນການທີ່ໄດ້ກໍານົດໄວ້ຢູ່ໃນຫົວຂໍ້ທີ 17, ປະມວນກົດໝາຍສະຫະລັດ, ຂໍ້ທີ 512, ແລະ, ບ່ອນທີ່ນຳໃຊ້, ບົດທີ III ຂອງລະບຽບການ (EU) 2022/2065, ເພື່ອຕອບຕໍ່ແຈ້ງການເລື່ອງການລະເມີດລິຂະສິດ. ຢູ່ໃນສະພາບການທີ່ເໝາະສົມ, Microsoft ອາດຈະປິດໃຊ້ງານ ຫຼື ຍົກເລີກບັນຊີຂອງຜູ້ໃຊ້ການບໍລິການ Microsoft ຜູ້ທີ່ອາດຈະມີການລະເມີດຊ້ຳໆໄດ້ນໍາອີກ. ນອກຈາກນັ້ນ, ໃນສະຖານະການທີ່ເໝາະສົມ, Microsoft ອາດຈະລະງັບການດໍາເນີນການແຈ້ງການໂດຍບຸກຄົນ ຫຼື ໜ່ວຍງານທີ່ມັກຈະສົ່ງແຈ້ງການທີ່ບໍ່ມີພື້ນຖານ. ຄໍາອະທິບາຍເພີ່ມເຕີມຂອງຂັ້ນຕອນທີ່ກ່ຽວຂ້ອງສໍາລັບການບໍລິການໃດໜຶ່ງ, ລວມທັງການແກ້ໄຂທີ່ເປັນໄປໄດ້ສໍາລັບການຕັດສິນໃຈທີ່ດໍາເນີນໂດຍ Microsoft ເປັນສ່ວນໜຶ່ງຂອງຂັ້ນຕອນເຫຼົ່ານີ້, ອາດຈະພົບໄດ້ທີ່ ແຈ້ງການການລະເມີດ (https://www.microsoft.com/legal/intellectualproperty/infringement).
ແຈ້ງການ ແລະ ຂັ້ນຕອນດຳເນີນງານກ່ຽວກັບຄວາມເປັນຫ່ວງດ້ານຊັບສິນທາງປັນຍາຢູ່ໃນການໂຄສະນາ. ກະລຸນາກວດຄືນເບິ່ງ ບົດແນະນໍາຊັບສິນທາງປັນຍາ (https://go.microsoft.com/fwlink/?LinkId=243207) ຂອງພວກເຮົາກ່ຽວກັບຄວາມກັງວົນດ້ານຊັບສິນທາງປັນຍາທີ່ຢູ່ໃນເຄືອຂ່າຍການໂຄສະນາຂອງພວກເຮົາ.
ແຈ້ງການລິຂະສິດ ແລະ ເຄື່ອງໝາຍການຄ້າ. ການບໍລິການແມ່ນສະຫງວນລິຂະສິດ © Microsoft Corporation ແລະ/ຫລື ຜູ້ສະໜອງຂອງມັນ, One Microsoft Way, Redmond, WA 98052, U.S.A. ສະຫງວນສິດທັງໝົດ. ຂໍ້ກຳນົດລວມເອົາ ຄຳແນະນຳເຄື່ອງໝາຍການຄ້າ ແລະ ຍີ່ຫໍ້ Microsoft (https://www.microsoft.com/en-us/legal/intellectualproperty/trademarks) (ຕາມການປັບປຸງເປັນໄລຍະໆ). Microsoft ແລະ ບັນດາຊື່, ໂລໂກ້ ແລະ ໄອຄອນຂອງ ຜະລິດຕະພັນ Microsoft, ຊອບແວ ແລະ ການບໍລິການທັງໝົດອາດຈະເປັນ ເຄື່ອງໝາຍການຄ້າທີ່ບໍ່ໄດ້ລົງທະບຽນ ຫລື ລົງທະບຽນຂອງ ກຸ່ມ Microsoft ທີ່ເປັນບໍລິສັດໃນສະຫະລັດ ອາເມລິກາ ແລະ/ຫລື ຂອບເຂດອຳນາດອື່ນໆ. ຕໍ່ໄປນີ້ແມ່ນລາຍການເຄື່ອງໝາຍການຄ້າທີ່ບໍ່ລະອຽດຖີຖ້ວນຂອງ Microsoft ທີ່ https://cdn-dynmedia-1.microsoft.com/is/content/microsoftcorp/microsoft/mscle/documents/presentations/TrademarksListFY25Q3.pdf. ຊື່ຂອງບໍລິສັດ ແລະ ຜະລິດຕະພັນຕົວຈິງອາດຈະແມ່ນເຄື່ອງໝາຍການຄ້າຂອງເຈົ້າຂອງແຕ່ລະພາກສ່ວນຂອງເຂົາເຈົ້າ. ສິດໃດກໍ່ຕາມທີ່ບໍ່ໄດ້ໃຫ້ໄວ້ຢ່າງຈະແຈ້ງຢູ່ໃນຂໍ້ກໍານົດເຫຼົ່ານີ້ແມ່ນຖືກສະຫງວນໄວ້. ຊອບແວສະເພາະທີ່ໃຊ້ຢູ່ໃນເຊີບເວີເວັບໄຊທ໌ Microsoft ສະເພາະແມ່ນຢູ່ໃນສ່ວນຢູ່ໃນວຽກຂອງກຸ່ມ JPEG ເອກະລາດ. ລິຂະສິດ © 1991-1996 ໂທມັດ ຈີ ເລນ. ສະຫງວນລິຂະສິດ. ຊອບແວ "gnuplot" ທີ່ໃຊ້ໃນ ເຊີບເວີເວັບໄຊທ໌ Microsoft ສະເພາະໃດໜຶ່ງແມ່ນ ສະຫງວນລິຂະສິດ © 1986‑1993 Thomas Williams, Colin Kelley. ສະຫງວນລິຂະສິດ.
ການແຈ້ງການທາງການແພດ. Microsoft ບໍ່ໃຫ້ຄໍາແນະນໍາ, ການວິນິໄສ, ຫຼືການປິ່ນປົວທາງການແພດ ຫຼື ການດູແລສຸຂະພາບອື່ນໃດໆທັງນັ້ນ. ໃຫ້ຂໍຄໍາແນະນໍາຈາກແພດຂອງທ່ານ ຫຼື ຜູ້ໃຫ້ບໍລິການດູແລສຸຂະພາບທີ່ມີຄົບເງື່ອນໄຂ ດ້ວຍການຖາມຄໍາຖາມທີ່ທ່ານມີຢູ່ສະເໝີ ກ່ຽວກັບສະພາບທາງການແພດ, ອາຫານເພື່ອສຸຂະພາບ, ໂຄງການຄວາມຟິດ ຫຼື ຄວາມຢູ່ດີມີແຮງ. ຢ່າລະເລີຍຕໍ່ຄໍາແນະນໍາທາງການແພດຈາກຜູ້ປະກອບອາຊີບ ຫຼືຂໍຄໍາແນະນໍາຊັກຊ້າ ເນື່ອງຈາກຂໍ້ມູນທີ່ທ່ານເຂົ້າຫາຢູ່ໃນ ຫຼືຜ່ານການບໍລິການ.
ການອ້າງອີງຫຼັກຊັບ ແລະຂໍ້ມູນດັດຊະນີ (ລວມທັງຄ່າດັດຊະນີ). ຂໍ້ມູນທາງການເງິນທີ່ສະໜອງໃຫ້ຜ່ານການບໍລິການແມ່ນສຳລັບການນໍາໃຊ້ສ່ວນຕົວ ແລະ ບໍ່ແມ່ນທາງການຄ້າເທົ່ານັ້ນ. ທ່ານອາດຈະບໍ່ໃຊ້ຂໍ້ມູນ ຫຼື ເຄື່ອງໝາຍດ້ານການເງິນໃດໜຶ່ງຂອງຜູ້ໄດ້ຮັບອະນຸຍາດພາກສ່ວນທີສາມກ່ຽວກັບການອອກ, ການສ້າງ, ການໃຫ້ການສະໜັບສະໜູນ, ການຄ້າຂາຍ, ການຕະຫຼາດ ຫຼື ການໂຄສະນາເຄື່ອງມືທາງດ້ານການເງິນໃດໜຶ່ງ ຫຼື ຜະລິດຕະພັນການລົງທຶນ (ຕົວຢ່າງ ເຊັ່ນ: ດັດຊະນີ, ອະນຸພັນ, ຜະລິດຕະພັນຕາມໂຄງສ້າງ, ທຶນການລົງທຶນ, ທຶນການຄ້າແລກປ່ຽນ, ຫຼັກຊັບການລົງທຶນ ແລະ ອື່ນໆ, ໃນບ່ອນທີ່ລາຄາ, ຜົນຕອບເທນ ແລະ/ຫຼື ການດຳເນີນງານຂອງເຄື່ອງມື ຫຼື ຜະລິດຕະພັນການລົງທຶນໄດ້ອີງຕາມ, ກ່ຽວຂ້ອງ ຫຼື ຕັ້ງໃຈທີ່ຈະຕິດຕາມຂໍ້ມູນທາງດ້ານການເງິນໃດໜຶ່ງ) ໂດຍບໍ່ມີຂໍ້ຕົກລົງເປັນລາຍລັກອັກສອນແຍກຕ່າງຫາກກັບຜູ້ໄດ້ຮັບອະນຸຍາດພາກສ່ວນທີສາມ.
ແຈ້ງການທາງດ້ານການເງິນ. Microsoft ບໍ່ແມ່ນນາຍໜ້າ/ຜູ້ຄ້າ ຫຼື ທີ່ປຶກສາການລົງທຶນຈົດທະບຽນພາຍໃຕ້ກົດໝາຍການຄ້ຳປະກັນຂອງລັດຖະບານກາງສະຫະລັດ ຫຼື ກົດໝາຍການຄ້ຳປະກັນຂອງອຳນາດສານອື່ນ ແລະ ບໍ່ແນະນໍາບຸກຄົນ ເພື່ອທີ່ຈະໃຫ້ສາມາດແນະນໍາໄດ້ໃນເລື່ອງການລົງທຶນຢູ່ໃນ, ການຊື້ ຫຼື ການຂາຍການຄ້ຳປະກັນ ຫຼື ຜະລິດຕະພັນ ຫຼື ການບໍລິການທາງດ້ານການເງິນອື່ນ. ບໍ່ມີອັນໃດທີ່ມີຢູ່ໃນການບໍລິການທີ່ເປັນການສະເໜີໃຫ້ ຫຼື ການຊັກຊວນໃຫ້ຊື້ ຫຼື ຂາຍການຄ້ຳປະກັນໃດໜຶ່ງ. Microsoft ຫຼື ຜູ້ໃຫ້ການອະນຸຍາດການອ້າງອີງຫຼັກຊັບຂອງຕົນເອງ ຫຼື ຂໍ້ມູນດັດຊະນີບໍ່ມີການຮັບຮອງ ຫຼື ແນະນໍາຜະລິດຕະພັນ ຫຼື ການບໍລິການທາງດ້ານການເງິນໃດໜຶ່ງໃຫ້. ບໍ່ມີອັນໃດຢູ່ໃນການບໍລິການທີ່ມີຈຸດປະສົງເປັນການໃຫ້ຄຳແນະນຳທາງດ້ານການປະກອບອາຊີບ, ລວມທັງທີ່ບໍ່ຈຳກັດແຕ່ການແນະນຳທາງດ້ານການລົງທຶນ ຫຼື ພາສີ.
ແຈ້ງການກ່ຽວກັບມາດຕະຖານວິດີໂອ H.264/AVC ແລະ VC-1. ຊອບແວອາດຈະປະກອບມີເຕັກໂນໂລຊີ codec H.264/AVC ແລະ/ຫຼື VC-1 ທີ່ອະນຸຍາດໂດຍ MPEG LA, L.L.C. ເຕັກໂນໂລຊີນີ້ແມ່ນຮູບແບບສໍາລັບການອັດແໜ້ນຂໍ້ມູນຂອງຂໍ້ມູນວິດີໂອ. MPEG LA, L.L.C. ຮຽກຮ້ອງໃຫ້ມີແຈ້ງການນີ້ຄື:
ຜະລິດຕະພັນນີ້ແມ່ນໄດ້ຮັບອະນຸຍາດພາຍໃຕ້ໃບອະນຸຍາດ H.264/AVC ແລະ ຫຼັກຊັບສິດທິບັດ VC-1 ສໍາລັບການໃຊ້ເປັນສ່ວນຕົວ ແລະ ບໍ່ແມ່ນທາງການຄ້າຂອງຜູ້ຊົມໃຊ້ ເພື່ອ (ກ) ໃສ່ລະຫັດວິດີໂອໃນການປະຕິບັດຕາມມາດຕະຖານ ("ມາດຕະຖານວິດີໂອ") ແລະ/ຫຼື (ຂ) ຖອດລະຫັດ H.264/AVC, MPEG-4 VISUAL ແລ ະວິດີໂອ VC-1 ທີ່ຖືກຖອດລະຫັດໂດຍຜູ້ຊົມໃຊ້ທີ່ເຂົ້າຮ່ວມຢູ່ໃນກິດຈະກໍາສ່ວນຕົວ ຫຼື ບໍ່ແມ່ນທາງການຄ້າ ແລະ/ຫຼື ໄດ້ມາຈາກຜູ້ໃຫ້ບໍລິການວິດີໂອທີ່ໄດ້ຮັບອະນຸຍາດໃຫ້ຈັດວິດີໂອດັ່ງກ່າວໃຫ້. ບໍ່ມີໃບອະນຸຍາດໃດທີ່ໄດ້ຈັດໃຫ້ ຫຼືຈະຖືກບົ່ງບອກເພື່ອການໃຊ້ເປັນຢ່າງອື່ນໃດໜຶ່ງ. ຂໍ້ມູນເພີ່ມເຕີມອາດຈະໄດ້ຮັບຈາກ MPEG LA, L.L.C. ເບິ່ງທີ່ ເວັບໄຊທ໌ MPEG LA (https://www.mpegla.com).
ເພື່ອຈຸດປະສົງຂອງຄວາມກະຈ່າງແຈ້ງເທົ່ານັ້ນ, ແຈ້ງການນີ້ບໍ່ຈໍາກັດ ຫຼື ຫ້າມການນໍາໃຊ້ຊອບແວທີ່ຈັດໃຫ້ພາຍໃຕ້ຂໍ້ກໍານົດເຫຼົ່ານີ້ ສໍາລັບການໃຊ້ທາງທຸລະກິດປົກກະຕິທີ່ເປັນສ່ວນຕົວຕໍ່ທຸລະກິດນັ້ນ ເຊິ່ງບໍ່ລວມມີ (i) ການແຈກຢາຍຊອບແວໃໝ່ໄປໃຫ້ບຸກຄົນທີສາມ, ຫຼື (ii) ການສ້າງເນື້ອໃນກັບເຕັກໂນໂລຊີປະຕິບັດຕາມມາດຕະຖານວິດີໂອສໍາລັບການກະຈາຍໃຫ້ບຸກຄົນທີສາມ.
ແຈ້ງການກ່ຽວກັບມາດຕະຖານວິດີໂອ H.265/HEVC. ຊອບແວອາດຈະລວມເອົາເຕັກໂນໂລຊີການເຂົ້າລະຫັດ H.265/HEVC. Access Advance L.L.C. ຮຽກຮ້ອງໃຫ້ມີແຈ້ງການນີ້ຄື:
ຖ້າລວມແລ້ວ, ເທັກໂນໂລຍີ H.265/HEVC ໃນຊອບແວນີ້ ຖືກຄຸ້ມຄອງໂດຍການຮຽກຮ້ອງໜຶ່ງ ຫຼື ຫຼາຍກວ່ານັ້ນຂອງສິດທິບັດ HEVC ທີ່ລະບຸໄວ້ຢູ່: PATENTLIST.ACCESSADVANCE.COM. ອີງຕາມວິທີທີ່ທ່ານໄດ້ຮັບຊອບແວ, ຜະລິດຕະພັນນີ້ ອາດຈະໄດ້ຮັບໃບອະນຸຍາດພາຍໃຕ້ຫຼັກຊັບສິດທິບັດລ່ວງໜ້າ HEVC.
ຖ້າຊອບແວນີ້ ຖືກຕິດຕັ້ງຢູ່ໃນອຸປະກອນ Microsoft, ຂໍ້ມູນການອະນຸຍາດເພີ່ມເຕີມສາມາດພົບໄດ້ທີ່: aka.ms/HEVCVirtualPatentMarking.
ຂໍ້ກຳນົດການອະນຸຍາດ ແອັບພລິເຄຊັນມາດຕະຖານ
ຂໍ້ກໍານົດການອະນຸຍາດແອັບພລິເຄຊັນມາດຕະຖານ
MICROSOFT STORE, MICROSOFT STORE ບົນ WINDOWS, ແລະ MICROSOFT STORE ບົນ XBOX
ຂໍ້ກໍານົດການອະນຸຍາດແມ່ນຂໍ້ຕົກລົງລະຫວ່າງທ່ານ ແລະ ຜູ້ເຜີຍແຜ່ແອັບພລິເຄຊັນ. ກະລຸນາອ່ານເບິ່ງ. ພວກມັນນຳໃຊ້ກັບແອັບພລິເຄຊັ່ນຊອບແວທີ່ທ່ານດາວໂຫຼດຈາກ Microsoft Store, Microsoft Store ໃນ Windows ຫຼື Microsoft Store ໃນ Xbox (ທຸກໆຮ້ານຄ້າແມ່ນຖືກອ້າງເຖິງໃນຂໍ້ກຳນົດການອະນຸຍາດເຫຼົ່ານີ້ວ່າ "Store"), ລວມທັງການອັບເດດ ຫຼື ການເສີມເພີ່ມເຕີມໃດໜຶ່ງສຳລັບແອັບພລິເຄຊັ່ນ, ເວັ້ນແຕ່ແອັບພລິເຄຊັ່ນມີຂໍ້ກຳນົດທີ່ຕ່າງຫາກ ເຊິ່ງໃນກໍລະນີນີ້ແມ່ນຈະນໍາໃຊ້ຂໍ້ກຳນົດເຫຼົ່ານັ້ນ.
ໂດຍການດາວໂຫຼດ ຫຼື ນໍາໃຊ້ແອັບພລິເຄຊັນ ຫຼື ຄວາມພະຍາຍາມທີ່ຈະເຮັດອັນໃດໜຶ່ງໃນຈໍານວນເຫຼົ່ານີ້, ທ່ານຍອມຮັບຂໍ້ກໍານົດເຫຼົ່ານີ້. ຖ້າທ່ານບໍ່ຍອມຮັບພວກມັນ, ທ່ານບໍ່ມີສິດຕໍ່ ແລະ ຕ້ອງບໍ່ດາວໂຫຼດ ຫຼືໃຊ້ແອັບພລິເຄຊັນ.
ຜູ້ເຜີຍແຜ່ແອັບພລິເຄຊັ່ນໝາຍເຖິງນິຕິບຸກຄົນທີ່ອອກໃບອະນຸຍາດແອັບພລິເຄຊັ່ນໃຫ້ທ່ານ, ຕາມທີ່ໄດ້ລະບຸໃນ Store.
ຖ້າທ່ານປະຕິບັດຕາມຂໍ້ກໍານົດການອະນຸຍາດເຫຼົ່ານີ້, ທ່ານມີສິດດັ່ງລຸ່ມນີ້.
- 1. ສິດການຕິດຕັ້ງ ແລະ ການນໍາໃຊ້; ການໝົດອາຍຸ. ທ່ານອາດຕິດຕັ້ງ ແລະ ໃຊ້ແອັບພລິເຄຊັນໃນ Windows ອຸປະກອນ ຫຼື ຄອນໂຊນ Xbox ຕາມທີ່ໄດ້ອະທິບາຍໃນ ກົດລະບຽບການນໍາໃຊ້ຂອງ Microsoft (https://go.microsoft.com/fwlink/p/?LinkId=723143). Microsoft ສະຫງວນສິດໃນການແກ້ໄຂ ກົດລະບຽບການນໍາໃຊ້ຂອງ Microsoft (https://go.microsoft.com/fwlink/p/?LinkId=723143) ໄດ້ທຸກເວລາ.
- 2. ການບໍລິການທາງອິນເຕີເນັດ.
- ກ. ຄໍາຍິນຍອມຕໍ່ການບໍລິການທາງອິນເຕີເນັດ ຫຼື ໄວເລສ. ຖ້າແອັບພລິເຄຊັນເຊື່ອມຕໍ່ກັບລະບົບຄອມພິວເຕີຢູ່ເທິງອິນເຕີເນັດ, ເຊິ່ງອາດຈະລວມທັງຜ່ານເຄືອຂ່າຍໄວເລສ, ການໃຊ້ແອັບພລິເຄຊັນໃຊ້ງານຕາມຄໍາຍິນຍອມຂອງທ່ານຕໍ່ການໂອນຂໍ້ມູນອຸປະກອນມາດຕະຖານ (ລວມມີບໍ່ຈໍາກັດຕໍ່ຂໍ້ມູນທາງດ້ານເຕັກນິກກ່ຽວກັບອຸປະກອນຂອງທ່ານ, ລະບົບ ແລະ ຊອບແວແອັບພລິເຄຊັນ ແລະ ສິ່ງຮອບນອກ) ສໍາລັບການບໍລິການທາງອິນເຕີເນັດ ຫຼືໄວເລສ. ຖ້າຂໍ້ກໍານົດອື່ນທີ່ນໍາສະເໜີມີການພົວພັນກັບການໃຊ້ການບໍລິການທີ່ເຂົ້າເຖິງຂອງທ່ານດ້ວຍການໃຊ້ແອັບພລິເຄຊັນ, ຂໍ້ກໍານົດເຫຼົ່ານັ້ນຈະໄດ້ເອົາໄປໃຊ້ນໍາ.
- ຂ. ການນໍາຊ້ການບໍລິການທາງອິນເຕີເນັດບໍ່ຖືກຕ້ອງ. ທ່ານຕ້ອງບໍ່ໃຊ້ການບໍລິການທາງອິນເຕີເນັດໃນວິທີທາງທີ່ສາມາດເປັນອັນຕະລາຍຕໍ່ມັນ ຫຼືມີຜົນເສຍຫາຍຕໍ່ການໃຊ້ມັນຂອງຜູ້ອື່ນໃດໜຶ່ງ ຫຼືເຄືອຂ່າຍໄວເລສ. ທ່ານອາດຈະບໍ່ໃຊ້ການບໍລິການ ເພື່ອພະຍາຍາມເອົາການເຂົ້າຫາການບໍລິການ, ຂໍ້ມູນ, ບັນຊີ ຫຼືເຄືອຂ່າຍໃດໜຶ່ງໂດຍບໍ່ໄດ້ຮັບອະນຸຍາດດ້ວຍວິທີການໃດໜຶ່ງ.
- 3. ຂອບເຂດຂອງການອະນຸຍາດ ແອັບພລິເຄຊັນແມ່ນການອະນຸຍາດໃຫ້, ບໍ່ໄດ້ຂາຍ. ຂໍ້ຕົກລົງນີ້ນີ້ໃຫ້ສິດບາງອັນແກ່ທ່ານເພື່ອໃຊ້ແອັບພລິເຄຊັນເທົ່ານັ້ນ. ຖ້າ Microsoft ປິດໃຊ້ງານຄວາມສາມາດທີ່ຈະໃຊ້ແອັບພລິເຄຊັນຢູ່ໃນອຸປະກອນຂອງທ່ານຕາມຂໍ້ຕົກລົງຂອງທ່ານກັບ Microsoft, ສິດການອະນຸຍາດກ່ຽວຂ້ອງໃດໜຶ່ງຈະສິ້ນສຸດ. ຜູ້ເຜີຍແຜ່ ແອັບພລິເຄຊັນສະຫງວນສິດອື່ນທັງໝົດ. ນອກຈາກວ່າກົດໝາຍໃຫ້ສິດເພີ່ມເຕີມກັບທ່ານແລ້ວ ແມ້ມີຂໍ້ຈໍາກັດເຫຼົ່ານີ້, ທ່ານອາດຈະໃຊ້ແອັບພລິເຄຊັນຕາມແຕ່ທີ່ໄດ້ຮັບອະນຸຍາດຢ່າງຈະແຈ້ງຢູ່ໃນຂໍ້ຕົກລົງນີ້ເທົ່ານັ້ນ. ໃນການທີ່ຈະເຮັດແນວນັ້ນ, ທ່ານຕ້ອງໄດ້ປະຕິບັດຕາມທຸກຂໍ້ຈໍາກັດທາງດ້ານເຕັກນິກຢູ່ໃນແອັບພລິເຄຊັນທີ່ອະນຸຍາດໃຫ້ທ່ານໃຊ້ມັນພຽງແຕ່ໃນວິທີທາງສະເພາະເທົ່ານັ້ນ. ທ່ານອາດຈະບໍ່:
- ກ. ໃຊ້ງານໃນຂອບເຂດຈໍາກັດທາງດ້ານເຕັກນິກໃດໜຶ່ງຢູ່ໃນແອັບພລິເຄຊັນ.
- ຂ. ປີ້ນດ້ານວິສາວະກໍາ, ຖອດແຍກ ຫຼື ມ້າງແອັບພລິເຄຊັນ, ຍົກເວັ້ນແຕ່ໃນລະດັບທີ່ກົດໝາຍນໍາໃຊ້ອະນຸຍາດຢ່າງຈະແຈ້ງ, ແມ້ຈະມີຂໍ້ຈໍາກັດນີ້ກໍ່ຕາມ;
- ຄ. ສ້າງສໍາເນົາແອັບພລິເຄຊັນຫຼາຍກ່ວາທີ່ໄດ້ລະບຸໄວ້ຢູ່ໃນຂໍ້ຕົກລົງນີ້ ຫຼື ໄດ້ຮັບອະນຸຍາດໂດຍກົດໝາຍນໍາໃຊ້, ແມ້ຈະມີຂໍ້ຈໍາກັດນີ້ກໍ່ຕາມ.
- ງ. ເຜີຍແຜ່ ຫຼື ເຮັດໃຫ້ມີແອັບພລິເຄຊັນໃຫ້ກັບຜູ້ອື່ນເພື່ອອັດສໍາເນົາ.
- ຈ. ໃຫ້ເຊົ່າ, ເຊົ່າ ຫຼື ໃຫ້ຢືມແອັບພລິເຄຊັນ.
- ບ. ໂອນຍ້າຍແອັບພລິເຄຊັນ ຫລື ຂໍ້ຕົກລົງສະບັບນີ້ໄປຍັງ ພາກສ່ວນທີ່ສາມໃດໜຶ່ງ.
- 4. ເອກະສານ. ຖ້າມີເອກະສານໃຫ້ກັບແອັບພລິເຄຊັນ, ທ່ານອາດຈະອັດສໍາເນົາ ແລະ ໃຊ້ເອກະສານເພື່ອຈຸດປະສົງການອ້າງອີງສ່ວນຕົວໄດ້.
- 5. ຂໍ້ຈໍາກັດທາງດ້ານເຕັກໂນໂລຊີ ແລະ ການສົ່ງອອກ. ແອັບພລິເຄຊັນອາດຈະຂຶ້ນກັບລະບຽບກົດໝາຍຂອງສະຫະລັດ ຫຼື ການຄວບຄຸມເຕັກໂນໂລຊີສາກົນ ຫຼື ການສົ່ງອອກ. ທ່ານຕ້ອງປະຕິບັດຕາມທຸກລະບຽບກົດໝາຍການສົ່ງອອກພາຍໃນ ແລະ ຕ່າງປະເທດທີ່ນໍາໃຊ້ກັບເຕັກໂນໂລຊີທີ່ໄດ້ນໍາໃຊ້ ຫຼື ສະໜັບສະໜູນໂດຍແອັບພລິເຄຊັນ. ກົດໝາຍເຫຼົ່ານີ້ລວມມີຂໍ້ຈໍາກັດກ່ຽວກັບຈຸດໝາຍປາຍທາງ, ຜູ້ໃຊ້ທົ່ວໄປ ແລະ ການໃຊ້ທົ່ວໄປ. ສຳລັບຂໍ້ມູນໃນ ຜະລິດຕະພັນທີ່ເປັນຍີ່ຫໍ້ Microsoft, ໄປທີ່ ການສົ່ງອອກເວັບໄທ໌ Microsoft (https://go.microsoft.com/fwlink/?linkid=868967).
- 6. ການບໍລິການຊ່ວຍເຫຼືອ. ຕິດຕໍ່ຜູ້ເຜີຍແຜ່ແອັບພລິເຄຊັນ ເພື່ອກໍານົດວ່າ ມີການບໍລິການຊ່ວຍເຫຼືອໃດຢູ່ແດ່. Microsoft, ຜູ້ຜະລິດຮາດແວຂອງທ່ານ ແລະ ຜູ້ໃຫ້ບໍລິການໄວເລສຂອງທ່ານ (ນອກຈາກວ່າ ໜຶ່ງໃນນັ້ນເປັນຜູ້ເຜີຍແຜ່ແອັບພລິເຄຊັນ) ບໍ່ຮັບຜິດຊອບຕໍ່ການໃຫ້ການບໍລິການຊ່ວຍເຫຼືອສໍາລັບແອັບພລິເຄຊັນ.
- 7. ທັງໝົດຂໍ້ຕົກລົງ. ຂໍ້ຕົກລົງນີ້, ນະໂຍບາຍວ່າດ້ວຍການເກັບຮັກສາຄວາມຮັບໃດໜຶ່ງທີ່ນຳໃຊ້, ຂໍ້ກຳນົດເພີ່ມເຕີມໃດໜຶ່ງທີ່ມາພ້ອມກັບແອັບພລິເຄຊັນ, ແລະ ຂໍ້ກຳນົດສຳລັບການເສີມ ແລະ ການອັບເດດແມ່ນເປັນຂໍ້ຕົກລົງໄດ້ຮັບການອະນຸຍາດທັງໝົດລະຫວ່າງທ່ານ ແລະ ຜູ້ເຜີຍແຜ່ແອັບພລິເຄຊັນສຳລັບແອັບພລິເຄຊັນ.
- 8. ກົດໝາຍນໍາໃຊ້.
- ກ. ສະຫະລັດ ແລະ ການາດາ. ຖ້າທ່ານໄດ້ແອັບພລິເຄຊັນມາຢູ່ໃນສະຫະລັດ ຫຼື ການາດາ, ກົດໝາຍຂອງລັດ ຫຼື ຂອງແຂວງບ່ອນທີ່ທ່ານດຳເລົງຊີວິດຢູ່ (ຫຼື ຖ້າເປັນບ່ອນທີ່ທ່ານມີທຸລະກິດຕົ້ນຕໍອັນໜຶ່ງຕັ້ງຢູ່) ຄຸ້ມຄອງການຕີຄວາມໝາຍຂອງຂໍ້ຕົກລົງນີ້ ແລະ ນໍາໃຊ້ກັບຂໍ້ຮຽກຮ້ອງສໍາລັບການລະເມີດມັນ, ແລະທຸກຂໍ້ຮຽກຮ້ອງອື່ນ (ລວມທັງການປົກປ້ອງຜູ້ຊົມໃຊ້, ການແຂ່ງຂັນທີ່ຂາດຄວາມຊອບທຳ ແລະ ຂໍ້ຮຽກຮ້ອງການລະເມີດເສຍຫາຍ) ໂດຍບໍ່ຄໍານຶງເຖິງການຂັດກັນຂອງຫຼັກການກົດໝາຍ.
- ຂ. ຢູ່ນອກສະຫະລັດ ແລະ ການາດາ. ຖ້າທ່ານໄດ້ແອັບພລິເຄຊັນມາຢູ່ໃນປະເທດອື່ນໃດໜຶ່ງ, ຈະນໍາໃຊ້ກົດໝາຍຂອງປະເທດນັ້ນ.
- 9. ຜົນບັງຄັບໃຊ້ທາງກົດໝາຍ. ຂໍ້ຕົກລົງນີ້ອະທິບາຍເຖິງສິດທາງກົດໝາຍສະເພາະ. ທ່ານອາດຈະມີສິດອື່ນພາຍໃຕ້ກົດໝາຍຂອງລັດ ຫຼື ປະເທດຂອງທ່ານ. ຂໍ້ຕົກລົງນີ້ບໍ່ປ່ຽນແປງສິດຂອງທ່ານພາຍໃຕ້ກົດໝາຍຂອງລັດ ຫຼືປະເທດຂອງທ່ານ ຖ້າກົດໝາຍຂອງລັດ ຫຼື ປະເທດຂອງທ່ານບໍ່ອະນຸຍາດໃຫ້ເຮັດແນວນັ້ນ.
- 10. ການປະຕິເສດການຮັບປະກັນ. ຂຶ້ນກັບກົດໝາຍທີ່ກ່ຽວຂ້ອງ, ແອັບພລິເຄຊັນ ຖືກອະນຸຍາດ "ຕາມທີ່ມັນເປັນ", "ດ້ວຍຄວາມຜິດພາດທັງໝົດ" ແລະ "ຕາມທີ່ມີຢູ່". ທ່ານຮັບຜິດຊອບຕໍ່ທຸກຄວາມສ່ຽງການນໍາໃຊ້ມັນ. ຜູ້ເຜີຍແຜ່ແອັບພລິເຄຊັນ, ໃນນາມຂອງມັນເອງ, Microsoft (ຖ້າ Microsoft ບໍ່ແມ່ນຜູ້ເຜີຍແຜ່ແອັບພລິເຄຊັນ), ບໍລິສັດເຄືອຂ່າຍໄວເລສຢູ່ເທິງເຄືອຂ່າຍຂອງຜູ້ທີ່ຈັດແອັບພລິເຄຊັນໃຫ້ ແລະ ແຕ່ລະສາຂາ, ຜູ້ຄ້າ, ຕົວແທນ ແລະ ຜູ້ສະໜອງແຕ່ລະຝ່າຍຂອງພວກເຮົາ ("ຝ່າຍໄດ້ຮັບການຄຸ້ມຄອງ"), ບໍ່ໄດ້ໃຫ້ການຮັບປະກັນ, ການຄ້ຳປະກັນ ຫຼື ສະພາບທີ່ຈະແຈ້ງພົວພັນກັບແອັບພລິເຄຊັນ. ຄວາມສ່ຽງທັງໝົດຕໍ່ຄຸນນະພາບ, ຄວາມປອດໄພ, ຄວາມສະດວກສະບາຍ, ແລະ ປະສິດທິພາຍຂອງແອັບພລິເຄຊັນແມ່ນຢູ່ກັບທ່ານ. ຖ້າພິສູດອອກມາວ່າແອັບພລິເຄຊັນບົກພ່ອງ, ທ່ານຮັບຜິດຊອບຕໍ່ຄ່າໃຊ້ຈ່າຍທັງໝົດຂອງການບໍລິການ ຫຼືການສ້ອມແປງທີ່ຈໍາເປັນ. ທ່ານອາດຈະມີສິດຜູ້ຊົມໃຊ້ເພີ່ມເຕີມພາຍໃຕ້ກົດໝາຍທ້ອງຖິ່ນຂອງທ່ານ ທີ່ຂໍ້ຕົກລົງບໍ່ສາມາດປ່ຽນແປງໄດ້. ໃນລະດັບທີ່ໄດ້ຮັບອະນຸຍາດພາຍໃຕ້ກົດໝາຍທ້ອງຖິ່ນຂອງທ່ານ, ຝ່າຍທີ່ໄດ້ຮັບການຄຸ້ມຄອງບໍ່ລວມເອົາການຮັບປະກັນ ຫຼື ເງື່ອນໄຂທີ່ບົ່ງບອກເຖິງໃດໆ, ລວມທັງບັນດາອັນທີ່ຊື້ຂາຍໄດ້, ຄວາມເໝາະສົມສຳລັບຈຸດປະສົງສະເພາະ, ຄວາມປອດໄພ, ຄວາມສະດວກສະບາຍ ແລະ ການບໍ່ລະເມີດ.
- 11. ການຈໍາກັດກ່ຽວກັບ ແລະ ການຍົກເວັ້ນຂອງການແກ້ໄຂ ແລະ ຄວາມເສຍຫາຍ. ໃນລະດັບທີ່ກົດໝາຍບໍ່ຫ້າມ, ທ່ານມີພື້ນຖານໃດໜຶ່ງສໍາລັບການກູ້ຄືນຄວາມເສຍຫາຍ, ທ່ານສາມາດກູ້ຄືນຈາກຜູ້ເຜີຍແຜ່ແອັບພລິເຄຊັນໄດ້ພຽງແຕ່ຄວາມເສຍຫາຍໂດຍກົງຮອດຈໍານວນທີ່ທ່ານຈ່າຍໄປສໍາລັບແອັບພລິເຄຊັນ ຫຼືUSD$1.00), ເອົາອັນທີ່ຫຼາຍກ່ວາ. ຂຶ້ນກັບກົດໝາຍທີ່ກ່ຽວຂ້ອງ, ທ່ານຈະບໍ່, ແລະ ສະຫລະສິດໃດໜຶ່ງ, ຊອກຫາເພື່ອກູ້ຄືນຄວາມເສຍຫາຍໃດໜຶ່ງ, ລວມເຖິງ ການເສຍຫາຍ ທີ່ເປັນຜົນຕາມມາ, ເສຍກຳໄລ, ການເສຍຫາຍພິເສດ, ການເສຍຫາຍທາງອອ້ມ ຫລື ການເສຍຫາຍໂດຍບັງເອີນຈາກ ຜູ້ເຜີຍແຜ່ ແອັບພລິເຄຊັນ. ຖ້າກົດໝາຍທ້ອງຖິ່ນຂອງທ່ານກຳນົດການຮັບປະກັນຄຸນນະພາບ, ການຮັບຮອງ ຫລື ເງື່ອນໄຂ ເຖິງແມ່ນວ່າຂໍ້ກຳນົດເຫລົ່ານີ້ບໍ່ໄດ້ກຳນົດ, ຂຶ້ນກັບກົດໝາຍທີ່ກ່ຽວຂ້ອງ, ໄລຍະເວລາຂອງມັນຈຳກັດເປັນ 90 ວັນຈາກເວລາທ່ານດາວໂຫລດ ແອັບພລິເຄຊັນ.
ຂໍ້ຈໍາກັດນີ້ນໍາໃຊ້ກັບ:
- ອັນໃດໜຶ່ງກ່ຽວຂ້ອງກັບແອັບພລິເຄຊັນ ຫຼື ການບໍລິການທີ່ເຮັດໃຫ້ມີຜ່ານແອັບພລິເຄຊັນ; ແລະ
- ຂໍ້ຮຽກຮ້ອງສໍາລັບການລະເມີດສັນຍາ, ການຮັບປະກັນ, ການຄ້ຳປະກັນ ຫຼື ເງື່ອນໄຂ; ຄວາມຮັບຜິດຊອບເຄັ່ງຄັດ, ຄວາມລະເລີຍ ຫຼື ການລະເມີດໃຫ້ເກີດຄວາມເສຍຫາຍອື່ນ; ການລະເມີດລັດຖະບັນຍັດ ຫຼື ກົດລະບຽບ ຫຼື ການຮັ່ງມີດີຂຶ້ນທີ່ບໍ່ເປັນທຳ ຫຼື ພາຍໃຕ້ທິດສະດີອື່ນໃດໜຶ່ງ ທັງໝົດໃນລະດັບທີ່ກົດໝາຍອະນຸຍາດ.
ມັນຍັງນໍາໃຊ້ຢູ່ ແມ້ວ່າ:
- ການແກ້ໄຂນີ້ບໍ່ຊົດເຊີຍການສູນເສຍໃດໜຶ່ງໃຫ້ທ່ານເຕັມ: ຫຼື
- ຜູ້ເຜີຍແຜ່ແອັບພລິເຄຊັນຮູ້ຈັກ ຫຼື ຄວນຈະຮູ້ຈັກກ່ຽວກັບຄວາມເປັນໄປໄດ້ຂອງຄວາມເສຍຫາຍຕ່າງໆ.
ການບໍລິການທີ່ກວາມເອົາ
ຜະລິດຕະພັນ, ການບໍລິການ ແລະ ແອັບຕໍ່ໄປນີ້ແມ່ນໄດ້ຮັບການຄຸ້ມຄອງໂດຍຂໍ້ຕົກລົງການບໍລິການ Microsoft, ແຕ່ອາດຈະບໍ່ມີໃຫ້ຢູ່ໃນຕະຫຼາດຂອງທ່ານ.
- Account.microsoft.com
- Bing Image and News (iOS)
- Bing Search APIs/SDKs
- Bing Translator
- Bing Webmaster
- Bing ແຜນທີ່
- Bing ແອັບ
- Bing ແອັບຊອກຫາ
- Bing ວັດຈະນານຸກົມ
- Bing.com
- Bingplaces.com
- Clipchamp
- Cortana skills by Microsoft
- Cortana
- Default Homepage and New Tab Page on Microsoft Edge
- Dev Center App
- Dictate
- education.minecraft.net
- Face Swap
- Feedback Intake Tool for Azure Maps (aka “Azure Maps Feedback”)
- Forms.microsoft.com
- forzamotorsport.net
- Groove Music Pass
- Groove
- GroupMe
- LineBack
- Microsoft 365 Business Standard, Microsoft 365 Business Basic, Microsoft 365 Apps, Microsoft 365 app, Microsoft 365 Copilot, Microsoft 365 Copilot app, and Microsoft 365 Copilot Chat*
- *Until a commercial domain is established for use of these services, at which time separate Microsoft commercial terms will govern instead.
- Microsoft 365 Consumer
- Microsoft 365 Family
- Microsoft 365 Personal
- Microsoft 365 ປະສົບການເຊື່ອມຕໍ່ທາງເລືອກ
- Microsoft 365 ສໍາລັບເວັບ
- Microsoft Academic
- Microsoft Add-Ins for Skype
- Microsoft Bots
- Microsoft Copilot
- Microsoft Defender ສຳລັບໃຊ້ສ່ວນຕົວ
- Microsoft Educator Community
- Microsoft Family
- Microsoft Health
- Microsoft Launcher
- Microsoft Loop
- Microsoft Pay
- Microsoft Pix
- Microsoft Reading Coach
- Microsoft Research Interactive Science
- Microsoft Research Open Data
- Microsoft Rewards
- Microsoft Soundscape
- Microsoft Sway
- Microsoft Teams
- Microsoft Translator
- Microsoft Wallpaper
- Microsoft ຊອກຫາຢູ່ໃນ Bing
- Microsoft ຮູບເງົາ & TV
- Minecraft Realms Plus and Minecraft Realms
- Mixer
- MSN (ກ່ອນໜ້ານີ້ເອີ້ນວ່າ Microsoft Start)
- MSN Explorer
- MSN ການເດີນທາງ
- MSN ກິລາ
- MSN ຂ່າວ
- MSN ຄ່າປະກັນໄພ
- MSN ສະພາບອາກາດ
- MSN ສຸຂະພາບ ແລະ ຄວາມແຂງແຮງ
- MSN ອາຫານ ແລະ ເຄື່ອງດື່ມ
- MSN ເງິນ
- MSN ໄດອັບ
- MSN.com
- Office Store
- OneDrive.com
- OneDrive
- OneNote.com
- Outlook.com
- Paint 3D
- Presentation Translator
- rise4fun
- Seeing AI
- Send
- Skype in the Classroom
- Skype.com
- Skype
- Snip Insights
- Spreadsheet Keyboard
- Sway.com
- to-do.microsoft.com
- Translator for Microsoft Edge
- Translator Live
- Universal Human Relevance System (UHRS)
- UrWeather
- ux.microsoft.com
- Video Breakdown
- Visio Online
- Web Translator
- whiteboard.office.com
- Windows Live Mail
- Windows Live Writer
- Windows Movie Maker
- Windows Photo Gallery
- Windows ຮ້ານຄ້າ
- Xbox Game Pass
- Xbox Live Gold
- Xbox Live
- Xbox Music
- Xbox Store
- ການຊ່ວຍເຫຼືອ Microsoft (ຜູ້ບໍລິໂພກ)
- ການສົ່ງເງິນຄືນ Bing
- ຄໍເລັກຊັນ Microsoft
- ຄໍເລັກຊັນ
- ຊອກຫາອັດສະລິຍະ
- ຕົວຈັດການ Skype.
- ຕົວແກ້ບັນຫາຄະນິດສາດ Microsoft
- ບັນຊີ Microsoft
- ຜູ້ສ້າງຮູບຈາກຜູ້ອອກແບບ Microsoft
- ຜູ້ຊ່ວຍຟື້ນຟູ ແລະ ສະໜັບສະໜູນ Microsoft ສຳລັບ Office 365
- ລັອກໜ້າຈໍຕໍ່ໄປ
- ລິ້ງໂທລະສັບ
- ລິ້ງໃສ່ Windows
- ສະບັບຟຣີຂອງ Microsoft 365
- ຮ້ານຄ້າ
- ເກມ Minecraft
- ເກມ Windows, ແອັບ ແລະ ເວັບໄຊທ໌ເຜີຍແພ່ໂດຍ Microsoft
- ເກມ Xbox Game Studios, ແອັບ ແລະ ເວັບໄຊທ໌
- ແອັບ SMS Organizer
- ແອັບ ແລະການບໍລິການທີ່ລວມຢູ່ໃນ Microsoft 365 Basic
- ແອັບ ແລະການບໍລິການທີ່ລວມຢູ່ໃນ Microsoft 365 Family
- ແອັບ ແລະການບໍລິການທີ່ລວມຢູ່ໃນ Microsoft 365 Personal
- ແອັບ ແລະການບໍລິການທີ່ລວມຢູ່ໃນ ການສະໝັກໃຊ້ຜູ້ບໍລິໂພກ Microsoft 365
- ແອັບແຜນທີ່
- ແອັບສຸຂະພາບອຸປະກອນ
- ໜ້າ Bing